ຮູບ​ແບບ​ຫາ​ເງິນ​ລ້ຽງ​ຊີບ​ຈາກ​ອາ​ຊີບ​ສານ​ກ້ານ​ຜັກ​ຕົ​ບ​ຂອງ ປ​ຊ​ຊ ຊອກ​ຈັງ

(VOVWORLD) -

ອາຊີບສານກ້ານຜັກຕົບບໍ່ແມ່ນສິ່ງແປກປະຫຼາດຕໍ່ກັບ ປຊຊ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ໃນນັ້ນ ມີເທດສະບານຕາແສງ ງ້ານຳ, ແຂວງຊອກຈັງ. ບໍ່ພຽງແຕ່ໄດ້ຊ່ວຍຜູ້ອອກແຮງງານໃນຍາມວ່າງງານຢູ່ຊົນນະບົດ ມີລາຍຮັບເປັນປົກກະຕິ ຕື່ມອີກ, ປົວແປງຊີວິດການເປັນຢູ່ເທົ່ານັ້ນ, ອາຊີບນີ້ ຍັງໄດ້ສ້າງບັນດາຜະລິດຕະພັນເປັນມິດກັບສິ່ງແວດລ້ອມ, ຊ່ວຍຫລຸດຜ່ອນມົນລະພິດສິ່ງແວດລ້ອມ, ຫລຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ.


 
ຮູບ​ແບບ​ຫາ​ເງິນ​ລ້ຽງ​ຊີບ​ຈາກ​ອາ​ຊີບ​ສານ​ກ້ານ​ຜັກ​ຕົ​ບ​ຂອງ ປ​ຊ​ຊ ຊອກ​ຈັງ - ảnh 1

 ອາຊີບສານກ້ານຜັກຕົບຊ່ວຍ ປຊຊ ມີລາຍຮັບຕື່ທອີກ (ພາບ: VOV)

    ແຕ່ຫຼາຍປີມານີ້, ອາຊີບສານກ້ານຜັກຕົບຢູ່ ເທດສະບານຕາແສງ ງ້ານຳ ໄດ້ຊ່ວຍ ປຊຊ ເຂດຊົນນະບົົດ ມີລາຍຮັບເປັນປົກກະຕິ. ແຕ່ລະມື້, ຄອບຄົວທ່ານຫງວຽນເຟືອກຫີ້ວ ຢູ່ບ້ານວີ້ງຮວ່າ, ຕາແສງວີ້ງເກີຍ ໄດ້ຟ້າວຟັ່ງສານໂຖດອກໄມ້, ເສື່ອ, ກະເປົ່າ…ຈາກກ້ານຜັກຕົບ. ກ່ອນນີ້ 7 ປີ, ຄອບຄົວທ່ານໄດ້ສານກ້ານຜັກຕົບ ແທນການໄປຮັບຈ້າງ ເພື່ອຫາເງິນລ້ຽງຊີບນແຕ່ລະວັນ. ກ່ອນທີ່ເຮັດອາຊີບນີ້, ທ່ານໄດ້ເຂົ້າຮ່ວມຫ້ອງສອນວິຊາຈັກສານໂດຍບໍ່ຕ້ອງເສຍຄ່າ. ປີກາຍ, ຄອບຄົວທ່ານຫີ້ວ ສືບຕໍ່ໄດ້ຮັບເງິນໜູນຊ່ວຍຕື່ມອີກ 5 ລ້ານດົ່ງ ເຊົ່າເຂດປູກຜັກຕົບເພື່ອເປັນວັດຖຸດິບ, ຈາກນັ້ນ, ລາຍຮັບຂອງຄອບຄົວທ່ານກໍ່ໄດ້ເພີ່ມຂຶ້ນ. ທ່ານຫີ້ວໃຫ້ຮູ້ວ່າ: ມາຮອດປະຈຸບັນ, ຖ້າລົບຄ່າໃຊ້ຈ່າຍຕ່າງໆ ແລະ ຄ່າຮັບໃຊ້ການດຳເນີນຊີວິດໃນຄອບຄົວອອກແລ້ວ, ຄອບຄົວທ່ານຍັງເຫຼືອເງິນກ່ວາ 200.000 ດົ່ງ/ວັນ, ຍ້ອນເຫດນັ້ນ, ຊີວິດການເປັນຢູ່ຂອງຄອບຄົວທ່ານກໍ່ເປັນປົກກະຕິ ແລະ ດີຂຶ້ນ. ທ່ານຫີ້ວ ເວົ້າວ່າ:

   ດິນຜະລິດແມ່ນດິນສົ້ມ, ບໍ່ສາມາດຜະລິດກະສິກຳໄດ້, ຊື່ງເຮັດໃຫ້ເສດຖະກິດຄອບຄົວໃນເມື່ອກ່ອນຍາກທີ່ຈະພັດທະນາໄດ້ ແລະ ສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ ແຕ່ຍ້ອນໄດ້ພັດທະນາອາຊີບສານກ້ານຜັກຕົບ, ຄອບຄົວຂ້າພະເຈົ້າຈຶ່ງມີຢູ່ມີກິນ, ມີອາຊີບ, ມີລາຍຮັບ, ຊີວິດການເປັນຢູ່ກໍ່ສະບາຍຂຶ້ນ.

ຮູບ​ແບບ​ຫາ​ເງິນ​ລ້ຽງ​ຊີບ​ຈາກ​ອາ​ຊີບ​ສານ​ກ້ານ​ຜັກ​ຕົ​ບ​ຂອງ ປ​ຊ​ຊ ຊອກ​ຈັງ - ảnh 2

 ອາຊີບສານກ້ານຜັກຕົບສ້າງຜະລິດຕະພັນເປັນມິດກັບສິ່ງແວດລ້ອມ (ພາບ: VOV)

    ບ້ານວີ້ງຮວ່າ, ຕາແສງວີ້ງເກີຍ ມີ 250 ຄອບຄົວ, ໃນນັ້ນ 90% ຄອບຄົວໄດ້ເຂົ້າຮ່ວມອາຊີບສານກ້ານຜັກຕົບ, ສະເລ່ຍແຕ່ລະຄອບຄົວມີແຕ່ 1-3 ຄົນໄດ້ເຮັດອາຊີບນີ້ ດ້ວຍລາຍຮັບສະເລ່ຍແຕ່ 70.000-100.000 ດົ່ງ/ຄົນ/ວັນ. ເອື້ອຍຮິງທິມ່ຽນ ຫົວໜ້າສະຫະພັນແມ່ຍິງ ບ້ານວີ້ງຮວ່າ, ຕາແສງວີ້ງເກີຍ, ເທດສະບານຕາແສງ ງ້ານຳ ໃຫ້ຮູ້ວ່າ:

   ໃນໄລຍະເກີດໂລກລະບາດຜ່ານມາ, ເອື້ອຍນ້ອງແມ່ຍິງຢູ່ທີ່ນີ້ ຍັງເຄື່ອນໄຫວເປັນປົກກະຕິ, ບໍ່ຖືກຜົນສະທ້ອນຫຍັງ, ຊີວິດການເປັນຢູ່ຍັງສະດວກສະບາຍ. ວິສາຫະກິດກໍ່ໄດ້ມາຊື້ຜະລິດຕະພັນເປັນປົກກະຕິ, ຈ່າຍເງິນຊ້າຫນ້ອຍໜຶ່ງແຕ່ກໍ່ ໄດ້ຮັບໝົດແລ້ວ. ຊີວິດການເປັນຢູ່ຂອງເອື້ອຍນ້ອງມີຄວາມເປັນປົກກະຕິ. ປະຈຸບັນ, ຢູ່ບ້ານ ວີ້ງຮ່ວາ ນີ້, ເກືອບທຸກຄອບຄົວໄດ້ເຮັດອາຊີບສານກ້ານຜັກຕົບແລ້ວ.

