ເມືອງ ນາມດົງ ແຂວງເທື່ອທ່ຽນເຫ໋ວ ຮ່ວມແຮງຮ່ວມໃຈກໍ່ສ້າງ“ຊົນນະບົດໃຫມ່”

(vovworld) ເມືອງພູດ​ອຍ ນາມ​ດົງ, ​ແຂວງ​ເທື່ອ​ທຽນ​ເຫ໋ວ, ມີ​ປະຊາຊົນ​ເກືອບ 45.000 ຄົນ, ​ໃນ​ນັ້ນ​ຊາວ​ເຜົ່າ​ສ່ວນ​ຫນ້ອຍ​ກວມ​ເກືອບ​ເຄິ່ງໜຶ່ງ, ຫຼາຍ​ກວ່າ​ໝູ່ ​ແມ່ນ​ເຜົ່າ ​ເກີ​ຕູ, ສ່ວນ​ຍັງ​ເຫຼື​ອແມ່ນ​ເຜົ່າ​ອື່ນໆ​ຄື: ຕາ​ໂອຍ, ປາ​ໂກ, ປາ​ຮີ, ​ເວິນ​ກ່ຽວ…. ​​ແຂວງ​ເທື່ອ​ທຽນ​ເຫ໋ວ ​ໄດ້​ຄັດ​ເລືອກເມືອງ​ ນາມ​ດົງ ​ເພື່ອ​ປະຕິບັດ​ທົດ​ລອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄລຍະ 2011 – 2015. ​ແຜນ​ນະ​ໂຍບາຍ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ເປັນ​ຢ່າງ​ດີ.

ເມືອງ ນາມດົງ ແຂວງເທື່ອທ່ຽນເຫ໋ວ ຮ່ວມແຮງຮ່ວມໃຈກໍ່ສ້າງ“ຊົນນະບົດໃຫມ່” - ảnh 1

ເມືອງພູດອຍນາມດົງ ແຂວງເທື່ອທຽນເຫວ໋ ກໍ່ສ້າງຊົນນະບົດໃໝ່

(ພາບ: google.com.vn)

        ຕາ​ແສງ​ ເທື້ອງ​ເຍິດ, ​ເມືອງ​ນາມ​ດົງ​ ມີປະຊາຊົນ​ເກືອບ 500 ຄອບຄົວ, ສ່ວນ​ຫຼາຍ​ແມ່ນ​ເຜົ່າ​​ເກີ​ຕູ. ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ສ່ວນ​ຫຼາຍ​ແມ່ນ​ອີງ​ໃສ່​ຕົ້ນ​ຢາງພາລາ, ​ເຮັດ​ເສດຖະກິດ​ສວນ ​ແລະ ປູກ​ປ່າ; ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ແຕ່ລະ​ປີ​ບັນລຸ 10 ລ້ານ​ດົ່ງ. ​ເມື່ອ​ຕາ​ແສງ​ໄດ້​ຮັບ​ເລືອກ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລັດ​ໄດ້​ລົງທຶນ 6,2 ຕື້​ດົ່ງ ​ໃຫ້​ແກ່​ການ​ກໍ່ສ້າງ​ທາງ​ຄົມມະນາຄົມຊົນນະບົດ​ດ້ວຍ​ເບ​ຕົງ, ຍົກ​ລະດັບ​ສຸກສາລາ, ​ໂຮງຮຽນ​ອະນຸບານ, ຫໍ​ວັດທະນະ​ທຳ, ​ເຂດຫຼິ້ນ​ກິລາ… ມາ​ຮອດ​ປະຈຸ​ບັນ, ທົ່ວ​ຕາ​​ແສງ​ສາມາດ​ປະຕິບັດ​ມາດ​ຕະຖານ​ຊົນນະບົດ​ໃໝ່​ໄດ້ 10/19 ມາດຕະຖານ. ທ່ານ Nguyen Ngoc Moi, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ຕາ​ແສງ​ ເທື້ອງ​ເຍິດ, ​ໃຫ້​ຮູ້​ວ່າ:

        ”ຍາມ​ໃດຄະນະ​ກຳມະການ​ແນວ​ໂຮມ​ຕາ​ແສງກໍ່​ມີ​ການ​ປະສານ​ສົມທົບ​ກັນກັບ​ອຳນາດ​ການ​ປົກຄອງ, ​ແລະ ​ແຕ່​ລະ​ຄອບຄົວຢ່າ​ງ​ແໜ້ນ​ແຟ້ນ ​ເພື່ອ​ໂຄສະນາ, ຂົນຂວາຍ​ພໍ່​ແມ່​ປະຊາຊົນ​ໃນ​ຕາ​ແສງ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພື່ອ​ບັນລຸ​ໄດ້ 19 ມາດຕະຖານ​ທີ່​ໄດ້​ວາງ​ອອກ, ​ແນວ​ໂຮມ ​ແລະ ທຸກຂະ​ແໜງ​ການ ຕ້ອງ​ຂົນຂວາຍ​ປະຊາຊົນ​ປະກອບ​ທີ່​ດິນ, ຕົ້ນ​ໄມ້ ​ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​. ບັນດາ​ມາດຕະຖານ​ໃດ​ທີ່​ມີ​ຢູ່​ແລ້ວ, ປະຕິບັດ​ງ່າຍ ຈະ​ຂົນຂວາຍ​ປະຊາຊົນ​ເຮັດ​ກ່ອນ, ບັນດາ​ມາດຕະຖານ​ໃດ​ຍັງ​ຄ້າງ​ຄາ ​ແລະ​ ຫຍຸ້ງຍາກ​ແມ່ນ​ເຮັດ​ຕາມ​ຫຼັງ”.

