ແຂວງກວາງບິ່ນ ມານະພະຍາຍາມກໍ່ສ້າງຊົນນະບົດໃໝ່

(vovworld) – ໂດຍ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ກວາງ​ບິ່ນ ​ໄດ້​ເລືອກ​ເອົາ 6 ຕາ​ແສງ​​ໃນບັນດາ​ເມືອງ​ເລ້​ຖູ​ຍ, ກວາງ​ນິນ, ​ໂບ໋​ແຈກ, ກວາງ​ແຈກ, ຕວຽນ​ຮ໋ວາ ​ແລະ ມິນ​ຮ໋ວາ​ ເພື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ວຽກ​ງານ​ນີ້​ໄດ້​ຮັບ​ການສະໜັບສະໜູນຢ່າງ​ສຸດ​ຈິດ​ສຸດ​ໃຈ ດ້ວຍ​ຄວາມ​ຮັບຜິດຊອບ​ສູງຈາກ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​

ແຂວງກວາງບິ່ນ ມານະພະຍາຍາມກໍ່ສ້າງຊົນນະບົດໃໝ່ - ảnh 1

ໂຮງຮຽນອະນຸບານພວມໄດ້ຮັບການລົງທຶນກໍ່ສ້າງ

(ພາບ: baoquangbinh.vn)

ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ, ບັນດາ​ຕາ​ແສງ​ປະຕິບັດ​ທົດ​ລອງ​​ເກືອບ​ທັງ​ໝົດ​ໃນ​ຈຳນວນ 70 ຕາ​ແສງ​ຂອງ​ແຂວງ​ກວາງ​ບິ່ນ ລ້ວນ​ແຕ່​ບັນລຸ​ໄດ້​ແຕ່ 8-12/19 ມາດຖານ. ທົ່ວ​ແຂວງ​ກໍ່ສ້າງ​ທາງ​ຄົມມະນາຄົມ​ໄດ້​ກວ່າ 100 ກມ, ​ໂຮງຮຽນ ​ແລະ ກິດຈະກຳ​ອື່ນໆ​ຫ​ຼາຍ​ແຫ່ງ​​ໄດ້​ຮັບ​ການ​ຍົກ​ລະດັບ. ນັບ​ໝື່ນ​ຄອບຄົວ​ຊາວ​ກະ​ສີກ​ອນ​ໄດ້​ມອບ​ທີ່​ດິນ​ເກືອ​ບ 250.000 ຕາລາງ​ແມັດ​ໃຫ້​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ຄວາມສະໝັກ​ໃຈ.

ຢູ່​ຕາ​ແສງ​ຊວນ​ນິນ, ​ເມືອງ​ກວາງ​ນິນ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳນວນ 6 ຕາ​ແສງ​ປະຕິບັດ​ທົດ​ລອງ​​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ກວາງ​ບິ່ນ, ປະຊາຊົນ​ພວມ​ແຂ່ງຂັນ​ກັນ​​ສູ້​ຊົນປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ​ນີ້. ທ່ານ ຫງວຽນ​ເຈື່ອງ​ຕ໋ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຊວນ​ນິນ​ ໃຫ້​ຮູ້​ວ່າ, ຜົນສຳ​ເລັດ​ຂອງ​ຂະ​ບວນການກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ຊວນ​ນິນ ​ໄດ້​ເປັນ​ການ​ປຸກລຸກ​ສະຕິ​ຕື່ນ​ຕົວ, ສະມັກ​ໃຈ​ຂອງ​ປະຊາຊົນ. ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ຕາ​ແສງ​ຊວນ​ນິນ ​ໄດ້​ປະກອບ​ທີ່​ດິນ​​ເກືອບ 1.000 ຕາລາງ​ແມັດ, ບໍລິຈາກ​ເງິນ​ນັບ​​ແສນ​ດົ່ງເພື່ອ​ຍົກ​ລະດັບ, ​ເປີດ​ກວ້າງ​ເສັ້ນທາງ​ໃນ​ບ້ານ​ຕາ​ແສງ. ທ່ານ ຫງວຽນ​ເຈື່ອງ​ຕ໋ຽນ ຢັ້ງຢືນ​ວ່າ, ຮອດ​ປີ 2015, ທາງ​ຕາ​ແສງ​ຈະ​ປະຕິບັດ​ສຳ​ເລັດ 19/19 ມາດຖານ

ນັບ​ແຕ່​ປີ 2010, ທາງ​ຕາ​ແສງ​ເລີ່​ມຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ​ຊວນ​ນິນ​ ໄດ້​ສຳ​ເລັດ 9 ມາດຖານ​ແລ້ວ, ສ່ວນ​ບັນດາ​ມາດຖານ​ທີ່​ຍັງ​ເຫຼືອ​ພວມ​ໄດ້​ຮັບ​ການ​ປະຕິບັດ. ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ຮອດ​ປີ 2015 ຈະ​ປະຕິບັດ​ສຳ​ເລັດ 19 ມາດຖານ. ​ເມື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຊາຊົນ​ໄດ້​ສະໜັບສະໜູນ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ພະຍາຍາມ​ສູ້​ຊົນ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ພັດທະນາ“.

