​ເສັ້ນທາງ​​ລະ​ດູ​ບານ​ໃໝ່​ຢູ່​​ບ້ານ​ເກີດ​ເມືອງນອນ​ຂອງ​ນັກ​ວິ​ລະ​ຊົນ​ ນຸບ

(VOVWORLD) - ບ້ານ Stơr, ຕາແສງ Tơ Tung, ເມືອງ Kbang, ແຂວງຢາລາຍ (ເຂດໄຕງວຽນ) ແມ່ນບ້ານເກີດເມືອງນອນຂອງນັກວິລະຊົນ ນຸບ. ແຕ່ກ່ອນ, Kbang ແມ່ນໜຶ່ງໃນບັນດາເມືອງເຂດຫ່າງໄກສອກຫລີກ, ປະສົບກັບຄວາມຫຍຸ້ງຍາກກ່ວາໝູ່ຂອງແຂວງຢາລາຍ ແຕ່ມາໃນປະຈຸບັນ, ພື້ນຖານໂຄງລ່າງຢູ່ທີ່ນີ້ ໄດ້ຮັບການຍົກລະດັບ, ການຈໍລະຈອນໄປມາສະດວກສະບາຍດີ.
  ​ເສັ້ນທາງ​​ລະ​ດູ​ບານ​ໃໝ່​ຢູ່​​ບ້ານ​ເກີດ​ເມືອງນອນ​ຂອງ​ນັກ​ວິ​ລະ​ຊົນ​ ນຸບ - ảnh 1 ເສັ້ນທາງດົງເຈື່ອງເຊີນ

 ດິງນຸບ (ຫຼືມັກເອີ້ນວ່ານັກວິລະຊົນນຸບ) ແມ່ນບຸກຄົນທີ່ມີຊື່ງສຽງໃນປະຫວັດສາດຫວຽດນາມ, ແມ່ນຊາວເຜົ່າບານາ, ອະດີດສະມາຊິກສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 6. ໃນໄລຍະຕໍ່ຕ້ານຕ້້ານພວກລ່າເມືອງຂຶ້ນຝະລັ່ງຮຸກຮານ, ນັກວິລະຊົນ ນຸບ ແລະ ຊາວບ້ານ Stơr ໄດ້ກາຍເປັນເລື່ອງເທບນິຍາຍໃນດວງໃຈຂອງປະຊາຊົນບັນດາເຜົ່າຢູ່ເຂດໄຕງວຽນ, ກາຍເປັນສັນຍາລັກຂອງເຂດໄຕງວຽນແຫ່ງຄວາມພິລະອາດຫານ. ດິງນຸບ ເປັນຊາວເຂດໄຕງວຽນ ຜູ້ທຳອິດ ທີ່ໄດ້ຮັບນາມມະຍົດເປັນນັກວິລະຊົນກຳລັງປະກອບອາວຸດປະຊາຊົນຈາກລັດຫວຽດນາມ.

