ແຂວງ ກວາງນີງ ນຳໜ້າທົ່ວປະເທດໃນການຂະຫຍາຍຕາໜ່າງໄຟຟ້າສູ່ເຂດຊົນນະບົດ, ທະເລໝູ່ເກາະ

(vovworld) - ​​​ໂດຍ​ແມ່ນ​ແຂວງພູ​ດອຍ, ທ​ະ​ເລໝູ່​ເກາະ, ພູມ​ສັນຖານຍາວຢຽດ, ປະຊາຊົນ​ຢູ່​ກະ​ແຈກ​ກະຈາຍ ​ແຕ່​ແຂວງ ກວາງ​ນີງ ​ໄດ້​ປະຕິບັດ​ສຳ​ເລັດ​ການ​ຂະຫຍາຍຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​ໄປເຖິງ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ທະ​ເລ​ເກາະ. ນຳ​ໄຟຟ້າ​​ໄປ​ສູ່​ເຂດ​ຊົນນະບົດ​ຊ່ວຍ​ໃຫ້​ແຂວງ ກວາງ​ນີງ ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ໜັ້ນຄົງ. ບົດ​ຂຽນ “ກວາງ​ນີງ ນຳ​ໜ້າ​ທົ່ວ​ປະ​ເທດ​ໃນ​ການ​ຂະ​ຫຍາ​ຍຕາໜ່າງ​ໄຟຟ້າ​​ໄປ​ສູ່ເຂດຊົນນະບົດ, ທະ​ເລ​ໝູ່​ເກາະ” ຂອງ​ນັກ​ຂ່າວ ຟ້າມວັນ​ຟອງ.

ແຂວງ ກວາງນີງ ນຳໜ້າທົ່ວປະເທດໃນການຂະຫຍາຍຕາໜ່າງໄຟຟ້າສູ່ເຂດຊົນນະບົດ, ທະເລໝູ່ເກາະ - ảnh 1
ບັນດາຜູ້ແທນຕັດແຖບຜ້າເປີດສະຫຼອງໂຄງການລົງທຶນກໍ່ສ້າງຕາໜ່າງໄຟຟ້າເຂດຊົນນະບົດໄລຍະ 1, 2

        ​ໂດຍ​ກຳນົດ​ການຂະຫຍາຍ​ໄຟຟ້າ​ໄປ​ສູ່​ເຂດຊົນນະບົດ​ຕ້ອງ​ໄປ​ກ່ອນ​ບາດກ້າວ​ໜຶ່ງ​ເພື່ອ​ສ້າງ​ພື້ນຖານ ​ແລະ ກຳລັງ​ໜູນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ໃຫ້​ແກ່​ປະຊາຊົນ​ເຂດ​ຊົນນະບົດ, ປະກອບສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ​​ໃນ​ການ​ພັດທະນາລະຫວ່າງ​ບັນດ​າ​ເຂດ​, ພາກ, ດັ່ງ​ນັ້ນ ​ເລື່ອງ​ລົງທຶນຂະຫຍາຍ​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​ໄປ​ເຖິງ​ບັນດາຂົງ​ເຂດ​ນີ້ ​​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດຈາກ​​ແຂວງ ກວາງ​ນີງ. ​ແຂວງ ກວາງ​ນີງ ​ໄດ້​ລະດົມ​ທຸກໆ​ແຫຼ່ງກຳລັງ​ເພື່ອ​ນຳ​ໄຟຟ້າ​​ໄປເຖິງ​ບັນດາ​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ​ເຂດ​ທະ​ເລ, ໝູ່​ເກາະ. ​ເຂດ​ໃດ​ໃນ​ເຂດ​ດິນ​ຕໍ່​ແຜ່ນບໍ່​ທັນ​ມີ​ໄຟຟ້າ ກໍ່​ໄດ້​ຮັບ​ການ​ລົງທຶນ​ ​ກໍ່​ສ້າງສະຖານີ​ໝໍ້​ແປງ​ໄຟຟ້າ, ສາຍ​ໄຟຟ້າ​ແຮງ​ກາງ ​ແຮງ​ຕໍ່າ, ສ່ວນ​ບັນດາ​ຕາ​ແສງ​ເກາະ ກໍ່​ລ້ວນ​ແຕ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ສ່ວນ​ໜຶ່ງຈາກ​ແຂວງ ​ເພື່ອ​ສາມາດນຳ​ໃຊ້​ໄຟຟ້າ​ດ້ວຍ​ແຮງກະ​ຊວນ​ ​ແລະ ຖ່ານພະລັງງານ​ແສງຕາ​ເວັນ. ​ໃນ​ໄລຍະ 15 ປີ​ແຫ່ງ​ການ​ປະຕິບັດ​ໂຄງການຂະຫຍາຍຕາໜ່າງ​ໄຟຟ້າ​​ໄປ​ສູ່​ເຂດ​ຊົນນະບົດ (​ໄລຍະ 1998 – 2013), ​ແຂວງ ກວາງ​ນີງ ​ໄດ້​ບັນລຸ​​ເປົ້າ​ໝາຍກ່ອນ​ກຳນົດ​ເວ​ລາ 9 ປີ, ​ໃນ​ຂະນະ​​ທີ່​ປີ 2004, ​ແຂວງ ກວາງ​ນີງ ບັນລຸ​​ໄດ້​ຄາດໝາຍ 100% ຈຳນວນຕາ​ແສງ​ມີ​ໄຟຟ້າ. ປ້າ ​ເລ​ທິຫາຍ, ປະຊາຊົນ​ຕ​າ​ແສງ ລູກ​ຮົ່ນ, ​​ເມືອງ ບີ່​ງລຽວ, ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ມີ​​ໄຟຟ້າ​ນໍາ​ໃຊ້​ໃນ​ທົ່ວ​ເຂດ​ບ້ານ​ນາ.

