ເຊີນ​ລາ ຍູ້ແຮງ​ການ​ເຊື່ອມ​ຕໍ່, ຈຳ​ໜ່າຍ​ໝາກ​ໄມ້

(VOVWORLD) - ແຂວງເຊີນລາ ມີເນື້ອທີ່ປູກຕົ້ນໄມ້ກິນໝາກທີ່ກ້ວາງຂວາງ, ປະລິມານຜະລິດຕະພັນກະເສດໄດ້ສົ່ງອອກຕ່າງປະເທດຫຼາຍ. ສະນັ້ນ, ແຂວງເຊີນລາ ກຳນົດວ່າ, ການຍູ້ແຮງການພັດທະນາຕົ້ນໄມ້ກິນໝາກ ແມ່ນໜຶ່ງໃນບັນດາໂຄງການຈຸດສຸມປະຕິບັດແຜນນະໂຍບາຍສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ພັດທະນາການຜະລິດກະສິກຳ ຕິດພັນກັບການໝູນໃຊ້ເຕັກໂນໂລຊີສູງ ແລະ ພັດທະນາລະບົບມູນຄ່າໃນການຜະລິດກະສິກຳ, ຍູ້ແຮງການຈຳໜ່າຍ, ສົ່ງອອກຜະລິດຕະພັນກະເສດ. ລະດູການເກັບກ່ຽວປີ 2022, ແຂວງເຊີນລາ ພວມຕັ້ງໜ້າຜັນຂະຫຍາຍບັນດາແຜນການ, ວິທີການຈຳໜ່າຍຜະລິດຕະພັນ, ຊ່ວຍໃຫ້ຊາວກະສິກອນມີຄວາມຫວັງ ໃນລະດູການເກັບກ່ຽວໄດ້ຮັບຜົນດີ.
ເຊີນ​ລາ ຍູ້ແຮງ​ການ​ເຊື່ອມ​ຕໍ່, ຈຳ​ໜ່າຍ​ໝາກ​ໄມ້ - ảnh 1

      ເດືອນພຶດສະພາປີນີ້ ແມ່ນລະດູເກັບກ່ຽວໝາກມ່ວງຢູ່ຫຼາຍທ້ອງຖິ່ນຂອງແຂວງເຊີນລາ (ພາບ: VOV)

   ເດືອນພຶດສະພາປີນີ້ ແມ່ນລະດູເກັບກ່ຽວໝາກມ່ວງຢູ່ຫຼາຍທ້ອງຖິ່ນຂອງແຂວງເຊີນລາ. ດ້ວຍເນື້ອທີ່ປູກຕົ້ນໝາກມ່ວງປະມານ 20.000 ເຮັກຕາ, ຄາດວ່າ ມີປະລິມານໝາກມ່ວງກ່ວາ 60.000 ໂຕນຈະໄດ້ຂາຍໃນປີນີ້. ເອື້ອຍລໍ່ທິລີ ຢູ່ຕາແສງຈ່ຽງເງິ່ນ, ນະຄອນເຊີນລາ ແບ່ງປັນວ່າ:

  ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກມ່ວງໃນເນື້ອທີ່ 4 ເຮັກຕາ, ຄາດວ່າ ປີນີ້ການເກັບກ່ຽວຈະໄດ້ປະມານ 15 ໂຕນ. ສ່ວນຫຼາຍແມ່ນຈະສົ່ງໄປຕະຫຼາດຈີນ, ຈຳນວນໜ້ອຍຈະໄດ້ຈຳໜ່າຍພາຍໃນປະເທດ, ສະນັ້ນ ພວກຂ້າພະເຈົ້າຈຶ່ງໄດ້ເປັນເຈົ້າການໃນການບົວລະບັດ, ຫຸ້ມຫໍ່ໝາກມ່ວງ ເພື່ອສວຍງາມ, ຄຸນນະພາບດີກ່ວາ.

