ເມືອງ​ຮ່າກ​ວາງ, ແຂວງ​ກາວ​ບັ່ງ ສູ້​ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2025

(VOVWORLD) -

   ເມືອງຮ່າກວາງ, ແຂວງກາວບັ່ງ ແມ່ນເມືອງເຂດພູດອຍຊາຍແດນທາງທິດເໜືອ ຫວຽດນາມ. ເມືອງຮ່າກວາງ ມີ 21 ຕາແສງ, ປຊຊ ສ່ວນຫຼາຍແມ່ນຊາວຊົນເຜົ່າສ່ວນໜ້ອຍ. ໂດຍຕັ້ງຢູ່ເຂດພູສູງ, ການໄປມາຫຍຸ້ງຍາກ, ປະລິມານນ້ຳຝົນສະເລ່ຍແຕ່ລະປີຕ່ຳ ໄດ້ເກີດການຂາດແຄນນ້ຳໃນການທຳການຜະລິດ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ທາງເມືອງພວມມານະພະຍາຍາມສູ້ຊົນ ຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025.


ເມືອງ​ຮ່າກ​ວາງ, ແຂວງ​ກາວ​ບັ່ງ ສູ້​ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2025 - ảnh 1

ຕາແສງເທື້ອງໂທນ, ເມືອງຮ່າກວາງ ເບິ່ງຈາກມູມສູງ (ພາບ: ງອກແອັງ)

    ກ່ອນນີ້, ຄອບຄົວອ້າຍ ຫຼີວັນນໍ ຢູ່ຕາແສງເທື້ອງໂທນ, ເມືອງຮ່າກວາງ ໄດ້ດຳລົງຊີວິດໃນເຮືອນທີ່ຄັບແຄບ, ກໍ່ດ້ວຍໄມ້ທີ່ເກົ່າເພ ແລະ ເສົາໄມ້ໃຜ່, ປະຈຸບັນ, ອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍກໍ່ສ້າງເຮືອນທີ່ກ້ວາງ, ພື້ນປູດ້ວຍເບຕົງ, ເສົາໄມ້, ຫຼັງຄາມຸງດ້ວຍສັງກະສີ, ຄອບຄົວອ້າຍກໍ່ສ້າງຊີວິດການເປັນຢູ່ຢ່າງໝັ້ນຄົງ, ອຸ່ນອຽນໃຈທຳມາຫາກິນ:

   ຄອບຄົວຂ້າພະເຈົ້າໄດ້ຮັບຈຳນວນເງິນໜູນຊ່ວຍ 40 ລ້ານດົ່ງຈາກລັດເພື່ອກໍ່ສ້າງເຮືອນຢູ່. ລັດໜູນຊ່ວຍງົວພັນ 1 ໂຕ. ເມື່ອມີເຮືອນໃໝ່ກໍ່ດີໃຈຫຼາຍ, ເຮືອນເກົ່າຮົ່ວຫຼາຍ, ເມື່ອຝົນຕົກໜັກລົມແຮງກໍ່ຢ້ານກົວ, ເປັນອັນຕະລາຍ, ປະຈຸບັນກໍ່ອຸ່ນອຽນໃຈແລ້ວ.

ເມືອງ​ຮ່າກ​ວາງ, ແຂວງ​ກາວ​ບັ່ງ ສູ້​ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2025 - ảnh 2

ອ້າຍ ຫຼີວັນນໍ ໃຫ້ຄວາຍກິນອາຫານ (ພາບ: ງອກແອັງ)

     ຄອບຄົວອ້າຍ ຫຼີວັນນໍ ແມ່ນໜຶ່ງໃນຫຼາຍຄອບຄົວຊາວຊົນເຜົ່າສ່ວນໜ້ອຍຂອງເມືອງຮ່າກວາງ ທີ່ໄດ້ຮັບການໜູນຊ່ວຍຈາກໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ທີ່ຮົ່ວໂຊມ. ປີ 2020, ຈາກແຫຼ່ງເງິນຂອງກະຊວງຕຳຫຼວດ ແລະ ຄະນະກຳມະການ ປຊຊ ນະຄອນ ຮ່າໂນ້ຍ, ແຂວງກາວບັ່ງ ໄດ້ໜູນຊ່ວຍ 826 ຄອບຄົວທຸກຍາກໃນບໍລິເວນເມືອງ ໃຫ້ມີເຮືອນໃໝ່. ເມືອງຮ່າກວາງ ແມ່ນຈຸດພົ້ນເດັ່ນ, ນຳໜ້າໃນຂະບວນການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ຖືທີ່ຮົ່ວໂຊມຢູ່ແຂວງກາວບັ່ງ. ທ່ານນາງ ຫງວຽນທິເຟືອງ, ຮອງປະທານຄະນະກຳມະການ ປຊຊ ເມືອງຮ່າກວາງ ໃຫ້ຮູ້ວ່າ:

    ປີ 2024, ເມືອງຮ່າກວາງ ໄດ້ຮັບໜ້າທີ່ຕ້ອງລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ທີ່ຮົ່ວໂຊມໃຫ້ໄດ້ 1.134 ຫຼັງ. ໃນ 6 ເດືອນຕົ້ນປີ, ພວກຂ້າພະເຈົ້າປະຕິບັດໄດ້ເກືອບ 450 ຫຼັງແລ້ວ. ການປະຕິບັດແຜນຮ່າງລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ທີ່ຮົ່ວໂຊມ ແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ເມືອງ​ຮ່າກ​ວາງ, ແຂວງ​ກາວ​ບັ່ງ ສູ້​ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2025 - ảnh 3

ຫ້ວຍ ເລນິນ ຢູ່ເມືອງຮ່າກວາງ (ພາບ: ງອກແອັງ)

    ໃນການກໍ່ສ້າງຊົນນະບົດໃໝ່, ເມືອງຮ່າກວາງ ໄດ້ຊີ້ນຳສຸມໃສ່ຕາມຫຼັກຕຳລາ 3 ຕົ້ນ + 2 ສັດ (3 ຕົ້ນແມ່ນ: ຕົ້ນຢາສູບ, ສາລີ, ຖົ່ວດິນ; 2 ສັດແມ່ນ: ງົວ ແລະ ໝູດຳ). ມາຮອດປະຈຸບັນ, ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເມືອງ ຮ່າກວາງ ບັນລຸເກືອບ 1.000 USD /ຄົນ/ປີ, ເພີ່ມຂຶ້ນເກືອບ 100 USD ເມື່ອທຽບກັບປີ 2021. ທ່ານ ຮ່ວາງວັນຊີ ປຊຊ ຕາແສງເທື້ອງໂທນ, ເມືອງຮ່າກວາງ ໃຫ້ຮູ້ວ່າ:

   ກ່ອນນີ້, ຄອບຄົວຂ້າພະເຈົ້າປະສົບກັບຄາມຫຍຸ້ງຍາກທີ່ສຸດ. ນັບແຕ່ປີ 2016, ຄອບຄົວຂ້າພະເຈົ້າໄດ້ຫັນປ່ຽນຜົນລະປູກ, ປູກຕົ້ນສາລີອດ, ລ້ຽງໝູ, ໄກ່ ເພື່ອພັດທະນາເສດຖະກິດ. ໄລຍະຜ່ານມາ, ຄອບຄົວຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຈາກລັດ ໜູນຊ່ວຍໃຫ້ການກູ້ຢືມທຶນຈາກທະນາຄານນະໂຍບາຍ ເພື່ອຊື້ແນວພັນສັດລ້ຽງ, ກໍ່ສ້າງເຮືອນຢູ່. ຍ້ອນເຫດນັ້ນ, ຄອບຄົວຂ້າພະເຈົ້າກໍ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ.

   ຍ້ອນທ່າໄດ້ປຽບມີເຂດປູ່ສະນີຍະສະຖານແຫ່ງຊາດພິເສດ ປາກບໍ ແລະ ຫຼາຍສະຖານທີ່ມໍລະດົກ ໃນສວນສາທາລະນະທໍລະນີສາດທົ່ວໂລກ UNESCO ເຂດກາວບັ່ງ ນັ້ນ, ເມືອງຮ່າກວາງ ໄດ້ຖືການພັດທະນາການທ່ອງທ່ຽວເປັນສຳຄັນ. ທາງເມືອງກໍ່ສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ໂດຍສະເພາະແມ່ນສ້າງເຄືອຄ່າຍຄົມມະນາຄົມ, ໂທລະຄົມມະນາຄົມ, ນ້ຳສະອາດ… ທ່ານນາງ ດ່າມມາຍຮວາ, ຮອງປະທານຄະນະກຳມະການ ປຊຊ ຕາແສງເທື້ອງໂທນ ໃຫ້ຮູ້ວ່າ:

  ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ເຮັດບັນດາເສັ້ນທາງຄົມມະນາຄົມລະຫວ່າງບ້ານເພື່ອໃຫ້ ປຊຊ ໄປມາໄດ້ຢ່າງສະດວກສະບາຍກວ່າ. ພ້ອມກັນນັ້ນແມ່ນບັນດາຮູບແບບປູກຕົ້ນໄມ້ປາຍແຫຼມ ແລະ ລ້ຽງງົວພັນ, ຄວາຍພັນ, ຫັນປ່ຽນຜົນລະປູກ. ປະຈຸບັນ, ໃນບໍລິເວນຕາແສງມີໂຄງການໃຫ້ຄອບຄົວທຸກຍາກກູ້ຢືມທຶນ ຜ່ານທະນາຄານນະໂຍບາຍສັງຄົມ.

