ແຂວງຮ່າຢາງ ພັດທະນາການທ່ອງທ່ຽວປະຊາຄົມ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່

(vovworld) - ໂດຍ​ແມ່ນ​ແຂວງ​ໜຶ່ງ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ, ຮ່າ​ຢາງ​ ​ແມ່ນ​ແຫ່ງ​ເຕົ້າ​ໂຮມວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ 22 ຊົນ​ເຜົ່າ, ພ້ອມ​ກັບ​ທັດສະນີ​ຍະພາບທີ່​ໃຫຍ່​ໂຕ ​ແລະ ສວຍ​ງາມ​ຫຼາຍ​ແຫ່ງ. ພິ​ເສດ, ນັບ​ແຕ່​ເຂດ​ພູ​ພຽງ​ຫີນດົ່ງ​ວັນ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ສວນສາທາລະນະ​ທໍລະນີ​ສາດຂອງ​ທົ່ວ​ໂລກ, ຮ່າ​ຢາງ​ ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນີ້​ແມ່ນ​ທ່າ​ແຮງ​ເພື່ອ​ໃຫ້​ແຂວງ​ພັດທະນາ​ການທ່ອງທ່ຽວ, ​ໂດຍ​ສະ​ເພາະ​ແມ່ນ​ຮູບ​​ແບບທ່ອງທ່ຽວ​ປະຊາ​ຄົມ, ມັນ​ບໍ່​ພຽງ​ແຕ່​ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ພິ​ເສດສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ທ້ອງ​ຖີ່​ນກໍ່ສ້າງ​ຊົນນະບົດ​ໃໝ່​ອີກ​ດ້ວຍ.

ແຂວງຮ່າຢາງ ພັດທະນາການທ່ອງທ່ຽວປະຊາຄົມ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບ: google.com.vn)

        ຮູບ​ແບບ​ໝູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ​ປະຊາ​ຄົມ​ຄື​ຢູ່​ບ້ານ​ນ້ຳ​ດຳ ​ເລີ່​ມມີ​ມາແຕ່​ປີ 2006. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ເຄື່ອນ​ໄຫວ​ນີ້​ຍັງ​ມີ​ລັກສະນະ​ເກີດ​ເອງ, ບໍ່​ທັນ​ໄດ້​ຮັບ​ການວາງ​ແຜນ​ກຳນົດ ​ແລະ ຄຸ້ມ​ຄອງ​ເທື່ອ. ​ແຕ່​ເມື່ອ​ເຫັນ​ໄດ້​ທ່າ​ແຮງ​ຂອງ​ຮູບ​ແບບ​ທ່ອງ​ທ່ຽວ​ນີ້, ​ແຂວງ​ຮ່າ​ຢາງ​ ໄດ້​ວາງ​ມາດຕະຖານ, ດຳ​ເນີນ​ການ​ສຳ​ຫຼວດ ​ເພື່ອ​ກໍ່ສ້າງ​ໝູ່​ບ້ານ​ວັດທະນະທຳ ທ່ອງ​ທ່ຽວ​ປະຊາ​ຄົມ​ຢູ່​ເມືອງ​ດົ່ງ​ວັນ, ​ແມ່ວວາກ, ຊິ໋ນ​ເມິ​່ນ, ຮ່ວາງ​ຊູ​ຝີ່… ນີ້​ແມ່ນ​ທິດ​ທາງ​ໃໝ່​ຂອງ​ຮ່າ​ຢາງ​ ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມັນບໍ່​ພຽງ​ແຕ່ປະກອບສ່ວນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ທ້ອງ​ຖີ່​ນຢ່າງ​ມີ​ປະສິດທິ​ຜົນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂຶ້ນ​ຕື່ມ​ອີກ​ດ້ວຍ. ທ່ານ Trieu Tai Vinh, ​ເລຂາ​ຄະນະ​ພັກ​ແຂວງຮ່າ​ຢາງ, ຢືນຢັນ​ວ່າ:

        ”ຄາດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ ​ແຕ່ລະ​ເມືອງ​ພະຍາຍາມ​ກໍ່ສ້າງ​ຮູບ​ແບບໝູ່​ບ້ານ​ວັດທະນະທຳ​ຕິດ​ພັນ​ກັບ​ການທ່ອງ​ທ່ຽວ​ໃຫ້​ໄດ້​ແຫ່ງ​ໜຶ່ງ. ​ແຕ່, ​ເພື່ອ​ກໍ່ສ້າງ​ຮູບ​ແບບ​ນີ້​ ​ແມ່ນ​ຍັງ​ມີ​ຄວາມ​ຫຍຸງ​ຍາກ​ຫຼາຍ​ຢ່າງ​ຄື: ​​ແຫຼ່ງທຶນ, ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ ​ແລະ ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ແຜນ​ນະ​ໂຍບາຍ ​ເພື່ອ​ໃຫ້​ແຂວງ​ປັບປຸງ​ມາດຕະຖານ​ໃຫ້​ເໝາະ​ສົມ​ເທື່ອ… ປະຈຸ​ບັນ, ​ເມືອງ​ຕ່າງໆ​ພວມ​ວາງ​ແຜນການ, ສຳ​ຫຼວດ ​ແລະ ສ້າງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

ແຂວງຮ່າຢາງ ພັດທະນາການທ່ອງທ່ຽວປະຊາຄົມ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 2

ຕຳຫຸກແພພື້ນເມືອງ, ປະກອບສ່ວນພັດທະນາທ່ອງທ່ຽວປະຊາຄົມ

(ພາບ: google.com.vn)

        ປະຈຸ​ບັນ, ​ບ້ານ​ນ້ຳ​ດຳ ຍັງ​ຄົງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໄດ້​ຫຼາຍ​ຢູ່, ​ເມື່ອ​ພັກ​ເຊົາ​ຢູ່​ເຮືອນ​ຂອງ​ປະຊາຊົນ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຫຼາຍ​​ເຍື່ອງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ສີສັນ​ວັດທະນະທຳ, ຮີດຄອງ​ປະ​ເພນີ ​ແລະ ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ເຜົ່າ​ຢາ​​ຄື: ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ, ງານ​ບຸນບູຊາ​ເຂົ້າ​ໃໝ່, ງານ​ແຕ່ງ​ດອງ… ​ແຂກ​ມາ​ແຫ່ງ​ນີ້​ສ່ວນ​ຫຼາຍ​ແມ່ນ​ຢາກ​ເຂົ້າ​ຮ່ວມ​ການ​ເຮັດ​ສວນ, ການ​ເກັບ​ກ່ຽວ​ເຂົ້າ, ​ແຕ່ງກິນ​ພ້ອມ​ກັບ​ປະຊາຊົນ. ປະຈຸ​ບັນ, ດ້ວຍຮູບ​ແບບ​ທ່ອງ​ທ່ຽວ​ນີ້, ​ເມື່ອ​ມາ​ຢ້ຽມຢາມ​ບ້ານ​ນ້ຳ​ດຳ, ຕາ​ແສງ​ກວານບ້າ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ພັກ​ເຊົາ ​ແລະ ກິນ​ດື່ມ​ໃນ​ຄອບຄົວ​ຂອງ​ປະຊາຊົນ​. ຮູບ​ແບບ​ນີ້​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ໃນ​ໝູ່ບ້ານ​ນັບ​ຮ້ອຍ​ຄົນ. ທ່ານ Ly Van Duyen, ບ້ານ​ນ້ຳ​ດຳ, ​ໃຫ້​ຮູ້​ວ່າ:

        ”ນັກ​ທ່ອງ​ທ່ຽວ​ມາ ​ແລະ ພັກ​ເຊົາ​ໃນ​ໝູ່ບ້ານ, ​ເມື່ອ​ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງການ, ພວກ​ຂ້າພະ​ເຈົ້າ​ກໍ່​​ສະ​ແດງ​ສິລະ​ປະ, ຂັບ​ລຳ ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ສີສັນ​ສະ​ເພາະ​ຂອງ​ຕົນ. ສ່ວນ​ອາຫານ​ແມ່ນ​ອິງ​ຕາມ​ແຕ່​ລະ​ຄອບຄົວ, ບາງ​ເທື່ອ​ແມ່ນ​ຊີ້ນ​ໄກ່, ​ເຂົ້າໜຽວ, ​ເຫຼົ້າ​ເຂົ້າ… ​ແຕ່​ທັງ​ໝົດ​ລ້ວນ​ແຕ່​​ໄດ້​ຮັບ​ການ​ປຸງ​ແຕ່​ຕາມ​ວິທີພິ​ເສດສະ​ເພາະ​ຂອງ​ເຜົ່າ​ຢາ​ວ”.