ເຊີນ​ລາ ຍູ້ແຮງ​ການ​ເຊື່ອມ​ຕໍ່, ຈຳ​ໜ່າຍ​ໝາກ​ໄມ້ - ảnh 2

 ເຊີນລາຍູ້ແຮງການເຊື່ອມຕໍ່, ໂຄສະນາ, ແນະນຳຜະລິດຕະພັນຈາກໝາກໄມ້(ພາບ: VOV)

   ໄລ່ສະເພາະແຕ່ນະຄອນເຊີນລາ, ປະຈຸບັນ ມີເນື້ອທີ່ປູກຕົ້ນໄມ້ກິນໝາກກ່ວາ 4000 ເຮັກຕາ, ສ່ວນຫຼາຍແມ່ນປູກຕົ້ນໝາກມ່ວງ, ໝາກໝັ້ນ, ໝາກລຳໄຍ… ປີນີ້, ຍ້ອນຜົນສະທ້ອນຈາກສະພາບດິນຟ້າອາກາດ, ຄາດວ່າ, ປະລິມານໝາກມ່ວງຈະຫລຸດລົງເມື່ອທຽບກັບປີ 2021; ແຕ່ເຖິງແນວນັ້ນກໍ່ຕາມ, ໝາກໄມ້ຊະນິດອື່ນໆຍັງພັດທະນາດີ; ປະລິມານໄດ້ຮັກສາ ແລະ ເພີ່ມຂຶ້ນ. ທາງນະຄອນ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາວິທີການ, ເຊື່ອມຕໍ່, ສົ່ງເສີມການຈຳໜ່າຍຜະລິດຕະພັນໃຫ້ແກ່ ປຊຊ. ທ່ານຫງວຽນເທເຟືອງ, ຮອງປະທານຄະນະກຳມະການ ປຊຊ ນະຄອນເຊີນລາ ໃຫ້ຮູ້ວ່າ:

   ທາງຄະນະກຳມະການ ປຊຊ ນະຄອນ ມີແຜນການຈັດລາຍການສົ່ງເສີມການຄ້າໃຫ້ແກ່ບັນດາສະຫະກອນ, ວິສາຫະກິດ, ຊາວກະສິກອນ ເຂົ້າຮ່ວມແນະນຳ, ສະໜອງຜະລິດຕະພັນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ປັບປຸງ ແລະ ພັດທະນາສະຫະກອນ, ເພື່ອໃຫ້ເປັນຂົວຕໍ່ ຊ່ວຍບັນດາວິສາຫະກິດ ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນ. ພ້ອມທັງຍູ້ແຮງການສ້າງເຄື່ອງໝາຍການຄ້າ ໃຫ້ແກ່ບັນດາຜະລິດຕະພັນ; ນຳບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ, ຍີ່ຫໍ້ອອກສູ່ຕະຫຼາດເພື່ອໂຄສະນາ, ແນະນຳ ແລະ ຈຳໜ່າຍ.

   ແຂວງເຊີນລາ ຖືກຖືວ່າ, ແມ່ນອູ່ຕົ້ນໄມ້ກິນໝາກໃຫ່ຍອັນດັບທີ 2 ຂອງທົ່ວປະເທດ ດ້ວຍເນື້ອທີ່ປູກທັງໝົດໃນທົ່ວແຂວງແມ່ນກ່ວາ 80.000 ເຮັກຕາ ແລະ ມີໝາກໄມ້ຫຼາຍປະເພດ, ໃນນັ້ນ ຕົ້ນຕໍແມ່ນໝາກມ່ວງ ແລະ ໝາກລຳໄຍ, ນອກຈາກນັ້ນ ກໍ່ມີໝາກໝັ້ນ, ໝາກກ້ວຍ, ໝາກອາໂວກາໂດ, ໝາກນອດ…ຄາດວ່າ, ປີນີ້, ຍອດປະລິມານໝາກໄມ້ທົ່ວແຂວງ ຈະບັນລຸໄດ້ທັງໝົດປະມານ 450.000 ໂຕນ. ເພື່ອຊ່ວຍຊາວກະສິກອນອຸ່ນອ່ຽນໃຈອອກແຮງງານ, ທຳການຜະລິດ, ມີລາຍຮັບເປັນປົກກະຕິ. ສະມາຄົມຊາວກະສິກອນແຂວງເຊີນລາ ໄດ້ສົມທົບກັບບັນດາຂະແໜງ, ທ້ອງຖິ່ນຕ່າງໆ ຜັນຂະຫຍາຍຫຼາຍມາດຕະການ, ຮ່ວມເດີນທາງ, ໜູນຊ່ວຍຊາວກະສິກອນ. ທ່ານເລື່ອງຈູງຮຽວ, ປະທານສະມາຄົມຊາວກະສິກອນແຂວງເຊີນລາ ແບ່ງປັນວ່າ:

   ປີ 2022, ພວກຂ້າພະເຈົ້າຈະສືບຕໍ່ຮ່ວມເດີນທາງກັບຊາວກະສິກອນ ໃນການຈຳໜ່າຍຜະລິດຕະພັນກະເສດ, ນຳຜະລິດຕະພັນເຂົ້າບັນດາຊ່ອງຈຳໜ່າຍຂອງສະມາຄົມຊາວກະສິກອນ, ລະບົບການຄ້າເອເລກໂຕນິກ… ພ້ອມກັນນັ້ນ ໄດ້ເຮັດວຽກກັບສະມາຄົມຊາວກະສິກອນບັນດາແຂວງ ນະຄອນ, ວິສາຫະກິດສົ່ງອອກຈຳນວນໜຶ່ງ, ສົມທົບກັບບໍລິສັດໃຫ່ຍໄປສະນີຫວຽດນາມ, ບໍລິສັດໃຫ່ຍລົດໄຟຫວຽດນາມ ເພື່ອຜັນຂະຫຍາຍວິທີການໜູນຊ່ວຍ ເຊີນລາ ສົ່ງຜະລິດຕະພັນກະເສດເຂົ້າຕະຫຼາດພາກກາງ ແລະ ເຂດໄຕງວຽນ.

   ພ້ອມກັນນັ້ນ, ແຂວງເຊີນລາ ກໍ່ຍັງເອົາໃຈໃສ່ຕໍ່ການຊຸ້ກຍູ້ການພັດທະນາ logistics ເປັນໄມ້ງັດໃຫ້ແກ່ການເຄື່ອນໄຫວການຄ້າ, ຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນກະເທດ. ທ່ານນາງ ຟ້າມທິຢວານ ຫົວໜ້າພະແນກອຸດສາຫະກຳການຄ້າແຂວງເຊີນລາ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າກຳນົດວ່າ logistics ແມ່ນຕ່ອງໂສ້ທີ່ສຳຄັນ ໃນການຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດ. ໃນໄລຍະທີ່ຈະມາເຖິງ, ພະແນກອຸດສາຫະກຳການຄ້າແຂວງ ຈະພ້ອມກັບບັນດາພະແນກ, ຂະແໜງການ ເປັນເສນາທິການກັບແຂວງ ໃນການວາງແຜນກຳນົດບັນດາພື້ນຖານໂຄງລ່າງ ເພື່ອພັດທະນາ logistics ຄື: ຄົມມະນາຄົມ, ຄັງສາງ, ບັນດາການບໍລິການ, ແຫຼ່ງຊັບພະຍາກອນມະນຸດ, ຜັນຂະຫຍາຍບັນດານະໂຍບາຍຄືການດຶງດູດເງິນລົງທຶນ, ການໜູນຊ່ວຍພັດທະນາບັນດາສູນ logistic…..

        ປີນີ້,   ແຂວງເຊີນລາ ຈະສົມທົບກັນຈັດຫຼາຍເຫດການທີ່ມີຂອບຂະໜາດໃຫ່ຍ ເພື່ອແນໃສ່ເຊື່ອມຕໍ່, ໂຄສະນາ, ຈຳໜ່າຍຜະລິດຕະພັນກະເສດຄື: Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022; ກອງປະຊຸມເຊື່ອມຕໍ່, ສົ່ງເສີມການຈຳໜ່າຍ, ສົ່ງອອກໝາກມ່ວງ ແລະ ຜະລິດຕະພັນກະເສດເຊີນລາປີ 2022… ໂດຍມີການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ ແລະ ການເປັນເຈົ້າການຂອງແຕ່ລະຄອບຄົວຊາວກະສິກອນ, ສະຫະກອນ, ວິສາຫະກິດ, ປີນີ້, ໝາກໄມ້ນັບແສນໂຕນ ຈະໄດ້ຈຳໜ່າຍເປັນຢ່າງດີ, ໃນນັ້ນ, ມີໝາກໄມ້ 28.000 ໂຕນໄດ້ສົ່ງອອກ, ປະກອບສ່ວນນຳເຄື່ອງໝາຍການຄ້າໝາກໄມ້ເຊີນລາ ໄປເຖິງຫຼາຍຕະຫຼາດໃນໂລກ./.

           

         

ຕອບກັບ

ຂ່າວ/ບົດ​ອື່ນ