ເມືອງຟູ໋ຊວຽນ, ຮ່າໂນ້ຍ ພັດທະນາໝູ່ບ້ານອາຊີບ, ກໍ່ສ້າງຊົນນະບົດໃໝ່

​(vovworld) – ການ​ພັດທະນາ​ໝູ່​ບ້ານ​ອາຊີບ​ໃນ​ປະຈຸ​ບັນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ ​ເພື່ອ​ແນ​ໃສ່​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຢູ່​ເຂດ​ຊົນນະບົດ​, ມັນບໍ່​ພຽງ​ແຕ່​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ຢູ່​ກັບ​ທີ່​, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນເທົ່າ​ນັ້ນ, ຫາກ​​ການ​ພັດທະນາ​ບັນດາ​ໝູ່​ບ້ານ​ອາຊີບ​ຍັງ​ປະກອບສ່ວນ​ຊຸກຍູ້​ທ້ອງ​ຖີ່​ນຕ່າງໆ​ບັນລຸ​ບັນດາ​ມາດຖານ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ອີກ​ດ້ວຍ. ຟູ່ຊວຽນ, ​ແມ່ນ​ເມືອງ​ຢູ່​ທາງ​ທິດ​ໃຕ້​ນະຄອນຫຼວງ​ຮ່າ​ໂນ້ຍ ​ແມ່ນ​​ເມືອງ​ທີ່​ບັນລຸ​ໄດ້​ຜົນງານ​ຄື​ດັ່ງກ່າວ.

ເມືອງຟູ໋ຊວຽນ, ຮ່າໂນ້ຍ ພັດທະນາໝູ່ບ້ານອາຊີບ, ກໍ່ສ້າງຊົນນະບົດໃໝ່ - ảnh 1

ນັກສິລະປະການແກະສະຫຼັກຢູ່ໝູ່ບ້ານອາຊີບ ຟູ໋ຊວຽນ

(ພາບ: ອິນເຕີແນດ)

​ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​​ເມືອງ​ທີ່​ມີ​ນັບ​ຮ້ອຍ​ອາ​ຊີບ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຟູ່ຊວຽນ​ ໄດ້​ມີ​ຊື່​ສຽງ​ດ້ວຍ​ຫຼາຍ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ. ຢູ່​ຮ່າ​ໂນ້ຍ, ມີ​ກວ່າ 1000 ໝູ່​ບ້ານ​ອາ​ຊີບ, ສະ​ເພາະ​ຟູ່ຊວຽນ​ ໄດ້​ມີ​ເຖິງ125 ໝູ່​ບ້ານ​ອາຊີບ, ຢືນ​ອັນ​ດັບ 3 ​ໃນ​ຈຳນວນ 20 ​ເມືອງ​ຂອງ​ຮ່າ​ໂນ້ຍ. ນີ້​ແມ່ນ​ທ່າ​ແຮງ​ຂອງ​ໝູ່​ບ້ານ​ອາຊີບ ​ເຊິ່ງບໍ່​ແມ່ນຢູ່ທ້ອງ​ຖີ່​ນ​ໃດ​ກໍ່​ມີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫຼາຍ​ໝູ່​ບ້ານ​ອາຊີບ​ຢູ່​ທີ່​ນີ້​ມີ​ໄພ​ສູນຫາຍ​ໄປ. ​ເພື່ອ​ຟື້ນ​ຟູ ​ແລະ ພັດທະນາ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຄືນ​ໃໝ່, ອຳນາດ​ການ​ປົກຄອງ​ເມືອງ​ຟູ່ຊວຽນ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕິດ​ພັນ​ກັບ​ການ​ພັດທະນາ​ໝູ່​ບ້ານ​ອາຊີບ. ບັນຫາ​ສຳຄັນ​ແມ່ນ​ຕ້ອງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເຈືອງ​ເທ໋​ເກົ່າ, ​ເລຂາ​ຄະນະ​ພັກ​ເມືອງ​ຟູ໋ຊວຽນ, ​ໃຫ້​ຮູ້​ວ່າ:

​ໃນ​ຈຳນວນ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ມີ​ມາດຖານ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຳ​ຄືນ​ໃໝ່. ຢາກ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ ​ແມ່ນຕ້ອງ​ພັດທະນາ​ໝູ່​ບ້ານ​ອາ​ຊີບ ​ແລະ ຕ້ອງ​ປ່ຽນ​ໃໝ່​ແນວ​ຄວາມ​ຄິດ, ວິທີ​ເຮັດ ​ເພື່ອ​ໃຫ້​ປະຊາຊົນ​ໝູ່​ບ້ານ​ຕ່າງໆ​ໃນ​​ເມືອງ ລ້ວນ​ແຕ່​ມີ​ອາຊີບ ​ແລະ ລາຍ​ຮັບ​ຈາກ​ການ​ຜະລິດ​ກະ​ສີ​ກຳ ​ແລະ ຈາກ​ໝູ່​ບ້ານ​ອາຊີບ, ​ເຮັດ​ໃຫ້​ຊີວິດ​ຂອງ​​ເຂົາ​ເຈົ້າ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ“.

