ເມືອງ​ອຽນ​ເຈົາ ແຂວງ​ເຊີນ​ລາ ພັດ​ທະ​ນາ​ການ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຕາມ​ທິດ​ອົງ​ຄະ​ທາດ

(VOVWORLD) - ເມືອງອຽນເຈົາ ແມ່ນໜຶ່ງໃນບັນດາເມືອງມີເນື້ອທີ່ປູກຕົ້ນໄມ້ກິນໝາກຂະໜາດໃຫຍ່ຂອງແຂວງເຊີນລາ ດ້ວຍບັນດາຜະລິດຕະພັນທີ່ມີທ່າແຮງສົ່ງອອກຄື: ໝາກມ່ວງ, ໝາກລຳໄຍ, ໝາກກ້ວຍ, ໝາກໝັ້ນ. ເພື່ອໃຫ້ຜະລິດຕະພັນໝາກໄມ້ມີສົ້ນອອກເປັນປົກກະຕິ, ຍົກສູງຄຸນນະພາບເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດນັ້ນ, ເມືອງອຽນເຈົາ ໄດ້ສຸມໃສ່ພັດທະນາເຂດປູກຕົ້ນໄມ້ກິນໝາກຕາມທິດອົງຄະທາດ ແລະ ນຳໃຊ້ຂັ້ນຕອນການຜະລິດຕາມການກຳນົດກ່ຽວກັບການຜະລິດກະສິກຳທີ່ດີ  (VietGAP).

ສະຫະກອນກະສິກຳປອດໄພ ຈ່ຽງຮັກ ຢູ່ບ້ານວັນລຸ່ງ, ຕາແສງຈ່ຽງຮັກ ແມ່ນສະຫະກອນທຳອິດທີ່ເມືອງອຽນເຈົາ ໄດ້ເລືອກເຟັ້ນໃຫ້ຜັນຂະຫຍາຍທົດລອງຮູບແບບການຜະລິດໝາກມ່ວງຕາມທິດອົງຄະທາດ. ທ່ານ ຮ່າວັນເຊີນ, ຫົວໜ້າສະຫະກອນ ໃຫ້ຮູ້ວ່າ: ສະຫະກອນມີເນື້ອທີ່ປູກຕົ້ນໝາກມ່ວງ ແລະ ໝາກລຳໄຍເກືອບ 25 ເຮັກຕາ, ໃນນັ້ນ ມີ 15 ເຮັກຕາພວມນຳໃຊ້ຂັ້ນຕອນການຜະລິດຕາມທິດອົງຄະທາດ:

   ຮູບແບບຂອງພວກຂ້າພະເຈົ້າແມ່ນຕ້ອງປົກປັກຮັກສາທຳມະຊາດ, ປູກຕົ້ນໄມ້ໃສ່ເຂດດິນເປົ່າຫວ່າງ ແລະ ນຳມາເຊິ່ງລາຍຮັບໃຫ້ແກ່ສະມາຊິກສະຫະກອນ. ຍ້ອນເຫດນັ້ນ, ຮູບແບບຈຶ່ງມີຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບກັບວົງຄະນະຍາດ, ກັບຜູ້ບໍລິໂພກ. ນັບແຕ່ວັນສ້າງຕັ້ງຈົນມາຮອດປະຈຸບັນ, ຕົ້ນໄມ້ກິນໝາກປະເພດຕ່າງໆ ນັບມື້ນັບໄດ້ຍົກສູງດ້ານປະລິມານການຜະລິດ, ຄຸນນະພາບ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ. ທາງສະຫະກອນໄດ້ສົ່ງໝາກໄມ້ໄປຍັງຕະຫຼາດອົດສະຕາລີ, ອາເມລິກາ, ຈີນ… ແລະ ສົ່ງໄປຂາຍຢູ່ຕາມຮ້ານສັບພະສິນຄ້າໃຫ່ຍໃນທົ່ວປະເທດ.

