ເມືອງເກາະໂກໂຕສຳເລັດຈຸດໝາຍກໍ່ສ້າງຊົນນະບົດໃໝ່


 (vovworld)-​​​​ ​ໄລ່​ຮອດ​ທ້າຍ​ປີ 2013, ​ເມືອງ​​ເກາະ​ໂກ​ໂຕ ​ແຂວງ​ກວາງ​ນິງ ​ໄດ້​ສຳ​ເລັດ​ບັນດາ​ມາດ​ຖານຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ພື້ນຖານ​ແລ້ວ. ​ໃນ​ເວລາ​ພຽງ 3 ປີ, ເມືອງ​​ເກາະ​ໂກ​ໂຕ ​ ປະຕິບັດທັງ​ໝົດ 19 ​ ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ, ກ່ອນ​​ແຜນທີ່ແຂວງ​ກວາງ​ນິງ ​ໄດ້​ວາງ​ອອກ​ແມ່ນ 2 ປີ ​ແລະ ທົ່ວ​ປະ​ເທດ​ແມ່ນ 7 ປີ ຊື່ອັນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈຢ່າງ​ແທ້​ຈິງ..

ເມືອງເກາະໂກໂຕສຳເລັດຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 1

​ (ພາບ: coto.gov.vn)

​ ໂກ​ໂຕ ​ແມ່ນ​ເມືອງ​ເກາະ​ທຸກ​ຍາກ​ກ່ວາ​ໝູ່​​ໃນ​ແຂວງ​ກວາງ​ນິງ ​ແລະ ທັງ​ປະ​ເທດ​ຫວຽດນາມ. ກ່ອນ​ນີ້, ຊີວິດ​ຂອງ ປຊຊ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຂາດ​ນ້ຳ​ໃຊ້, ຂາດ​ໄຟຟ້າ, ຂາດ​ເຮືອ, ກຳ​ປັ່ນທີ່​ເຊື່ອມ​ຕໍ່​ຄົມມະນາຄົມ​ລະຫວ່າງ​ເກາະ​ກັບ​ເຂດ​ດິນຕໍ່​ແຜ່ນ, ດິນ​ຟ້າອາກາດ​ບໍ່​ອຳນວຍ​ຄວາມ​ສະດວກ… ​ເມື່ອ​ເລີ່​ມລົງມື​ກໍ່ສ້າງ​ຊົນນະບົດ​ໃໝ່​, ​ເມືອງ​ໂກ​ໂຕ ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ເມືອງ​ແມ່ນ​ເກືອບ 10%.