    ອາຊີບສານກ້ານຜັກຕົບ ຢູ່ເທດສະບານຕາແສງ ງ້ານຳ ໄດ້ມີມາເກືອບ 20 ປີແລ້ວ ໂດຍເລີ່ມຈາກບ້ານວິ້ງຮ່ວາ, ຕາແສງ ວີ້ງເກີຍ. ດ້ວຍການເຮັດວຽກຢູ່ເຮືອນ, ລາຍຮັບເປັນປົກກະຕິ ແລະ ແຮງງານແມ່ນຜູ້ມີອາຍຸປານກາງຂຶ້ນໄປ, ໃນຊຸມເດືອນປີຖືກແຍກຕົວຍ້ອນໂລກລະບາດໂຄວິດ 19 ທີ່ຜ່ານມາ, ພໍ່ແມ່ ປຊຊ ຍັງມີລາຍຮັບເປັນປົກກະຕິ, ຮັບປະກັນຊີວິດການເປັນຢູ່ໄດ້. ຈາກການເຂົ້າຮ່ວມຂອງ 2, 3 ຄອບຄົວໃນເບື້ອງຕົ້ນ, ມາຮອດປະຈຸບັນ, ກໍ່ມີເກືອບ 500 ຄອບຄົວຢູ່ບັນດາຕາແສງໃນບໍລິເວນເທດສະບານຕາແສງ ງ້ານຳ ດ້ວຍການເຂົ້າຮ່ວມຂອງຜູ້ອອກແຮງງານຢູ່ທ້ອງຖິ່ນກ່ວາ 1500 ຄົນ. ແລະ ທາງທ້ອງຖິ່ນກໍ່ໄດ້ສ້າງຕັ້ງໜ່ວຍສະຫະກອນສານກ້ານຜັກຕົບ.ໄປ ຄຽງຄູ່ກັນນັ້ນ, ຍັງໄດ້ເຊັນສັນຍາກັບບັນດາວິສາຫະກິດເພື່ອເກັບຊື້ຜະລິດຕະພັນ ດ້ວຍລາຄາເປັນປົກກະຕິ, ຮັບປະກັນກຳໄລໃຫ້ແກ່ຜູ້ຈັກສານ. ເອື້ອຍ ຫງວຽນກີມລຽນ, ຫົວໜ້າໜ່ວຍສະຫະກອນບ້ານ ມີ້ຮ່ວາ, ຕາແສງ ລອງບິງ, ເທດສະບານຕາແສງ ງ້ານຳ, ແຂວງ ຊອກຈັງ ແບ່ງປັນວ່າ:

     ໃນເບື້ອງຕົ້ນ, ໜ່ວຍຂອງຂ້າພະເຈົ້າມີຜູ້ເຂົ້າຮ່ວມບໍ່ຮອດ 10 ຄົນ, ແຕ່ມາໃນປະຈຸບັນກໍ່ມີເຖິງ 150 ຄົນແລ້ວ. ແຕ່ລະອາທິດກໍ່ສານຜະລິດຕະພັນໄດ້ກ່ວາ 3000 ອັນ. ໃນມື້ໜຶ່ງ, ນາຍຊ່າງເກັ່ງສາມາດເຮັດໄດ້ 20 ອັນ, ຂາຍໄດ້ລາຄາ 12.000 ດົ່ງ/ອັນ. ນາຍຊ່າງມີອາຍຸສູ່ງຫນ້ອຍໜຶ່ງກໍ່ສາມາດເຮັດໄດ້ 10 ອັນ/ມື້ໜຶ່ງ. ລາຍຮັບສະເລ່ຍໃນມື້ໜຶ່ງກໍ່ໄດ້ປະມານ 120.000-150.000 ດົ່ງ, ຜູ້ໃດເຮັດເກັ່ງກໍ່ໄດ້ເຖິງ 200.00 ດົ່ງຂຶ້ນໄປ.

    ອາຊີບສານກ້ານຜັກຕົບພວມແມ່ນຮູບແບບຫາເງິນລ້ຽງຊີບ ທີ່ບັນລຸປະສິດທິຜົນໃຫ້ແກ່ ປຊຊ ຢູ່ເທດສະບານຕາແສງ ງ້ານຳ, ແຂວງ ຊອກຈັງ. ຈາກຮູບແບບນີ້, ໄດ້ຊ່ວຍໃຫ້ຊາວຜູ້ອອກແຮງງານໃນຍາມວ່າງງານຢູ່ທ້ອງຖິ່ນ ມີລາຍຮັບຕື່ມອີກ ເພື່ອຮັບໃຊ້ຄອບຄົວ, ຮັບມືກັບສະພາບໂລກລະບາດໃນປະຈຸບັນ. ນີ້ກໍ່ແມ່ນຮູບແບບທີ່ທາງທ້ອງຖິ່ນມີຄວາມສົນໃຈ ເພື່ອທະວີຄູນໃນວົງ     ກ້ວາງ, ຊ່ວຍ ປຊຊ ໃນທ້ອງຖິ່ນເພີ່ມລາຍຮັບ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