ເມືອງ​ອຽນ​ເຈົາ ແຂວງ​ເຊີນ​ລາ ພັດ​ທະ​ນາ​ການ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຕາມ​ທິດ​ອົງ​ຄະ​ທາດ - ảnh 1ໝາກມ່ວງໄດ້ຮັບການຫຸ້ມຫໍ່ເພື່ອສົ່ງອອກ (ພາບ: baosonla.org.vn) 

    ບັນດາສະມາຊິກສະຫະກອນໄດ້ຕັ້ງເປົ້າໝາຍການຜະລິດ ຜະລິດຕະພັນກະເສດປອດສານພິດ ແລະ ປອດໄພ ນັບແຕ່ວັນຫາກໍ່ສ້າງຕັ້ງ. ມາຮອດປະຈຸບັນ, ພາຍຫຼັງເຄື່ອນໄຫວມາເປັນເວລາກ່ວາ 10 ປີ, ການຜະລິດຕາມທິດອົງຄະທາດ, ປອດໄພ ໄດ້ນຳມາເຊິ່ງບັນດາໝາກຜົນທີ່ຕັ້ງໜ້າ ໃຫ້ແກ່ບັນດາສະມາຊິກສະຫະກອນ. ລາຍຮັບສະເລ່ຍຂອງບັນດາສະມາຊິກສະຫະກອນບັນລຸ 200 ລ້ານດົ່ງ/ປີ. ໃນຂັ້ນຕອນການຜະລິດ, ທາງສະຫະກອນໄດ້ປະຕິບັດຢ່າງເຂັ້ມງວດ ພ້ອມທັງນຳໃຊ້ບັນດາຜະລິດຕະພັນຄື: ຝຸ່ນ, ຢາຂ້າສັດຕູພືດ ທີ່ມີແຫຼ່ງທີ່ມາເປັນອົງຄະທາດ. ໃນຊຸມປີຕົ້ນ, ຄ່າໃຊ້ຈ່າຍການນຳໃຊ້ຝຸ່ນອົງຄະທາດ ຈະສູງກ່ວາຝຸ່ນອະນົງຄະທາດ ແຕ່ຫຼັງຈາກນັ້ນ ກໍ່ຈະຄ່ອຍໆຫລຸດລົງ ແລະ ສິ່ງສຳຄັນທີ່ສຸດ ນັ້ນແມ່ນ ສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນຕົ້ນໄມ້ປູກຈະສູງກ່ວາ ເມື່ອທຽບໃສ່ກັບການໃຊ້ຝຸ່ງອະນົງຄະທາດຄືກ່ອນນີ້.

  ຄາດວ່າ, ໃນປີ 2022, ສວນໝາກມ່ວງທີ່ບົວລະບັດຕາມວິທີອົງຄະທາດໃນເນື້ອທີ 1 ເຮັກຕາຂອງປ້າ ຮ່າທິຢວຽນ, ເຊິ່ງເປັນສະມາຊິກຂອງສະຫະກອນ ຈ່ຽງຮັກ ຈະເກັບກ່ຽວໄດ້ປະມານ 10 ໂຕນ. ປ້າ ຮ່າທິຢວຽນ ໃຫ້ຮູ້ວ່າ:

   ກ່ອນນີ້, ພວກຂ້າພະເຈົ້າໃຊ້ຝຸ່ນບໍ່ຖືກຕາມລະດູການ, ສະນັ້ນຈຶ່ງມີສະມັດຕະພາບຕ່ຳ, ຂາຍບໍ່ໄດ້ລາຄາດີ. ປະຈຸບັນ, ແມ່ນໄດ້ຮັບການແນະນຳຈາກບັນດາຄອບຄົວທີ່ເຂົ້າເປັນສະມາຊິກສະຫະກອນກ່ອນ ແລະ ໄດ້ໃຊ້ຢາຂ້າສັດຕູພືດ, ຝຸ່ນອົງຄະທາດ. ພວກຂ້າພະເຈົ້າໄດ້ຮ່ຳຮຽນເອົາຫຼາຍຈາກບັນດາຮູບແບບອື່ນ ແລະ ເມື່ອໝາກໄມ້ໄດ້ຜະລິດຕາມວິທີການອົງຄະທາດ, ລາຄາກໍ່ຈະສູງ ແລະ ຜູ້ບໍລິໂພກກໍ່ນິຍົມທີ່ສຸດ.