ແຂວງຮ່າຢາງ ພັດທະນາການທ່ອງທ່ຽວປະຊາຄົມ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 3

(ພາບ: google.com.vn)

        ການ​ກໍ່ສ້າງ​ໝູ່ບ້ານວັດທະນະທຳ​ທ່ອງ​ທ່ຽວຕິດ​ພັນ​ກັບການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບ້ານ​ນ້ຳ​ດຳ​ ໄດ້​​ເຮັດ​ໃຫ້​ແນວ​ຄິດ, ວິທີ​ທຳ​ມາ​ຫາ​ກິນ​ຂອງ​ຊາວ​ເຜົ່າ​ຢາ​ວຢູ່​ທີ່​ນີ້ມີ​ການປ່ຽນ​ໃໝ່. ປະຊາຊົນ​ມີ​ສະຕິ​​ກວ່າໃນ​ການ​ຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ເຮັດ​ໃຫ້​ທັດສະນີ​ຍຸພາ​ບ​ໃນ​ໝູ່​ບ້ານສວຍ​ງາມ​ກວ່າ.  ທາງ​ຄົມມະນາຄົມ, ຫໍ​ວັດທະນະທຳ​ປະຊາ​ຄົມກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຖາວອນ​ເທື່ອ​ລະ​ກ້າວ. ດ້ວຍ​ຈຸດໝາຍ​ຮອດ​ປີ 2015, ຕາ​ແສງ​ກວານບ້າ ຈະ​ຮັບ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 2000 ​ເທື່ອ​ຄົນ ​ແລະ ກາຍ​ເປັນ​ສະຖານ​ທີ່​ ທີ່​ສ້າງ​ຄວາມ​ດູດ​ດື່ມ​ໃນ​ລາຍການ​ທ່ອງ​ທ່ຽວ​ຕ່າງໆ​ຢູ່​ພູ​ພຽງ​ຫີນ​ດົ່ງ​ວັນ. ​Dang Thi Huong, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ກວານ​ບ້າ, ​ໃຫ້​ຮູ້​ວ່າ:

        ”ພໍ່​ແມ່ນ​ປະຊາຊົນ​ເຫັນ​ດີ​ສະໜັບສະໜູນ​ທີ່​ສຸດ ​ແລະ ​ໄດ້​ສົມທົບ​ກັນ​ເພື່ອ​ກໍ່ສ້າງ​ໝູ່​ບ້ານ​ວັດທະນະທຳ ທ່ອງ​ທ່ຽວ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ພວມ​ລົງທຶນ​ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ​ກັບບ້ານ, ​ໃນ​ນັ້ນ, ທາງ​ແຂວງ ​ແລະ ​ເມືອງ​ສະໜອງ​ວັດ​ສະດຸ, ສ່ວນ​ພໍ່​ແມ່​ປະຊາຊົນ​ປະກອບ​​ແຮງ​ງານໃນ​ການ​ກໍ່ສ້າງ. ຄຽງ​ຂ້າງ​ນັ້ນ​ກໍ່​ຂົນຂວາຍ​​ເຂົາ​ເຈົ້າບຸລະນະສ້ອມ​ແປງ​ເຮືອນ​ຊານ, ຍົກ​ຍ້າຍ​ຄອກ​ລ້ຽງສັດ​ອອກ​ຈາກ​ເຮືອນ, ຮັບປະກັນ​ອະນາ​ໄມ… ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ແລະ ພັກ​ເຊົາ​ຢູ່​ທີ່​ນີ້ລ້ວນ​ແຕ່​ເຫັນ​ວ່າ​ໝູ່​ບ້ານ​ຂຽວ - ສະອາດ​ແທ້ ​ແຕ່​ຍັງ​ຄົງ​ຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ໄວ້​ໄດ້”

ແຂວງຮ່າຢາງ ພັດທະນາການທ່ອງທ່ຽວປະຊາຄົມ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 4
ຮ່າຢາງມີຖ້ຳຫຼາຍແຫ່ງ, ແມ່ນຄວາມສາມາດບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວ
(ພາບ: google.com.vn)

        ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ຕົນ​ໃຫ້​ໄດ້​ນັ້ນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຮ່າ​ຢາງ ຈະ​ວາງ​ແຜນ​ກຳນົດ​ໂດຍ​ລະອຽດ​ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ໝູ່​ບ້ານ​ທ່ອງ​ທ່ຽວ​ປະຊາ​ຄົມ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກ​ນັ້ນ​ທາງ​ແຂວງ​ກໍ່​ຍູ້​ແຮງ​ການ​ໂຄສະນາ ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໃຫ້​ປະຊາຊົນ, ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ບັນດາ​ໝູ່​ບ້ານ​ວັດທະນະທຳ ທ່ອງ​ທ່ຽວ, ທັງ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ​ຂອງ​ທ້ອງ​ຖີ່​ນ, ທັງ​ສ້າງ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ຮັບ​ຕື່ມ​ອີກ ​ແລະ ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