   ໃນທັງ 3 ໂຄງການເປົ້າໝາຍແຫ່ງຊາດຄື: ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ, ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ; ໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່), ເມືອງຮ່າກວາງ ລ້ວນແຕ່ໄດ້ຜັນຂະຫຍາຍໂຄງການ, ໂຄງການນ້ອຍເປັນຈຳນວນຫຼາຍພໍສົມຄວນ. ທ່ານ ຟ້າມຊັວນຕຸ່ງ ຮອງເລຂາຄະນະພັກເມືອງ, ປະທານຄະນະກຳມະການ ປຊຊ ເມືອງຮ່າກວາງ ໃຫ້ຮູ້ວ່າ:

      ການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໃນບໍລະເວນເມືອງຮ່າກວາງ ແຕ່ປີ 2021 ມາຮອດປະຈຸບັນ ມີຄວາມກ້າວໜ້າທີ່ແນ່ນອນ. ມາຮອດປະຈຸບັນ, 100% ຕາແສງມີທາງລົດໂອໂຕໄປຮອດໃຈກາງຕາແສງ, 97% ກຸ່ມບ້ານມີຕາແໜ່ງໄຟຟ້າແຫ່ງຊາດ, ເກືອບ 100% ຕາແສງໄດ້ສຳຜັດກັບຄື້ນສື່ສານ. ລະບົບໜອງນ້ຳ ແລະ ລະບົບຄອງເໝືອງ ໄດ້ຊ່ວຍ ປຊຊ ເຂດພູດອຍມີນ້ຳໃຊ້ຢ່າງພຽງພໍ ແລະ ສ່ວນໜຶ່ງໜູນຊ່ວຍການຜະລິດ. ພວກຂ້າພະເຈົ້າຍັງໄດ້ໜູນຊ່ວຍ ປຊຊ ກ່ຽວກັບດ້ານທຶນຮອນຮັບໃຊ້ການຜະລິດ, ກ່ຽວກັບບັນດາຮູບແບບການຜະລິດຕາມລະບົບມູນຄ່າຮ່ວມສຳພັນກັບບັນດາວິສາຫະກິດ, ສະຫະກອນ, ບັນຮູບແບບການຜະລິດຕິດພັນກັບປະຊາຄົມ. ບັນດາການເຄື່ອນໄຫວນີ້ ໄດ້ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ ປຊຊ. ອັດຕາສ່ວນຄອບຄົວທຸກຍາກຂອງເມືອງຮ່າກວາງ ແຕ່ປີ 2020 ມາຮອດປະຈຸບັນ ກໍ່ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ທາງເມືອງສູ້ໄດ້ຊົນຮອດປີ 2025 ກາຍເປັນເມືອງຫລຸດພົ້ນອອກຈາກຄວາມທຸກຍາກໂດຍພື້ນຖານ.

ເມືອງຮ່າກວາງ ແຂວງກາວບັງ ໄດ້ຜັນຂະຫຍາຍ ບັນດາມາດຕະການພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ. ຍ້ອນເຫດນັ້ນ, ອັດຕາສ່ວນຄອບຄົວທຸກຍາກຢູ່ທ້ອງຖິ່ນ ໄດ້ຫລຸດລົງຫຼາຍພໍສົມຄວນ, ແຕ່ 4%-6% ຄອບຄົວທຸກຍາກ/ປີ. ຊີວິດການເປັນຢູ່ຂອງ ປຊຊ ໄດ້ຫັນປ່ຽນຢ່າງຕັ້ງໜ້າ, ຊີວິດສັງຄົມໄດ້ຮັບປະກັນໂດຍພື້ນຖານ. ໝາກຜົນນີ້ ແມ່ນກຳລັງໜູນເພື່ອໃຫ້ເມືອງສາມາດບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025./.




ຕອບກັບ

ຂ່າວ/ບົດ​ອື່ນ