ແຂວງ ຕວຽນກວາງ ຜະລິດຊາຕາມມາດຕະຖານ VietGap

(vovworld) –​ ​ ​​ຕົ້ນ​ຊາຢູ່​ເມືອງ ຮ່າມ​ອຽນ, ແຂວງ ຕວຽນ​ກວາງ, ໄດ້​ສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ຢ່າງ​ໃກ້​ຊິດມາແຕ່​ດົນ​ນານ​ມາ​ແລ້ວ​ ແລະ ແມ່ນ​ແຫຼ່ງ​ລາຍ​ຮັບ​ຕົ້ນ​ຕໍ​ຂອງ​ຫຼາຍ​ຄອບ​ຄົວ​ຢູ່​ທີ່ນີ້. ປະ​ຈຸ​ບັນ, ຕົ້​ນ​ຊາ​ຢູ່​ຮ່າມ​ອຽນ ບໍ່ພຽງ​ແຕ່​ຊ່ວຍ​ໃຫ້​ປະ​ຊ​າ​ຊົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ກາຍ​ເປັນ​ປະ​ເພດ​ຕົ້ນ​ໄ​ມ້​ທີ່​​ຊ່ວຍ​ໃຫ້​ພໍ່​ແ​ມ່​ປະ​ຊາ​ຊົ​ນ​ສ້າງ​ຄວາມ​ຮັ່ງ​ມີ ດ້ວຍ​ວິ​ທີ​​ນຳ​ໃຊ້​​ວິ​ທະ​ຍາ​ສາດ​ເຕັກ​ນິກ, ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​​​ທີ່​ມີ​ຄວາມ​ປອດ​ໄພ, ມີ​ຄຸນ​ນະ​ພາບ​ສ​ູງ, ​ໄ​ດ້​ຮັບ​ຄ​ວາມເຊື່ອ​ໝັ້ນຈາກຜູ້​ອຸ​ປະ​ໂພກບໍ​ລິ​ໂພກ. ບົດ​ຂຽນ “​ແຂວງ ຕວ​ຽນ​ກວາງ ຜະ​ລິດ​ຊາ​ຕາມ​ມາດ​ຕະ​ຖານ VietGap” ຂອງ ເ​ຟ​ືອງ​ທວາ, ນັກ​ຂ່າວ VOV.