        “ພວກ​ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ​ຈະ​ມີ​ໄຟຟ້າ​ໃຊ້, ມັນຄື​ດັ່ງ​ຄວາມ​ໄຝ່ຝັນ​ແທ້. ກ່ອນ​ນີ້, ຊີວິດ​ການ​ເປັນ​ຢູ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ແຕ່​ປະຈຸ​ບັນໄດ້​ມີການປ່ຽນ​ແປງຢ່າງ​ຈະ​ແຈ້ງ”

        ​ເລື່ອງ​ນຳ​ບັນດາ​ກິດຈະ​ກຳ​ໃໝ່​ເຂົ້າ​ນໍາ​ໃຊ້​ໄດ້​ຊ່ວຍ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຢູ່​ເຂ​ດຊົນນະ​ບົດ, ​ເຂດ​ຫ່າງ​ໄກສອກ​ຫຼີິກ, ​ເຂດ​ຊາຍ​ແດນ​ເກ​ືອບ 12.000 ຄອບຄົວ​ມີ​ການ​ປ່ຽນ​ແປງ, ວິ​ສາ​ຫະກິດ​ຜະລິດ​​ເປັນ​ປົກກະຕິ, ປະ​ຊາ​ຊົນ​ບໍ່​ຕ້ອງ​ດຳ​ເນີນຊີວິດພາຍ​ໃຕ້​ແສງ​ຕະກຽງ​ອີກ​​ແລ້ວ. ຕາ​ໜ່າງ​ໄຟຟ້າ​​ແຫ່ງ​ຊາດ​ບໍ່ພຽງ​ແຕ່​ຊ່ວຍ​ໃຫ້​ແຂວງ ກວາງ​ນີງມີ​ຄວາມ​ສະດວກ​ໃນ​ການພັດທະນາ​​ກະສິກຳ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ແຂວງ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ອຸດສາ​ຫະກຳ​ສຳຮອງ…ອີກ​ດ້ວຍ. ອ້າຍ ​ໂດ໋ວັນ​ຕ໋ຽນ, ປະຊາຊົນ​ຢູ່​ຕາ​​ແສງ​ເກາະ ກວານ​ລ້ານ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ບໍ່​ມີ​​ໄຟຟ້າ, ຊີວິ​ດການ​ເປັນ​ຢູ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ຕ້ອງ​ໃຊ້​​ເຄື່ອງ​ກຳ​ເນີ​ດໄຟຟ້າ​ໝົດ​ມື້, ຄ່າ​​ໃຊ້​ຈ່າຍຊື້​ນໍ້າມັນກະ​ຊວນ​ໃນ​ແຕ່​ລະ​ມື້​​ແມ່ນຫຼາຍ​ພໍ​ສົມຄວນ. ນັບ​ແຕ່​ມື້​ມີ​ໄຟຟ້າ​ແລ້ວ, ປະຊາຊົນ​ທຳ​ມາ​ຫາ​ກິນ​ກໍ່ສະດວກສະບາຍ ​ແລະ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນທີ່​ສຸດ.”

