ແຂວງ ບີ່ງ​ເຢືອງ ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ

(VOVWORLD) -ປະຈຸບັນ ຜະລິດຕະພັນຈາກອາຊີບຫັດຖະກຳທີ່ເປັນມູນເຊື້ອ ຖືກຜົນກະທົບຢ່າງແຮງຈາກພື້ນຖານເສດຖະກິດການຕະຫລາດ ແລະ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນການຈຳຫນ່າຍ ແລະ ມີຄວາມສ່ຽງຈະສູນຫາຍໄປສະນັ້ນ ແຂວງ ບີ່ງເຢືອງ ຈຶ່ງໄດ້ ແລະ ພວມມານະພະຍາຍາມ “ປຸກລຸກ” ໝູ່ບ້ານຫັດຖະກຳ ພາຍຫລັງຖືກຢຸດສະງັກມາເປັນເວລາດົນ  ດ້ວຍບັນດາວຽກງານທີ່ແທດຈິງຄືກໍ່ສ້າງໝູ່ບ້ານຫັດຖະກຳເປັນຈຸດສຸມພັດທະນາການທ່ອງທ່ຽວຕິດພັນກັບໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ… ທັງອະນຸລັກຮັກສາ ທັງເສີມຂະຫຍາຍຄຸນຄ່າວັດທະນະທຳ.

ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງ ແຂວງ ບີ່ງເຢືອງ, ໃນນັ້ນ ມີອາຊີບຜະລິດຂຽງ, ຄົກ, ສາກ ຟູລອງ ຢູ່ ນະຄອນ ທ້ວນອານ ເຊິ່ງຕິດພັນກັບປະຊາຊົນຢູ່ທີ່ນີ້ມາໄດ້ເກືອບ 1 ທົດສະວັດແລ້ວ. ເຄື່ອງໝາຍການຄ້າ ຂຽງ, ຄົກ, ສາກ ຟູລອງ ບໍ່ພຽງແຕ່ໄດ້ນຳໄປຂາຍຢູ່ຕະຫລາດພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ສົ່ງໄປຂາຍຢູ່ຕະຫລາດ ອາເມລິກາ, ຝລັ່ງ, ສ.ເກົາຫລີ, ຍີ່ປຸ່ນອີກດ້ວຍ. ເຖິງວ່າ ມີຊື່ສຽງໃນໄລຍະຫນຶ່ງກໍ່ຕາມ ແຕ່ອາຊີບນີ້ກໍ່ພວມຢູ່ໃນຄວາມສ່ຽງຖືກສູນຫາຍໄປ.

ແຂວງ ບີ່ງ​ເຢືອງ ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ - ảnh 1ຂຽງ, ຄົກ, ສາກ ຟູລອງ (ພາບ: plo.vn)

ທ່ານນາງ ເລທິຮວ່າ, ເຈົ້າຂອງຮາກຖານຜະລິດ ເຟືອງກວາງ ເວົ້າຄວາມໃນໃຈ ສູ່ຟັງວ່າ: ໂດຍສືບທອດອາຊີບຂອງພໍ່ ສະນັ້ນ ຄອບຄົວຂອງທ່ານນາງຈຶ່ງຕັດສິນໃຈອະນຸລັກຮັກສາອາຊີບນີ້ໄວ້ ເຖິງວ່າຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ.

ອາຊີບນີ້ມີໄລຍະພັດທະນາຢ່າງແຮງ, ແຕ່ບາງໄລຍະກໍ່ອືດອາດຊັກຊ້າ, ບາງເທື່ອຜະລິດຕະພັນກໍ່ຂາຍໄດ້ດີ ແຕ່ບາງເທື່ອຕະຫລາດອີ່ມຕົວ ສະນັ້ນຈຶ່ງຂາຍບໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ ຍ້ອນຄອບຄົວເປັນນາຍຊ່າງ ຕະຫລາດມີການເຫນັງຕີງຄືແນວໃດກໍ່ບໍ່ຢຸດຜະລິດ

ຕາມການສະຖິຕິ, ປະຈຸບັນ, ແຂວງ ບີ່ງເຢືອງ ມີ 32 ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອ. ບັນດາໝູ່ບ້ານອາຊີບຫັດຖະກຳອື່ນທີ່ມີຊື່ສຽງຢູ່ແຂວງ ບີ່ງເຢືອງຄື: ປັ້ນດິນເຜົາ, ສີຂັດມັນ, ແກະຄວັດສະຫລັກ, ຈັກສານ.. ແມ່ນມີມາແຕ່ດົນນານ ແລະໄດ້ຕິດພັນກັບຄວາມເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ. ໃນທ່າອ່ຽງພັດທະນາຕາມກົນໄກການຕະຫລາດ, ມີຫລາຍໝູ່ບ້ານຫັດຖະກຳ ເຄີຍມີຊື່ສຽງໂດ່ງດັງ ໃນໄລຍະຫນຶ່ງ ຍັງຄົງມານະພະຍາຍາມຕອບສະຫນອງຄວາມນິຍົມຂອງລູກຄ້າ, ຮັກສາອັດຕາສ່ວນໃນທ້ອງຕະຫລາດ ແລະ ຄວາມສົນໃຈຂອງຜູ້ບໍລິໂພກໄດ້.

