ເທດສະບານຫງ້າໃບ, ຄັນທຸງນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ

(vovworld) –​ ພາຍ​ຫຼັງ​​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເປັນ​ເວ​ລາ 5 ປີ, ເທດ​ສະ​ບານ ​ຫງ້າ​ໃບ, ແຂວງ​ເຮົ້າ​ຢາງ ​ເປັນ​ກຽດ​​ໄດ້ຮັບ​ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ຮັບ​​ຮອງບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ນີ້​ແມ່ນ​ເມືອງ​ທຳ​ອິດ​ຂອງ​ແຂວງ​ເຮົ້າ​ຢາງ ແລະ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເມືອງ​ທຳ​ອິດ​​ຢູ່​ເຂ​ດ​ທົ່ງ​ພຽງ​ແມ່​ນຳ້​ຂອງ ໄດ​້​ຮັບ​ການ​ຮັບ​​ຮອງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ວ່າ ເ​​ປັນ​ເມືອງບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ​ເຊີນ​ທ່ານ​ມາຢ້ຽ​ມ​ຢາມ​ເຂດ​ບ້ານ​ນາ​ທີ່​ມີ​ແມ່​ນ້ຳ 7 ແຍກ​ເປັ​ນເພື່ອ​ເຫັນ​ປະ​ຈ​ັກ​ຕາ​ການ​ປ່ຽນ​ແປງ​ຢູ່​ເຂດ​ດິນ​ແດນນີ້ ຜ່ານ​ບົດ​ຂຽນ “ເທດ​ສະ​ບານ​ຫງ​້າ​ໃບ, ຄັນ​​ທຸງ​ນຳ​ໜ້າໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ” ຂອງ​ເຕີນ​ຟອງ, ນັກ​ຂ່າວ VOV.


ເທດສະບານຫງ້າໃບ, ຄັນທຸງນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
(ເທດ​ສະ​ບານ ​ຫງ້າ​ໃບຮັບ​ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ທີ່​ຮັບ​​ຮອງບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່)


ກ່ອນ​ນີ້ກວ່າ 3 ເດືອນ, ເທດ​ສະ​ບານ​ ​ຫງ້າ​ໃບ ​ໄດ້ຈັດ​ພິ​ທີ​ຕອນ​ຮັບ​ຂໍ້​ຕົກ​ລົງ​ຮັບ​​ຮອງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ​ປະ​ຊາ​ຊົນ​ຕ້ອນ​ຮັບເຫດ​ການນ​ີ້​​ຄື​ດັ່ງ​ຂີດ​ໝາຍ​ພັດ​ທະ​ນາ​ໃໝ່​. ກ່່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ, ໝາກ​ຜົນ​ທີ່​​ໜ້າ​ເອກ​ອ້າງ​ຖະ​ນົງ​ໃຈ ເຊິ່ງ​ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂ​ວງ​ເຮົ້າ​ຢາງ ແລະ ເທດ​ສະ​ບານ​ ​ຫງ້າ​ໃບ ໄດ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ ແລະ ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ.

        “ເທດ​ສະ​ບານ​ ​ຫງ້າ​ໃບ ໄດ້​​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ທ່າ​ແຮງ​ຕົ້ນ​ຕໍ່​​ໃນ​ການຄົມ​ມະ​ນາ​ຄົມ​ທ​າງ​ບົກ, ທາງ​ນ້ຳ, ​ຍືດ​ໝັ້ນມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ບັນ​ລຸກວ່າ 45 ລ້ານ​/ຄົນ ໃນ​ປີ 2015. 100% ຈຳ​ນ​ວນ​ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ແມ່ນ​ຫົວ​ໜ່ວຍ​ຂັ້ນ​ເມືອງ​ແຫ່ງ​ທຳ​ອິດ​ຢູ່​ເຂດ​ທົ່ງ​ພ​ຽງ​ແມ່ນ​ນຳ​້​ຂ​ອງ ໄດ້​ຮັບ​ການ​ຮັບ​ຮອງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່​​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ນີ້​ແມ່ນ​ຄວາມ​ເປັນ​ກຽດ, ​ມີ​ຄວາມເອກ​ອ​້າງ​ຖະ​ນົງ​ໃຈ​​ຢ່າງ​ແທດ​ຈິງຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ເຮົ້າ​ຢາງ ເວົ້າ​ລວມ, ເທດ​ສະ​ບານ​ ​ຫງ້າ​ໃບ ເວົ້າ​ສະ​ເພາະ, ທີ່​ໄດ້​ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້​າ​ໃນ​ຜົນ​ງານ​ລວມ​ຂອງ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”.