        ​ຖັດຈາກ​ຜົນສ​ຳ​ເລັດ​ຂອງ​ໂຄງການ​ລົງທຶນ​ກໍ່ສ້າງ​ຕາໜ່າງ​ໄຟຟ້າ​​ໄປ​ສູ່ເຂດ​ຊົນນະບົດ, ​ແຂວງ ກວາງ​ນີງ ​​ໄດ້​ເລີ່​ມວາງ​ອອກ​ຄາດໝາຍ​ໃຫຍ່​ກ່ວາ, ນັ້ນ​ແມ່ນ​ນຳ​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​ອອກ​ສູ່​ທຸກໆ​ເມືອງ​ເກາະ. ​ໂຄງການ​ນຳ​ໄຟຟ້າ​ອອກ​ສູ່​ເມືອງ​ເກາະ ​ໂກ​ໂຕ ​ໃນ​ປີ 2013 ດ້ວຍລະດັບ​ຈຳນວນເງິນ​ລົງທຶນ 1.100 ຕື້​ດົ່ງ ​ແລະ ​ໂຄງການ​ນຳ​ໄຟຟ້າ​ອອກ​ສູ່ 5 ​ຕາ​​ແສງ​ຢູ່​ເກາະເວີນ​ດົ່ນ​ໃນ​ປີ 2014 ດ້ວຍ​ຈຳນວນ​ເງິນ 312 ຕື້​ດົ່ງ​​ໂດຍ​ແຂວງ​ປຸກລະດົມ​ທົ່ວ​ລະບົບ​ການ​ເມືອງ​ເຂົ້າ​ຮ່ວມ​ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ. ​ເລື່ອງ​ປະຕິບັດ​ສຳ​ເລັດ 2 ​ໂຄງການ​ຈຸດ​ສຸມ​ດັ່ງກ່າວ​ໄດ້​ຍົກ​ອັດຕາຈໍານວນ​ຄອບຄົວ​ມີ​ໄຟຟ້າ​ໃຊ້​ ຂອງ​ແຂວງ ກວາງ​ນີງ ຂຶ້ນ​ເຖິງ 99,45%. ທ່ານ ຫວູດິ່ງ​ເຕີນ, ຮອງ​ຜູ້ອຳນວຍການ​ບໍລິສັດ​ໄຟຟ້າ ກວາງ​ນີງ, ​ໃຫ້​ຮູ້​ວ່າ:

        “ບໍລິສັດ​ໄຟຟ້າ ກວາງ​ນີງ ​ແມ່ນ​ບໍລິສັດ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ໄດ້​ປະຕິບັດສຳ​ເລັດ​ເລື່ອງ​ນຳ​​ໄຟຟ້າ​​ໄປເຖິງ​ເຂດ​ຫ່າງ​ໄກ​ສອກຫຼີກ ​ໃນ​ປີ 2012 ​ແລະ ກໍ່​ແມ່ນ​ບໍລິສັດ​ທຳ​ອິດ​ທີ່ນຳ​ໄຟຟ້າດ້ວຍ​ຄວາມ​ແຮງ 22 kv ອອກ​ສູ່​ເຂດ​ໝູ່​ເກາະ​ສຳ​ເລັດ​ຜົນ. ພາຍຫຼັງ​ຜົນສຳ​ເລັດ​ຂອງ​ແຂວງ ກວາງ​ນີງ, ບັນດາ​ທ້ອງ​ຖິ່ນ​ອື່ນ​ກໍ່ເລີ່​ມຕົ້ນປ​ະຕິ​ບັດ. ນັ້ນ​ແມ່ນ​ສິ່ງ​ເປັນ​ໜ້​າ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຂະ​ແໜງ​ໄຟຟ້າ​ກວາງ​ນີງ.” 

        ພາຍຫຼັງ​ມີ​ໄຟຟ້າ​ໃຊ້​ໃນເວລາ​ອັນສັ້ນ​ເທົ່າ​ນັ້ນ, ​ໂສມໜ້າ​​ຊົນນະບົດ​ຢູ່​ບັນດາ​ເຂດ​ນີ້​ໄດ້ມີ​ການ​ປ່ຽນ​ແປງຢ່າງ​ຈະ​ແຈ້ງ, ​ເສດຖະກິດ​ພັດທະນາ, ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

        ​​ແຂວງ ກວາງ​ນີງ ​ໄດ້​ນຳ​ໜ້າ​ໃນ​ທ່ົວ​ປະ​ເທດ​ກ່ຽວ​ກັບ​ການ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ຂະຫຍາຍຕາໜ່າງ​ໄຟຟ້າ​ໄປ​ຍັງ​ເຂດ​ຊົນນະບົດ ​ແລະ ນຳ​ໄຟຟ້າ​ອອກ​ສູ່​ທຸກໆຕາ​ແສງໝູ່​ເກາະ. ປະຈຸ​ບັນ, ​ເມື່ອ​ໄປ​ຍັງ​ບັນດາ​ບ້ານ​ຢູ່​ຫ່າງ​ໄກ ຫຼື ​ຕາ​ແສງ​ເກາະ​ໃນ​ບໍລິ​ເວນ​ແຂວງ​ກໍ່​ຮູ້​ໄດ​້ ​ພາບພົດ​ຫັນ​ເຂດ​ຊົນນະບົດ​ໃໝ່​ທີ່​ທັນ​ສະ​ໄໝ​ຢ່າງ​ຈະ​ແຈ້ງ​ກ່ວາ​ເວລາ​ໃດ​ໝົດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ມີ​ຫຼາຍ​ໂຄງການ​ຂອງ​ຂະ​ແໜງ​ໄຟຟ້າ​ແຂວງ ກວາງ​ນີງ ​ໄດ້ກາຍ​ເປັນ​ບັນດາ​ຮູບ​ແບບ​ທີ່​ດີ​ເພື່ອ​ໃຫ້​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຮຳ່ຮຽນ​ເອົາ​ບົດຮຽນ. ໝາກຜົນ​ນີ້​ຍັງ​ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ເຊິ່ງ​ແຂວງ ກວາງ​ນີງ ​ໄດ້ວາງ​ອອກ ​ແລະ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ແຂວງ ກວາງນີງ ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