ເມືອງ​ອຽນ​ເຈົາ ແຂວງ​ເຊີນ​ລາ ພັດ​ທະ​ນາ​ການ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຕາມ​ທິດ​ອົງ​ຄະ​ທາດ - ảnh 2 ເມືອງອຽນເຈົາ ມີສະຫະກອນ 60 ແຫ່ງ, ໃນນັ້ນມີ 45 ແຫ່ງໄດ້ປູກຕົ້ນໄມ້ກິນໝາກ (ພາບ: sonla.gov.vn)

   ປະຈຸບັນ, ເມືອງອຽນເຈົາ ມີສະຫະກອນ 60 ແຫ່ງ, ໃນນັ້ນມີ 45 ແຫ່ງໄດ້ປູກຕົ້ນໄມ້ກິນໝາກ. ທ່ານ ເລຟອງ, ຮອງປະທານຄະນະກຳມະການ ປຊຊ ເມືອງ ອຽນເຈົາ ໃຫ້ຮູ້ວ່າ: ເມືອງມີເນື້ອທີ່ປູກຕົ້ນໝາກມ່ວງ, ໝາກລຳໄຍ ແລະ ໝາກໝັ້ນກ່ວາ 11.000 ເຮັກຕາ:

   ທາງເມືອງໄດ້ຈັດຕັ້ງການປູກໝາກໄມ້ຕົ້ນຕໍ 3 ປະເພດຢ່າງເປັນປົກກະຕິ ນັ້ນແມ່ນ ໝາກມ່ວງ, ໝາກລຳໄຍ, ໝາກໝັ້ນ, ໂດຍສຸມໃສ່ແນະນຳໃຫ້ ປຊຊ ຜະລິດຕາມທິດມາດຖານ VietGAP ແລະ ສູ້ຊົນໃຫ້ບັນລຸມາດຖານ GlobalGAP. ສຳລັບການສົ່ງອອກໝາກໄມ້ປະເພດຕ່າງໆ,  ບັນດາຄູ່ຮ່ວມມື ກໍ່ຮຽກຮ້ອງຄຸນນະພາບ ສູງທີ່ສຸດ, ທາງເມືອງໄດ້ຖືການກະເສດສຸມເປັນສຳຄັນ, ບົວລະບັດຕາມທິດອົງຄະທາດ ເພື່ອຮັບປະກັນໃຫ້ຜະລິດຕະພັນສາມາດບັນລຸມາດຖານ ເພື່ອສົ່ງອອກໄປບັນດາຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງ. ນອກຈາກນັ້ນແລ້ວ, ທາງເມືອງກໍ່ໄດ້ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກ, ພັດທະນາກະສິກຳອົງຄະທາດໃນການຜະລິດ, ຖືວ່າ ນັ້ນແມ່ນເງື່ອນໄຂບັງຄັບສຳລັບບັນດາສະຫະກອນ ແລະ ຄອບຄົວທີ່ເຂົ້າຮ່ວມລະບົບ ສະໜອງຜະລິດຕະພັນກະເສດເວົ້າລວມ ແລະ ບັນດາປະເພດໝາກໄມ້ຕົ້ນຕໍເວົ້າສະເພາະ.

   ປີ 2022, ເມືອງອຽນເຈົາ ວາງເປົ້າໝາຍສົ່ງອອກໝາກໄມ້ປະເພດຕ່າງໆໃຫ້ໄດ້ເກືອບ 6500 ໂຕນ, ວົງເງິນການຄ້າໃຫ້ບັນລຸກ່ວາ 4 ລ້ານໂດລາສະຫະລັດ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວນັ້ນ, ທາງເມືອງອຽນເຈົາ ໄດ້ເພີ່ມທະວີວຽກງານໂຄສະນາ, ແນະນຳບັນດາຜະລິດຕະພັນກະເສດປອດສານພິດ ໃຫ້ຕະຫຼາດແຫ່ງ ຕ່າງໆ. ພ້ອມກັນນັ້ນກໍ່ສົ່ງເສີມຊາວກະສິກອນ ປ່ຽນແປງວີທີການປູກຝັງ, ໜູນຊ່ວຍພັດທະນາການຜະລິດ ສຳລັບບັນດາຜະລິດຕະພັນທີ່ເປັນທ່າແຮງຂອງທ້ອງຖິ່ນ, ຕິດພັນກັບລະບົບຮ່ວມສຳພັນ ໃນການຈຳໜ່າຍຜະລິດຕະພັນໃຫ້ເປັນປົກກະຕິ, ປ່ຽນແປງວິທີການເຮັດກະສິກຳເທື່ອລະກ້າວ, ເພື່ອມຸ່ງໄປເຖິງການຜະລິດສີຂຽວ, ປອດໄພ ແລະ ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