ແມ່ຍິງແຂວງກວາງຈີ້ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່


​(vovworld) - ໂດຍ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົ​ດໃໝ່, ນັບ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ກວາງ​ຈີ້ ​ໄດ້​ລະດົມ​ທັງ​ລະບົບ​ການ​ເມືອງ​ເຂົ້າ​ຮ່ວມ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ດ້ວຍ​ວຽກ​ງານ​ແທດ​ຈິງ​ຫຼາຍ​ຢ່າງ, ​ສະມາຄົມແມ່ຍິງ​ທຸກ​ຂັ້ນແຂວງ​ກວາງ​ຈີ້ ໄດ້​ຢືນຢັນ​ທີ່​ຕັ້ງ, ບົດບາດ​ຂອງ​ຕົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເທື່ອ​ລະ​ກ້າວ.

ແມ່ຍິງແຂວງກວາງຈີ້ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 1

ແມ່ຍິງເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່

(ພາບປະກອບ)

        ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ສະມາຄົມແມ່ຍິງ​ທຸກ​ຂັ້ນແຂວງ​ກວາງ​ຈີ້ ​ໄດ້​ກຳນົດ​ບັນດາ​ໜ້າ​ທີ່​ຈຸດ​ສຸມ, ນັ້ນ​ແມ່ນ​ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ. ​ເພາະວ່າ​ເມື່ອ​ເສດຖະກິດ​ຄອບຄົວ​ພັດທະນາ, ​ເຂົາ​ເຈົ້າ​ຈຶ່ງ​ມີ​ເງື່ອນ​ໄຂ​ປະກອບ​ກຳລັງ​ເຫື່ອ​ແຮງ ​ແລະ ຊັບ​ສິນ​ໃຫ້​ແກ່​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ​ໄດ້. ຍ້ອນ​ເຫດ​ນັ້ນ, ​ແຕ່ລະ​ປີ, ສະມາຄົມ​ທຸກຂັ້ນ​ໄດ້​ສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ, ບັນດາ​ພະ​ແນ​ກ, ຂະ​ແໜງ​ການຈັດ​ຕັ້ງ​ການ​ບຳລຸງ​ສ້າງ​ວິຊາ​ຊີບ, ຊຸດ​ຝຶກ​ອົບຮົມ, ຖ່າຍ​ທອດ​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກນັບ​ສິບ​ຊຸດ ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ເອື້ອຍ​ນ້ອງ ​ແນ​ໃສ່​ພັດທະນາ​ເສດຖະກິດ​ຄອບຄົວ. ​ເອື້ອຍ ຫງວຽນ​ທິ​ແທງ​ຖູ​ຍ, ປະທານ​ສະມາຄົມ​ແມ່ຍິງ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ ​ໄດ້​ຈັດການບຳລຸງ​ສ້າງ​ຢ່າງຕໍ່​ເນື່ອງ. ​ແຕ່ລະ​ປີ​ມີ 10-15 ຊຸດ, ​ແຕ່​ລະ​ຊຸດ​ມີ​ເອື້ອຍ​ນ້ອງ​ເຂົ້າ​ຮ່ວມ​ແຕ່ 30-35 ຄົນ, ດ້ວຍ​ອາຊີບ​ຕົ້ນຕໍ​ແມ່ນ​ການ​ລ້ຽງສັດ, ສັດຕະວະ​ແພດ, ການ​ປູກຝັງ. ພາຍຫຼັງ​ການ​ບຳລຸງ​ວິຊາ​ຊີບ, 70% ຈຳນວນ​ຜູ້​ເຂົ້າ​ຮຽນ​ມີ​ວຽກ​ເຮັດ​ງານ​ທຳ, ຍ້ອນ​ພວກ​ຂ້າພະ​ເຈົ້າ​ໄດ້​​ຮ່ວມ​ສຳພັນ​ກັບ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ​ຕ່າງໆ ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ເອື້ອຍ​ນ້ອງ. ນອກ​ນັ້ນ​ສະມາຄົມ​ທຸກ​ຂັ້ນ​ກໍ່ສ້າງ​ຕັ້ງ​ບັນດາ​ໜ່ວຍ​ແມ່ຍິງ​ປະຕິບັດ​ການ​ເຄື່ອນ​ໄຫວ​ບໍລິການ​ຄອບຄົວ, ໜ່ວຍ​ສະຫະກອນ​ລ້ຽງສັດ, ປຸງ​ແຕ່ງ​ທັນ​ຍາ​ຫານ, ຜະລິດ​ບັນດາ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ໝູ່​ບ້ານ​ອາຊີບ“.