  ເພື່ອອະນຸລັກຮັກສາ, ເສີມຂະຫຍາຍບັນດາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອ, ແຂວງ ບີ່ງເຢືອງ ໄດ້ວາງອອກບັນດາມາດຕະການ, ໃນນັ້ນ ມີການກໍ່ສ້າງໝູ່ບ້ານອາຊີບເປັນຈຸດສຸມໃຫ້ແກ່ໝູ່ບ້ານອາຊີບຜະລິດພາບສີຂັດມັນ ເຕືອງບີ່ງຫຽບ ໃນເນື່ອທີ່ ກວ້າງກວ່າ 54.000 ຕາແມັດ ແລະ ຈະໄດ້ນຳເຂົ້າເຄື່ອນໄຫວໃນປີ 2030. ສະຖານທີ່ແຫ່ງນີ້ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສ້າງທ່ວງທ່າໃຫ້ແກ່ອາຊີບທີ່ເປັນມູນເຊື້ອ ໂດຍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ວ່າເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດ.

ແຂວງ ບີ່ງ​ເຢືອງ ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ - ảnh 2 ພາບສີຂັດມັນ ເຕືອງບີ່ງຫຽບ(ພາບ:baobinhduong.vn)

ນັກສິລະປະການດີເດັ່ນ ເລບາລີງ ເລົ່າຄວາມໃນໃຈສູ່ຟັງວ່າ: ຕໍ່ຫນ້າ ການຜັນແປຂອງອາຊີບຜະລິດພາບສີຂັດມັນ ເຕືອງບີ່ງຫຽບ, ທຸກຄົນໃນເຂດລ້ວນແຕ່ມີຄວາມປິຕິຊົມຊື່ນເມື່ອມີແຜນກໍ່ສ້າງເຂດສະເພາະໃຫ້ແກ່ໝູ່ບ້ານອາຊີບ. ພ້ອມກັບອຳນາດການປົກຄອງ, ບັນດານັກສິລະປະການຜະລິດພາບສີຂັດມັນ ເຕືອງບີ່ງຫຽບ ຈະມານະພະຍາຍາມບຳລຸງສ້າງຖັນແຖວນາຍຊ່າງລຸ້ນສືບທອດເພື່ອບໍ່ໃຫ້ອາຊີບນີ້ສູນຫາຍໄປ.

ບີ່ງເຢືອງ ແມ່ນສະຖານທີ່ ທີ່ມີການແກ່ງແຍ້ງດ້ານແຮງງານຫລາຍທີ່ສຸດ. ສະນັ້ນ ຕ້ອງເຮັດແນວໃດເພື່ອໃຫ້ມີຖັນແຖວນາຍຊ່າງລຸ້ນສືບທອດ ນັ້ນແມ່ນຄວາມເປັນຫ່ວງເປັນໄຍຂອງບັນດານັກສິລະປະການ ເພື່ອອະນຸລັກຮັກສາ, ພັດທະນາອາຊີບທີ່ເປັນມູນເຊື້ອ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາດ ແລະ ມີມາແຕ່ດົນນານ ເພື່ອໃຫ້ຜູ້ຄົນທັງຫລາຍຮູ້ຈັກວ່າ ແຂວງ ບີ່ງເຢືອງ ມີອາຊີບຜະລິດພາບສີຂັດມັນ

ໃນສອງສາມປີມໍ່ໆມານີ້ ແຂວງ ບີ່ງເຢືອງ ເອົາໃຈໃສ່ພັດທະນາການທ່ອງທ່ຽວຕິດພັນກັບໝູ່ບ້ານອາຊີບທີ່ເປັນມູນເຊື້ອ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນອັນຖືກຕ້ອງ, ບໍ່ພຽງແຕ່ເປີດກວ້າງຕະຫລາດ, ເປີດກາລະໂອກາດຫລາຍຢ່າງເພື່ອຊຸກຍູ້ການພັດທະນາ ຜະລິດບັນດາຜະລິດຕະພັນຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອເທົ່ານັ້ນ ຫາກສຳຄັນກວ່າແມ່ນໄດ້ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຢູ່ໃນແຕ່ລະໝູ່ບ້ານອາຊີບຫັດຖະກຳຢູ່ແຂວງ ບີ່ງເຢືອງ.

