ຮ່ານາມຍູ້ແຮງການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ, ລົບລ້າງການຜະລິດແບບກະແຈກກະຈາຍ

(vovworld) - ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະ​ບົດ​ໃໝ່, ​ແຂວງຮ່າ​ນາມ​ ​ໄດ້ກຳນົດ​ການໂຮມດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວເພື່ອ​ພັດທະນາ​ການ​ຜະລິດ​ຕາມ​ທິດ​ຜະລິດ​​ກະ​ສີ​ກຳລວມສູນ, ຢຸດຕິ​ສະພາບ​ຜະລິດ​ແບບ​ກະ​ແຈກ​ກະຈາຍ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ເທື່ອ​ລະ​ກ້າວ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ. ດັ່ງ​ນັ້ນ, ຮ່າ​ນາມ ​ໄດ້ ​ແລະ ພວມ​ມີ​ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ວຽກ​ງານ​ໂ​ຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ, ​ແລະ ວາງ​ແຜນ​ກຳນົດ​ທົ່ງ​ນາ​ຄືນ​ໃໝ່​ຢ່າງ​ຕັ້ງໜ້າ.

ຮ່ານາມຍູ້ແຮງການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ,  ລົບລ້າງການຜະລິດແບບກະແຈກກະຈາຍ - ảnh 1

ພາບປະກອບການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ

(ພາບ: google.com.vn)

ກ່ອນ​ນີ້​, ຄອບຄົວ​ທ່ານ Tran Van Thanh, ຢູ່​ຕາ​ແສງ ຫວູບານ, ​ເມືອງ​ບິ່ງ​ລູກ, ​ແຂວງ​ຮ່າ​ນາມ ມີ​ເນື້ອ​ທີ່​ນາ​ເກືອບ 1 ​ເຮັກຕາ ​ເຊິ່ງຖືກ​ແບ່ງ​ອອກ​ເປັນ 5 ຜືນ ຢູ່​ກະ​ແຈກ​ກະຈາຍ. ທ່ານ Thanh ​ໃຫ້​ຮູ້​ວ່າ, ຮອດ​ຍາມ​ໄຖ​ນາ, ​ເກັບ​ກ່ຽວ​ເຂົ້າ ຊາວ​ກະ​ສີກ​ອນ​ໃນ​ບ້ານ​ເຄີຍ​ເຮັດ​ຕາມ​ລຳພັງ​ໃຈ. ບາງ​ເທື່ອ​ໃນ​ລະດູ​ການ​ໜຶ່ງ​ແຕ່​ພັດ​ດຳ​ເຂົ້ານາ​ເຖິງ 3, 4 ​ແນວ​ພັນ​, ຍ້ອນ​ເຫດ​ນັ້ນ​ເລື່ອງ​ກະກຽມ​ຕ້ອງ​ເສຍ​ເວລາ​ຫຼາຍ. ການ​ບົວລະບັດ​ກໍ່​ລຳບາກ​ທີ່​ສຸດ. ​ໃນ​ຂະນະ​ນັ້ນ, ຄອບຄົວ​ລາວພຽງ​ແຕ່​ມີ 2 ຜົວ​ເມຍ​​ເຮັດ​ນາ​ເທົ່າ​ນັ້ນ, ​ເພາະວ່າ​ລູກ​ເຕົ້າ​ໄດ້​ຍ້າຍໄປ​ເຮັດ​ວຽກຢູ່​ບ່ອນ​ອື່ນໝົດ​ແລ້ວ. ຍ້ອນ​ບໍ່​ມີ​ຜູ້​ເຮັດ, ການ​ຜະລິດ​ຕ້ອງ​​ແກ່​ຍາວເວລາ​​ເຖິງເກືອບ​ເຄິ່ງ​ເດືອນ​ຈຶ່ງ​ສຳ​ເລັດ. ​ແຕ່​ພາຍຫຼັງ​​ໂຮມ​ດິນນາ​ 5 ຜືນເຂົ້າ​ເປັນ 2 ຜືນ​ນັ້ນ, ການ​ບົວລະບັດ​ກໍ່​ໄຄ​ກວ່າ, ຍ້ອນ​ນຳ​ໃຊ້​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະລິດ, ​ແລະ​ ການ​ໄປ​ມາ​ກໍ່​ສະດວກ​ສະບາຍ​ກວ່າ. ທ່ານ Tran Van Thanh, ​ໃຫ້​ຮູ້​ວ່າ:

”ຖ້າ​ຈ້າງ​ຄົນເຮັດ​ຕ້ອງ​ເສຍ​ເງິນ​ເຖິງ 300.000 ດົ່ງ/​360 ຕາລາງ​ແມັດ, ​ແຕ່​ເມື່ອ​ນຳ​​ໃຊ້​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ເກັບ​ກ່ຽວ​ພຽງ​ແຕ່​ເສຍ​ເງິນ 150.000 ດົ່ງ​/​360 ຕາລາງ​ແມັດ ເທົ່າ​ນັ້ນ. ​ໃນ​ຕໍ່ໜ້າ​ເມື່ອ​ທາງ​ຄົມມະນາຄົມ​ກໍ່ສ້າງ​ສຳ​ເລັດ​ແລ້ວ ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ນຳ​ເຄື່ອງ​ຈັກ​​ເຂົ້າໃນ​ການ​ຜະ​ລິດ​, ຮອດ​ເວລາ​ນັ້ນ​ລາຄາ​ຈະ​ຖືກ​ກວ່າ​ຫຼາຍ ​ເມື່ອ​ທຽບ​ໃສ່​ຄ່າອອກ​ແຮງ​ງານ​ແບບ​ຫັດຖະກຳ”

ຮ່ານາມຍູ້ແຮງການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ,  ລົບລ້າງການຜະລິດແບບກະແຈກກະຈາຍ - ảnh 2

ພາບປະກອບການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ

(ພາບ: google.com.vn)

 ຕາ​ແສງ ຫວູບານ, ​ເມືອງ​ບິ່ງ​ລູກ, ​​ແມ່ນ​ໜຶ່ງ​ໃນ 2 ຕາ​ແສງ​ທີ່​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ນາມ ເລືອກ​ເຟັ້ນປະຕິບັດ​ທົດ​ລອງ​ການໂ​ຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ. ຍ້ອນ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ຂອງການໂຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ, ຊາວ​ກະ​ສີກ​ອນ ສ່ວນ​ຫຼາຍ​ໄດ້​ສະໜັບສະໜູນ. ທ່ານ La Quoc Toan, ​ເລຂາ​ຄະນະ​ພັກ​ເມືອງ ບິ່ງ​ລຸກ, ​ໃຫ້​ຮູ້​ວ່າ, ມີບາງ​ກໍລະນີ​ມີ​ສອງ, ສາມ​ອ້າຍ​ນ້ອງ​ໃນ​ຄອບຄົວ​ດຽວ​ໄດ້​ສະມັກ​ໃຈໂຮມດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ. ດັ່ງ​ນັ້ນ​, ລາຄາ​ສົ້ນ​ເຂົ້າໃນ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່​ຜ່ານ​ມາ ​ແລະ ​ໃນ​ລະດູ​ການ​ເກັບ​ກ່ຽວ​ທີ່​ຈະ​ມາ​ເຖິງ​ໄດ້​ຫຼຸດ​ລົງ​ຫຼາຍ​ພໍ​ສົມຄວນ​ແມ່ນ​ປະມານ 30%, ລາຍ​ຮັບ​ຂອງ​ປະຊາຊົນ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ພາຍຫຼັງ​ປະຕິບັດ​ທົດ​ລອງ​ຢູ່ຕາ​ແສງ​ຫວູບານ ສຳ​ເລັດ, ​ເມືອງ​ບິ່ງ​ລູກ ສືບ​ຕໍ່​ຜັນ​ຂະຫຍາຍ​ການໂຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວຢູ່ 19 ຕາ​ແສງ​ໃນ​ທົ່ວ​ເມືອງ. ທ່ານ La Quoc Toan, ​ໃຫ້​ຮູ້​ວ່າ: ​ເມື່ອ​ນຳ​ໃຊ້​ເຄື່ອງ​ຈັກ​ເຂົ້າ​ການ​ຜະລິດ​ໃນ​ທົ່ງ​ນາ​ໃຫຍ່, ກຳລັງ​ແຮງ​ງານ​ຂອງ​ຊາວ​ກະ​ສິກ​ອນ​ຈະໄດ້​ຮັບ​ການ​ປົດ​ປ່ອຍ, ດັ່ງ​ນັ້ນ​ທາງເມືອງ​ກໍ່​ມີ​ບັນດາ​ມາດ​ຕະການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ເຫຼົ່າ​ນັ້ນ.

