ເມືອງຮ່ວາວາງ, ນະຄອນດ່ານັ້ງບັນລຸຈຸດໝາຍໃນການກໍ່ສ້າງຊົນນະບົດໃໝ່ໄວກ່ວາກຳນົດ

ດ້ວຍ​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ຊົນນະບົດ​ໃໝ່, ​ເມືອງ ຮ່ວາ​ວາງ, ນະຄອນ ດ່າ​ນັ້ງ, ​ແມ່ນ​ໜຶ່ງ​ໃນ​ຈຳນວນ 41 ຫົວໜ່ວຍ​ຂັ້ນ​ເມືອງ​ໃນ​ທົ່ວ​ປະ​ເທດ ທີ່ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ່ມ​ອບຄັນທຸງ​​ແຂ່ງຂັນ​ປະຕິບັດ​ສຳ​ເລັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄວ​ກ່ວາ​ເມື່ອ​ທຽບ​ໃສ່​ແຜນການ​ວາງ​ອອກ. ນັກ​ຂ່າວ ​ເຟືອງ​ກຸກ, ມີ​ບົດ​ຂຽນ “ເມືອ​ງຮ່ວາ​ວາງ, ນະຄອນ​ ດ່າ​ນັ້ງ ບັນລຸ​ຈຸດໝາຍ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກ່ອນ​ກຳນົດ”

ເມືອງຮ່ວາວາງ, ນະຄອນດ່ານັ້ງບັນລຸຈຸດໝາຍໃນການກໍ່ສ້າງຊົນນະບົດໃໝ່ໄວກ່ວາກຳນົດ - ảnh 1
ການນຳເມືອງຮ່ວາວາງ ຮັບໃບຢັ້ງຢືນຈາກນາຍົກລັດຖະມົນຕີ
(ພາບ:nongthonmoi.gov.vn)

        ​ເມື່ອ​ໄດ້​ຮັບ​ການ​ຮັບຮອງ​ວ່າບັນລຸ​ມາດຖານຊົນນະບົດ​ໃໝ່, ​ໂສມ​ໜ້າ​ເຂດ​ຊົນນະບົດ​ຂ​ອງ​ເມືອງ ຮ່ວາ​ວາງ ມີ​ການ​ປ່ຽນ​ແປງຢ່າງ​ຈະ​ແຈ​້ງ. ຮອດ​ທ້າຍ​ປີ 2015, ສະ​ເລ່ຍຈຳນວນຄອບຄົວ​ທຸກ​ຍາກ​ເຫຼືອພຽງ 2,3%​, ທົ່ວ​ເມືອງ​ມີ​ຈຳນວນ 11/11 ຕາ​ແສງ​ປະຕິບັດ​ສຳ​ເລັດ​ການ​ສຶກສາ​ຂັ້ນ​ມັດ​ທະ​ຍົມ​ຕອນ​ຕົ້ນຢ່າງ​ທົ່ວ​ເຖິງ, ​ມີໂຮງຮຽນ 30/44 ​ແຫ່ງ​ບັນລຸ​ມາດຕະ​ຖານ​ແຫ່ງ​ຊາດ, 100% ຕາ​ແສງ​ບັນລຸ​ມາດຕະຖານ​ກ່ຽວ​ກັບ​ດ້ານ​ສາທາລະນະ​ສຸກ ​ແລະ ວັດທະນະທຳ, ອັດຕາ​ປະຊາຊົນ​ເຂດ​ຊົນນ​ະບົດ​ມີ​ບັດ​ປະກັນ​ສຸຂະພາບ​ບັນລຸ 100%. ຄຽງ​ຄູ່​​ກັນ​ນັ້ນ, ວຽກ​ງານ​ໜູນ​ຊ່ວຍ​ສັງຄົມ​ກໍ່​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ເມືອງ. ປະ​ຈຸ​ບັນ, ​ຕາ​​ແສງ​ໃນ​ເມືອງ ຮ່ວາ​ວາງ, ນະຄອນ ​ດ່ານັ້ງ ​ເກືອບ​ທັງ​ໝົດ​ພວ​ມ​ໃນ​ໄລຍະ​ບູລະນະ​ເຂດ​ຕົວ​ເມືອງ. ດັ່ງ​ນັ້ນ, ມາດຕະຖານ​ກ່ຽວ​ກັບການ​ຮັບປະກັນ​ສິ່ງ​ແວດ​ລ້ອມ ​ແລະ ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ​້ອຍ​ໄດ້​ກາຍ​ເປັນ​ມາດ​ຕະ​ຖານ​ສຳຄັນ​ໃນ​ວິວັດທະນາ​ການ​ປະຕິບັດ​ຊົນນະບົດ​ໃໝ່. ທ່ານ ​ເຈືອງ​ເຕີ໋ນ​ແມ້ງ, ຮອງ​ປະທານ​ຄະນະ​ກຳມະກາ​ນປະຊາຊົນ​ຕາ​ແສງ ຮ່ວາ​ລຽນ, ​ໃຫ້​ຮູ້​ວ່າ:

        “​ສິ່ງ​ແວດ​ລ້ອມ​ຢູ່​ທີ່ນີ້​ແມ່ນ​ຖືກຂີ້​ຝຸ່ນ​​ເຊິ່ງ​ເກີດ​ມາ​ຈາກວິວັດ​ການຫັນ​ເປັນ​ຕົວ​ເມືອງ. ດັ່ງ​ນັ້ນ, ການ​ຮັບປະກັນ​ສິ່ງ​ແວດລ້ອມ​ຂຽວ, ສະ​ອາດ, ສວຍ​ງາມ ​​ແມ່ນ​ຕ້ອງ​ປະຕິບັດ​ເພື່ອ​ຮັບປະກັນ​ເຂດ​ຕົວ​ເມືອງບັນລຸ​ມາດຖານ​ຊົນນະບົດ​ໃໝ່. ດັ່ງ​ນັ້ນ​ມາດຕະຖານ​ຮັບປະກັນ​ສິ່ງ​ແວດ​ລ້ອມ​ແມ່ນ​ບັນຫາ​ທີ່​ໄດ້​ວາງ​ອອກ​ທຳ​ອິດ​ຢູ່​ຕາ​ແສງ ຮ່ວາລຽນ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່.”

        ກ່ຽວ​ກັບ​ບັນຫາ​ນີ້, ທ່ານ ດັ້ງ​ຟູ໋​ແຮ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາ​ວາງ, ນະຄອນ ດ່າ​ນັ້ງ, ຢັ້ງຢືນ​ວ່າ: ທາງ​ເມືອງ​ຈະ​ຊອກ​ຫາ​ທຸກໆ​ມາດ​ຕະການ​​ເພື່ອຮັກສາ​ບັນດາ​ມາດຕະຖານ​ທີ່​ບັນລຸ​ໄດ້​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່:

        “ພວກ​ຂ້າພະ​ເຈົ້າ​ກໍ່ໄດ້​ສະ​ເໜີ​ຕໍ່​ນະຄອນ​ລົງເຮັດ​ວຽກ​ກັບ​ບັນດາ​ໂຮງ​ຈັກ, ​ໂຮງງານຫລຸດຜ່ອນ​ສຽງ​ເນືອງ​ນັນ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ຕ້ອງ​ມີ​ບັນດາ​ມາດ​ຕະການ​ຢ່າງຂ້ຽວຂາດ​ສຳລັບ​ບັນດາ​ຫົວໜ່ວຍ​ຂຸດ​ຄົ້ນ​ທີ່​ດິນ, ຫີນ ​ເພື່ອ​​ຂົນ​ສົ່ງ, ດຳ​ເນີນທຸລະ​ກິດ​ໃນ​​ໄລຍະ​ປະຕິບັດ​ບັນດາ​ກິ​ດຈະ​ກຳ​ຂອງ​ນະຄອນ”