ທ່ານຫງວຽນດຶກມີງ, ຜູ້ອຳນວຍການສູນສົ່ງເສີມການທ່ອງທ່ຽວແຂວງບີ່ງເຢືອງ ໃຫ້ຮູ້ວ່າ: ຂະແຫນງທ່ອງທ່ຽວ ແຂວງ ບີ່ງເຢືອງ ພວມສົມທົບກັບບັນດາທ້ອງຖິ່ນ, ຮາກຖານຜະລິດຢູ່ບັນດາໝູ່ບ້ານອາຊີບຫັດຖະກຳ ສ້າງ tour ທ່ອງທ່ຽວໝູ່ບ້ານອາຊີບ. ນັກທ່ອງທ່ຽວຈະໄດ້ເຂົ້າຮ່ວມຂັ້ນຕອນການຜະລິດ ເພື່ອມີຄວາມເຂົ້າໃຈຕໍ່ວິທີຜະລິດກໍ່ຄືຄຸນຄ່າຂອງແຕ່ລະຜະລິດຕະພັນກວ່າ. ຜ່ານບັນດາງານຕະຫລາດນັດສົ່ງເສີມການຄ້າ, ທາງສູນ ກໍ່ຈະສືບຕໍ່ວາງສະແດງຜະລິດຕະພັນໝູ່ບ້ານອາຊີບຫັດຖະກຳແຂວງ ບີ່ງເຢືອງ ໃຫ້ແກ່ນັກທ່ອງທ່ຽວ, ມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ.

  ປະຈຸບັນ ບັນດາ Tour ທ່ອງທ່ຽວທີ່ມາຢ້ຽມຢາມໝູ່ບ້ານອາຊີບຫັດຖະກຳ ໂດຍບໍລິສັດຜັນຂະຫຍາຍເປັນຢ່າງດີຄື: ພານັກທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານອາຊີບຜະລິດພາບສີຂັດມັນ, ຜະລິດເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາ.. ຫນຶ່ງໃນບັນດາ Tour ທ່ອງທ່ຽວຢ້ຽມຢາມໝູ່ບ້ານອາຊີບຫັດຖະກຳ ທີ່ບັນລຸປະສິດທິຜົນທີ່ສຸດຢູ່ ແຂວງບີ່ງເຢືອງໃນປະຈຸບັນ ນັ້ນແມ່ນພານັກທ່ອງທ່ຽວແວ່ຢາມຖະຫນົນຕະຫລາດ ຄາບ ຢູ່ ລໍ່ລູ ເຕືອງບີ່ງຫຽບ.”

ໄປຄຽງຄູ່ກັນນັ້ນ ບີ່ງເຢືອງ ມີແຜນນະໂຍບາຍພັດທະນາໝູ່ບ້ານອາຊີບ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ. ບັນດາໝູ່ບ້ານອາຊີບກໍ່ມົນລະພິດຕໍ່ສິ່ງແວດລ້ອມໃນລະດັບຫນ້ອຍຄື: ຈັກສານ ຢູ່ເທດສະບານ ເຕິນອວຽນ, ແກະຄວັດສະຫລັກໄມ້ຢູ່ ນະຄອນ ຖູເຢົ້າໂມດ ສືບຕໍ່ໄດ້ຮັບອະນຸຍາດໃຫ້ຜະລິດ, ດຳເນີນທຸລະກິດຢູ່ຄອບຄົວ. ສ່ວນໝູ່ບ້ານອາຊີບຫັດຖະກຳ ມີຄວາມສ່ຽງກໍ່ມົນລະພິດຕໍ່ສິ່ງແວດລ້ອມຫຼາຍຄື: ເຄື່ອງປັ້ນດິນເຜົາ… ບາງຂັ້ນຕອນໃນການຜະລິດ ຕ້ອງໄດ້ຍ້າຍອອກໄປຈາກເຂດຊຸມຊົນ.

  ອາດເຫັນໄດ້ວ່າ ຕໍ່ຫນ້າບັນດາການກະທົບຂອງເສດຖະກິດການຕະຫລາດ, ແຂວງ ບີ່ງເຢືອງ ໄດ້ມານະພະຍາຍາມ “ປຸກລຸກ” ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອເພື່ອໃຫ້ທັນ ກັບທ່າອ່ຽງ. ເລື່ອງນີ້ບໍ່ພຽງແຕ່ເປັນການອະນຸລັກຮັກສາຄຸນຄ່າວັດທະນະທຳເທົ່ານັ້ນ ຫາກຍັງປະກອບສ່ວນພັດທະນາເສດຖະກິດ ສັງຄົມ ຢູ່ ທ້ອງຖິ່ນອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