”ນອກຈາກ​ການໂຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ເຂົ້າ​ມາ​ກໍ່ສ້າງ​ໂຮງ​ຈັກ, ​ໂຮງງານ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານໃນ​ເວລາ​ຫວ່າງ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ມີ​ໂຮງງານ 3 ​ແຫ່ງ, ປີ 2011 ​ໄດ້​ຮັບ​ເອົາ​ກຳມະ​ກອນ 1 ພັນ​ກວ່າ​ຄົນ​ເຂົ້າ​ເຮັດ​ວຽກ, ອັນ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທ​ຳເປັນ​ປົກກະຕິ​ໃຫ້​ແກ່​ເຂົາ​ເຈົ້າ”.

ຮ່ານາມຍູ້ແຮງການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ,  ລົບລ້າງການຜະລິດແບບກະແຈກກະຈາຍ - ảnh 3

ພາບປະກອບການໂຮມດິນນາຫຼາຍຜືນເຂົ້າເປັນຜືນດຽວ

(ພາບ: google.com.vn)

​ໂດຍ​ແມ່ນ​ທ້ອງ​ຖີ່​ນພວມ​ຢູ່​ໃນ​ໄລຍະ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະ ກິດ, ​ໃນ​ນັ້ນ​ການ​ຜະລິດ​ກະ​ສີ​ກຳ​ຍັງ​ຄົງ​ກວມ​ອັດຕາ​ສ່ວນ​ຫຼາຍ​ຢູ່, ດັ່ງ​ນັ້ນ​ແຂວງ​ຮ່າ​ນາມ ຈຶ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຮ່າ​ນາມ​ໄດ້​ຖື​ວຽກ​ງານ​ສັບ​ຊ້ອນ​ທົ່ງ​ນາ​ຄືນ​ໃໝ່, ຖືການໂຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ​​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ການວາງ​ແຜນ​ກຳນົດ ​ແລະ ກໍ່ສ້າງ​ລະບົບ​ຄົມມະນາຄົມ, ຊົນລະປະທານ​ພາຍ​ໃນ​ທົ່ງ​ນາ. ຜ່ານ​ນັ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ກະ​ສີກ​ອນນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ເຕັກນິກ, ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ. ທ່ານ Nguyen Manh Hung, ຮອງ​ຫົວໜ້າ​ພະ​ແນ​ກກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ຮ່າ​ນາມ, ​ໃຫ້​ຮູ້​ວ່າ:

ການໂຮມດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ​ຢູ່ 2 ຕາ​ແສງ​ປະຕິບັດ​ທົດ​ລອງ​ໄດ້​ສຳ​ເລັດ​ແລ້ວ, ​ແລະ​ປະຈຸ​ບັນ​ພວມຜັນ​ຂະຫຍາຍ​ໃນ​ທົ່ວ​ແຂວງ. ທົ່ວ​ແຂວງ​ສູ້​ຊົນ​ຮອດ​ທ້າຍ​ປີ 2012, 28 ຕາ​ແສງ​ປະຕິບັດ​ທົດ​ລອງ​ຈະ​ສຳ​ເລັດ​ການໂຮມດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ. ສ່ວນ​ບັນດາ​ຕາ​ແສງ​ທີ່​ຍັງ​ເຫຼືອ​ຈະ​ດຳ​ເນີນ​ການໂຮມດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວ​ໃຫ້​ສຳ​ເລັດ​ໃນ​ທ້າຍປີ 2013 

ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເມື່ອ​ຊາວ​ກະ​ສີກ​ອນ​ເປັນ​ເຈົ້າ​ຂອງ ​ແລະ ​ໄດ້​ປູກຝັງ​ໃນ​​ເຂດ​ດິນນາ​ຜືນ​ໃຫຍ່ ​ແມ່ນ​ມີ​ຄວາມ​ສະດວກ​ກວ່າ​ຫຼາຍ. ອັນ​ໄດ້​ຫຼຸດ​ຈຳນວນ​ກຳມະກອນ ​ແລະ ຄ່າ​​ລົງທຶນ​ເຖິງ 30%​ ເມື່ອ​ທຽບ​ໃສ່​ກ່ອນ​ນີ້. ສິ່ງ​ດັ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເລື່ອງ​ກຳນົດ​ວຽກງານໂຮມ​ດິນ​ນາ​ຫຼາຍ​ຜືນ​ເຂົ້າ​ເປັນ​ຜືນ​ດຽວຂອງ​ແຂວງ​ຮ່າ​ນາມ ​ແມ່ນ​ຖືກຕ້ອງ ​ແລະ ພວມ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