ແຂວງ ຕວຽນກວາງ ຜະລິດຊາຕາມມາດຕະຖານ VietGap  - ảnh 1

ເມືອງ​ຮ່າມ​ອຽນ, ແຂວງ ຕວ​ຽນ​ກວາງ ມີ​ເນື້ອ​ທີ່​ປູກ​ຕົ້ນ​ຊາກວ່າ 2000 ເຮັກ​ຕາ, ໃນ​ນັ້ນ​ມີ​ເນື້ອ​ທີ່​ເກືອບ 1.900 ເ​ຮັກ​ຕາ​ແມ່ນເ​ກັບ​ກ່ຽວ​ໄດ້​ແລ້ວ. ເພື່ອ​ຍົກ​ສູງ​ມູນ​ຄ່າ​ຂອງ​ຕົ້ນ​ຊາ, ຢູ່​ຫຼາຍ​ຕາ​ແສງ​ຂອງ​ເມືອງ ຮ່າມ​ອຽນ, ຜູ້​ປູກ​ຕົ້ນ​ຊາ​ພວມ​ຫັນ​ທິດ​​ປູກ ແລະ ປຸງ​ແຕ່ງ​ຊາຈາກວິ​ທີ​ທີ່​ເປັນ​ມູນ​ເຊື້ອເປັນ​ການ​ປູກ ແລະ ຜະ​ລິດ​ຊາ​ທີ່​ມີ​ຄວາມ​ປອດ​ໄພ ຕ​າມ​ມາດ​ຖານ ປະຕິ​ບັດ​ການ​ຜະ​ລິດ​ກະ​ສິ​ກຳທີ່​ດີ​ຢູ່​ຫວຽດ​ນາມ (VietGap). ຄອບ​ຄົ​ວ​ລຸງ ຟ້າມ​ວັນ​​ລ້ວນ, ຢູ່​ບ້ານ 3 ລ່າງ​ບ໋າດ, ມ​ີ​ເນື້ອ​ທ​ີ່​ປູກຕົ້ນ​ຊາ 3 ເຮັກ​ຕາ ​ແລະ ລຸງ​ໄດ້ເຂົ້າ​ຮ່ວມ​ຮູບ​ແບບ​​ການ​ປູກຊາ​ ແລະ ປຸງ​ແຕ່​ງ​ຊາ​ຢ່າງປອ​ດ​ໄພ​ຕາມ​ມາດຕະ​ຖານ VietGap ໂດຍ​ກົມປ້ອງ​ກັນພືດ​​ສາ​ຂາແຂວງ ຕວ​ຽນ​ກວາງ ສົມ​ທົບ​ກັບ​ໂຄງ​ການ​ໜູນ​ຊ່ວຍ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ, ຊົນ​ນະ​ບົດ​ແຂວງ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຮ່າມ​ອຽນ ຜັນ​ຂະ​ຫຍາຍ​ນັບ​ແຕ່​ຕົ້ນ​ປີ 2013. ທ່ານ ລ້ວນ ໃຫ້​ຮູ້​ວ່າ: ສະ​ຫະ​ກອນ​ປູກ​ຊາ​ປອ​ດ​ສານ​ພິດລວມມ​ີ 30 ຄອບ​ຄົວ​ເຂົ້າ​ຮ່ວມ ດ້ວຍ​ເນື້ອ​ທີ່​ກວ່າ 16 ເຮັກ​ຕ​າ. ​ໂຄງ​ການ​​ໄດ້ໜູນ​ຊ່ວຍຄອບ​ຄົວ​ລຸ່ງ ໃນ​ການ​ລົງ​ທຶນສ້າງ​ໂຮງ​​ງານ, ​ປະ​ກອບ​ອຸ​ປະ​ກອນ​ອົບ​ຊາ, ເຄື່ອງ​ດູດ​ອາ​ກາດ… ເພື່ອ​ປຸງ​ແຕ່ງ ແລະ ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ໃຫ້​ບັນ​ດາ​ຄອບ​ຄົວ​ປູກ​ຕົ້ນ​ຊາ. ເພື່ອ​ຮັບ​ປະ​ກັນ​ການ​ຜະ​ລິດ​ຊາ​ໃຫ້​ມີ​ຄວາມ​ປອດ​ໄພ​ຕ​າມ​ມາດ​ຕະ​ຖານ VietGap, ບັນ​ດາ​ຄອບ​ຄົວ​ທີ່​ເຂົ້າ​ຮ່ວມ​ໃນ​ໜ່ວຍ​ສະ​ຫະ​ກອນ​ຕ້ອງ​​ໄດ້​ເຊັນ​ສັນ​ຍາ​ປະ​ຕິ​ບັດ​ຕາມຫຼັກ​ການ “4 ຖືກ” ຄື: ຖືກ​ກັບ​ເວ​ລາ, ຖືກວິ​ທີ, ຖືກ​ປະ​ລິ​ມານ ແລະ ຖືກ​​ເວ​ລາກຳ​ນົດ.

        “ເພື່ອ​ຜະ​ລິດ​ຊາ​ໃຫ້​ມີ​ຄວາມ​ປອດ​​ໄພຕາມ​ຂໍ້​​ກຳ​ນົດ​ທີ່ພວມ​ປະ​ກາດ​ໃຊ້, ສະ​ມາ​ຊິກ​ໃນ​ໜ່ວຍ​ສະ​ຫະ​ກອນ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂ​ໍ​້​ກຳ​ນົດ​ໃນ​ການ​ປູກ, ການບົວ​ລະ​ບັດ​, ​ການເກັບ​ກ່ຽວ ແລະ ກ​ານປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​​ຈຶງຮັບ​ປະ​ກັນ​ຄຸນ​ນະ​ພາບ, ປອດ​ໄພ. ຈາກແນວ​ພັນ​ປູກ, ເຂດ​ດິນ​, ແຫຼ່ງ​ນ້ຳ ຕະ​ຫຼອດ​ຮອດ​ລະ​ລອ​ບ​ບົວລະ​ບັດ​ຮັກ​ສາ ພວກ​ຂ້າ​ພະ​ເຈົ້າ​​ລ້ວນ​ແຕ່​​ປະ​ຕິ​ບັດ​ຕາມ​ຂໍ​້​ກຳ​ນົດຕ່າງໆ​ທີ່​​ອະ​ນຸ​ຍາດ​​​ໄດ້ນຳ​ໃຊ້​ໃນ​​ຜະ​ລິດ​ຕະ​ພັນ​ປອດ​ສາ​ພິດ. ການ​ເກັບ​ຊາ ແລະ ຮາກ​ຖານ​ປຸງ​ແຕ່ງ​ຕ້ອງ​ຮັບ​ປະ​ກັ​ນ​ສຸ​ຂະ​ອະ​ນາ​ໄມ​​ຄ​ວາມ​ປອດ​ໄພດ້ານ​ສະ​ບຽງ​ອາ​ຫານ​.”


