ແມ່​ຍິງ​ຢູ່​ດັກ​ລັກ​ຮ່ວມ​ແຮງ​ຮ່ວມ​ໃຈຮັກ​ສາ​ຄວາມ​ສະ​ຫງົບ​ໃນ​ບ້ານ

(VOVWORLD) -   ໃນໄລຍະຜ່ານມາ, ສະຫະພັນແມ່ຍິງຂັ້ນຕ່າງໆຢູ່ແຂວງດັກລັກ ມີຫຼາຍຮູບແບບທີ່ມີຫົວຄິດປະດິດສ້າງ ເພື່ອດຶງດູດແມ່ຍິງຊາວເຜົ່າສ່ວນໜ້ອຍເຂົ້າຮ່ວມການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນ. ເມື່ອມີການປະກອບສ່ວນຂອງແມ່ຍິງ, ຜູ້ທີ່ເປັນຫົວໜ້າຄອບຄົວຕາມລະບອບມານດາສິດທິລາດນັ້ນ, ບັນດາບ້ານຢູ່ແຂວງດັກລັກ ໄດ້ມີຄວາມສະຫງົບເປັນປົກກະຕິ ແລະ ມີການພັດທະນາ.
ແມ່​ຍິງ​ຢູ່​ດັກ​ລັກ​ຮ່ວມ​ແຮງ​ຮ່ວມ​ໃຈຮັກ​ສາ​ຄວາມ​ສະ​ຫງົບ​ໃນ​ບ້ານ - ảnh 1ການຍ້ອງຍໍຊົມເຊີຍແມ່ຍິງດັກລັກດີເດັ່ນ

 

   ດັກລັກ ແມ່ນແຂວງໜຶ່ງຂຶ້ນກັບເຂດໄຕງວຽນ ທີ່ມີ 49 ຊົນເຜົ່າອ້າຍນ້ອງຢູ່ຮ່ວມກັນ. ດ້ວຍບັນດາຮູບແບບລະອຽດ, ເໝາະສົມກັບຕົວຈິງ, ສະຫະພັນແມ່ຍິງແຂວງດັກລັກ ທຸກຂັ້ນໄດ້ເຕົ້າໂຮມເອົາເອື້ອຍນ້ອງແມ່ຍິງຊົນເຜົ່າສ່ວນໜ້ອຍເປັນຈຳນວນຫຼາຍ ເພື່ອຮ່ວມແຮງຮ່ວມໃຈກັນຮັກສາຄວາມສະຫົງບຂອງບ້ານ.

  ໃນຊຸມປີກ່ອນ, ບ້ານ Sek ຕາແສງ Dliêyang ເມືອງ Ea H’leo ແມ່ນໜຶ່ງໃນບັນດາສະຖານທີ່ຮ້ອນເຮັ່ງດ້ານອຸບັດຕິເຫດທາງຄົມມະນາຄົມ ໃນສາຍທາງຫຼວງເລກທີ 14 ຕອນໄປຜ່ານແຂວງດັກລັກ. ສາຍເຫດຍ້ອນວ່າ ມີຊາວໜຸ່ມເຍົາວະຊົນທ້ອງຖິ່ນຫຼາຍຄົນ ໄດ້ເຕົ້າໂຮມກັນ ກິນເຫຼົ້າ, ກໍ່ຄວາມວຸ້ນວາຍ ແລະ ຂີ່ລົດໄວ ເປັນປະຈຳ. ໃນຊຸມຕົ້ນປີ 2000, ບ້ານ Sek ກໍ່ແມ່ນຈຸດຮ້ອນເຮັ່ງໃນການຂ້າມຊາຍແດນຢ່າງຜິດກົດໝາຍ. ແຕ່ເຖິງແນວນັ້ນກໍ່ຕາມ, ນັບແຕ່ມີຮູບແບບ “ສາຂາສະຫະພັນແມ່ຍິງຮັກສາຄວາມປອດໄພທາງຄົມມະນາຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ” ນັ້ນ, ສະພາບການຈຶ່ງຄ່ອຍໆມີຄວາມສະຫງົບ. ສະຫະພັນແມ່ຍິງ ບ້ານ Sek ໄດ້ຈັດຕັ້ງການໂຄສະນາສຶກສາ ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ພະນັກງານ, ສະມາຊິກແມ່ຍິງ, ແມ່ຍິງ ແລະ ປະຊາຊົນໃນບ້ານ ຫ້າມບໍ່ໃຫ້ລະເມີດກົດໝາຍ… ນາງ Kpă H’Ben ເລຂາໜ່ວຍພັກ ບ້ານ Sek ໃຫ້ຮູ້ວ່າ:

   ນັບແຕ່ມີຮູບແບບນີ້, ໄພສັງຄົມຢູ່ໃນບ້ານກໍ່ໄດ້ຫລຸດລົງ, ບໍ່ມີໃຜຂ້າມຊາຍແດນຜິດກົດໝາຍອີກແລ້ວ, ພິເສດແມ່ນບໍ່ມີຜູ້ຕິດຢາເສບຕິດ ແລະ ອຸບັດຕິເຫດທາງຄົມມະນາຄົມກໍຫລຸດລົງຫຼາຍ.

