ແມ່​ຍິງ ດັກ​ລັກ ເສີມ​ຂະ​ຫ​ຍາຍ​ອາ​ຊີບຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ

(VOVWORLD) -ຊຸມມື້ພາຍຫລັງບຸນເຕັດ, ພວກເອື້ອຍນ້ອງສະມາຊິກສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ(ເຕີງບົງ) ຢູ່ ນະຄອນ ບວນມາທວດ ແຂວງ ດັກລັກ ກ້າວເຂົ້າສູ່ການຜະລິດຂອງປີໃຫມ່. ດ້ວຍຄວາມຮັກຄວາມເມົາມົວກັບອາຊີບ ແລະ ຢາກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ, ພວກເອື້ອຍໄດ້ສຸດຈິດສຸດໃຈຕ່ຳແຜ່ນແພໃຫມ່ຢ່າງໜັກ ເພື່ອສະຫນອງໃຫ້ບັນດາໃບສັ່ງຊື້ສິນຄ້າໃນປີໃຫມ່.

ພາຍຫລັງຊຸມມື້ພັກຕ້ອນຮັບບຸນເຕັດ, ເອື້ອຍ ເຮີຢຳ ເບີກະຣົງ ຢູ່ ບ້ານ ກືເອບົງ ຕາແສງ ເອອາ ກາວ ນະຄອນ ບວນມາທວດ ແຂວງ ດັກລັກ ກໍກັບຄືນສູ່ວຽກງານຕ່ຳແຜ່ນແພພື້ນເມືອງ ຢູ່ ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ. ນີ້ແມ່ນວຽກງານສ້າງລາຍຮັບທີ່ເປັນປົກກະຕິໃຫ້ເອື້ອຍໃນຕະຫລອດ 15 ປີຜ່ານມາ.

ແມ່​ຍິງ ດັກ​ລັກ ເສີມ​ຂະ​ຫ​ຍາຍ​ອາ​ຊີບຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ - ảnh 1ເອື້ອຍ ເຮີຢຳ ເບີກະຣົງ ກຳລັງຕຳຕີນສິ້ນ

ຖ້າຫາກກ່ອນນີ້ ລາຍຮັບສ່ວນຫລາຍແມ່ນເກັບມາໄດ້ຈາກອາຊີບເຮັດກະສິກຳ ແຕ່ມາປະຈຸບັນ ອາຊີບນີ້ ພັດກາຍເປັນອາຊີບເສີມແລ້ວ  ເວລາສ່ວນຫລາຍແມ່ນສະຫງວນໃຫ້ແກ່ວຽກງານຕ່ຳແຜ່ນແພພື້ນເມືອງ. ຄົນໃນຄອບຄົວຂອງເອື້ອຍສາມລຸ້ນຄົນ ກໍລ້ວນແຕ່ຮູ້ຈັກຕ່ຳແຜ່ນແພພື້ນເມືອງ, ໃນນັ້ນ ມີ 5 ຄົນພວມແມ່ນສະມາຊິກຂອງສະຫະກອນຕ່ຳແຜ່ນແພພື້ນເມືອງ. ເອື້ອຍ ເຮີຢຳ ໃຫ້ຮູ້ວ່າ:

        “ພາຍຫລັງໄດ້ຮັບການຮຳ່ຮຽນອາຊີບຢູ່ທີ່ນີ້ ຂ້າພະເຈົ້າກໍຮຽນໄດ້ວິທີທໍໄຫມ ແລ້ວມາແນະນຳໃຫ້ນ້ອງ ແລະ ລູກຂອງຕົນ. ຂ້າພະເຈົ້າເມົາມົວກັບອາຊີບນີ້ຫລາຍ ເມື່ອກັບເມືອບ້ານ ເຮັດໄຮ່ເຮັດນາບໍ່ຫລາຍຄືກ່ອນນີ້. ເມື່ອເຂົ້າຮ່ວມສະຫະກອນ ຂ້າພະເຈົ້າໄດ້ເຮັດວຽກຢູ່ທີ່ນີ້ ແລະ ໄດ້ຮັບເງິນເດືອນເລີຍ.”

  ນາງ ເຮີເພເບ ເບີກະຣົງ ແມ່ນລູກສາວຂອງເອື້ອຍ ເຮີຢຳ ປະຈຸບັນ ແມ່ນສະມາຊິກຫນຸ່ມນ້ອຍທີ່ສຸດຂອງສະຫະກອນດັ່ງກ່າວ. ນາງພວມແມ່ນນັກສຶກສາປີສຸດທ້າຍຂອງວິທະຍາໄລສ້າງຄູ ແຕ່ນາງຕິດພັນກັບອາຊີບຕ່ຳແຜ່ນແພພື້ນເມືອງມາເປັນເວລາ 4 ປີແລ້ວ. 

ນາງ ເຮີເພເບ ເວົ້າຄວາມໃນໃຈສູ່ຟັງວ່າ: ວຽກງານນີ້ ໄດ້ຊ່ວຍໃຫ້ນ້ອງມີຜົນດີຫລາຍຢ່າງ ເຮັດໃຫ້ນ້ອງມີຄວາມເອກອ້າງທະນົງໃຈກ່ຽວກັບຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ພ້ອມທັງສ້າງລາຍຮັບເພື່ອຮັບໃຊ້ການຮ່ຳຮຽນ ແລະ ການດຳລົງຊີວິດຂອງຕົນ.