ແຂວງ ຕວຽນກວາງ ຜະລິດຊາຕາມມາດຕະຖານ VietGap  - ảnh 2

ຄອບ​ຄົ​ວ​ເອື້ອຍ ຟ້າມ​ທິ​ເຮື່ອງ, ບ້ານ 5 ລ່າງ​ບ໋​າດ, ຕາ​ແສງ ເຕີນ​ແທ່ງ, ເມືອງ​ຮ່າມ​ອຽນ ໄດ້​ເຂົ້າ​ຮ່ວມ​ໜ່ວຍ​ສະ​ຫະ​ກອນ​ຜະ​ລິດ​ຊາ​ປອດ​ສານ​​ພິດ. ພາຍ​ຫຼັງ​ເກືອບ 3 ປີ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ​ຂອງ​ຄອບ​ຄົວ​ເ​ອື້ອຍ ເຮື່ອງ ໄດ້​ຮັບ​ການ​ປັ​ບ​ປຸງ ແລະ ​ສາ​ມາ​ດ​ປຸກ​ເຮືອນໃໝ່ ​ 2 ຊັ້ນ​ຢ່າ​ງກວ້າງ​ຂວາງ, ​ສວຍ​ງາມ​. ນັບ​ແຕ່​ໄດ້ເຂົ້າ​ຮ່ວ​ມ​ຮູບ​ແບບຜ​ະ​ລິດ​ຊາ​ປອດ​ສານ​​ພິດ​ຕາ​ມ​ມາດ​ຕະ​ຖານ​ Vietgap, ເອື້ອຍ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມດ້ານ​ເຕັກ​ນ​ິກ, ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາບັນ​ດາ​ຮູບແບບ​​ຜະ​ລິດ​ຊາຢ​ູ່​ແຂວງ​ທ໋າຍງວຽນ ແລະ ນຳ​ໃຊ້​ຖືກ​ຕ​າມ​ຂັ້ນ​ຕອນ​​ດ້ານເຕັກ​ນິກ​ໃນ​ການ​ບົວ​ລະ​ບັດ​ຮັກ​ສາ, ​ການເກັບກ່ຽວ, ​ການຮັກ​ສາ​ຜະ​ລິດ​ຕະ​ພັນ​ຊາ ຕ​າມ​ມາດ​ຕະ​ຖານ VietGap ສະ​ນັ້ນ, ມູນ​ຄ່າ​ຂອງ​ຕົ້ນ​ຊາ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້​ນ. ປະ​ຈຸ​ບັນ, ​ຊາ​​ທີ່​ໄ​ດ້​ອົບແຫ້ງ​ຕາມ​ມາດ​ຕ​ະ​ຖານ VietGap 1 kg ​​ມີ​ລາ​ຄາສູງກວ່າ​ແຕ່ 30 ຫາ 50 ພັນ​ດົ່ງ ເມື່ອ​ທຽບ​ໃສ່​ຊາ​​ທີ່​ຜະ​ລິດ​ແບບ​ທຳ​ມະ​ດາ. ດ້ວຍ​ເນື່ອ​ທີ່​ປູກ​ຊາ​ປອດ​ສານ​​ພິດກວ່າ 0,3 ເຮັກ​ຕາ, ແຕ່​ລະ​ປີ​ຄອບ​ຄົວ​ເອື້ອຍ ເຮື່ອງ ​​​ສ້າງ​ລາຍ​ຮັບໄດ້​ກວ່າ 150 ລ້ານ​ດົ່ງ/ປີ. ເອື້ອຍ​ເຮື່ອງ​ ໃຫ້​ຮູ້​ວ່າ.

        “ກ່ອນນີ້, ຄອບ​ຄົວ​​ເອື້ອຍຜະ​ລິດ​ຊາ​ຕາມ​​ແບບ​ທີ່​ເປັນມູນ​ເຊື້ອ​ ​ລາ​ຄາຖືກ ແລະ ຂາຍ​ກໍ​ຍາກ. ນັບ​ແຕ່​ມື້​ທີ່​ໄດ້​ຜະ​ລິດ​ຊາ​ປອດ​ສານ​​ພິດ​ຂາຍ​​ກໍໄດ້​ລາ​ຄາ​ສູງກວ່າ. ມາ​ຮອດ​ປະ​ຈຸ​ບັນ, ຊີ​ວິດ​ຂອງ​ຄອບ​ຄົວ​ກໍ​ຮັບ​ປະ​ກັນ​ກວ່າ​ຫຼາຍ​ເມື່ອ​ທຽບ​ໃສ່​ກ່ອນນີ້”.