        ພ້ອມ​ກັບ​ການ​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຂົນຂວາຍສະມາຄົມ​ແມ່ຍິງ​ທຸກ​ຂັ້ນ​ຢູ່​ແຂວງ​ກວາງ​ຈີ້ ຍັງຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ແທດ​ຈິງ​, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເໝາະ​ສົມຫຼາຍ​ຢ່າງ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ຂະ​ບວນການ​ທີ່​ພົ້ນ​ເດັ່ນ​ນັ້ນ​ແມ່ນ​ສະມາຄົມ​ທຸກ​ຂັ້ນ ​ໄດ້​ຊ່ວຍ​ເຫຼືອ​ແມ່ຍິງ​ຜັນ​ຂະຫຍາຍ​ການ​ຜະລິດ, ​ເຮັດເສດຖະກິດ​, ປະຕິບັດ​ການ​ປະຢັດ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ໄດ້​ຫາ​ທຶນ​ຈາກ​ແຫຼ່ງຕ່າງໆ​​ເພື່ອ​ໃຫ້ 90.000 ກວ່າ​ຄົນ​ກູ້​ຢືມ. ຍົກ​ເຫຼືອ​ໜີ້​ທັງ​ໝົດ​ໃນ​ປະຈຸ​ບັນ​ຂຶ້ນ​ກວ່າ 855 ຕື້​ດົ່ງ, ຮັກສາ​ການ​ເຄື່ອນ​ໄຫວ​ຂອງ 4285 ໜ່ວຍສີນ​ເຊື່ອ​ປະຢັດ​ຂອງ​ແມ່ຍິງ ດ້ວຍຈຳນວນ​ເງິນ​ເຫຼືອກ​ວ່າ 61 ຕື້​ດົ່ງ.

        ຄຽງ​ຂ້າງ​ນັ້ນ, ສະມາຄົມ​ແມ່ຍິງ​ທຸກ​ຂັ້ນ ຍັງ​ຈົດ​ທະບຽນວຽກ​ງານ​ຕ່າງໆ​ເຊິ່ງ​ແມ່ຍິງ​​ຮັບ​ຜິດ​ຊອບ​ຢ່າງ​ມີ​ປະສິດ​ທິຜົນ​ກັບ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນຕ່າງໆ​ເຊັ່ນ: ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ, ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ, ​ຮັກສາ​ທາງ​ບ້ານ​ໃຫ້​ສະອາດ, ສວຍ​ງາມ. ກ່ຽວ​ກັບ​ວິທີ​ເຮັດ, ທ່ານ​ນາງ ຫງວຽນ​ທິ​ແທງ​ຖູ​ຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈັດ​ພິທີ​ປຸກລະດົມ​ຢູ່​ແຕ່ລະ​ທ້ອງ​ຖີ່​ນ, ປີ​ນີ້​​ເຮັດ​ຢູ່​ກາມ​ໂລ້, ປີໜ້າ​ເຮັດ​ຢູ່ ວິ້ງ​ລິງ, ປີ​ຕໍ່​ມາ​ເຮັດ​ຢູ່ ຈ້ຽວຟອງ. ​ໃນ​ການ​ຂົນຂວາຍ​ແຕ່​ລະ​ຄັ້ງ​, ພວກ​ຂ້າພະ​ເຈົ້າ​ກໍ່​ເລືອກ​ເຟັ້ນ​ແຕ່ລະຫົວ​ຂໍ້ຢ່າງ​ເໝາະ​ສົມ​. ບາງ​ເທື່ອ​ແມ່ນ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ; ບາງ​ເທື່ອປະຢັດ​ເພື່ອ​ກໍ່ສ້າງ​ທາງ​ພາຍ​ໃນ​ທົ່ງ​ນາ, ຕິດ​ຕັ້ງ​ໄຟຟ້າ​ເຍືອງ​ທາງ, ຫຼື​ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ຫັນປ່ຽນ​ຜົນລະປູກ… ຫົວ​ຂໍ້​ເຫຼົ່າ​ນັ້ນ​ກໍ່​ຕິດ​ພັນ​ກັບ​ແຕ່ລະ​ທ້ອງ​ຖີ່​ນ, ​ແຕ່ລະຫົວໜ່ວຍ. ພາຍຫຼັງ​ພິທີປຸກລະດົມ, ພວກ​ຂ້າພະ​ເຈົ້າ​ກໍ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ໃນ​ທັນທີ“.

