ແຂວງ ນາມດີ້ງ ກໍ່ສ້າງຊົນນະບົດໃຫມ່ ອີງໃສ່ກຳລັງແຮງຂອງວົງຄະນາຍາດ


(vovworld)- ພາຍ​ຫລັງ 3 ປີ​ແຫ່ງ​ການ​ຜັນ​ຂະ​ຫ​ຍາຍການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ​ເຂດຊົນ​ນະ​ບົດ​ຢູ່ແຂວງ ນາມດີ້ງ ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ. ກິດ​ຈະ​ກຳ​ຊົນ​ລະ​ປະ​ທານ, ເສັ້ນ​ທາງ​ຄົມ​ມະ​ນາ​ຄົມຊົນ​ນະ​ບົດ, ຂົວ, ຮ່ອມ​ທາງ​​ໃນ​ບ້ານໄດ້​ຮັບ​ການກໍ່​ສ້າງຢ່າງ​ສະອາດສວຍ​ງາມ. ເພື່ອ​​ໄດ້​ຮັບ​ການການ​ປ່ຽນ​ແປງ​ຄື​ປະ​ຈຸ​ບັນ, ແຂວງ ນາມດີ້ງ ໄດ້​ເລືອກ​ເຟັ້ນ​ວິ​ທີກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ຈາກ​ບ້ານ, ​ໂດຍອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ວົງ​ຄະ​ນາ​ຍາດ, ຖື​ປະ​ຊາ​ຊົນ​ເປັກ​ກົກ​. ​ໃນ​ລາຍ​ການ​ຊົນ​ນະ​ບົດ​ພາກນີ້, ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ ກີມ​ແທງ ທີ່​ມີ​ຫົວ​ຂໍ້​ວ່າ: ແຂວງ ນາມດີ້ງ ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ອີງ​ໃສ່​ກຳ​ລັງ​ແຮງ​ຂອງວົງ​ຄະ​ນາ​ຍາດ.

ແຂວງ ນາມດີ້ງ ກໍ່ສ້າງຊົນນະບົດໃຫມ່ ອີງໃສ່ກຳລັງແຮງຂອງວົງຄະນາຍາດ - ảnh 1

ລະບົບເສັ້ນທາງລະຫວ່າງບ້ານໄດ້ຮັບການກໍ່ສ້າງດ້ວຍເບຕົງ

(ພາບ: ອິນເຕີແນດ)

        ມາ​ຮອດ​ປະ​ຈຸ​ບັນ, ໃນ​ຈຳ​ນວນ 96 ຕາ​ແສງ​​ຢູ່ ແຂວງ ນາມດີ້ງ ທີ່​ເຂົ້າ​ຮ່ວມ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ມີ 16 ຕາ​ແສງ ບັນ​ລຸ​ໄດ້ 19 ມາດ​ຖານ​ໂດຍ​ພື້ນ​ຖານ, 100% ຕາ​ແສງ, ເທດ​ສະ​ບານ​ສຳ​ເລັດ​ການ​ວາງ​ແຜນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ດ້ວຍ​ທິດ​ນຳ​ “ປະ​ຊາ​ຊົນ​ເຮັດ, ລັດ​ຫ​ນູນ​ຊ່ວຍ”, ແຂວງ ນາມດີ້ງ ໄດ້​ຂົນ​ຂວາຍ​ປະ​ຊາ​ຊົນ​​ປະ​ກອບ​ທີ່​ດິນກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ, ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ສະ​ຫວັດ​ດີການສັງ​ຄົມ, ໂສມ​ຫ​ນ້າ​ຊົນ​ນະ​ບົດ​ໃຫມ່​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ຄອບ​ຄົວ​ລຸງ ຟ້າມ​ວັນ​ຫງໍ້, ຢູ່​ເທດ​ສະ​ບານ ກາດ​ແທ່ງ, ເມືອງ ຈືກ​ນີງ ໄດ້​ບໍ​ລິ​ຈາກ​​ເງິນ 2,5 ຕື້​ດົ່ງ ​ເພື່ອກໍ່​ສ້າງ​ໂຮງ​ຮຽນ, ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ສຸ​ສານ  ແລະ ປະ​ກອບ​ສ່ວນກໍ່​ສ້າງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ. ລຸງ ຟ້າມ​ວັນ​ຫງໍ້ ໃຫ້​ຮູ້​ວ່າ:

        “​ປະ​ກອບ​ສ່ວນກໍ່​ສ້າງ​ໂຮງ​ຮຽນ ເພື່ອ​ໃຫ້​ລູກ​ຫລານ​ໃນ​ໝູ່ບ້ານ​ອຸ່ນ​ອຽນ​ໃຈ ຮຳ່ຮຽນ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດທີ່​ສົດ​ໃສ. ​ແລະປະ​ກອບ​ສ່ວນ​ບູ​ລະ​ນະ​ສຸ​ສານ, ວັດ​ວາ​ອາ​ຮາມ ​​ເພື່ອໃຫ້​ຈິດ​ໃຈ​ປະ​ຊາ​ຊົນ​ສະ​ຫວາດ​ສະ​ເຫວີຍກວ່າ. ນັ້ນ​​ແມ່ນ​ສາຍ​ເຫດ​ທີ່ຂ້າ​ພະ​ເຈົ້າ​​ໄດ້ປະ​ກອບ​ສ່ວນ.

        ຫ​ນຶ່ງ​ໃນ​ບ​ັນ​ດາ​ມາດ​ຖານ​ຕົ້ນ​ຕໍໃນ​ການກໍ່ສ້າງ​ຊົນ​ນະ​ບົດ​ໃຫ​ມ່ ນັ້ນ​ແມ່ນການ​ວາງ​ແຜນ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ. ການ​ເປີດກວ້າງ, ກໍ່ສ້າງ​ບັນ​ດາເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ​ດ້ວຍ​ເບ​ຕົງ ບໍ່​ພ​ຽງ​ແຕ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ໄປມາ​ຂອງປະ​ຊາ​ຊົນ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​​ເງື່ອນ​ໄຂ​ນຳ​ກົນ​ຈັກ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​​ໃນ​ການ​ຜະລິດ​​ໃນເຂດ​ທົ່ງ​ນາອີກ​ດ້ວຍ. ໂດຍ​ຮັບ​ຮູ້​​ໄດ້ຄວາມ​ສຳ​ຄັນ​ຂອງ​ມາດ​ຖານ​ດັ່ງ​ກ່າວ, ປະ​ຊາ​ຊົນ​ຫລາຍ​ຄົນ​ຢູ່ ແຂວງ ນາມດີ້ງ ໄດ້​ປະ​ກອບ​ທີ່​ດິນ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ເພື່ອ​ຮັບ​ໃຊ້​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ທ່ານ ຫງວຽນ​ວັນ​ຕາວ ຢູ່ ບ້ານ ອານ​ຫລາງ, ຕາ​ແສງ ຈືກ​ຈິງ, ຊື່ງ​ແມ່ນ​ຄອບ​ຄົວ​ທີ່​ໄດ້​ປະ​ກອບ​ທີ່​ດິນ​ກະ​ສິ​ກຳ 860 ຕາ​ລາງ​ແມັດ ເວົ້າ​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕົນ​ເອງ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ກັບ​ທ້ອງ​ຖິ່ນ, ດັ່ງ​ນັ້ນ​ຈຶ່ງປະ​ກອບ​ທີ່​ດິນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ, ນັ້ນ​ແມ່ນ​ພັນ​ທະ​ຂອງ​ພົນ​ລະ​ເມືອງ. ຕົນ​ເອງ​ປະ​ຕິ​ບັດ​ພັນ​ທະ ​​ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງ​ຈາກ​ພັນ​ທະ​ທີ່​ດັ່ງກ່າວ.”