ເມືອງຟູ໋ຊວຽນ, ຮ່າໂນ້ຍ ພັດທະນາໝູ່ບ້ານອາຊີບ, ກໍ່ສ້າງຊົນນະບົດໃໝ່ - ảnh 2

ໝູ່ບ້ານອາຊີບຈັກສານຢູ່ ຟູ໋ຊວຽນ

(ພາບ: ອິນເຕີແນດ)

ໜຶ່ງ​ໃນ​ບັນດາ​ມາດຖານ​ພື້ນຖານ​​ໃນ​ໂຄງການ​ຈຸດໝາຍກໍ່ສ້າງ​ຊົນນະບົດ​ໃໝ່ ນັ້ນ​ແມ່ນ ຕ້ອງ​ຮັບປະກັນ 90% ຈຳນວນ​ພົນລະ​ເມືອງ​ມີ​ວຽກ​ເຮັດ​ງານ​ທຳ. ອຳນາດ​ການ​ປົກຄອງ​ເມືອງ​ຟູ໋ຊວນ ພວມ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕິດ​ພັນ​ກັບ​ການ​ພັດທະນາ​ໝູ່​ບ້ານ​ອາຊີບ, ໝູ່​ບ້ານ​ອາຊີບ​ຕິດ​ພັນ​ກັບ​ການທ່ອງທ່ຽວ​ເທື່ອ​ລະ​ກ້າວ, ສູ້​ຊົນ​ເພື່ອ​ໃຫ້​ຄົນ​ງານ​ທັງ​ໝົດ​ຢູ່​ບັນດາ​ໝູ່​ບ້ານ​ອາຊີບ​ລ້ວນ​ແຕ່​ມີ​ວຽກ​ເຮັດ​ງານ​ທຳ. ​ເມືອງ​ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ທີ່​ດິນ, ໜ້າ​ພຽງ​​ໃຫ້​ແກ່ບັນດາ​ຂະ​ແໜງ​ອາຊີບ​ຫັດຖະກຳ​, ພິ​ເສດ​ແມ່ນ​ບັນດາ​ໝູ່​ບ້ານ​ອາຊີບທີ່​ມີ​ທ່າ​ແຮງ​ຄື: ອາຊີບ​ຕັດຫຍິບ, ຜະລິດ​ເກີບ​ໜັງ, ຖັກ​ແສ່ວ, ....ຍ້ອນ​ເຫດ​ນັ້ນ​ບັນດາ​ຮາກ​ຖານ​ຜະລິດ​ໃນ​ໝູ່​ບ້ານ​ອາຊີບ​ຈຶ່ງ​ມີ​ເງື່ອນ​ໄຂ​ເປີດ​ກວ້າງ​ການ​ຜະລິດ, ສ້າງ​ລາຍ​ຮັບໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ທ້ອງ​ຖີ່​ນ​ນັບ​ພັນ​ຄົນ. ພາຍຫຼັງ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ໝູ່​ບ້ານ​ອາຊີບ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ​ໄດ້​ມີ​ກວ່າ 90% ຈຳນວນ​ພົນລະ​ເມືອງ​ໃນ​ເມືອງ​ມີ​ລາຍ​ຮັບ​ຈາກ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ. ທ່ານ ​ເຈືອງ​ເທ໋​ເກົ່າ, ​ເລຂາ​ຄະນະ​ພັກ​ເມືອງ​ຟູ໋ຊວຽນ, ​ໃຫ້​ຮູ້​ຕື່ມ​ອີກວ່າ:

ໝູ່​ບ້ານ​ອາຊີບ​ໄດ້​ປະກອບສ່ວນ​ຍົກ​ສູງ​ລາຍ​ຮັບ​​ ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳໃຫ້​ແກ່​ປະຊາຊົນ ກໍ່​ຄື​ຮັບປະກັນ​ສະຖຽນ​ລະ​ພາບ​ຢູ່​ເຂດ​ຊົນນະບົດ. ຍ້ອນ​ເຫດ​ນັ້ນ, ຄະນະ​ກຳມະການ​, ຄະນະ​ພັກເມືອງພວກ​ຂ້າພະ​ເຈົ້າ ​ໄດ້​ເລືອກ​ເອົາ​ວັນ​ທີ 26/10 ປະຈຳ​ປີ​ເປັນ​ວັນ​ເຊີດ​ຊູ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ຟູ໋ຊວຽນ“.