       ຕາແສງ Cư Dliê Mnông ເມືອງ Cư Mga ແຂວງດັກລັກ ກໍ່ແມ່ນຈຸດຮ້ອນເຮັ່ງກ່ຽວກັບຄວາມສະຫົງບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແຕ່ໄດ້ບືນຕົວຂຶ້ນກໍ່ສ້າງຊົນນະບົດໃໝ່ ຍ້ອນມີການຮ່ວມແຮງຮ່ວມໃຈຂອງແມ່ຍິງທ້ອງຖິ່ນ. ຕາແສງ Cư Dliê Mnông  ມີ 6 ຮູບແບບສະໂມສອນ ຈັດຕາມຈຸດພິເສດສະເພາະຂອງແຕ່ລະບ້ານຄື: “ສະໂມສອນຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ”, “ໜ່ວຍແມ່ຍິງຄຸ້ມຄອງດ້ວຍຕົນເອງ”, “ສະໂມສອນປ້ອງກັນ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ”….ຈາກບັນດາຮູບແບບເຫຼົ່ານີ້, ສະຫະພັນແມ່ຍິງຕາແສງ ສາມາດ ປົກປ້ອງໄດ້ 16 ຄົນທີ່ຖືກໃຊ້ຄວາມຮຸນແຮງໃນຄອບຄົວ, ສະໜອງຂໍ້ມູນ ໃຫ້ກຳລັງຕຳຫຼວດ ເພື່ອໄປຈັບບັນດາເປົ້າໝາຍລະເມີດກົດໝາຍ, ສຶກສາອົບຮົມຊາວໜຸ່ມ ບໍ່ໃຫ້ເຕົ້າໂຮມກັນກິນເຫຼົ້າ, ກໍ່ຄວາມວຸ້ນວາຍ… ນາງ H’Yuôr Kđoh, ປະທານສະຫະພັນແມ່ຍິງຕາແສງ Cư DliêMnông ໃຫ້ຮູ້ວ່າ:

  ປະຈຸບັນ, ຮູບແບບສະໂມສອນແມ່ຍິງແຂງແຮງ ແລະ ສວຍງາມ ໄດ້ດຶງດູດເອື້ອຍນ້ອງແມ່ຍິງເຂົ້າຮ່ວມຫຼາຍທີ່ສຸດ. ເຖິງວ່າຫາກໍ່ໄດ້ ສ້າງຕັ້ງຂຶ້ນ ໃນປີ 2019 ກໍ່ຕາມ ແຕ່ກໍ່ມີຫຼາຍຄົນໃນເກນອາຍຸຕ່າງກັນເຂົ້າຮ່ວມ; ສະນັ້ນຈຶ່ງເຕົ້າໂຮມເອົາເອື້ອຍນ້ອງແມ່ຍິງໄດ້ຢ່າງງ່າຍດາຍ ເພື່ອມາດຳເນີນຊີວິດ ແລະ ກໍ່ສາມາດໂຄສະນາການປ້ອງກັນ ຕ້ານອາດຊະຍາກຳ, ຮັກສາຄວາມສະຫງົບປອດໄພໃນບ້ານ.

ແມ່​ຍິງ​ຢູ່​ດັກ​ລັກ​ຮ່ວມ​ແຮງ​ຮ່ວມ​ໃຈຮັກ​ສາ​ຄວາມ​ສະ​ຫງົບ​ໃນ​ບ້ານ - ảnh 2ເອື໊ອຍ Kpa HBen ຜູ້ປະກອຍສ່ວນຮັກສາ ຄວາມສະຫງົບໃນບ້ານ

    ໃນ 3 ປີກ່ອນ, ບ້ານ 6A ຕາແສງ Ea Wy ເມືອງ Ea H’leo, ແມ່ນຈຸດຮ້ອນເຮັ່ງດ້ານຢາເສບຕິດ, ສະຫະພັນແມ່ຍິງທ້ອງຖິ່ນ ໄດ້ສ້າງຮູບແບບ “ຄອບຄົວບໍ່ມີຍາດຕິພີ່ນ້ອງຕິດຢາເສບຕິດ” ເພື່ອໂຄສະນາຂໍ້ມູນຂ່າວສານ, ຄວາມຮູ້ດ້ານກົດໝາຍ ຊ່ວຍໃຫ້ບັນດາສະມາຊິກ ມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບຜົນຮ້າຍຈາກຢາເສບຕິດ, ຂົນຂວາຍເຂົາເຈົ້າບໍ່ນຳໃຊ້, ຄ້າຂາຍຢາເສບຕິດຢ່າງຜິດກົດໝາຍ. ນາງ ນົງທິເຫ້ວ ຢູ່ບ້ານ 6A ໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ, ຢູ່ບ້ານບໍ່ມີໃຜຕິດຢາເສບຕິດຕື່ມອີກ:

   ກ່ອນອື່ນໝົດເຮົາຕ້ອງປະຕິບັດກ່ອນ, ເອື້ອຍນ້ອງເຫັນແລ້ວຈຶ່ງຈະປະຕິບັດຕາມ, ບໍ່ວ່າໃນວຽກງານໃດ, ນັບທັງການປ້ອງກັນ, ຕ້ານການຕິດຢາເສບຕິດ. ເມື່ອໂຄສະນາແລ້ວ, ເອື້ອຍນ້ອງຈະຮັບຮູ້ ແລະ ກັບເມືອສັ່ງສອນລູກຫຼານຂອງຕົນ. ຢູ່ໃນບ້ານ 6A ເອື້ອຍນ້ອງສະມາຊິກ ແມ່ຍິງເກືອບ 70 ຄົນ ແມ່ນບໍ່ມີໃຜມີລູກຕິດຢາເສບຕິດຈັກຄົນ. ກ່ອນນີ້, ເມື່ອບໍ່ທັນມີຮູບແບບນີ້ ຍັງມີບາງຄົນກໍ່ມີລູກຕິດຢາເສບຕິດ.

   ແບ່ງປັນບົດຮຽນໃນການດຶງດູດ, ສ້າງຄວາມສາມັກຄີໃນໝູ່ເອື້ອຍນ້ອງແມ່ຍິງຢູ່ເຂດຊົນເຜົ່າສ່ວນໜ້ອຍ, ທ່າງນາງ ຫງວຽນທິທູງວຽດ, ປະທານສະຫະພັນແມ່ຍິງແຂວງດັກລັກ ໃຫ້ຮູ້ວ່າ: ການເຄື່ອນໄຫວອັນດັບໜຶ່ງ ແມ່ນສຸມໃສ່ຊ່ວຍແມ່ຍິງຍົກສູງເສດຖະກິດ, ສ້າງຊີວິດເປັນປົກກະຕິ, ຈາກນັ້ນເຂົາເຈົ້າຈຶ່ງມີຄວາມອຸ່ນອ່ຽນໃຈ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງທ້ອງຖິ່ນ, ຕິດພັນກັບການປະຕິບັດບັນດານະໂຍບາຍກົດໝາຍເປັນຢ່າງດີ. ໃນໄລຍະຜ່ານມາ, ຫຼາຍຮູບແບບສະໂມສອນແມ່ຍິງທີ່ໄດ້ສ້າງຂຶ້ນນັ້ນ ໄດ້ທະວີຄູນໄປທົ່ວແຂວງ. ມາຮອດປະຈຸບັນ, ສະຫະພັນແມ່ຍິງທົ່ວແຂວງດັກລັກ ໄດ້ສ້າງ, ຍ້ອງຍໍສັນລະເສີນ 945 ແບບຢ່າງໃນທຸກຂົງເຂດ, ໃນນັ້ນເກືອບເຄິ່ງໜຶ່ງແມ່ນແມ່ຍິງຊົນເຜົ່າສ່ວນໜ້ອຍ. ທ່າງນາງ ຫງວຽນທິທູງວຽດ ເວົ້າວ່າ:

   ໜຶ່ງໃນບັນດາຂອດບຸກທະລຸແມ່ນທາງສະຫະພັນແມ່ຍິງແຂວງພວມເຮັດ ນັ້ນແມ່ນສ້າງຮູບແບບສະໂມສອນຄອບຄົວມີຄວາມສະເໝີພາບ, ກ້າວໜ້າ ມີຄວາມຜາສຸກ, ໄດ້ເຕົ້າໂຮມເອົາເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍ, ບັນດາຄອບຄົວ, ນັບທັງຜູ້ຊາຍ ເຂົ້າຮ່ວມເປັນຈຳນວນຫຼາຍ. ຈາກບັນດາສະໂມສອນນີ້, ສະຫະພັນແມ່ຍິງແຂວງ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຍົກສູງສະຕິຄວາມຮັບຮູ້ໃຫ້ບັນດາສະມາຊິກໃນຄອບຄົວ ລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ ບໍ່ເໝາະສົມ ແຕ່ຍັງຮັກສາສີສັນວັດທະນະທຳຂອງຊາດຢູ່ແຕ່ລະທ້ອງຖິ່ນໄວ້ໄດ້.

   ດ້ວຍບັນດາຮູບແບບລະອຽດ, ເໝາະສົມກັບຕົວຈິງ, ສະຫະພັນແມ່ຍິງທຸກຂັ້ນ ຢູ່ແຂວງດັກລັກ ກໍ່ແມ່ນບ່ອນອີງທີ່ໜັກແໜ້ນໃຫ້ແກ່ເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍ; ຕັ້ງໜ້າຂົນຂວາຍເອື້ອຍນ້ອງ ເພື່ອຮ່ວມແຮງຮ່ວມໃຈກັນປົກປັກຮັກສາບ້ານ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ໃຫ້ນັບມື້ນັບມີຄວາມອີ່ມໜຳສຳລານ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