  ​ພາຍຫຼັງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໃນ​ເວລາ​ພຽງ 3 ປີ, ມາ​ຮອດ​ປະຈຸ​ບັນ, ທັງ 2 ຕາ​ແສງ​ຂອງ​ເມືອງ​ໂກ​ໂຕ ​ໄດ້​ສຳ​ເລັດ​ໂຄງການ ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ພື້ນຖານ​ແລ້ວ. ​ເມືອງ​ເກາະ​ໂກ​ໂຕ ​ໄດ້​ລົງທຶນ​ຍົກ​ລະດັບ, ກໍ່ສ້າງ​ໜອງໃໝ່ 12 ​ແຫ່ງ​ໃນ​ເກາະ​ເພື່ອ​ສະໜອງ​ນ້ຳສະອາດ​ໃຫ້​​ຄອບຄົວ​ຢູ່​ທີ່​ນີ້ ໄດ້ 95%. ​ໂຄງການ​ຕິດຕັ້ງລະບົບໄຟຟ້າ​ຢູ່ເມືອງ​ເກາະ​ໂກ​ໂຕ​ ​ໄດ້ສຳ​ເລັດ​ໃນ​ທ້າຍ​ປີ 2013. ​ໂຄງ​ປະກອບ​ເສດຖະກິດ​ຂອງ​ໂກ​ໂຕ ມີ​ການ​ຫັນປ່ຽນ​ຢ່າງ​ໄວວາ, ຈາກ​ເມືອງ​ກະສິກຳ​ທຸກ​ຍາກ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ໃໝ່​ຂອງ​ແຂວງ​ກວາງ​ນິງ ດ້ວຍ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ປີ 2010 ​ແມ່ນ 3500 ຄົນ, ປີ 2013 ​ແມ່ນ​ເກືອບ 60.000 ຄົນ, ​ເພີ່ມ​ຂຶ້ນ​ທົບ 17 ​ເທົ່າ​ໃນ​ໄລຍະ 3 ປີ. ​ໂສມ​ໜ້າ​ເຂດ​ຊົນນະບົດ​ຂອງ​ເມືອງ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ​ ​ເສັ້ນທາງ​ລະຫວ່າງ​ຕາ​ແສງ, ບ້ານ, ຮ່ອມ​ບ້ານ ​ໄດ້​ຮັບ​ການກໍ່ສ້າງດ້ວຍ​ເບ​ຕົງ 100%. 100% ​ໂຮງຮຽນ​ບັນລຸ​ມາດຖານ​ແຫ່ງ​ຊາດ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ເມືອ​ງຍັງ​ເຫຼືອພຽງ 0,5% ​ເທົ່າ​ນັ້ນ. ປຊຊ ຢູ່​ທີ່​ນີ້​ໄດ້​ຕັ້ງໜ້າ​ເຂົ້າຮ່ວມ​ການກໍ່ສ້າງ​ຊົນນະບົດ​ໃໝ່. ປ້າ​ເຈິ່ນທິຈິງ, ຢູ່​ເທດສະບານ​ເມືອງ​ໂກ​ໂຕ ​ໃຫ້​ຮູ້​ວ່າ:

​ຂ້າພະ​ເຈົ້າ​ໄດ້​ສະໜັບສະໜູນ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່ບໍ່​ຫຼາຍ​ກໍ່​ໜ້ອຍ. ​ເຖິງ​ວ່າ​ຄອບຄົວ​ຍັງ​ທຸກ​ຍາກ​ກໍ່ຕາມແຕ່​ຍັງຄົງສະໜັບສະໜູນ​ການ​ພັດທະນາຊົນນະບົດຢູ່“.

​​ເມືອງເກາະໂກໂຕສຳເລັດຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 2

ຕັດ​ແຖບ​ພ້າ​​ເປີດສະ​ຫຼອງຕາໜ່າງ​ໄຟຟ້າຢູ່​ໂກ​ໂຕ

 (ພາບ:Internet)

  ໝາກຜົນ​ຂອງ​ການກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ເມືອງ​ເກາະ. ບົດຮຽນ​ທີ່​ໂກ​ໂຕ​ໄດ້​ຖອດ​ຖອນ​ມາ​ໄດ້​ພາຍ​ຫລັງ 3 ປີຜ່ານມາ, ນັ້ນ​ແມ່ນ: ບົດຮຽນ​ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ, ມີ​ຫົວຄິດ​ປະກິດ​ສ້າງ​ໃນ​ການ​ຊີ້​ນຳ​ນຳພາ, ກ່ຽວ​ກັບ​ການ​ກຳນົດ​ຈຸດໝາຍ​ຢ່າງ​ຖືກຕ້ອງ, ຂັ້ນຕອນ​ພັດທະນາ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ທ້ອງ​ຖິ່ນ, ບົດຮຽນ​ກ່ຽວ​ກັບ​ການ​ເລືອກ​ເຟັ້ນ​ເນື້ອ​ໃນ, ຮູ​ບການ​ໂຄສະນາ, ກ່ຽວ​ກັບ​ລະດົມ​ແຫຼ່ງກຳລັງ, ​ໃນ​ນັ້ນມີ​ແຫຼ່ງກຳລັງ​ຈາ​ກ ປຊຊ ປະກອບ​ໃຫ້​ໂຄງການກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຫງວຽນ​ວັນ​ໂກຍ, ປຊຊ ຕາ​ແສງ​ຫາຍ​ຕຽນ, ​ເມືອງ​ດົ່ງ​ຕຽນ ​ໃຫ້​ຮູ້​ວ່າ:

   “​​​ອຳນາດ​ການ​ປົກຄອງ​ຂົນຂວາຍ ປຊຊ ປະກອບທີ່​ດິນ​ເພື່ອ​ກໍ່ສ້າງ​ເສັ້ນທາງ, ຂ້າພະ​ເຈົ້າກໍ່​ເຫັນ​ດີ. ປຊຊ ພວກ​ຂ້າພະ​ເຈົ້າກໍ່​ເຫັນ​ດີ​ນຳ​ກັນ​ວ່າ, ​ແຕ່ລະ​ຄອບຄົວຈະ​ປະກອບ​ດິນ​ແຕ່ 3 ​ແມັດ, 5 ​ແມັດ​ເພື່ອ​ກໍ່ສ້າງ​ເສັ້ນທາງ​ໃຫ້​ພວກ​ຫຼານ​ໄປ​ຮຽນ“.

   ປີ 2014 ນີ້, ​ເມືອງ​ເກາະ​ໂກ​ໂຕ ມຸ່ງ​ໄປ​ສູ່​ທະ​ເລ​ທີ່​ກ້ວາງ​ໃຫ່ຍ ດ້ວຍ​ໜ້າ​ທີ່​ນຳ​ສູນ​ພະລາທິການ​ອາຊີ​ບຫາປາ​ໃນ​ບໍລິ​ເວນ​ເມືອງ​ເຂົ້າ​ເຄື່ອນ​ໄຫວ, ຫັນ​ຮູບ​ແບບ​ການບໍລິການ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ເພື່ອ​ໃຫ້​ໂກ​ໂຕ​ ກາຍ​ເປັນ​ສູນ​ບໍລິການ​ພາລະ​ທິການ​ອາຊີບ​ຫາ​ປາ​​ຂອງ​ທັງ​ເຂດ​ທາງ​ທິດ​ເໜືອ​ຂອງ​ອ່າວ​ພາກ​ເໜືອ. ທ່ານ​ຮ່າ​ແມັງ​ຮຸ່ງ, ​ເລຂາ​ຄະນະ​ພັກ​ຕາ​ແສງ​ດົ່ງ​ຕຽນ ​ໃຫ້​ຮູ້​ວ່າ:

  “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າກຳນົດວ່າ​ການ​ພັດທະນາ​ສິນ​ທະ​ເລ​ແມ່ນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ. ຄຽງ​ຄູ່​ກັນນັ້ນ, ກໍ່​ພັດ​ທະນະ​ບັນດາ​ການ​ບໍລິການ​ທ່ອງ​ທ່ຽວ. ສະນັ້ນ, ພວກ​ຂ້າພະ​ເຈົ້າຕັດສິນ​ໃຈ​ໂຄສະນາ, ຂົນຂວາຍ ປຊຊ ຫັນ​ການ​ຜະລິດ​​ແບບ​ກະ​ແຈກ​ກະຈາຍ​, ບໍ່​ມີ​ຈຸດ​ສຸມເປັນ​ການ​ຜະລິດ​​ເປັນສິນຄ້າ​​ແບບລວມສູນ ​ແລະ ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳຕົ້ນຕໍ“.

​ ເພື່ອ​ປະຕິບັດການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໃຫ້ສຳ​ເລັດ, ​ໂກ​ໂຕ ​ພວມ​ສູ້​ຊົນກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ຄຸນ​ນະພາ​ບສູງ, ​ເປັນ​ເຂດ​ພັກຜ່ອນ​ບັນລຸ​ມາດຖານ​ສູງ​ເທື່ອ​ລະ​ກ້າວ ຊື່​ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ຈຸດ​ສຸມ​ດ້ານ​ເສດຖະກິດ​ທະ​ເລ​ໃນ​ຍຸດ​ທະ​ສາດ​​ພັດທະນາ​ເສດຖະກິດ​ທະ​ເລ​ຂອງ​ປະ​ເທດ​ຊາດ ​ແລະ ຂອງ​ແຂວງ​ກວາງ​ນິງ./.

 

ຕອບກັບ

ຂ່າວ/ບົດ​ອື່ນ