ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່

(vovworld)-​ໂດຍສືບ​ຕໍ່​ບົດ​ທຳ​ອິດ​ໃນ​ລາຍການ ”ຊົນນະບົດ​ໃໝ່​ຫວຽດນາມ” ​​ສັບປະດາ​ກ່ອນ ກ່ຽວ​ກັບ​ໜ້າ​ທີ່​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນນັ້ນ. ​ມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ ”ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”, ​ເຊິ່ງ​ແມ່ນ​ເນື້ອ​ໃນ​ສຳຄັນ​ໃນ​ການ​ປະຕິບັດ​ມະຕິ 26 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 10 ກ່ຽວ​ກັບ​ການ​ກໍ່ສ້າງ​ກະ​ສີ​ກຳ, ຊົນນະບົດ, ຊາວ​ກະ​ສີກ​ອນຫວຽດນາມ​.

ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບ: google.com.vn)

        ຕາມ​ທ່ານ Tang Minh Loc, ຫົວໜ້າ​ກົມ​ເສດຖະກິດ​ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ, ຫົວໜ້າ​ຫ້ອງການ​ຄະນະ​ຊີ້​ນຳໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສັງກັດ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ແລ້ວ, ​ໃນໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​​ຊົນນະບົດ​ໃໝ່, ລັດຖະບານ​ຫວຽດນາມ​ ໄດ້​ວາງ​​ຈຸດໝາຍ​ອັນ​ລະອຽດວ່າ, ​ນັບ​ແຕ່​ນີ້​ເຖິງ​ປີ 2015, ຈະ​ມີ ​20% ຈຳນວນ​ຕາ​ແສງຂອງ​ຫວຽດນາມ ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່, ​ເຖິງ​ປີ 2020 ຈະມີ​ປະມານ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່ ຕາມ​ມາດຖານ​ແຫ່ງ​ຊາດ, ​ເຊິ່ງລັດຖະບານ​ໄດ້​ປະກາດ​ໃຊ້. ທ່ານ Tang Minh Loc ​ໃຫ້​ຮູ້​ວ່າ:

        ”ຈຸດໝາຍ​ຂອງ​​ໂຄງການ​ແມ່ນ​ ຢາກ​ກໍ່ສ້າງ​ຊົນນະບົດ​ຫວຽດນາມ​ ໃຫ້​ມີ​ເສດຖະກິດ​ພັດທະນາ, ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ​ ຈິດ​ໃຈ​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ​ຢ່າງ​ວ່ອງ​ໄວ. ຕ້ອງ​ມີ​ໂຄງ​ລ່າງ​ພັດທະນາ​ພໍ​ສົມຄວນ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ໃນ​ໄລຍະ​ຍາວ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ​ ຊົນນະບົດ​ຕ້ອງ​ໄດ້​ຮັບ​ການ​ພັດທະນາ​ຕາມ​ແຜນ​ກຳນົດ, ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ຊົນນະບົດ​ຕ້ອງ​ຂຽວ, ສະອາດ, ສວຍ​ງາມ, ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ບັນດາ​ສີສັນດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຕ້ອງ​ໄດ້​ຮັບ​ກາ​ນອະ​ນຸລັກ​ຮັກສາ, ​ແລະ ​ເສີມ​ຂະຫຍາຍ. ນອກ​ນັ້ນ​, ຄຸນ​ນະພາ​ບຂອງ​ລະບົບ​ການ​ເມືອງ, ຄວາມ​ສາມາດ, ຄຸນ​ນະ​ທາດ​ຂອງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຮາກ​ຖານ​ຕ້ອງ​ໄດ້​ຮັບ​ປັບປຸງ. ນີ້​ແມ່ນ​ 5 ຈຸດ​ພິ​ເສດ​ທີ່​ເປັນ​ພື້ນຖານ​ຂອງ​ຊົນນະບົດ​ໃໝ່ຫວຽດນາມ”

ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບ: google.com.vn)