        ໄລ​ຍະ 5 ປີ​ກ່ອນນີ້, ເທດ​ສະ​ບານ​ ​ຫງ້າ​ໃບ ມີ 3 ຕາ​ແສງ​ໄດ້​​ຮັບ​ເລືອກ​ເຟັ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ ລວມ​ມີ: ດ້າຍ​ແທ່ງ, ເຕີນ​ແທ່ງ ແລະ ຮ​ຽບ​ເລີຍ, ໃນ​ນັ້ນ ດ້າຍ​ແທ່ງ ແມ່ນ​ຕາ​ແສງ​​ທີ່​ເປັນ​ແບບ​ຢ່າງ​ຂອງ​ແຂວງ. ນັບ​ແຕ່ຊຸມ​ມື້​ທຳ​ອິດ, ​ອຳ​ນາດ​ການ​ປົກ​ຄ​ອງເທດ​ສະ​ບານ​ ​ຫງ້າ​ໃບ ໄດ້​ວາງ​​ບັນ​ດາ​ທິດ​ທາງ, ບາດ​ກ້າວ​ລະ​ອຽດ, ພິ​ເສດ​ແມ່ນ​ແນະ​ນ​ຳ, ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ທ້ອງ​ຖິ່​ນ​ປະ​ຕິ​ບັດ. ດ້ວຍ​ແຫ່ຼງ​ເງິນ​ລົງ​ທຶນ​ທັງ​ໝົດ​ແມ່ນ​ເກືອບ 848 ຕື້​ດົ່ງ, ໃນ​ນັ້ນ​​ແຫຼ່ງ​ລາຍ​ຈາຍ​ຈາກ​ງົບ​ປະ​ມານ​ແຫ່ງ​ລັດ​ ​ກ່ວມ​ເອົາ 33%, ສ່ວນ​ຍັງ​ເຫຼືອ​ແມ່ນ​ທຶນຈາກ​ບ້​ວງ​ສິນ​ເຊື່ອ, ທຶນ​ປະ​ກອບ​ຂອງວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ໃນ​ນັ້ນ​ປະ​ຊາ​ຊົນ​ປະ​ກອບ​ທຶນ​ເກືອບ 30%, ເທດ​ສະ​ບານ​ ​ຫງ້າ​ໃບ ໄດ້ປັບ​ປ​ຸງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​​ຊົນ​ນະ​ບົດ​ເທື່ອ​ລະ​ກ້າວຢູ່​ບັນ​ດາ​ຕາ​ແສງ​ຄື: ​ບັນ​ດາ​ກິດ​ຈະ​ກຳໄຟ​ຟ້າ, ທາງ​ຄົມ​ມະ​ນາ​ຄົມ, ໂຮງ​ຮຽນ, ​ສຸກ​ສາ​ລາ, ຫໍ​ວັດ​ທະ​ນະ​ທຳ​ບ້ານ, ພ້ອມ​ທັງ​ຂົນ​ຂວາຍ​ປະ​ຊາ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ທິວ​ທັດ​ທຳ​ມະ​ຊາດ​ສິ່ງ​ແວດ​ລ້ອມ​ທີ່​ຂຽວ, ສະ​ອາດ ແລະ ສວຍ​ງາມ.


