ແຂວງ​ອານ​ຢາງ​ເຊື່ອມ​ຕໍ່​ການ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ເພື່ອ​ຈຳ​ໜ່າຍ​ເຂົ້າ​ສານ

(VOVWORLD) -

ແຂວງອານຢາງ ພວມກ້າວເຂົ້າສູ່ໄລຍະ ເກັບກ່ຽວບັນດາຜະລິດຕະພັນກະເສດ, ສັດລ້ຽງ.. ໂດຍສະເພາະແມ່ນເຂົ້າລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນປີ 2021. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19, ການເກັບກ່ຽວ, ຈຳໜ່າຍກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ສະນັ້ນ, ແຂວງອານຢາງ ຈຶ່ງໄດ້ ແລະ ພວມຮີບເຮັ່ງຜັນຂະຫຍາຍບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນການເຊື່ອມຕໍ່ໜູນຊ່ວຍການຈຳໜ່າຍເຂົ້າສານໃຫ້ແກ່ຊາວກະສິກອນ.

ແຂວງ​ອານ​ຢາງ​ເຊື່ອມ​ຕໍ່​ການ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ເພື່ອ​ຈຳ​ໜ່າຍ​ເຂົ້າ​ສານ - ảnh 1

ລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນປີນີ້,  ອານຢາງ ໄດ້ຜະລິດເຂົ້າໃນເນື້ອທີ່ດິນກ່ວາ 230.000 ເຮັກຕາ (ພາບ: VOV)

  ໃນລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນປີນີ້, ເມືອງຕິ້ງບຽນ, ແຂວງອານຢາງ ໄດ້ຜະລິດເຂົ້າໃນເນື້ອທີ່ດິນເກືອບ 17.500 ha. ປະຈຸບັນ ທ້ອງຖິ່ນເກັບກ່ຽວແລ້ວ ປະມານ  70%. ທ່ານເຈິ່ນວັນຊວັນ, ຫົວໜ້າໜ່ວຍຮ່ວມມືຜະລິດຕາແສງ ເຕິນເລິບ, ເມືອງຕິ້ງບຽນ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ເນື້ອທີ່ດິນປູກເຂົ້າ ຂອງໜ່ວຍຮ່ວມມື ສ່ວນຫຼາຍໄດ້ເກັບກ່ຽວ ແລະ ຈຳໜ່າຍແລ້ວ, ດ້ວຍສະມັດຕະພາບປະມານ 6.5 ໂຕນ/ເຮັກຕາ:

  ເຖິງວ່າໂລກລະບາດມີການຜັນແປຢ່າງສັບສົນ ແລະ ໄດ້ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕທາງຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ກັບຄະນະພັກ, ຄະນະກຳມະການ ປຊຊ ຕາແສງເຕິນເລິບ ກໍ່ໃຫ້ການໜູນຊ່ວຍ, ທາງບໍລິສັດກໍ່ມາເກັບຊື້… ໜ່ວຍຮ່ວມມືພວກຂ້າພະເຈົ້າກໍ່ ມີບ່ອນພັກເຊົາ, ບ່ອນກິນຢູ່ໃຫ້ຜູ້ແບກຫາບ ແລະ ພາລະກອນຂອງບໍລິສັດ.

   ທ່ານເຈືອງກຽນເທາະ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງອານຢາງ  ໃຫ້ຮູ້ວ່າ: ສະພາບໂລກລະບາດ ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າ ກໍ່ຄືສົ້ນອອກຂອງບັນດາປະເພດຜະລິດຕະພັນກະເສດຂອງແຂວງ, ໃນນັ້ນມີເຂົ້າສານ. ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ ແກ້ໄຂບັນດາກໍລະນີຫຍຸ້ງຍາກໄດ້ຢ່າງທັນການ ເພື່ອໜູນຊ່ວຍຊາວກະສິກອນຜະລິດ ແລະ ຈຳໜ່າຍຜະລິດຕະພັນຢ່າງສະດວກດີ, ຮັບປະກັນການລຸລ່ວງ, ຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ. ທ່ານເຈືອງກຽນເທາະ ໃຫ້ຮູ້ວ່າ:

  ຕາມແຕ່ລະປີ, ລາຄາເຂົ້າສານໃນລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນ ກໍ່ຫລຸດລາຄາຢູ່ແລ້ວ. ສະເພາະປີນີ້ຍິ່ງຍາກກ່ວາອີກ ຍ້ອນໂລກລະບາດໂຄວິດ 19. ລາຄາເຂົ້າສານຈຶ່ງຫລຸດລົງອີກ, ຍ້ອນຄ່າຂົນສົ່ງເພີ່ມຂຶ້ນ, ການໄປມາຫຍຸ້ງຍາກ. ສະນັ້ນ, ແຂວງອານຢາງ ກໍ່ພວມພະຍາຍາມເຊື່ອມຕໍ່ກັບບັນດາວິສາຫະກິດ ເພື່ອເກັບຊື້, ໜູນຊ່ວຍຊາວກະສິກອນ, ເຮັດແນວໃດເພື່ອໃຫ້ຊາວກະສິກອນຂາຍເຂົ້າສານໄດ້ລາຄາດີທີ່ສຸດ.