   ແຕ່ກ່ອນ, ບັນດາເສັ້ນທາງເຂົ້າໄປເມືອງ Kbang ລ້ວນແຕ່ແມ່ນເສັ້ນທາງໃນປ່າ, ເສັ້ນທາງນ້ອຍ, ໄປມາຍາກທີ່ສຸດ ປະຈຸບັນ, ກໍ່ມີເສັ້ນທາງເຮັດດ້ວຍເບຕົງຜ່ານປ່າແກ່ທີ່ມີຕົ້ນໄມ້ຂຽວອຸ່ມທຸ່ມແຫ່ງຕ່າງໆ. Kon Pne ແລະ Đăk Roong ແມ່ນ 2 ຕາແສງປະສົບກັບຄວາມຫຍຸ້ງຍາກພິເສດ ແລະ ຫ່າງໄກທີ່ສຸດຂອງເມືອງ Kbang. ການຄົມມະນາຄົມບໍ່ອຳນວຍຄວາມສະດວກ, 2 ຕາແສງດັ່ງກ່າວ ເຄີຍຖືກຖືວ່າ ແມ່ນເຂດທີ່ບໍ່ມີການພົວພັນດ້ານການຄ້າ, ເສດຖະກິດແບບກຸ້ມຕົນເອງ. ມາຮອດປະຈຸບັນ, ເສັ້ນທາງລະຫວ່າງຕາແສງ Kon Pne, Đăk Roong ໄດ້ເຊື່ອມຕໍ່ໃສ່ກັບເສັ້ນທາງ ດົງເຈື່ອງເຊີນ (ສາຍພູຫຼວງເບື້ອງຕາເວັນອອກ) ທີ່ໄດ້ຮັບການລົງທຶນກໍ່ສ້າງ, ມີການພົວພັນດ້ານການຄ້າທີ່ສະດວກສະບາຍກ່ວາ. ຈາກນັ້ນ, ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອຊຸກຍູ້ພໍ່ແມ່ປະຊາຊົນຜະລິດສິນຄ້າ, ປູກຕົ້ນໄມ້ປະເພດຕ່າງໆຄື: ກາເຟ, ໝາກພິກໄທ, ໝາກນອດ… ກໍ່ຄ່ອຍໆໄດ້ເປີດກ້ວາງ. ທ່ານດິງນາວ ປະທານຄະນະກຳມະການປະຊາຊົນຕາແສງ Đăk Roong ໃຫ້ຮູ້ວ່າ:

   ມີເສັ້ນທາງຄົມມະນາຄົມໄປມາສະດວກສະບາຍ, ການຂົນສົ່ງສິນຄ້າ, ໄປມາຫາສູ່ກັນ, ສົ່ງລູກຫຼານໄປຮຽນ, ປະຊາຊົນໄປມາຄ້າຂາຍ, ແລກປ່ຽນສິນຄ້າກໍ່ສະດວກກ່ວາເມື່ອທຽບກັບກ່ອນນີ້. ປະຊາຊົນພວກຂ້າພະເຈົ້າຂໍຂອບອົກຂອບໃຈນຳລັດ ທີ່ໄດ້ລົງທຶນກໍ່ສ້າງເສັ້ນທາງຜ່ານຕາແສງ.

   ປະຊາຊົນຕາແສງ ເຊີນລາງ ເມືອງ Kbang ກໍ່ມີຄວາມເບີກບານມ່ວນຊື່ນຍ້ອນບັນດາເສັ້ນທາງເຊື່ອມຕໍ່ໝູ່ບ້ານໃສ່ກັບເສັ້ນທາງຕົ້ນຕໍໄປຜ່ານຕາແສງ ແມ່ນເສັ້ນທາງດົງເຈື່ອງເຊີນ ລ້ວນແຕ່ໄດ້ຮັບການລົງທຶນຈາກແຫຼ່ງທຶນຂອງໂຄງການຫລຸດຜ່ອນຄວາມທຸກຍາກເຂດໄຕງວຽນ. ທ່ານເລຢຸຍຮອກ ປະຊາຊົນຕາແສງ ເຊີນລາງ ແບ່ງປັນວ່າ:

   ຂ້າພະເຈົ້າໄດ້ກໍ່ຮ່າງສ້າງຕົວຢູ່ທີ່ນີ້ມາໄດ້ 30 ປີແລ້ວ, ກ່ອນນີ້ເສັ້ນທາງດິນເປັນຕົມ, ລູກຫຼານໄປຮຽນກໍ່ຫຍຸ້ງຍາກ, ປະຊາຊົນໄປມາ ກໍ່ເຊັ່ນດຽວກັນ, ໂດຍສະເພາະແມ່ນໃນລະດູເກັບກຽວເຂົ້າ, ມັກລົ້ມຕະຫຼອດ. ປະຈຸບັນ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ ແລະ ກໍ່ສ້າງເສັ້ນທາງນີ້ໃຫ້ແກ່ປະຊາຊົນ, ປະຊາຊົນມີຄວາມພາກພູມໃຈທີ່ສຸດ.