ເທດສະບານຫງ້າໃບ, ຄັນທຸງນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 2
(ພາບ​: thiduakhenthuongvn)

ພາຍ​ຫຼັງ 3 ປີ​ແຫ່ງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງ ດ້າຍ​ແທ່ງ ໄດ້​ສຳ​ເລັດ​ບັນ​ດາ​ມາດ​ຖານ ແລະ ໄດ້​ຮັບ​ການ​ຮັບ​ຮອງ​ວ່າ​ແມ່ນ​ຕາ​ແສງ​ຊົນ​ນະ​ບົດ​ໃໝ່. ນີ້​ກ​ໍ່​ແມ່ນ​ຕາ​ແສງ​ຊົນ​ນະ​ບົດ​​ໃໝ່ທຳ​ອິດ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ​້ຳ​ຂອງ. ໃນ​ຊຸມ​ປີ​ຕໍ່​ໄ​ປ, ດ້​ວຍ​ບັນ​ດາ​ບາດ​ກ້າວ​ຢ່າງ​ໝັ້ນ​ຄົງ, ເໝາະ​ສົມ, ​ການສູ້​​ຊົນ​ ແລະ ​ຄວາມມາ​ນະ​ພະ​ຍາ​ຍາມຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ​ບັນ​ດາ​ຕາ​ແສງ​ທີ່​ຍັງ​ເຫຼືອ​ຂອງ​ເທດ​ສະ​ບານ ຫງ້າ​ໃບ ຈະ​ໄດ້​ຮັບ​ການ​ຮ​ັບ​ຮອງ​ເປັນ​ຕາ​ແສງ​ຊົນ​ນະ​ບົດ​ໃໝ່​ຕາມ​ລະ​ດັບ. ໃຫ້ສັງ​ເກດ​ກ່ຽວ​ກັບ​ວິ​ວັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຂອງເທດ​ສະ​ບານ​ ​ຫງ້າ​ໃບ, ທ່ານ ຫງວຽນ​ລຽນ​ຄວາ, ອະ​ດີດ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເຂົ້າ​ເຮົ້າ​ຢາງ ໃຫ້​ຮູ້​ວ່າ.

        “ສິ່ງ​ສຳ​ຄັນແມ່ນ​ການຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງເທດ​ສະ​ບານ​ ​ຫງ້າ​ໃບ ​ເປັນລະ​ບຽ​ບ​​ທີ່​ສຸດ. ພະ​ນັກ​ງານ, ອຳ​ນາດ​ການ​ປົກ​ຄ​ອງມີ​ຄວາມ​ຮູ້​ອີງ​ໃສ່​ປະ​ຊາ​ຊົນ, ສະ​ນັ້ນ, ເມື່ອ​ຜັນ​ຂະ​ຫຍາຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ສູງ​ສຸດ. ​ສິ່ງ​ດັ່ງ​ກ່າວ ໄດ້​ຊ່ວຍ​​ເທດ​ສະ​ບານ​ ​ຫງ້າ​ໃບ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​”.