ແມ່ຍິງແຂວງກວາງຈີ້ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 2

ແມ່ຍິງເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່

(ພາບປະກອບ)

ປະທານ​ສະຫະພັນ​ແມ່​ຍິງ​ແຂວງ​ກວາງ​ຈີ້ ກໍ່​ເນັ້ນ​ໜັກ​ວ່າ, ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສະມາຄົມ​ແມ່ຍິງ​ທຸກ​ຂັ້ນ ​ໄດ້​ສະ​ແດງ​ທີ່​ຕັ້ງ, ບົດບາດ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ, ນັບ​ແຕ່​ການ​ວາງ​ແຜນການ, ລາ​ຍການ​ດຳ​ເນີນ​ງານ​ເຖິງ​ການ​ຊີ້​ນຳ​ນຳພາ, ​ແລະ ການຈັດ​ຕັ້ງ​ປະຕິບັດ. ​ໃນ​ນັ້ນ​ໄດ້​ເລືອກ​ເຟັ້ນບັນດາ​ກິດຈະກຳ, ວຽກ​ງານ​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ແມ່ຍິງ​ຄື​, ສ້າງ​ຕັ້ງ​ບັນດາ​ໜ່ວຍ​ງານ, ໜ່ວຍເກັບ​ຂີ້​ເຫຍື່ອ, ​​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ, ຮັກສາທາງ​​ໃຫ້​ຂຽວ, ສະອາດ ​ແລະ ສວຍ​ງາມ. ທ່ານ​ນາງ ຫງວຽນ​ທິ​ແທງ​ຖູ​ຍ, ຕີ​ລາຄາ​ວ່າ:

        “​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ວຽກ​ງານ​ທີ່​ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ປະສິດທິ​ຜົນ​ທີ່​ສຸດ​ນັ້ນ​ແມ່ນ, ​ແມ່ຍິງ​ຮູ້​ສົມທົບ​ກັບ​ຂະ​ແໜງ​ກະສິກຳ ​ແລະ ຈົດ​ທະບຽນ​ແຕ່ລະ​ເນື້ອ​ໃນ​​ເຂົ້າ​ຮ່ວມຢ່າງ​ລະອຽດ. ຕົວຢ່າງ​ຄື​ປີ 2015 ພວກ​ຂ້າພ​ະ​ເຈົ້າ​ຈົດ​ທະບຽນ​ກັບ​ພະ​ແນ​ກກະສິກຳ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ບຸລະນະ​ສ້ອມ​ແປງ​ຊົນນະບົດ, ​ເສັ້ນທາງ​ຄົມມະນາຄົມ. ປີ 2014 ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ເຂົ້າ​ໃນ​ການ​ກຳຈັດ​ຂີ້​ເຫຍື່ອ“.

        ພ້ອມ​ກັບ​ການ​ກໍ່ສ້າງ​ສະມາຄົມ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ປອດ​ໄສ, ​ໂຄສະນາ, ສຶກສາ, ຂົນຂວາຍ​ແມ່ຍິງ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ກົດໝາຍ, ນະ​ໂຍບາຍ, ຫຼໍ່​ຫຼອມ​ຄຸນ​ນະ​ທາດ, ຄຸນສົມບັດ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ສະມາຄົມ​ແມ່ຍິງ​ທຸກ​ຂັ້ນ​ຢູ່​ແຂວງ​ກວາງ​ຈີ້ ກຳນົດ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ກວາງ​ຈີ້ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