  “ບັນດາລວດລາຍຢູ່ເສື້ອ ແລະ ສິ້ນ ນ້ອງຮູ້ຈັກແລ້ວ. ແຕ່ລະລວດລາຍມີຄວາມໝາຍແຕກຕ່າງກັນ. ເພື່ອໃຫ້ມີລວດລາຍງາ ເຮົາຕ້ອງເປັນຄົນດຸໝັ່ນ ອົດທົນ ຕ້ອງຮັກອາຊີບ ເວລານັ້ນ ຈຶ່ງຮັກສາອາຊີບທີ່ເປັນມູນເຊື້ອ ຮັກສາດ້ານວັດທະນະທຳ ແລະ ຊຸດອາພອນຂອງເຜົ່າຕົນໄດ້”

ແມ່​ຍິງ ດັກ​ລັກ ເສີມ​ຂະ​ຫ​ຍາຍ​ອາ​ຊີບຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ - ảnh 2ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ 

ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 2003, ເບື້ອງຕົ້ນ ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ ມີສະມາຊິກ ພຽງແຕ່ 10  ຄົນ. ມາຮອດປະຈຸບັນ ຈຳນວນສະມາຊິກ ໄດ້ເພີ່ມຂຶ້ນເຖິງ 45 ຄົນແລ້ວ, ໂດຍເຕົ້າໂຮມພວກເອື້ອຍນ້ອງຊາວເຜົ່າ ເອເດ ຈາກບັນດາບ້ານໃນຕາແສງ ເອອາ ກາວ ນະຄອນ ບວນມາທວດ. ວຽກງານຢູ່ສະຫະກອນ ປະຈຸບັນ ແມ່ນມີຫລາຍຮູບແບບຄື: ຕ່ຳແຜ່ນ, ອອກແບບ, ຕ່ຳແຜ່ນແພດ້ວຍຈັກ…  ຍ້ອນມີວຽກງານຫລາຍຢ່າງ ແລະ ຜະລິດຕະພັນກໍ່ເຮັດອອກມາໄດ້ຫລາຍຮູບແບບ ສະນັ້ນ ລາຍຮັບຂອງສະມາຊິກສະຫະກອນນັບມື້ນັບເປັນປົກກະຕິ ແລະ ດຶງດູດຜູ້ເຂົ້າຮ່ວມນັບມື້ນັບຫລາຍ.

ລາຍຮັບຂອງສະຫະກອນໃນປີຜ່ານມາ ບັນລຸ 1,2 ຕື້ດົງ, ລາຍຮັບສະເລ່ຍຂອງສະມາຊິກແຕ່ລະຄົນແມ່ນ 3,2 -3,5 ລ້ານດົງ/ເດືອນ. ຜະລິດຕະພັນຂອງສະຫະກອນຊອກໄດ້ສົ້ນອອກຢ່າງເປັນປົກກະຕິຢູ່ແຂວງ ດັກລັກ, ດັກນົງ ແລະ ກວ໋າງນາມ. ເອື້ອຍ ເຮີ ດີອູມ ເບີຢາ ສະມາຊິກສະຫະກອນ ແບ່ງປັນວ່າ:

  ໃນປີໃຫມ່ນີ້ ພາວະນາຂໍໃຫ້ສະມາຊິກໝົດທຸກຄົນ ແລະ ຄອບຄົວ ມີຄວາມຢູ່ເຢັນເປັນສຸກ, ເບີກບານມ່ວນຊື່ນ, ມີສຸຂະພາບເຂັ້ມແຂງ. ພ້ອມກັນນັ້ນກໍ່ປາດຖະຫນາວ່າ ທຸກວຽກງານຂອງສະຫະກອນຈະພັດທະນາກວ່າອີກ ແລະ ຜະລິດຕະພັນຂອງສະຫະກອນຈະໄດ້ສົ່ງໄປຂາຍຢູ່ທຸກແຖບຖິ່ນເພື່ອໃຫ້ເຂົາເຈົ້າຮູ້ຈັກເຖິງແຜ່ນແພພື້ນເມືອງຂອງພວກຂ້າພະເຈົ້າ ຈາກນັ້ນຊ່ວຍໃຫ້ວຽກງານດຳເນີນທຸລະກິດ ການໂຄສະນາຜະລິດຕະພັນງ່າຍດາຍກວ່າ ສະດວກກວ່າ.”

ເຂົ້າຮ່ວມສະຫະກອນ, ເອື້ອຍນ້ອງແມ່ຍິງຊາວເຜົ່າ ເອເດ ຢູ່ ຕາແສງ ເອອາ ກາວ ນະຄອນ ບວນມາທວດ ໄດ້ມີວຽກເຮັດ ເພີ່ມລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ, ນຳໃຊ້ເວລາວ່າງຢ່າງເປັນປະໂຫຍດ. ພ້ອມກັນນັ້ນ ອາຊີບຕ່ຳແຜ່ນແພພື້ນເມືອງ ແລະ ຜະລິດຕະພັນຈາກອາຊີບຫັດຖະກຳຂອງຊາວເຜົ່າ ເອເດ ກໍບໍ່ຖືກສູນຫາຍໄປຕາມການເວລາ ຫາກຍັງໄດ້ພັດທະນາຕິດພັນກັບຊີວິດທັນສະໄຫມໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