        ຄຽງ​ຂ້າງ​ການ​ລົງ​ທຶນ​ປະ​ກອບພາ​ຫະ​ນະກົນ​ຈັກ, ຈາກ​ຂອດ​ເຮັດ​ດິນ​ເຖິງ​ການ​ເກັບ​ກຽວເພື່ອ​ໃຫ້​ຫຼຸດ​ຜ່ອນ​ແຮງ​ງານ, ເທດ​ສະ​ບານ​ຍັງ​ຊີ້​ນຳ​ສ້າງ​ຕ​ັ້ງ​ເຂດ​ຜ​ະ​ລິດ​ລວມ​ສຸມ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ, ສ້າງ​ຮູບ​ແບບ​ຜະ​ລິດ​ທີ່​ເປັນ​ແບບ​ຢ່າງ ຈາກນັ້ນ​​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຕາມນັ້ນ​ແລ້ວ, ຕາ​ແສງ ດ້າຍ​ແທ່ງ ແລະ ເຕີນ​ແທ່ງ ມີ​​​ເງື່ອນ​ໄຂ​ທີ່ດິນ​ເໝາ​ະ​ສົມ​ກັບ​ການ​ປູກ​ຕົ້ນໝາ​ກກ້ຽງ, ສຸມ​ໃສ່​ກໍ່​ສ້າງ​ລະ​ບົບ​ຂັນ​ຄູ, ຮັບ​ປະ​ກັບ​ແຫຼ່ງ​ນ້ຳ… ເທດ​ສະ​ບານ​ກໍ​ໄດ້​ຈົດ​ທະ​ບຽນ​ເຄື່ອງ​ໝາຍ​ການ​ຄ້າ “ໝາກ​ກ້ຽງ​ ​ຫງ້າ​ໃບ”, ທັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕ​ະ​ການ​ແກ້​ໄຂ, ນະ​ໂຍ​ບາ​ຍ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ, ບື​ນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ. ຍ້ອນ​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ ແລະ ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ໜຸນ​ຊ່ວຍ​ເປັນ​ຢ່າງ​ດີ, ສະ​ນັ້ນ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເມື່ອ​ລະ​ກ້າວ. ປະ​ຈຸ​ບັນ​, ປະ​ຊາ​ຊົນເທດ​ສະ​ບານ​ ​ຫງ້າ​ໃບ ໄດ້​ມີ​ລາຍ​ຮັບ​ສະ​ເລ່ຍ 45 ລ້ານ​ດົ່ງ/ປີ. ທ່ານ ລື​ວັນ​ມື່ງ, ຢູ່​ບ້ານ ດົງ​ອານ​ອາ, ຕາ​ແສງດ​້າຍ​ແທ່ງ, ເທດ​ສະ​ບານ​ ​ຫງ້າ​ໃບ ເວົ້າ​ຄວາມ​ໃນ​ໃຈ​ສ​ູ່​ກັນວ່າ.

        “ເມື່ອ​ທຽບ​ໃສ່​ການ​ປູກ​ເຂົ້າ​ໃນ​ເມື່ອ​ກ່ອນ, ປະ​ຈຸ​ບັນ​ລາຍ​ຮັບ​ໄດ້​ຂຶ້ນ​ເຖິງ​ທົບ 30 ເທົ່າ. ກ່ອນນີ້, ດ້ວຍ​ 15 ​ແຮງ​ງານ, ຂ້າ​ພະ​ເຈົ້າເກັບ​ກ່​ຽວ ແລະ ຂ້າຍ​ໄດ້​ 45 – 50 ລ້ານ​ດົ່ງ/​ເຮັກ​ຕາ/ປີ, ແຕ່​ປະ​ຈຸ​ບັນ​, ດ້ວຍ 15 ແຮງ​ງານ ຈະ​​ເກັບ​ກ່ຽວ ແລະ ຂາຍ​ໄດ​້​ນັບ​ຕື້​ດົງ/ປີ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃຜໆ​ກໍ​ຄົບ​ຖ້ວນ, ບໍ່​ປະ​ສົບ​ກັບ​ຄວາມ​ຫຍ​ຸ້ງ​ຍາກ​ຄືເມື່ອກ່ອນ​ອີກ”.

        ​ເລື່ອງ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດ​ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ຍາກ​ຫຼາຍ​​, ແຕ່​​ການຮັກ​ສາ ແລະ ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຈາກ​ບັນ​ດາ​ມາດ​ຖານ​ດັ່ງ​ກ່າວ​​ຍິ່ງຫຍຸ້ງ​ຍາກກວ່າ. ເທດ​ສະ​ບານ​ ​ຫງ້າ​ໃບ ສືບ​ຕໍ່​ສູ້​ຊົນ​ຮັບ​ປະ​ກັນ​ຊີ​ວິ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​​ຂອງ​ປະ​ຊາ​ຊົນໃຫ້​ປີນີ້​ສູງກວ່າ​ເມື່ອ​ທຽບ​ໃສ່​ປີິ​ກ່ອນ. ທ່ານ ຫງວຽນ​ທ້ຽນ​ເຍີນ, ເລ​ຂາ​ຄະ​ນະ​ພັກ​ເທດ​ສະ​ບານ​ ​ຫງ້າ​ໃບ ໃຫ້​ຮູ້​ວ່າ.