  ​ເສັ້ນທາງ​​ລະ​ດູ​ບານ​ໃໝ່​ຢູ່​​ບ້ານ​ເກີດ​ເມືອງນອນ​ຂອງ​ນັກ​ວິ​ລະ​ຊົນ​ ນຸບ - ảnh 2

   ກ່ອນນີ້, ແຫຼ່ງກຳລັງລົງທຶນໃຫ້ແກ່ພື້ນຖານໂຄງລ່າງຄົມມະນາຄົມຢູ່ທ້ອງຖິ່ນແມ່ນມີຄວາມຈຳກັດພໍສົມຄວນ, ປະຈຸບັນໄດ້ຜັນຂະຫຍາຍໂຄງການຫລຸດຜ່ອນຄວາມທຸກຍາກເຂດໄຕງວຽນ, ເມືອງ Kbang ມີແຫຼ່ງກຳລັງຕື່ມອີກ ເພື່ອສົມທົບກັບບັນດາລາຍການ, ໂຄງການອື່ນຂອງລັດ ເພື່ອລົງທຶນກໍ່ສ້າງບັນດາເສັ້ນທາງທີ່ຈຳເປັນສາຍອື່ນໆຢູ່ບັນດາຕາແສງເຂດຫ່າງໄກສອກຫລີກ ຊື່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົມີການປ່ຽນແປງຫຼາຍພໍສົມຄວນ. ທ່ານເລກົງໂງນ ຮອງປະທານຄະນະກຳມະການປະຊາຊົນເມືອງ Kbang ໃຫ້ຮູ້ວ່າ:

   ນັບແຕ່ເວລາໂຄງການຫລຸດຜ່ອນຄວາມທຸກຍາກເຂດໄຕງວຽນ ໄດ້ຜັນຂະຫຍາຍຢູ່ເມືອງ Kbang, ຊື່ງໄດ້ລົງທຶນ ແລະ ປະກອບສ່ວນແກ້ໄຂການໄປມາຢ່າງສະດວກສະບາຍໃຫ້ແກ່ປະຊາຊົນ. ໂຄງການຍັງໄດ້ຮັບໃຊ້ການຂົນສົ່ງສິນຄ້າໃຫ້ປະຊາຊົນທຳການຜະລິດ. ສະນັ້ນໂຄງານຈຶ່ງສາມາດແກ້ໄຂບັນຫາໄດ້ໂດຍພື້ນຖານ, ສ້າງເງື່ອນໄຂດ້ານເສດຖະກິດ, ສັງຄົມພັດທະນາ, ລາຍຮັບຂອງປະຊາຊົນໄດ້ຍົກສູງຂຶ້ນ.

   ໝູ່ບ້ານຕໍ່ຕ້ານ Stơr ເວົ້າສະເພາະ, ເມືອງ K’Bang ເວົ້າລວມ ແມ່ນອູ່ການປະຕິວັດຢູ່ແຂວງຢາລາຍ, ປະຈຸບັນກໍ່ມີໂສມໜ້າໃໝ່ແລ້ວ. K’bang ແມ່ນ 1 ໃນຈຳນວນ 5 ເມືອງທຳອິດໃນທົ່ວປະເທດ ຖືກລັດຖະບານຄັດເລືອກເປັນບ່ອນທົດລອງກ່ຽວກັບໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ວັນປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ຜ່ານພົ້ນໄປເປັນເວລາ 45 ປີແລ້ວ (30/4/1975 - 30/4/2020), ບ້ານເກີດເມືອງນອນຂອງນັກວິລະຊົນ ນຸບ ກໍ່ມີການປ່ຽນແປງຫຼາຍແລ້ວ. ບັນດາເສັ້ນທາງສາຍຕ່າງໆໄດ້ຮັບການກໍ່ສ້າງໃໝ່ ຢ່າງໃຫ່ຍໂຕ, ສວຍງາມ , ແລະ ກວ້າງຂວາງ ຊື່ງພວມເປີດໂອກາດ ເພື່ອໃຫ້ບັນດາໝູ່ບ້ານຢູ່ແຂວງຢາລາຍ ສາມາບືນຕົວຂຶ້ນ, ພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