        ​ເມື່ອກຳ​ນົດ​ຕົ້ນ​ຊາ​ແມ່ນ​ທ່າ​ແຮງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເມືອງ ຮ່າມ​ອຽນ ໄດ້​ຮ່ວມ​ກັບ​ປະ​ຊາ​ຊົນ ສ້າງ​ບັນ​ດາ​ມາດ​ຕະ​ການຍົກ​ສູງ​ຄຸນ​ນະ​ພາບ ກໍ​ຄື​ມູນ​ຄ່​າ​ຂອງ​ຕົ້ນ​ຊາ ດ້ວຍ​ບັນ​ດາ​ແນວ​ພັນ​ຊາ​ໃໝ່ ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ວ​ິ​ທີ​​ການຜະ​ລິດ​ຊາ​ຕາມ​ທິດ​ປອດ​ສານ​ຜິດ. ບັນ​ດາ​ຕາ​ແສງ​​ທີ່ມີ​ເນື້ອ​ທີ່​ປູກ​ຊາ​ກວ້າງ​ ໄດ້​ຮັບ​ການ​ລົງ​ທຶນກໍ່​ສ້າງ ເພື່ອ​ຮັບ​ປະ​ກັນ​ ​ອະ​ນ​າ​ໄມ​ສິ່ງ​ແວດ​ລ້ອມ, ​ການຜ​ະ​ລິດ​​ປອດ​ສານ​ພິດ. ທ່ານ ນົງ​ຮຸຍ​ຕຸ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເມືອງ​ຮ່າມ​ອຽນ, ໃຫ້​ຮູ້​ວ່າ.

        “ແຜນ​ນະ​ໂຍ​ບາຍ​ຂອງ​ເມືອງແມ່ນ, ປູກຕົ້​ນ​ຊາ​ເປັນ​​ຕົ້ນ, ​​ມີຄຸນ​ນະ​ພາບ ແລະ ຜະ​ລິດ​ເປັ​ນ​ສິນ​ຄ້າ​​ແບບລວມ​ສູນ, ຜະ​ລິດ​ຊ​າ​ປອດ​ສາ​ນ​ພິດ​ຢ່າງ​ແທ້​ຈິງ ແລະ ກາຍ​ເປັນ​ຊາ​ທີ່ບັນ​ລຸ​ມາດ​ຕະ​ຖານ VietGap. ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ຮູບ​ແບບ​​ປູກ ແລະ ປຸງ​ແຕ່ງ​ຊາ​ຕາ​ມມາດ​​ຕະຖານ​ ​ VietGap ຢູ່​ບ້ານ​ ລ່າງ​ບ໋າດ, ຕາ​ແສງ ເຕີນ​ແທ່ງ, ເມືອງ ຮ່າມ​ອຽນ. ​ໃນ​ປະ​ຈຸ​ບັນ, ຄຸນ​ນະ​ພາບນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ, ຜູ​້​ບໍ​ລິ​ໂພກ​ກໍ​ໄດ້​ຮູ້​ຈັກ​ເຖິງ​ນັບ​ມື້​ນັບ​ຫຼາຍ​ຂຶ້​ນ. ​ປະ​ຈຸ​ບັນ, ລູກ​ຄ້າ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ໄດ້​ຮູ​້​ຈັກ​ເຖິງ​​ຊາ ລ່າງ​ບ໋າດ, ເຕີນ​ແທ່ງ ແລ້ວ”.

        ປະ​ຈຸ​ບັນ, ເລື່ອງ​​ແນະ​ນ​ຳ​ໃຫ້​ຊາວ​ກະ​ສິ​ກອນ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ຊາ​​​ປອດ​ສານ​ພິດ ຕາມ​ມາດ​ຕະ​ຖານ VietGap ແມ່ນ​ທິດ​ທາງ​ທີ່​ຕັ້ງ​ໜ້າ ເພື່ອ​ນຳ​ຕົ້ນ​ຊາ​ ​ ໃຫ້​ກາຍ​ເປັນ​ຕົ້ມ​ໄມ້ອຸດ​ສາ​ຫະ​ກຳ​ປາຍ​ແຫຼມ​ຢູ່​ເມືອງ​ຮ່​າມ​ອຽນ. ພ້ອມ​ກັນ​ນັ້ນ, ​ດ້ວຍເລື່ອງ​ນຳ​ໃຊ້​ຄວາມ​ຮູ້, ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ການ​ຜະ​ລິດ​ຊາ​ປອດ​ສານ​​ພິດ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ປ່ຽນ​ແປງ​ຮູບ​ແບບ​ການ​ຜະ​ລິດ​​ຊ​າ​ແບບດັ້ງ​ເດີມ​ຢ່າງ​ແທ​້​ຈິງ, ນຳ​ມາ​ເຊິ່ງ​​ປະ​ສິດ​ທິ​ຜົ​ນ​ສູງກວ່າ​ໃນ​ການ​ຜະ​ລິດ, ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ​້​ປະ​ຊາ​ຊົນ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