ເມືອງຮ່ວາວາງ, ນະຄອນດ່ານັ້ງບັນລຸຈຸດໝາຍໃນການກໍ່ສ້າງຊົນນະບົດໃໝ່ໄວກ່ວາກຳນົດ - ảnh 2

ການເກັບກຽວເຂົ້າສານ

        ​ໂດຍ​ກຳນົດ​ເອົາ​ການ​ພັດທະນາ​ເສດຖະກິດ​ແມ່ນ​ຈຸດໝາຍ​ປາຍ​ແຫຼມ, ​ເມືອງ ຮ່ວາ​ວາງ ​ໄດ້​ສຸມ​ໃສ່​ປະຕິບັດ​ການ​ສ້າງ​​ໂຄງ​ປະກອບ​ຄືນ​ໃໝ່, ປະຕິບັດ​ການ​ຫັນ​ກະສິກຳ, ຊົນນະບົດ​ເປັນ​ອຸ​ດສາ​ຫະກຳ, ທັນ​ສະ​ໄໝ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່ສ້າງ ​ແລະ ​ຜັນ​ຂະຫຍາຍ​ແຜນ​ຮ່າງ “ຍູ້​ແຮງ​ການ​ໝູນ​ໃຊ້​​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ການ​ຜະລິດ, ​ເພີ່ມ​ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ​ຮັບ​ໃຊ້​ເຂ​ດຕົວ​ເມືອງ​ໄລຍະ 2016 - 2020”, ບຸລິມະສິດ​ການ​ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ, ກະສິກຳ​ປອດສານພິດ, ຂຽວ, ສະອາດ, ມີ​ເຄື່ອງໝາຍ​ການ​ຄ້າ ​ແລະ ມຸນ​ຄ່າ​ດ້ານ​ເສ​ດຖະກິດ​ສູງ. ພິ​ເສດ​, ​ທາງເມ​ືອງ​ໄດ້ຍູ້​ແຮງ​ການ​ໝູນ​ໃຊ້​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດການ​ຮ່ວມ​ສຳພັນ, ການຜະລິດ ​ແລະ ການຈຳໜ່າຍ, ການພັດທະນາ​ຕາມ​ລະບົບ​ມູນ​ຄ່າກະສິກການຳ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ ແລະ ​ແຮງ​ງານ​​ຊົນນະບົດເທື່ອ​ລະ​ກ້າວ, ຍົກ​ສູງ​ລາຍ​ຮັບ, ສູ້​ຊົນ​ຮອດ​ປີ 2020 ລາຍ​ຮັບສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ບັນດາ​ຕາ​ແສງ​ຊົນນະບົດ​​ໃໝ່​ບັນລຸ 40 ລ້ານ​ດົ່ງ/ຄົນ/ປີ… ຄາດ​ວ່າ, ລາຍຈ່າຍ​ທັງ​ໝົດໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 2016 – 2020 ​ໃນ​ບໍລິ​ເວນ​ເມືອງ ຮ່ວາ​ວາງ ​ແມ່ນ 2.130 ຕື້​ດົ່ງ. ​ທ່ານ ​ເຈີ່ນ​ແທງ​ນາມ, ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຮອງ​ຫົວໜ້າ​ຄະນະ​ຊີ້ນ​ຳສູນກາງ​ ​ໂຄງການຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ປາຖະໜາ​ວ່າ: ​ທາງທ້ອງ​ຖິ່ນ​ສືບຕໍ່​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາດຕະຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່:

        “ສືບ​ຕໍ່​ກວດກາ, ຍົກ​ລະດັບ​ຄຸນ​ນະພາ​ບ​ແຕ່​ລະ​ມາ​ດຕະຖານ​ຊົນນະບົດ​ໃໝ່, ພ​ິ​ເສດ​ແມ່ນ​ມາດຕະຖານ​ທີ່ກ່ຽວຂ້ອງ​ເຖິງ​ສິ່ງ​​ແວດ​ລ້​ອມ​ແຫ່ງ​ການ​ດຳລົງ​ຊີວິດຂອງ​ພົນລະ​ເມືອງ​ເຂດ​ຊົນນະບົດ, ຄື​ຍົກ​ສູງ​ລາຍ​ຮັບ, ຮັກສາ​ສະຖຽນ​ລະ​ພາບດ້ານ​ການ​ເມືອງ​ໃຫ້​ໝັ້ນ​ຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ​້ອຍ ​ແລະ ຄວາມ​ປອດ​ໄພທາງ​ສັງຄົມ, ທັດສະນີ​ຍະ​ພາບ​ເຂດ​ສິ່ງ​ແວດ​ລ​້ອມ, ຮູບ​ພາບ​ຊົນນະບົດ​ຂຽວ, ສະອາດ, ສວຍ​ງາມ​ໄວ້.”

        ​ເຖິງ​ວ່າ​ບັນລຸ​ຈຸດໝາຍ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໄວ​ກ່ວາ​ກຳນົດ​ເວລາ​ 5 ປີ​ເມື່ອ​ທຽບ​ໃສ່​ລະດັບຄວາມ​ຄືບ​ໜ້າ​ລວມຂອງ​ທົ່ວ​ປະ​ເທດ​​ແລ້ວກໍ່ຕາມ, ​ແຕ່ ​ເມືອງ ຮ່ວາ​ວາງ ຍັງ​ກຳນົດ​ທ້ອງ​ຖິ່ນ​ຍັງ​ມີ​ຫຼາຍ​ວຽກ​ງານ​ຕ້ອງ​ເຮັດ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການ​ຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາ​​ດຖານ​ທີ່​ບັນລຸ​ໄດ້​ຢູ່​ໃນ​ລະດັບ​ຍືນ​ຍົງ. ​ໃນ​ສະພາບ​ການ​ໃໝ່, ​ເມືອງ ຮ່ວາ​ວາງ ​ໄດ້​ຍູ້​ແຮງ​ວິວັດ​ການ​ຫັນ​ກະສິກຳ, ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ພ້ອມ​ກັນ​ນັ້ນ, ​ເມືອງກໍ່​ມານະ​ພະຍາຍາມ​ຍົກ​ສູງ​ຄຸນ​ນະພາ​ການ​ໜູນ​ຊ່ວຍ​ສັງຄົມ, ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.


ຂ່າວ/ບົດ​ອື່ນ