        ສ່ວນ​ຢູ່​ຕາ​ແສງ​ເຮືອງ​ເຊີນ, ​ເມືອງ​ນາມ​ດົງ, ມີ​ກວ່າ 300 ຄອບຄົວ​ຊາວ​ເຜົ່າ​ເກີ​ຕູ ​ໄດ້​ປູກ​ຢາງພາລາ 400 ​ເຮັກຕາ ​ແລະ ຕົ້ນ​ໄມ້​ອື່ນ 300 ​ເຮັກຕາ. ບັນດາຄອບຄົວ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ມີ​ປ່າ, ຄອບຄົວ​ມີ​ເນື້ອ​ທີ່​ຫຼາຍ​ສຸດ​ແມ່ນ 6 ​ເຮັກຕາ, ຄອບຄົວ​ມີ​ເນື້ອ​ທີ່​ໜ້ອຍ​ສຸດ​ແມ່ນ 2 ​ເຮັກຕາ. ​ເສດຖະກິດ​ສວນ, ລ້ຽງສັດ ກໍ່​ນຳ​ມາ​ເຊິ່ງ​ແຫຼ່ງລາຍ​ຮັບ​ຫຼວງ​ຫຼາຍໃຫ້​ແກ່​ຊາວ​ຊົນເຜົ່າ. ມີ​ຫຼາຍ​ຄອບຄົວ​ແຕ່ລະ​ປີ​ບັນລຸ​ລາຍ​ຮັບ​ແຕ່ 60 ​ເຖິງ 100 ລ້ານ​ດົ່ງ. ​ໂດຍ​ຕອບ​ສະໜອງ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ຊົນເຜົ່າ​ໄດ້​ລົງທຶນ​ ຂຸດ ​ແລະ ກໍ່​ນ້ຳສ້າງ, ທາງ​ເບ​ຕົງ​ເຊື່ອມ​ຕໍ່​ບ້ານ​ກັບ​ບ້ານ. ທ່ານ Tran Xuan Bh La, ຊາວ​ເຜົ່າ​ບ້ານ 7, ຕາ​ແສງ​ເຮືອງ​ເຊີນ,​ ໃຫ້​ຮູ້ວ່າ:

        ”ຊາວ​ຊົນເຜົ່າ​ໃນ​ບ້ານ, ​ໃຜໆ​ກໍ່​ຢາກ​ເຮັດ​ໃຫ້​ບ້ານ​ຂອງ​ຕົນ​ມີ​ການ​ປ່ຽນ​ໃໝ່, ຂຽວ, ສະອາດ ​ແລະ ສວຍ​ງາມ, ມີ​ທາງ​ຄົມມະນາຄົມ​ກວ້າງຂວາງ​ເພື່ອ​ໄປມາ​ຢ່າງ​ສະດວກ​ສະບາຍ, ດັ່ງ​ນັ້ນ​ທຸກ​ຄົນ​ໄດ້​ປະກອບສ່ວນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ປະຈຸ​ບັນ, ໝູ່​ບ້ານ​ໄດ້​ມີ​ທາງ​ເບ​ຕົງ, ມີ​ຕົ້ນ​ໄມ້​ຢູ່​ລຽບ​ຕາມ 2 ຝາກ​ທາງ, ຊີວິດ​ຂອງ​ປະຊາຊົນ​ໄດ້​ພັດທະນາ​ຢ່າງ​ເຫັນ​ໄດ້​ຊັດ, ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ”.