ແຂວງ​ອານ​ຢາງ​ເຊື່ອມ​ຕໍ່​ການ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ເພື່ອ​ຈຳ​ໜ່າຍ​ເຂົ້າ​ສານ - ảnh 2

 ອານຢາງ ພວມໃນເວລາຈຸດສຸມການເກັບກ່ຽວເຂົ້າລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນ (ພາບ: VOV)

   ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງອານຢາງແລ້ວ,  ເຂົ້າສານໃນລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນປີນີ້, ທາງແຂວງໄດ້ຜະລິດເຂົ້າສານ, ເຂົ້າໜຽວໃນເນື້ອທີ່ດິນເກືອບ 230.000 ເຮັກຕາ, ໃນນັ້ນ ເຂົ້າໜຽວແມ່ນກ່ວາ 27.600 ເຮັກຕາ. ຄາດວ່າ ຮອດທ້າຍເດືອນສິງຫາປີນີ້, ທ້ອງຖິ່ນຈະເກັບກ່ຽວສ່ວນທີ່ຍັງເຫຼືອໃຫ້ແລ້ວໝົດ. ປະຈຸບັນ, ໃນບໍລິເວນທົ່ວແຂວງມີວິສາຫະກິດ, ບໍລິສັດ 12 ແຫ່ງ ໄດ້ປະຕິບັດການເກັບຊື້ເຂົ້າສານ ດ້ວຍເນື້ອທີ່ດິນປະມານກ່ວາ 15.600 ເຮັກຕາ. ທ່ານ ຫງວຽນແທງບິນ, ປະທານຄະນະກຳມະການ ປຊຊ ແຂວງອານຢາງ ໃຫ້ຮູ້ວ່າ: ທາງແຂວງຈະສ້າງທຸກເງື່ອນໄຂເພື່ອອຳນວຍຄວາມສະດວກທີ່ສຸດ ໃຫ້ແກ່ການເກັບກ່ຽວ, ເກັບຊື້ຜະລິດຕະພັນກະເສດ, ໂດຍສະເພາະແມ່ນເຂົ້າລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນບໍ່ຖືກຕົກຄ້າງ ແຕ່ການເຄື່ອນໄຫວນີ້ ຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ:

   ສຳລັບສະພາບການສັບສົນຄືປະຈຸບັນ, ໂລກລະບາດໂຄວິດ 19 ອາດຈະແກ່ຍາວ, ໃນໄລຍະຈະມາເຖິງ ຄະນະກຳມະການ ປຊຊ ແຂວງ ຈະສືບຕໍ່ຮັກສາ, ບູລະນະ ແລະ ຍົກຄຸນນະພາບຂອງ “ໜ່ວຍຮັບມືດ່ວນ”; ມີແຜນການ ແລະ ວິທີການສຳຮອງ ເພື່ອແກ້ໄຂບັນດາກໍລະນີຫຍຸ້ງຍາກ ທີ່ອາດຈະເກີດຂຶ້ນໃນການເກັບກ່ຽວ, ເກັບຊື້, ຈຳໜ່າຍຜະລິດຕະພັນກະເສດ. ທາງແຂວງໄດ້ມອບໜ້າທີ່ນີ້ໃຫ້ຄະນະຊີ້ນຳປ້ອງກັນ, ຕ້ານໂລກລະບາດຂອງແຂວງ ເພື່ອດຳເນີນການກວດກາຄືນ, ມີແຜນການສັກວັກຊິນກັນໂຄວິດ 19 ໃຫ້ແກ່ບັນດາເປົ້າໝາຍທີ່ກ່ຽວຂ້ອງ ໃນຂອດການເກັບກ່ຽວ, ເກັບຊື້, ຂົນສົ່ງຜະລິດຕະພັນກະເສດ.

ປະຈຸບັນ, ແຂວງອານຢາງ ພວມຢູ່ໃນໄລຍະຈຸດສຸມຂອງການເກັບກ່ຽວເຂົ້າລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນ, ນີ້ກໍ່ແມ່ນຈຸດເວລາທີ່ທ້ອງຖິ່ນ ພວມປະຕິບັດການແຍກຫ່າງທາງສັງຄົມ ຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍການເປັນເຈົ້າການ, ມີໄຫວພິບ, ຮັບມືຢ່າງທັນການ ຂອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ, ການເກັບກ່ຽວ, ຂົນສົ່ງ, ໂດຍສະເພາະແມ່ນການຈຳໜ່າຍເຂົ້າສານຂອງພໍ່ແມ່ຊາວກະສິກອນໄດ້ ແລະ ພວມດຳເນີນໄປຢ່າງສະດວກດີ, ຫລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຊາວກະສິກອນ./.

ຕອບກັບ

ຂ່າວ/ບົດ​ອື່ນ