ເຊີນ​ລາ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ລຳ​ໄຍ​ຕາ​ມັງ​ກອນ

(VOVWORLD) - ຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ 19, ການຄ້າຂາຍ, ສົ່ງອອກຜະລິດຕະພັນກະເສດນັບມື້ນັບປະສົບກັບຄວາມຫຍຸ້ງຍາກ, ສະນັ້ນ, ບັນດາວິສາຫະກິດຢູ່ແຂວງເຊີນລາ ພວມຍູ້ແຮງການປຸ່ງແຕ່ງຜະລິດຕະພັນ ໃຫ້ເປັນຫຼາຍຮູບຫຼາຍແບບ, ໂດຍສະເພາະແມ່ນຕາມຮູບການປຸງແຕ່ງລົງເລິກ, ເກັບຮັກສາໄດ້ໃນໄລຍະຍາວນານ ເພື່ອແນໃສ່ຫລຸດຜ່ອນກຳລັງດັນຕໍ່ການຈຳໜ່າຍໝາກໄມ້ສົດ ແລະ ຍົກສູງຄຸນຄ່າຂອງຜະລິດຕະພັນ, ຟິຊິດຕະຫຼາດຂອງຫຼາຍປະເທດ, ໃນນັ້ນມີຜະລິດຕະພັນໝາກລຳໄຍ ຕາມັງກອນ.
ເຊີນ​ລາ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ລຳ​ໄຍ​ຕາ​ມັງ​ກອນ - ảnh 1(ການແກ້ແກ່ນລຳໄຍອອກຕຈາກເນື້ອ)

    ຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ 19, ເມື່ອເດືອນກັນຍາປີ 2020, ອ້າຍຫງວຽນດຶກຕວັນ ພ້ອມກັບສະມາຊິກຈຳນວນໜຶ່ງຢູ່ແຂວງເຊີນລາ ໄດ້ສ້າງຕັ້ງບໍລິສັດຫຸ້ນສ່ວນຂາອອກ-ຂາເຂົ້າໝາກໄມ້ເຊີນລາ ຊື່ງແມ່ນບໍລິສັດປຸງແຕ່ງ ແລະ ເກັບຮັກສາຜັກ, ໝາກໄມ້ເປັນຕົ້ນຕໍ, ໃນນັ້ນ ໝາກລຳໄຍແມ່ນໝາກໄມ້ປະເພດທຳອິດໄດ້ນຳເຂົ້າປຸງແຕ່ງ.

  ຕາມອ້າຍ ຫງວຽນດຶກຕວັນ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນຂາອອກ-ຂາເຂົ້າໝາກໄມ້ເຊີນລາ ແລ້ວ, ທາງບໍລິສັດໄດ້ລົງທຶນສ້າງເຕົາອົບແຫ້ງທັນສະໄໝ 5 ເຕົາ ແທນໃຫ້ການອົບແຫ້ງດ້ວຍຖ່ານຝືນຕາມຮູບແບບເກົ່າ, ຊື່ງເຮັດໃຫ້ຄຸນນະພາບຂອງໝາກລຳໄຍຮັບປະກັນກວ່າ, ຈາກຮູບແບບຕະຫຼອດຮອດຫຼັກອະນາໄມຄວາມປອດໄພຂອງສະບຽງອາຫານ, ຕອບສະໜອງໄດ້ຕາມຄຳຮຽກຮ້ອງຕ້ອງການສົ່ງອອກ ໄປຍັງຕະຫຼາດລັດເຊຍ, ໄຕຫວັນ (ຈີນ), ຈີນ:

   ຕໍ່ໜ້າການຜັນແປທີ່ສັບສົນຈາກໂລກລະບາດໃນປີ 2021, ການຈຳໜ່າຍໝາກໄມ້ສົດຂອງປະຊາຊົນ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍ, ສະນັ້ນ, ທາງບໍລິສັດມີການກຳນົດທິດຈະອົບແຫ້ງ ແລະ ປຸງແຕ່ງລົງເລິກດວ້ຍພະລັງຄວາມຮ້ອນ, ເພື່ອຮັບປະກັນຄຸນນະພາບໃຫ້ດີທີ່ສຸດ, ມຸ່ງໄປເຖິງການຂາຍຢູ່ລະບົບຮ້ານສັບພະສິນຄ້າພາຍໃນປະເທດ, ຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ ແລະ ບາງຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງ.

ເຊີນ​ລາ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ລຳ​ໄຍ​ຕາ​ມັງ​ກອນ - ảnh 2

   ຮາກຖານການປຸງແຕ່ງ ແລະ ຜະລິດຕະພັນກະເສດປະເພດຕ່າງໆ ຂອງບໍລິສັດຫຸ້ນສ່ວນຂາອອກ-ຂາເຂົ້າໝາກໄມ້ເຊີນລາ ຢູ່ໜ່ວຍ 6, ຕາແສງຈຽງຊິງ, ນະຄອນເຊີນລາ ມີເນື້ອທີ່ກ້ວາງເກືອບ 8000 ມ2, ລວມທັງເຂດຕັ້ງເຕົາອົບແຫ້ງ, ເຂດຈັດແບ່ງປະເພດ ແລະ ເຂດຫຸ້ມຫໍ່ຜະລິດຕະພັນ ຊື່ງໄດ້ຈັດເປັນເຂດສະເພາະ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ. ກຳມະກອນໄດ້ປະກອບເຄື່ອງປ້ອງກັນການອອກແຮງງານ, ຖົງມື, ຜ້າອັດປາກ…. ເພື່ອຮັບປະກັນເງື່ອນໄຂປ້ອງກັນ, ຕ້ານໂລກລະບາດ ແລະ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານໃນຂັ້ນຕອນການຜະລິດ. ເອື້ອຍ ຟານທິແຮ້ງ ກຳມະກອນຂອງບໍລິສັດ ໄດ້ແບ່ງປັນວ່າ:

   ຄອບຄົວຂ້າພະເຈົ້າມີເນື້ອທີ່ປູກຕົ້ນລຳໄຍ 1 ເຮັກຕາ, ໃນເວລາເກີດໂລກລະບາດນີ້ ກໍ່ບໍ່ສາມາດຈຳໜ່າຍໝາກລຳໄຍໄດ້, ແຕ່ໂຊກດີທີ່ສຸດ ທີ່ບໍລິສັດໄດ້ເກັບຊື້ ແລະ ຮັບຂ້າພະເຈົ້າມາເຮັດວຽກຢູ່ທີ່ນີ້. ລາຍຮັບຂອງຂ້າພະເຈົ້າສະເລ່ຍແມ່ນ 7 ລ້ານດົ່ງ/ເດືອນ ແລະ ນີ້ກໍ່ແມ່ນລະດັບລາຍຮັບທີ່ດີ, ຮັບປະກັນຊີວິດການເປັນຢູ່ໃນຍາມເກີດໂລກລະບາດໄດ້.

    ປະຈຸບັນ, ບໍລິສັດຫຸ້ນສ່ວນຂາອອກ-ຂາເຂົ້າໝາກໄມ້ເຊີນລາ ພວມຍູ້ແຮງການສ້າງເຄື່ອງໝາຍການຄ້າໝາກລຳໄຍ ຕາມັງກອນ ຊື່ງລວມມີ 2 ຜະລິດຕະພັນທີ່ປຸງແຕ່ງຈາກໝາກລຳໄຍສົດຄື: ເນື້ອໝາກລຳໄຍ  ແລະ ໝາກລຳໄຍອົບແຫ້ງ. ສະເພາະ ລະດູໝາກລຳໄຍປີນີ້, ທາງບໍລິສັດໄດ້ເກັບຊື້ໝາກລຳໄຍສົດ ທີ່ໄດ້ມາດຕະຖານ VietGAP ກ່ວາ 3000 ໂຕນເພື່ອມາປຸງແຕ່ງ. ມາຮອດຈຸດເວລານີ້, ກໍ່ໄດ້ສົ່ງ ເນື້ອໝາກລຳໄຍປະມານ 200 ໂຕນ ແລະ ໝາກລຳໄຍອົບແຫ້ງ 100 ໂຕນ ໄປຂາຍຢູ່ຕະຫຼາດຈີນ ດ້ວຍລາຄາແຕ່ 130.000-140.000 ດົ່ງ/ໂລ; ພ້ອມກັນນັ້ນ ກໍ່ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານປະຈຳ 35 ຄົນ, ຜູ້ອອກແຮງງານຕາມລະດູການເກືອບ 100 ຄົນ. ເອື້ອຍ ຫງວຽນທິຮົ່ງ , ຜູ້ອອກແຮງງານຕາມລະດູການຢູ່ບໍລິສັດ ໃຫ້ຮູ້ວ່າ:

   ຂ້າພະເຈົ້າເຮັດອາຊີບແກະແກ່ນໝາກລຳໄຍອອກຈາກເນື້ອມາໄດ້ 2 ປີນີ້ແລ້ວ, ລາຍຮັບໄດ້ປະມານ 280.000-300.000 ດົ່ງຕໍ່ມື້, ກໍ່ພໍຢູ່ພໍກິນໃນແຕ່ລະມື້ ໃນຍາມເກີດໂລກລະບາດປີ 2021 ນີ້.

   ການລົງທຶນເຂົ້າໃນການປຸງແຕ່ງ ແມ່ນມາດຕະການຍົກສູງຄຸນຄ່າຜະລິດຕະພັນກະເສດ, ປະກອບສ່ວນແກ້ໄຂສະພາບການ “ລະດູການເກັບກ່ຽວໄດ້ຮັບຜົນຕີ ແຕ່ ລາຄາຕົກຕ່ຳ” ຊື່ງໄດ້ເກີດຂຶ້ນເປັນປະຈຳ ໃນການຜະລິດກະສິກຳໃນຊຸມປີທີ່ຜ່ານມາ, ໂດຍສະເພາະແມ່ນໃນເງື່ອນໄຂປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ. ການເກັບຊື້, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນລະຫວ່າງວິສາຫະກິດ, ສະຫະກອນ ແລະ ປຊຊ ຢູ່ເຊີນລາ ພວມຄ່ອຍໆສ້າງລະບົບພັດທະນາການຜະລິດ, ດຳເນີນທຸລະກິດແບບຍືນຍົງ, ຮັບມືກັບການຜັນແປທີ່ສັບສົນຈາກໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