        “ພວ​ກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປ່ຽນ​ໃໝ່​ໃນ​ວຽກ​ງານ​ຍົກ​ສູງ​ບັນ​ດາ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ດ້ວຍ​ວິ​ທີກວ​ດ​ກາ, ກະ​ຕຸກ​ຊຸກ​ຍູ້​ເປັນ​ປະ​ຈຳ, ​ພວກ​ຂ້າ​ພະ​ເຈົ້າ​ຈະເອົາ​ໃຈ​ໃສ່​ເຖິງ​ບັນ​ດ​າມາດ​ຖານ​ທີ່​ຍັງ​​ຂາດ​ລັກ​ສະ​ນະ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ, ເ​ອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເພື່ອ​ເຮັດ​ແນ​ວ​ໃດ​ໃຫ້​ມີ​ການ​ຊີ້​ນຳ ແລະ ​ການຈັດ​ຕັ້ງ​ການ​ປະ​ຕິ​ບັດ​ຕິດ​ແທດ​ກັບ​ສະ​ພາບ​ຕົວ​ຈິງ ແລະ ບັນ​ລຸ​ໄດ້​ບັນ​ດາ​ເນື້ອ​ໃນ​ຕາມ​ຄວາມ​ຮຽກ​ຮ້ອງ”.

        ຄຽງ​ຂ້າງ​ການ​ຍົກ​ສູງລະ​ດັບ​ບັນ​ດ​າ​ມາດ​ຖານ​​ກໍ່​ສ້າງຊົນ​ນະ​ບົດ​ໃໝ່, ບັນ​ດາ​ຕາ​ແສງ​ຢູ່ເທດ​ສະ​ບານ​ ​ຫງ້າ​ໃບ ສືບ​ຕໍ່​ຫັນ​ປ່ຽນ​ໂຄງ​ປະ​ກອບ​​ຜົນ​ລະ​ປູກ​ຕົ້​ນ​ໄມ້, ສັດ​ລ້ຽງ​ຢູ່​ບັນ​ດາ​ຕາ​ແສງ. ພ້ອມ​ກັນ​ນັ້ນ, ດ້​ວຍ​ການຍົກ​ສູງ​ລັກ​ສະ​ນະ​​​ປະ​ສິດ​ທິ​ຜົນໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​, ອຳ​ນາດ​ການ​ປົກ​ຄອງ​​ຕາ​ແສງ​ສືບ​ຕໍ່​ຊີ້​ນຳ​​ປັບ​ປຸງການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ໜ່ວຍ​ຮ່ວມ​ມື ​ກໍຄື​ສະ​ຫະ​ກອນ​ກະ​ສິ​ກຳ​. ເລື່ອງ​​ປັບ​ປຸງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຫົວ​ໜ່ວຍ​​ສະ​ຫະ​ກອນ ເພື່ອ​ແນ​ໃສ່​ສ້າງ​​ລະ​ບົບມູນ​ຄ່າ​​ສິນ​ຄ້າ​ກະ​ສິ​ກຳ​ທີ່​ມີ​ມູນ​ຄ່າ​ສູງ, ​ສາ​ມາດຕອບ​ສະ​ໜອງ​​ໄດ້ຄວາມ​ຕ້ອງ​ການ​ແກ່ງ​ແຍ່ງ​ໃນ​ຕະ​ຫຼ​າ​ດ​ຢ່າງ​ພຽງ​ພໍ.

ຕອບກັບ

ຂ່າວ/ບົດ​ອື່ນ