ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຊ່ວຍ​ພໍ່​ແມ່ ປ​ຊ​ຊ ຢູ່​ຈ່າ​ວິງ ສືບ​ຕໍ່​ພັດທະ​ນາ

(VOVWORLD) -ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ການເຕີບໂຕເສດຖະກິດຂອງຈ່າວິງ ປີ 2021 ໄດ້ຫລຸດລົງເມື່ອທຽບກັບຫຼາຍປີກ່ອນນີ້. ແຕ່ເຖິງແນວນັ້ນກໍ່ຕາມ, ໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໄດ້ຊ່ວຍໃຫ້ເຂດຊົນນະບົດຈ່າວິງ ສືບຕໍ່ມີບາເກ້າວປ່ຽນແປງ. ຊີວິດການເປັນຢູ່ຂອງ ປຊຊ, ໂດຍສະເພາະແມ່ນຊາວເຜົ່າຂະແມ ສືບຕໍ່ໄດ້ພັດທະນາ.
ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຊ່ວຍ​ພໍ່​ແມ່ ປ​ຊ​ຊ ຢູ່​ຈ່າ​ວິງ ສືບ​ຕໍ່​ພັດທະ​ນາ - ảnh 1

ເຂດດິນງອກບຽນ, ຈ່າກູ, ຈ່າວິງ ປູກສາລີ (ພາບ: VOV)

          ເມື່ອມາຢ້ຽມຢາມຕາແສງງອກບຽນ, ເມືອງຈ່າກູ ຊື່ງແມ່ນແຫ່ງມີຊາວເຜົ່າຂະແມດຳລົງຊີວິດກ່ວາ 81%, ເຖິງວ່າພວມຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍ່ຕາມ ແຕ່ ປຊຊ ຢູ່ທີ່ນີ້ ຍັງຕັດສິນໃຈຍົກສູງບັນດາຄາດໝາຍຊົນນະບົດໃໝ່ໃຫ້ສຳເລັດ. ຕາມນັ້ນແລ້ວ, ເນື້ອທີ່ດິນປູກເຂົ້າບໍ່ບັນລຸປະສິດທິຜົນທັງໝົດ ໄດ້ຫັນມາປູກສາລີ, ຖົ່ວຂຽວ, ທົ່ວດິນ, ຕົ້ນໝາກເຜັດ…ແຕ່ລະເຮັກຕາໄດ້ສ້າງກຳໄລແຕ່ 40-50 ລ້ານດົ່ງ/ລະດູ, ສູງທົບ 2, 3 ເທົ່າເມື່ອທຽບກັບການປູກເຂົ້າ. ທ່ານແທັກເຈັນ, ຊາວກະສິກອນບ້ານ ທາລາ, ຕາແສງງອກບຽນ ໃຫ້ຮູ້ວ່າ:

   ນັບແຕ່ເວລາຕາແສງໄດ້ຜົນຂະຫຍາຍການກໍ່ສ້າງຊົນນະບົດໃໝ່, ເງື່ອໄຂທຳການຜະລິດດີຂຶ້ນ, ເສັ້ນທາງຄົມມະນາຄົມສະດວກສະບາຍ. ຖ້າທຽບກັບໄລຍະກ່ອນ, ຜົນຜະລິດຂາຍໄດ້ລາຄາຕ່ຳ, ບໍ່ເປັນປົກກະຕິ. ແຕ່ປະຈຸບັນຕາແສງໄດ້ເຊັນສັນຍາກັບວິສາຫະກິດເພື່ອຊື້ຜະລິດຕະພັນກະເສດໃຫ້ໝົດ, ຊີວິດການເປັນຢູ່ຂອງຊາວກະສິກອນພວກຂ້າພະເຈົ້າເປັນປົກກະຕິ, ມີຄວາມສະດວກຫຼາຍກ່ວາ.

ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຊ່ວຍ​ພໍ່​ແມ່ ປ​ຊ​ຊ ຢູ່​ຈ່າ​ວິງ ສືບ​ຕໍ່​ພັດທະ​ນາ - ảnh 2

ປຊຊ ຕາແສງງອກບຽນ ແລະ ຝູງງົວໂດຍກອງທຶນຫລຸດຜ່ອນຄວາມທຸກຍາກແຂວງຈ່າວິງ ໜູນຊ່ວຍ (ພາບ: VOV)

  ທ່ານຮິງວັນເຈື່ອງ, ເລຂາຄະນະພັກຕາແສງງອກບຽນ ແບ່ງປັນວ່າ: ໃນຊຸມປີຜ່ານມາ, ປຊຊ ຊາວເຜົ່າຂະແມ ຢູ່ຕາແສງງອກບຽນ ມີຄວາມກ້າຫານທີ່ຈະປ່ຽນຜົນລະປູກ, ນອກຈາກການລົງທຶນຈາກຂັ້ນເທິງແລ້ວ, ທາງຕາແສງຍາມໃດກໍ່ຊອກຫາມາດຕະການຍົກສູງລາຍຮັບ ໃນເນື້ອທີ່ດິນປູກຝັງຕອນໜຶ່ງ, ຍ້ອນເຫດນັ້ນ, ຊີວິດຂອງ ປຊຊ ຈຶ່ງໄດ້ຮັບການປົວແປງໃຫ້ດີຂຶ້ນ, ຄອບຄົວທຸກຍາກໄດ້ຄ່ອຍໆຫລຸດລົງຕາມແຕ່ລະປີ. ເມື່ອເລີ່ມກໍ່ສ້າງຊົນນະບົດໃໝ່, ຄອບຄົວທຸກຍາກຂອງຕາແສງໄດ້ກວມເອົາ 30% ແຕ່ປະຈຸບັນໄດ້ຫລຸດລົງຍັງເຫຼືອພຽງ 2% ເທົ່ານັ້ນ. ປະຈຸບັນ, ຕາແສງງອກບຽນ ພວມປະຕິບັດການຍົກສູງຄາດໝາຍຊົນນະບົດໃໝ່:

   ພວຫຂ້າພະເຈົ້າໄດ້ສຸມໃສ່ຫຼາຍມາດຕະການ. ທີໜຶ່ງແມ່ນໄດ້ປະຕິບັດແຜນການໃຫ້ແຕ່ລະບ້ານ, ແຕ່ລະຄອບຄົວ, ແຕ່ລະຄົນ. ທີສອງແມ່ນສ້າງວິທີການໜູນຊ່ວຍທຶນການຜະລິດໃຫ້ແກ່ເປົ້າໝາຍນີ້, ໃຫ້ບຸລິມະສິດໜູນຊ່ວຍບັນດາຄອບຄົວ ເຮັດແນວໃດເພື່ອສາມາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ເພື່ອປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດ.

  ສ່ວນຢູ່ຕາແສງຍົກສູງຊົນນະບົດໃໝ່ ເຕິນຮຸ່ງ, ເມືອງຕຽວເກິນ ຊື່ງແມ່ນເຂດດິນແດນທີ່ທຸກຍາກໃນໄລຍະໜຶ່ງ ແຕ່ປະຈຸບັນໄດ້ປ່ຽນແປງໂດຍສົມບູນ. ເສັ້ນທາງ ທຸກສາຍຈາກຕາແສງເຂົ້າໄປຫາແຕ່ລະບ້ານ ລ້ວນແຕ່ໄດ້ປູດ້ວຍເບຕົງ, ຢູ່ລຽບຕາມສອງຝາກທາງແມ່ນບັນດາເຮືອນທີ່ໃຫ່ຍໂຕ ແລະ ສວຍງາມ, ສະອາດງາມຕາຢູ່ໃຕ້ຮົ່ມຕົ້ນໝາກໄມ້ຫຼາຍຊະນິດ.

   ຢູ່ບ້ານຈຸງຕຽນ, ເຂດຖານທີ່ໝັ້ນການປະຕິບັດໃນເມື່ອກ່ອນ, ເຖິງວ່າພວມຢູ່ໃນໄລຍະເກີດໂລກລະບາດໂຄວິດກໍ່ຕາມ ໃຜໆກໍ່ໄດ້ຍົກສູງມາດຕະພານປ້ອງກັນ ແລະ ຕ້ານໂລກລະບາດ ແຕ່ຊາວກະສິກອນຍັງໄປໄຮ່ໄປນາ, ຜະລິດຕະພັນກະເສດຍັງໄດ້ຂາຍເປັນປົກກະຕິ….ປ້າ ເລິມທິທາ ຜູ້ອາຍຸສູງຜູ້ໜຶ່ງໃນບ້ານ ໄດ້ເວົ້າວ່າ:

    ເມື່ອກ່ອນຕ້ອງຍ່າງໄປຕະຫຼາດຕາມເສັ້ນທາງທຸລະກັນດານ, ເຄື່ອງຂອງຕ້ອງແບກຫາບ. ພາຍຫຼັງການປົດປ່ອຍຈຶ່ງສ້າງເສັ້ນທາງໄປມາສະດວກສະບາຍກ່ວາ. ປະຈຸບັນກໍ່ເຮັດເສັ້ນທາງໃຫ່ຍປູຢາງ, ການໄປມາຄ້າຂາຍງ່າຍທີ່ສຸດ, ຊີວິດມີການປ່ຽນແປງຫຼາຍແລ້ວ, ການກິນການຢູ່, ໄປມາກໍ່ສະດວກດີ, ສິນຄ້າໄດ້ຂາຍຢູ່ບ້ານເລີຍ

   ປີ 2020, ຕາແສງເຕິນຮຸງ ໄດ້ຮັບຮູ້ວ່າບັນລຸມາດຖານຍຍົກສູງຊົນນະບົດໃໝ່. ປະຈຸບັນ, ຕາແສງພວມສືບຕໍ່ສູ້ຊົນສ້າງມາດຖານຊົນນະບົດໃໝ່ທີ່ເປັນແບບຢ່າງ ແລະ ສູ້ຊົນຮອດປີ 2025 ໃນບໍລິເວນຕາແສງບໍ່ມີຄອບຄົວທຸກຍາກ.

   ພາຍຫຼັງໄດ້ກໍ່ສ້າງຊົນນະບົດໃໝ່ມາເປັນເວລາ 11 ປີ, ມາຮອດປະຈຸບັນ, ແຂງຈ່າວິງ ມີ 78 ໃນຈຳນວນ 85 ຕາແສງໄດ້ຮັບຮູ້ປະຕິບັດຄາດຫມາຍຊົນນະບົດໃໝ່ສຳເລັດ. ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ປຊຊ ຢູ່ຍັນດາຕາແສງຊົນນະບົດບັນລຸແຕ່ 60-67 ລ້ານດົ່ງ; ຊີວິດສືບຕໍ່ໄດ້ຮັບການປົວແປງໃຫ້ດີຂຶ້ນ, ໂດຍສະເພາະແມ່ນເຂດມີ ປຊຊ ຊາວເຜົ່າຂະແມ ດຳລົລຊິວິດເປັນຈຳນວນຫຼາຍ. ປະຈຸບັນ, ອັດຕາສ່ວນຄອບຄົວທຸກຍາກຂອງແຂວງໄດ້ຫລຸດລົງຍັງຫຼືອພຽງ 8%, ໃນນັ້ນອັດຕາສ່ວນຄອບຄົວທຸກຍາກເປັນຊາວເຜົ່າຂະແມ ຍັງເຫຼືອແຕ່ 1.71%, ໄດ້ຫລຸດລົງ 1.5 % ເມື່ອທຽ-ກັບປີກາຍ.

  ພ້ອມກັບຄວາມເອົາໃຈໃສ່ລົທຶນຂອງພັກ, ລັດ, ປຊຊ ຊາວເຜົ່າຂະແມ ໄດ້ມານະພະຍາຍາມ ຜ່ານຜ່າຄວາມທຸກຍາກລຳບາກກຫຼາຍປະການ ເພື່ອພັດທະນາເສດຖະກິ, ປະຕິບັດເປົ້າໝາຍ ປຊຊ ຮັ່ງມີ, ປະເທດຊາດເຂັ້ມແຂງ. ໝາກຜົນນີ້ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງໃນແຕ່ລະຄອບຄົວ, ແຕ່ລະບ້ານ. ນີ້ກໍ່ແມ່ນພື້ນຖານສຳຄັນ, ສ້າງເປັນກຳລັງພັດທະນາບຸກທະລຸ ໃຫ້ແກ່ ປຊຊ ຊາວເຜົ່າຂະແມ ສາມາດບັນລຸໄດ້ຫຼາຍໄຊຊະນະໃໝ່ຕື່ມອີກ, ສ້າງຊີວິດການເປັນຢູ່ຢ່າງອີ່ມໜຳສຳລານ, ມີຄວາມຜາສຸກ./.

ຕອບກັບ

ຂ່າວ/ບົດ​ອື່ນ