        ທ່ານ Tang Minh Loc ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, 5 ຈຸດ​ພິ​ເສດ​ທີ່​ເປັນ​ພື້ນຖານ​ຂອງ​ຊົນນະບົດ​ໃໝ່ຫວຽດນາມ​ ໄດ້​ສະ​ແດງ​ອອກ​ຢ່າງ​ລະອຽດ ດ້ວຍ 19 ມາດຖານ ​ໃນຈຳນວນມາດຖານ​ແຫ່ງຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເຊິ່ງທ່ານນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້. ​ເພື່ອ​ບັນລຸ​ໄດ້​ບັນດາ​ມາດຖານ​ດັ່ງກ່າວ, ລັດຖະບານ​ກໍ່​ໄດ້​ວາງ​ອອກ 11 ​ເນື້ອ​ໃນ​ໃຫຍ່​ທີ່​ຕ້ອງ​ປະຕິບັດ​ໃນໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະ ບົດ​ໃໝ່. ຕາມ​ນັ້ນ​ແລ້ວ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ​ໃຫ້​ດີ, ​ແຜນ​ກຳນົດ​ຕ້ອງ​ວາງ​ກ່ອນ ​ເພື່ອ​ໃຫ້​ຊົນນະບົດ​ພັດທະ ນາ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ປະຢັດ​ແຫຼ່ງກຳລັງ ​ແລະ ຮັບປະກັນ​​ພັດທະນາ​ຢ່າງ​ໝັ້ນຄົງໃນ​ໄລຍະ​ຍາວ. ທີ​ສອງ​ແມ່ນ​, ຕ້ອງ​ພັດທະນາ​ລະບົບ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ບັນດາ​ໂຄງ​ລ່າງ​ທີ່​ເປັນ​ພື້ນຖານ​ຄື: ລະບົບໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ລະບົບສະໜອງນ້ຳສະອາດ, ເຮືອນຢູ່ຂອງປະຊາຊົນ… ໝາຍຄວາມວ່າລະບົບໂຄງລ່າງຕ້ອງບັນລຸມາດ ຖານ ແລະ ມຸ້ງໄປເຖິງການກໍ່ສ້າງໂຄງລ່າງແບບຍືນຍົງກວ່າ, ຕາມແຜນກຳ ນົດ ແລະ ຄຸ້ມຄອງ, ບຸລະນະ ເພື່ອໃຫ້ປະຊາຊົນນຳໃຊ້ໃນໄລຍະຍາວ. ແລະກໍ່ ຕາມທ່ານ Tang Minh Loc ແລ້ວ, ຍັງມີເນື້ອໃນໜຶ່ງອີກນັ້ນແມ່ນ ຊົນນະບົດໃໝ່ຕ້ອງພັດທະນາບັນດາຮູບການຜະລິດເພື່ອເພີ່ມລາຍຮັບ. ຕາມນັ້ນແລ້ວ, ພ້ອມກັບການພັດທະນາການຜະລິດ, ຊົນນະບົດໃໝ່ ຫວຽດນາມ ຕ້ອງມີບັນດາຮູບການທີ່ມີປະສິດທິຜົນທີ່ສຸດ ​ແນ​ໃສ່ເຕົ້າໂຮມ ປະຊາຊົນ ແລະ ຈັດ​ຕັ້ງ​ໃຫ້​ເຂົາ​ເຈົ້າ​ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ​ເພື່ອນຳ​ໃຊ້​ວິທະຍາສາດ​ເຕັກນິກ​ໃນ​ການ​ພັດທະນາ​ກະ​ສີ​ກຳ, ມຸ້ງ​ໄປ​ເຖິງ​ການ​ຜະລິດ​ສິນຄ້າ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.

        ຕາມ​ບັນດາ​ມາດຖານ​ນີ້​ແລ້ວ, ຊົນນະບົດ​ໃໝ່​ຫວຽດນາມ​ ມີ​ຄວາມ​ແຕກ​ຕ່າງ​ກັບ​ຊົນນະບົດ​ເກົ່າ ​ແລະ​ ວິທີ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ກໍ່​​ແຕກຕ່າງ​ກັບ​ເມື່ອ​ກ່ອນ. ທ່ານ Tang Minh Loc  ​ເນັ້ນ​ໜັກ​ວ່າ:

        ”​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄັ້ງ​ນີ້, ພວກ​ເຮົາ​ປະຕິບັດ​ຢູ່​ຂັ້ນ​ຕາ​ແສງ, ​ເພາະວ່າ​ຕາ​ແສງ​ແມ່ນ​ຂັ້ນ​ບໍລິຫານ, ມີ​ອົງ​ປະກອບຢ່າງ​ຄົບ​ຖ້ວນເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ຊົນນະບົດ​​ທີ່​ຫາ​ກໍ່​ວາງ​ອອກ​ໃຫ້​ໄດ້. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງ​ລ່າງ​ລ້ວນ​ແຕ່​ບັນລຸ​ມາດຖານ, ​ເພື່ອ​ຮັບປະກັນ​ວ່າ, ​ເມື່ອກໍ່ ສ້າງ​ຊົນນະບົດ​ໃໝ່​ຕາມ​ມາດຖານ ​ແລະ ​ແຜນ​ກຳນົດ​​ນັ້ນຈະຮັບປະກັນ ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ​ຍາວ​ນານ​ໄດ້. ​ແລະ​ມາດຖານ​ນີ້​ໂດຍ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ກຳນົດ, ປະກາດ​ໃຊ້ ​ແລະ ມີ​ເອກະສານ​ແນະນຳ. ​ແລະ​ສິ່ງ​ສຳຄັນທີ ​3 ນັ້ນ​ແມ່ນ​ພວກ​ເຮົາ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໂດຍຖື​ຊາວກະ​ສີກ​ອນ​ແມ່ນ​ເຈົ້າ​ຂອງ, ກຳລັງ​ພາຍ​ໃນປະຊາ​ຄົມ​​ແມ່ນ​ຕົ້ນຕໍ​ເພື່ອ​ກໍ່ສ້າງ​ຊົນນະບົດ. ໝາຍ​ຄວາມ​ວ່າການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ພວກ​ເຮົາ​ລ້ວນ​ແຕ່​ມຸ້ງ​ໄປ​ສູ່​ຊາວ​ກະ​ສີກ​ອນຢູ່​ເຂດ​ຊົນນະບົດ. ​ແລະ​ ​ເຂົາ​ເຈົ້າ​ເອງ​ກໍ່​ແມ່ນ​ຜູ້​ວາງ​ແຜນການ, ຈັດ​ຕັ້ງ​ການ​ປະຕິບັດ ​ແລະ ​ໄດ້​ຊົມ​ໃຊ້​ແຜນການ​ນັ້ນ”

ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ - ảnh 3

(ພາບ: google.com.vn)

        ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ລັດ​ຈະ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຫວຽດນາມ ​ຄັ້ງ​ນີ້. ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລັດ​ສູ​ມ​ໃສ່​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນກ່ຽວ​ກັບ​ງົບປະມານ, ວິທີ​ການ​ປະຕິບັດ, ປະກາດ​ໃຊ້​ບັນດາ​ມາດຖານ ​ເພື່ອ​ກຳນົດ​ທິດ​ໃຫ້​ຊົນນະບົດ​ພັດທະນາ. ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄັ້ງ​ນີ້ ​ແມ່ນ​ໂຄງການ​ສັງ​ລວມ, ​ເຕົ້າ​ໂຮມ​ທຸກ​ບັນຫາ. ​​ ທຸກ​ເນື້ອ​ໃນ​ອັນ​ຈຳ​ເປັນ​ທີ່​ກ່ຽວຂ້ອງ​ເຖິງ​ກະ​ສີ​ກຳ, ຊົນນະບົດ, ຊາວ​ກະ​ສີກ​ອນ,  ເຊິ່ງບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຈະພ້ອມ​ກັບ​ຊາວ​ກະ​ສີ ກ​ອນ​ຜັນ​ຂະຫຍາຍ​ການ​ປະຕິບັດ. ອັນ​ໃດກ້າວ​ກ່າຍ​ກັນ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດລ້ວນ​ແຕ່​ຖືກ​ລົບ​ລ້າງ, ​ເພື່ອ​ສຸມ​ແຫຼ່ງກຳລັງ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຫວຽດນາມ​ ​ໃຫ້​ສຳ​ເລັດ​ຜົນ.

        ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ບົດ​ທີ່ມີ​ຫົວ​ຂໍ້​ວ່າ ”ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຫວຽດນາມ​” ​ໃນ​ລາຍການ​ຊົນນະບົດ​ໃໝ່ອາທິດ​ໜ້າ, ພວກ​ເຮົາ​ຂໍ​ແນະນຳ 7 ມາດ​ຕະການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຫວຽດນາມ​, ​ເຊີນ​ທ່ານ​ຮັບ​ຟັງ.

ຕອບກັບ

ຂ່າວ/ບົດ​ອື່ນ