ເມືອງຟູ໋ຊວຽນ, ຮ່າໂນ້ຍ ພັດທະນາໝູ່ບ້ານອາຊີບ, ກໍ່ສ້າງຊົນນະບົດໃໝ່ - ảnh 3

ຊ່າງໄມ້ຢູ່ຟູ໋ຊວຽນ
(ພາບ: ອິນເຕີແນດ)

ກຳນົດ​ໄດ້​ຄຸນ​ຄ່າຂອງ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຄຸນຄ່າ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​​ຄຸນຄ່າ​ດ້ານ​ວັດທະນະທຳ ທີ່​ຕິດ​ພັນ​ກັບ​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ອີກ​ດ້ວຍ. ມີ​ຫຼາຍ​ໝູ່​ບ້ານ​ອາຊີບ​ຢູ່​ຟູ໋ຊວຽນ ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ຖື​ເປັນ​ສຳຄັນ​ເຖິງ​ວຽກ​ງານ​ຮັກສາ​ວັດທະນະທຳ, ພັດທະນາ​ການທ່ອງທ່ຽວ​ໝູ່​ບ້ານ​ອາຊີບ​ອີກ​ດ້ວຍ. ຄຽງຂ້າງ​ເລື່ອງ​ຈັດ​ຕັ້ງ​ການເຊີດຊູ​ບັນດາ​ໝູ່​ບ້ານ​ອາຊີບ, ນັກ​ສິລະ​ປະການ​ໃນ​ແຕ່ລະ​ປີ​ແລ້ວ, ອຳນາດ​ການ​ປົກຄອງ​ຍັງ​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການ​ແນະນຳ​ຜະລິດ​ຕະພັນ​ຕິດ​ພັນ​ກັບ​ການ​ໂຄສະນາ ​ແລະ ສົ່ງ​ເສີມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ​ອີກ. ທ່ານ ຫງວຽນ​ກົງ​ຄາ, ​ເຈົ້າ​ຂອງ​ຮາກ​ຖານ​ຜະລິດ ຢູ່​ໝູ່​ບ້ານ​ອາຊີບ​ຕັດຫຍິບ ​ເວິນ​ຕື່, ຖື​ວ່າ:

ການ​ເຊີດ​ຊູ​ໝູ່​ບ້ານ​ອາຊີບ ກໍ່​ແມ່ນ​ໂອກາດ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​​ຈາກ​ທຸກ​ສາລະ​ທິດ​ມາ​ຢ້ຽມຢາມ​ຟູ໋ຊວຽນ, ​ຜ່ານ​ນັ້ນ ຈະ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ​ແລະ ​ໃນທົ່ວ​ປະ​ເທດ​ເວົ້າ​ລວມ. ຜ່ານ​ລາຍການທ່ອງທ່ຽວ ຕ່າງໆ,  ນັກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດມາ​ຢາມ​ບັນດາ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ທົ່ວ​ປະ​ເທດ“.

ເມືອງຟູ໋ຊວຽນ, ຮ່າໂນ້ຍ ພັດທະນາໝູ່ບ້ານອາຊີບ, ກໍ່ສ້າງຊົນນະບົດໃໝ່ - ảnh 4
ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາຢູ່ຟູ໋ຊວຽນ
(ພາບ: ອິນເຕີແນດ)

ໜຶ່ງ​ໃນ​ບັນດາ​ຈຸດ​ໝາຍ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງ​ຂວາງ​ຢູ່​ຫວຽດນາມ ນັ້ນ​ແມ່ນ: ກໍ່ສ້າງ​ຊົນນະບົດ​ໃໝ່​ທີ່ມີ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ​ທີ່​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ມີ​ໂຄງ​ປະກອບ​ເສດຖະກິດ ​ແລະ ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ທີ່​ເໝາະ​ສົມ, ກະ​ສີ​ກຳ​ຕິດ​ພັນ​ກັບ​ການ​ພັດທະນາ​ການ​ບໍລິການ. ຮູບ​ແບບ​ຟື້ນ​ຟູ ​ແລະ ພັດທະນາ​ບັນດາ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ຟູ໋ຊວຽນ, ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​ທາງ​, ທີ່ປະກອບສ່ວນ​​ເຮັດໃຫ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ພັດທະນາ​ຢ່າງ​ໝັ້ນຄົງ

 

ຕອບກັບ

ຂ່າວ/ບົດ​ອື່ນ