ແຂວງກວາງບິ່ນ ມານະພະຍາຍາມກໍ່ສ້າງຊົນນະບົດໃໝ່ - ảnh 2

ຊາວກະສີກອນກວາງບິ່ນນຳໃຊ້ກົນຈັກໃນການເກັບກ່ຽວເຂົ້າລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນປີ 2013

(ພາບ: baoquangbinh.vn)

ສ່ວນ​ຢູ່​ຕາ​ແສງ​ກວາງ​ຟຸກ, ​ເມືອງ​ກວາງ​ແຈກ, ​ແຫ່ງ​ທີ່​ມີ 90% ຈຳນວນ​ປະຊາຊົນ​ເຊື່ອ​ຖື​ສາສະໜາ​ຄຣິດນັ້ນ ກໍ່​ມີ​ນັບ​ຮ້ອຍ​ຄອບຄົວ​​ບໍລິຈາກ​ເງິນ, ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ​ໃນ​ບ້ານ​ຕາ​ແສງ. ທ່ານ ຫງວຽນ​ຈີ໋ດ່ວາຍ, ຕາ​ແສງ​ກວາງ​ຟຸກ, ​ເມືອງ​ກວາງ​ແຈກ, ​ແຂວງ​ກວາງ​ບິ່ນ, ​ໃຫ້​ຮູ້​ວ່າ:

ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ພາກພູມ​ໃຈ​ຫຼາຍ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ, ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ,​​ໂສມມ​ໜ້າ​ເຂດຊົນນະບົດ​ຂອງ​ພວກ​ຂ້າພະ​ເຈົ້​າໄດ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ມີ​ທາງ​​ໄປມາ​ຢ່າງ​ສະດວກ​ສະບາຍ, ມີ​ເຮືອນຕຶກ 2, 3 ຊັ້ນ ຫຼາຍ​ຫຼັງ. ປະຊາຊົນ​ມີ​ສະຕິ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ມາ​ຮອດ​ປະຈຸ​ບັນ, ​ແຂວງ​ກວາງ​ບິ່ນ​ ລະດົມ​ທຶນ​ໄດ້​ເກືອບ 500 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ​ແຫຼ່ງທຶນ​ຈາກ​ງົບປະມານ​ຂອງ​ລັດ, ສິນ​ເຊື່ອ, ວິ​ສາ​ຫະກິດ ​ແລະ ການບໍລິຈາກ​ຂອງ​ປະຊາຊົນ. ທ່ານ​ ຮ່ວາງ​ວັນ​ມິ້ນ , ຮອງ​ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ກວາງ​ບິນ, ​ໃຫ້​ຮູ້​ວ່າ:

​ເພື່ອ​ຮັບ​ໃຊ້​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ດີ, ທາງ​ແຂວງ​ໄດ້​ຊີ້​ນຳ​ບຸລິ​ມາ​ສິດ​ແຫຼ່ງງົບປະມານ​ຂອງ​ສູນ​ກາງ​ໃຫ້​ບັນດາ​ຕາ​ແສງ​ບັນລຸ​ໄດ້​ຫຼາຍມາດຖານ​ແລ້ວ ​ເພື່ອປະຕິບັດ​ສ​ຳ​ເລັດ​ໂຄງການ​ຢ່າງ​ສິ້ນ​ເຊິ​ງ. ນອກ​ນັ້ນ, ບັນດາ​ຕາ​ແສງ, ​ເມືອງ​ຍັງ​ຕັ້ງໜ້າ​ຍູ້​ແຮງ​ການ​ໂຄສະນາ, ຂົນຂວາຍ ​ເພື່ອ​ໃຫ້​ປະຊາຊົນ​ປະກອບສ່ວນກໍ່ສ້າງ ທາງ​ຄົມມະນາຄົມ​ທີ່​ເຊື່ອມ​ຕໍ່​​ເຂດຕົວ​ເມືອງ​ກັບ​ຊົນນະບົດ“ .

ພ້ອມ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຈຸ​ບັນ,​ບັນດາ​ເມືອງ, ຕົວ​ເມືອງ​ໃນ​ແຂວງ​ພວມ​ຜັນ​ຂະຫຍາຍ​ຫຼາຍ​ຮູບ​ແບບ​ຜະລິດ​ທົດ​ລອງແນວ​ພັນ​ເຂົ້າ​ໃໝ່​, ໜູນ​ຊ່ວຍ​ປະຊາຊົນ​ກໍ່ສ້າງ, ພັດທະນາ​ການ​ລ້ຽງສັດ; ປະຕິບັດ​​ທົດ​ລອງໂຄງການທົ່ງ​ນາ​ຂະໜາດ​ໃຫຍ່… ​ເພື່ອ​ແນ​ໃສ່​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເລື່ອງ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ກວາງ​​ບິ່ນ ນັບ​ມື້​ນັບ​ປະກົດ​ຜົນ​ເປັນ​ຈິງ, ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