ເມືອງ ນາມດົງ ແຂວງເທື່ອທ່ຽນເຫ໋ວ ຮ່ວມແຮງຮ່ວມໃຈກໍ່ສ້າງ“ຊົນນະບົດໃຫມ່” - ảnh 2

ເມືອງພູດອຍນາມດົງ ແຂວງເທື່ອທຽນເຫວ໋ ກໍ່ສ້າງຊົນນະບົດໃໝ່

(ພາບ: google.com.vn)

        ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ນາມ​ດົງ, ​ແຂວງ​ເທື່ອ​ທຽນ​ເຫ໋ວ ​ໄລຍະ 2011 – 2015 ​ແມ່ນ​ສຸ​ມໃສ່​ພັດທະນາ​ເສດຖະກິດ​ສວນ, ປ່າ​ຢ່າງ​ໝັ້ນຄົງ. ສູ້​ຊົນ​​ເຮັດ​ໃຫ້​ເນື້ອ​ທີ່ສວນ​ແຕ່ລະ​ເຮັກຕາຈະ​ສ້າງ​ລາຍ​ຮັບ​ໄດ້​ແຕ່ 27 – 30 ລ້ານ​ດົ່ງ​ຕໍ່​ປີ, ສະ​ເພາະ​ຕົ້ນ​ຢາງພາລາ​ບັນລຸ​ໄດ້​ແຕ່ 45 – 50 ລ້ານ​ດົ່ງ; ​ເສດຖະກິດ​ປ່າ​ແຕ່ 40 – 45 ລ້ານ​ດົ່ງ​ຕໍ່​ເຮັກຕາ​ຕໍ່​ປີ… ທ່ານ Ngo Van Chien, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ນາມ​ດົງ, ​ໃຫ້​ຮູ້​ວ່າ:

        ”​ເມືອງ​ນາມ​ດົງ​ສູ້​ຊົນ​ກາຍ​ເປັນ​ຊົນນະບົດ​ໃໝ່​ໃນ​ປີ 2015, ປີ 2012 ສູ້​ຊົນ​ເພື່ອ​​ມີ 2 ຕາ​ແສງຊົນນະບົດ​ໃໝ່, ປີ 2014 ມີ 3 ຕາ​ແສງ, ປີ 2015 ມີ 3 ຕາ​ແສງ​ຊົນນະບົດ​ໃໝ່. ສ່ວນ 2 ຕາ​ແສງ​ເທື້ອງລອງ ​ແລະ ​ເຮືອງ​ຮື້​ວ (Huong Huu) ອັດຕາ​ຄອບຄົວ​ທີ່​ທຸກ​ຍາກ​ຍັງ​ສູງ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ຮອດ​ປີ 2015 ບັນລຸ​ໄດ້ 80% ມາດຕະຖານ​ທີ່​ໄດ້​ວາງ​ອອກ. ປະຈຸ​ບັນ, ທົ່ວ​ລະບົບ​ການ​ເມືອງ​ໄດ້​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

        ນອກຈາກ​ບັນດາ​ມາດຕະຖານ​ທີ່​ເປັນ​ພື້ນຖານ​ໃນ​ຈຳນວນ 19 ມາດຕະຖານ​​ແລ້ວ, ບັນດາ​ມາດຕະຖານ​ທີ່​ຍັງ​ເຫຼື​ອຄື ​ແຕ່​ລະ​ຕາ​ແສງ​ຕ້ອງ​ມີ​ຕະຫຼາດ, ຫັນ​ແຮງ​ງານຈາກ​ກະ​ສີ​ກຳ​ໄປ​ສູ່​ອຸດສາຫະກຳນັ້ນ ​ແມ່ນ​ບັນດາ​ມາດຕະຖານ​ຍາກ​ທີ່​ຈະ​ປະຕິບັດ​ໄດ້​ຢູ່​ເມືອງ​ພູດ​ອຍຄື​ນາມ​ດົງ.

        ​ມາ​ຢ້ຽມຢາມ​ນາມ​ດົງ, ​ໃຜໆ​ກໍ່​ຮູ້ສຶກ​ໄດ້​ການ​ປ່ຽນ​ໃໝ່​ຂອງ​ເຂດ​ດິນ​ແດນ​ແຫ່ງ​ນີ້. ດ້ວຍ​ທາງ​ຢູຢາງ, ທາງ​ເບ​ຕົງ​ໄປ​ຍັງ​ໝູ່​ບ້ານ, ມີ​ໂຮງຮຽນ​ຖືກ​ກໍ່ສ້າງ​ແບບ​ຖາວອນ. ປະຈຸ​ບັນ, ພະນັກງານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ເມືອງ​ນາມ​ດົງ, ​ແຂວງ​ເທື່ອ​ທຽນ​ເຫວ໋ ພວມ​ສືບ​ຕໍ່​ສຸມ​ກຳລັງ​​ເຫື່ອ​ແຮງໃຫ້​ແກ່​ການ​ກໍ່ສ້າ​ງຊົນນະບົດ​ໃໝ່. ດ້ວຍ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຖືກ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ​ເມືອງ​ນາມ​ດົງ ບໍ່​ພຽງ​ແຕ່​ສູ້​ຊົນ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ​ເທົ່າ​ນັ້ນ, ຫາກ​ຍັງ​ສູ້​ຊົນ​ກາຍ​ເປັນ​ເມືອງ “ຊົນນະບົດ​ທີ່​ເປັນ​​ແບບຢ່າງ”ຂອງ​ແຂວງ​ເທື່ອ​ທຽນ​ເຫວ໋ ​ໃນ​ປີ 2015 ອີກ​ດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