ແຂວງ ນາມດີ້ງ ກໍ່ສ້າງຊົນນະບົດໃຫມ່ ອີງໃສ່ກຳລັງແຮງຂອງວົງຄະນາຍາດ - ảnh 2

ທົ່ງນາຂະໜາດໃຫຍ່ຢູ່ແຂວງນາມດິ້ງ

(ພາບ: ອິນເຕີແນດ)

        ໄ​ປ​ຄ​ຽງ​ຄູ່​ກັບ​ການກໍ່​ສ້າງ​ພື້ນ​ຖາ​ນ​ໂຄງ​ລ່າງ, ແຂວງ ນາມດີ້ງ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຫັນ​ປ່ຽນ, ພັດ​ທະ​ນາ​ຂະ​ແຫນງ​ອາ​ຊີບ ເພື່ອ​ເພີ່ມ​ລາຍ​ຮັບ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່​​ໃນບ້ານ​ເກີດ​ເມືອງນອນ​ຂອງ​ຕົນ. ພົ້ນ​ເດັ່ນ ແມ່ນ ອາ​ຊີບ​ປູກ​ຕົ້​ນ​ໄມ້​ປະ​ດັບ ຢູ່ ບ້ານ ຕຽນ​ຟອງ, ຕາ​ແສງ ນາມ​ໝີ ເມືອງ ນາມ​ຈຶກ. ລຸງ ຫງວຽນ​ຕຽນ​ຈຸກ, ​​ເຈົ້າບ້ານ ​ຕຽນ​ຟອງ 2, ຕາ​ແສງ ນາມ​ໝີ ໃຫ້​ຮູ້​ວ່າ: ມາ​ຮອດ​ປະ​ຈຸ​ບັນ ມີ 90%  ຈຳ​ນວນ​ຄອບ​ຄົວ​ໃນ​ບ້ານ​ປູກ​ຕົ້ນ​ໄມ້​ປະ​ດັບ. ເມື່ອ​ທຽບ​ໃສ່​ການ​ປູກ​ເຂົ້າ, ລາຍ​ຮັບ​ຈາກ​ການ​ປູກ​ຕົ້ນ​ໄມ້​ປະ​ດັບ​ເພີ່ມ​ຂຶ້ນ​ທົບ 5 – 10 ເທົ່າ. ໃນ​ໄລ​ຍະ 10 ປີ​ມານີ້, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ເສດ​ຖະ​ກິດ​ຈາກ​ອາ​ຊີບ​ປູກ​ຕົ້ນ​ໄມ້​ປະ​ດັບໄດ້​ຊ່ວຍ​ຫລຸດ​ຜ່ອນ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຢູ່​ທີ່ນີ້​ລົງ​ເຫລືອ​ພຽງ 5%. ຸ​ລຸງ ຫງວຽນ​ຕຽນ​ຈຸກ ໃຫ້​ຮູ້​ວ່າ:

        “ ຮັກ​ສາ​ອາ​ຊີບ​ປູກ​ຕົ້ນ​ໄມ້​ປະ​ດັບ​ຢູ່​ທ້ອ​ງຸ​ຖິ່ນ ແມ່ນ​ມາດ​ຕະ​ການ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​, ພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ. ຖ້າບໍ່​ເຮັດ​ອາ​ຊີບນີ້, ແນ່ນອນ​ວ່າ ຈະ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກ​​ຄືນ​. ​ເນື້ອ​ທີ່ປູກ​ເຂົ້າຂອງ​ພວກ​ຂ້າ​ພະ​ເຈົ້າ ​ໃນປະ​ຈຸ​ບັນ ກວມ 2/3 ເນື້ອ​ທີ່​ດິນກະ​ສິ​ກຳ. ດ້ວຍ​ຄວາມ​ຕ້ອງການຕົ້ນ​ໄມ້​ປະ​ດັບຄື​​ໃນ​ປະ​ຈຸ​ບັນ ຖ້າ​ຫັນ​ປ່ຽນ​ຜົນ​ລະ​ປູກ​​ເປີດ​ກວ້າງ​ເນື້ອ​ທີ່​ປູກ​ຕົ້ນ​ໄມ້​ປະດັບ​ກວ່າ​ອີກ, ຜົນ​​ໄດ້​ຮັບ​ຈະຫລາຍກວ່າ.”

