ເມືອງທໍ້ຊວນ, ແຂວງແທງຮ໋ວາ ກໍ່ສ້າງຊົນນະບົດໃໝ່

(vovworld) - ​ໂດຍ​ແມ່ນ​ເມືອງ​ໜຶ່ງ​ຢູ່​ເຂດ​ພູດ​ອຍ, ຫ່າງ​ຈາກ​ນະຄອນ​ແທງ​ຮ໋ວາ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ເກືອບ 50 ກມ. ທໍ້​ຊວນ​ ແມ່ນ​ໜຶ່ງ​ໃນ​ບັນດາ​ເມືອງ​ນຳ​ໜ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ບັນລຸ​ບາດກ້າວ​ພັດທະນາ​ໃໝ່​ໃນ​ຂົງ​ເຂດ​ເສດຖະກິດ​ກະ​ສີ​ກຳ, ຊົນນະບົດ. ພິ​ເສດ, ພາຍຫຼັງ​ເກືອ​ບ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ; ລະບົບ​ການ​ເມືອງ, ຄວາມ​ໝັ້ນຄົງ​ໃນ​ສັງຄົມ​ໄດ້​ຮັບ​ການ​ຮັກສາ​ໄວ້…ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ດັ່ງກ່າວ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້ທໍ້​ຊວນ​ ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່.

ເມືອງທໍ້ຊວນ, ແຂວງແທງຮ໋ວາ ກໍ່ສ້າງຊົນນະບົດໃໝ່ - ảnh 1

ເມືອງທໍ້ຊວນ ກໍ່ສ້າງຊົນນະບົດໃໝ່

(ພາບ: google.com.vn)

        ​​ເມືອງທໍ້​ຊວນ ​ໄດ້​ຜັນ​ຂະຫຍາຍໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່ 37 ຕາ​ແສງ​ໃນ​ເມືອງ. ພິ​ເສດ, ວຽກ​ງານ​ໂຄສະນາ​ໄດ້​ຮັບ​ການ​ຍູ້​ແຮງ. ຂະ​ບວນການ​ແຂ່ງຂັນ ”ທໍ້​ຊວນ​ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່” ​ໂດຍ​ເມືອງ​ປຸກລະດົມ​ ​ໄດ້​ບັນລຸ​ຜົນ​ງານ​ໃນ​ເບື້ອງ​ຕົນ. ມາ​ຮອດ​ປະຈຸ​ບັນ, 100% ຈຳນວນ​ຕາ​ແສງ​ໃນ​ເມືອງ​ທໍ້​ຊວນ ​ໄດ້​ປະຕິບັດ​ສຳ​ເລັດ​ວຽກ​ງານ​ສຳ​ຫຼວດ, ຕີ​ລາຄາ​ສະພາບ​ຕົວ​ຈິງ​ຢູ່​ເຂດ​ຊົນນະບົດ ​ແລະ ວາງ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່. ຜ່ານ​ການ​ກວດກາ​ຕີ​ລາຄາ​ກໍ່​ເຫັນ​ວ່າ ​ເມືອງ​ທໍ້​ຊວນ ມີ 30 ຕາ​ແສງບັນລຸ​ແຕ່ 5-8/19 ​ມາດຖານ​ແຫ່ງ​ຊາດ. ກໍ່​ເຊັ່ນ​ດຽວ​ກັບ​ບັນດາ​ທ້ອງ​ຖີ່​ນອື່ນໆ​ວຽກ​ງານກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ທໍ້​ຊວນ ​ໃນ​ເບື້ອງ​ຕົ້ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຄື: ການ​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ຢູ່​ບາງ​ຕາ​ແສງ​ຍັງ​ຊັກ​ຊ້າ; ລາຍ​ຮັບ​ຂອງ​ປະຊາຊົນ​ບໍ່​ທັນ​ສູງ​ປານ​ໃດ; ​ແຫຼ່ງທຶນ​ຈາກ​ງົບປະມານ​ຍັງ​ຈຳກັດ​ຢູ່… ​ແຕ່​ໃນ 2 ປີຜ່ານ​ມາ, ​ເລື່ອງຜັນ​ຂະຫຍາຍ​ການກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ​ເມືອງ​ທໍ້​ຊວນ ​ພັດ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ຕັ້ງໜ້າ. ທົ່ວ​ແຂວງ​ໄດ້​ກໍ່ສ້າງ ​ແລະ ຍົກ​ລະດັບ​ເຮືອນ​ຢູ່​ໄດ້​ກວ່າ 600 ຫຼັງ, ກໍ່ສ້າງ​ຄອງ​ເໝືອງ​ລະບາຍ​ນ້ຳ​ໄດ້​ກ່ວາ 6 ກມ; ກໍ່ສ້າງ​ທາງ​ຄົມມະນາຄົມ​​ເຊື່ອມ​ຕໍ່​ຕາ​ແສງ, ບ້ານໄດ້​ເກືອ​ບ 100 ກມ. ນອກ​ນັ້ນ​ຍັງ​ບຸລະນະ​ສ້ອມ​ແປງ​ຫໍ​ວັດທະນະທຳ, ສູນ​ກິລາ​ຂອງ​ບ້ານ, ຕາ​ແສງ​ໄດ້​ກວ່າ 50 ​ແຫ່ງ ກໍ່​ຄື​ຫ້ອງ​ຮຽນ​ທຸກຊັ້ນ​ນັບ​ຮ້ອຍ​ຫ້ອງ. ທ່ານ Le Huy Hoang , ຮອງ​ປະທານ​ເມືອງ​ທໍ້​ຊວນ, ຮອງຫົວໜ້າ​ຄະນະ​ຊີ້​ນຳ​ການກໍ່ສ້າງ​ຊົນນະ ບົດ​ໃໝ່, ​ໃຫ້​ຮູ້​ວ່າ:

        ”ສຳ​ຫຼັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​, ທາງ​ເມືອງ​ຍາມ​ໃດ​ກໍ່​ຕິດຕາມ, ​ແນະນຳ ​ແລະ ຜັນ​ຂະຫຍາຍ​ຢູ່​ບັນດາ​ຕາ​ແສງ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ໝູ່​ປະຊາຊົນ. ​ໃນ​ວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ​ພວກ​ເຮົາ​ໄດ້​ໂຄສະນາ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່. ຜ່ານ 2 ປີ ​ແຫ່ງ​ການ​ປະຕິບັດ, ຄວາມ​ຮູ້​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ​ເຂົາ​ເຈົ້າ​ມີ​ຄວາມມ່ວນ​ຊື່ນ​ຫຼາຍ ​ແລະ ​ເຊື່ອ​ໝັ້ນ​ຕໍ່​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ. ດ້ວຍ​ທິດ​ນຳ​ ”ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື ​ແລະ ປະ​ຊາຊົນ​ຊົມ​ໃຊ້” ດັ່ງ​ນັ້ນ, ​ໃນ​ເບື້ອງຕົ້ນ ພວກ​ເຮົາ​ໄດ້​ຮັບ​ຄວາມ​ສະດວກ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່”.

ເມືອງທໍ້ຊວນ, ແຂວງແທງຮ໋ວາ ກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບ: google.com.vn)

        ຢູ່​ຕາ​ແສງ ​ໄຕ​ໂຮ່ ​ໃນ​ເມືອງ ທໍ້​ຊວນ, ​ເມື່ອ​ລົງມື​ກໍ່ສ້າງ​ຊົນນະບົດ​ໃໝ່, ທາງ​ຕາ​ແສງ​ໄດ້​ລະດົມ​ທັງ​ລະບົບການ​ເມືອງ​ເຂົ້າ​ຮ່ວມ, ພິ​ເສດ​ທາງ​ຕາ​ແສງ​ໄດ້​ຖື​ວຽກ​ງານ​ວາງ​ແຜນ​ກຳນົດ​ເປັນ​ສຳຄັນ. ​ເພື່ອ​ມີ​ບັນດາ​ແນວ​ຄວາມ​ຄິດ​ທີ່​ດີ, ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ບັນດາ​ສະມາຊິກ​ໃນ​ຄະນະ​ຊີ້​ນຳ​ການ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ​ໄດ້​ໄປ​ຢ້ຽມຢາມ, ຮຳ່ຮຽນ​ຢູ່​ບັນດາ​ຕາ​ແສງ​ທີ່​​ເປັນ​ແບບຢ່າງ​ຂອງ​ທ້ອງ​ຖີ່​ນອື່ນໆ, ຫຼັງ​ຈາກ​ນັ້ນ​ປຶກສາ​ຫາລື​ກັບ​ປະຊາຊົນ, ຄິດ​ໄລ່​ແຕ່​ລະ​ມາດຕະຖານ, ວິທີ​ການ​ຜັນ​ຂະຫຍາຍ​ຢູ່​ແຕ່​ລະ​ບ້ານ​ຢ່າງ​ລະອຽດ. ທ່ານ Pham Van Tung ຢູ່​ບ້ານ 4, ຕາ​ແສງ ​ໄຕ​ໂຮ່, ​ເມືອງ​ທໍ້​ຊວນ, ​ໃຫ້​ຮູ້​ວ່າ:

        ”ຜ່ານ 2 ປີ ​ແຫ່ງ​ການ​ປະຕິບັດ​ການກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຂອງ​ຊົນນະບົດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປ່ຽນ​ແປງ, ຊີວິດ​ທາງ​ດ້ານ​ເສດຖະກິດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທາງ​ຄົມມະນາຄົມ​ໄປມາ​ຢ່າງ​ສະດວກ​ສະບາຍ, ພໍ່​ແມ່​ປະຊາຊົນ​ດີ​ໃຈ​ຫຼາຍ. ສຳ​ຫຼັບ​ຄອບຄົວ​ຂ້າພະ​ເຈົ້າ, ຊີວິດ​ທາງ​ດ້ານ​ເສດຖະກິດ ​ແລະ ວັດທະນະທຳນັບ​ມື້​ນັບ​ດີ​ຂຶ້ນ… ມີ​ຊົນນະບົດ​ໃໝ່, ການ​ໄປ​ມາສະ​ດວກ​ສະບາຍ, ການ​ຄ້າ​ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ ອັນ​ໄດ້​ສ້າງ​ລາຍ​ຮັບ​ຕື່ມ​ອີກ​ທົບ 3, 4 ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້. ຄອງ​ເໝືອງ​ໄດ້​ຮັບ​ການ​ບຸລະນະ ​ເຮັດ​ໃຫ້​ວຽກ​ໄຮ່​ການ​ນາ​ສະດວກ​ສະບາຍ​ທີ່​ສຸດ”.

ເມືອງທໍ້ຊວນ, ແຂວງແທງຮ໋ວາ ກໍ່ສ້າງຊົນນະບົດໃໝ່ - ảnh 3

(ພາບ: google.com.vn)

        ປະຈຸ​ບັນ, ທໍ້​ຊວນ ​ພວມ​ວາງ​ແຜນການ​ເຖິງ​ປີ 2015, ຈະ​ມີ 8 ຕາ​ແສງ, ​ໃນ​ນັ້ນ​ມີ 7 ຕາ​ແສງ​ທີ່​ເປັນ​ແບບຢ່າງ​ຂອງ​ເມືອງ ​ແລະ 1 ຕາ​ແສງ​ທີ່​ເປັນ​ແບບຢ່າງ​ຂອງ​ແຂວງ​ປະຕິບັດ​ສຳ​ເລັດ​ການກໍ່ສ້າງ​ຊົນນະບົດ​ໃໝ່​ແລະ ຮອດ​ປີ 2020 ຈະ​ມີ 50% ຈຳນວນ​ຕາ​ແສງ​ປະຕິບັດ​ສຳ​​ເລັດການກໍ່ສ້າງ​ຊົນນະບົດ​ໃໝ່. ​ທ່ານ Le Huy Hoang, ຮອງ​ປະທານ​ເມືອງ​ທໍ້​ຊວນ, ຖື​ວ່າ:

        ”ຂ້າພະ​ເຈົ້າ​ຖື​ວ່າ​ວຽກ​ງານ​ໂຄສະນາ​ຕ້ອງ​ແມ່ນ​ວຽກ​ງານ​ທຳ​ອິດ​ໃນ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່. ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ພະນັກງານ, ປະຊາຊົນ​ທຸກ​ຄົນ​ເຂົ້າ​ໃຈ​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່. ທີ​ສອງ​ແມ່ນ​ຕ້ອງ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​ໄຕ​ໃນການກໍ່ສ້າງ​ຊົນນະບົດ​ໃໝ່. ທີ​ສາມ​ແມ່ນ​ບົດບາດ​ຂອງ​ລະບົບ​ການ​ເມືອງ, ນັ້ນ​ແມ່ນ​ເມື່ອກໍ່ສ້າງ​ຊົນນະບົດ​ໃໝ່, ທັງ​ລະບົບ​ການ​ເມືອງ​ຕ້ອງ​ເຂົ້າ​ຮ່ວມ​ຢ່າງ​ເດັດຂາດ”.

        ມາ​ຮອດ​ປະຈຸ​ບັນ, ​ເມືອງ​ທໍ້​ຊວນ​ ສາມາດ​ລະດົມ​ທຶນ​ໄດ້​ກວ່າ 500 ຕື້​ດົ່ງ, ​ໃນ​ນັ້ນ​ທຶນ​ລະດົມ​ຈາກ​ຊຸມ​ຊົນ​ແມ່ນ 346 ຕື້​ດົ່ງ, ກວມ 69%, ຂອງ​ຈຳນວນ​ທຶນ​ທັງ​ໝົດ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ທໍ້​ຊວນ​ສືບ​ຕໍ່​ກວດກາ, ​ເພີ່ມ​ເຕີມ​ແຜນກຳນົດ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ບໍລິ​ເວນ​ເມືອງ, ບົນ​ພື້ນຖານ​ນັ້ນ, ສົ່ງ​ເສີມ​ທຸກ​ພາກສ່ວນ​ເສດຖະກິດ​ລົງທຶນ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ຫັນ​ລະບົບ​ໂຄງ​ລ່າງ​ຊົນນະບົດ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

          

ຕອບກັບ

ຂ່າວ/ບົດ​ອື່ນ