        ທ່ານ ຫງວຽນ​ວັນ​ຕວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ, ຫົວ​ຫ​ນ້າ​ຄະ​ນະ​ຊີ້​ນຳ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ຂອງ​ແຂວງ​ນາມດີ້ງ ໃຫ້​ຮູ້​ວ່າ: ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ແຂວງ ນາມດີ້ງ ຖື​ເປັນ​ສຳ​ຄັນ​ມາດ​ຖານ​ສ້າງ​ທົ່ງ​ນາ​ ​ຂະ​ຫ​ນາດ​ໃຫ​ຍ່ ແລະ ຖື​ວ່າ ນີ້​ແມ່ນ​ຂອດ​ຕົ້ນ​ຕໍ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ພາຍ​ຫລັງ​ປະ​ຕິດ​ການສ້າງ​ທົ່ງ​ນາ​ຂະ​ຫ​ນາດ​ໃຫ​ຍ່​, ບັນ​ດາ​ທ້ອງ​ຖິ່ນ​ມີ​ເງື່ອນ​ໄຂ​ສ້າງ​ແຜນ​ການ, ຈັດ​ຕັ້ງ​ການ​ຜ​ະ​ລິດ​ຕາມ​ຮູບ​ແບບ​ທົ່ງ​ນາ​ຂະ​ຫ​ນາດ​ໃຫ​ຍ່, ພັດ​ທະ​ນາ​ກະ​ສິ​ກຳ​ເປັນ​ສິນ​ຄ້າ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນຄົງ, ດ້ວຍຈຸດ​ໝາຍ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ. ທ່ານ ຫງວຽນ​ວັນ​ຕວນ ໃຫ້​ຮູ້​ວ່າ:

        “ ໃນ​ວິ​ວັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ບໍ່​ພ​ຽງ​ແຕ່ກໍ່​ສ້າງ​ພື້​ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ  ​ກ່ອນ​ອື່ນ​ໝົດຕ້ອງ​ຜະ​ລິດ, ສ້າງ​ແຫລ່ງ​ກຳ​ລັງ, ສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ​ໃຫ້​ປະ​ຊາ​ຊົນ​ໃຫ້ນັບມື້​ນັບ​ດີກວ່າ. ບົນ​ພື້ນ​ຖານນັ້ນ ຈະສ້າງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ, ລະ​ດົມ​ປະ​ຊາ​ຊົນ​ປະ​ກອບ​ສ່ວນ​ ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ ບໍ່​​ຟ້າວ​ເຮັດ, ຕ້ອ​ງ​ເຮັດ​ຢ່າງ​ໝັ້ນ​ຄົງ ແລະ ຖືການ​ກໍ່​ສ້າ​ງ​ຊົນ​ນະ​ບົດ​ໃຫມ່​ແມ່ນ​ບັນ​ຫາ​ຍາວ​ນານ.”

        ໂດຍ​ກຳ​ນົດ​ວ່າ ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແມ່ນ​ຫ​ນ້າ​ທີ່​ເປັນ​ປະ​ຈຳ, ແຂວງ ນາມດີ້ງ ສືບ​ຕໍ່​ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ, ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ບົນ​ພື້ນ​ຖານ​ເສີມ​ຂະ​ຫ​ຍາຍ​ແຫລ່ງ​ກຳ​ລັງ​ທ້ອງ​ຖິ່ນ, ການ​ຮ່ວມ​ແຮງ​ຮ່ວມ​ໃຈຂອງ​ປະ​ຊາ​ຊົນ, ແຂວງ ນ​າມດີ້ງ ສູ້​ຊົນ​​ເພື່ອໃຫ້​ 100% ຈຳນວນຕາ​ແສງບັນລຸ​ໄດ້​ມາດ​ຖານ​ທັງ​ໝົດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