ໄວໜຸ່ມບັກນິງ ຮ່ວມແຮງກໍ່ສ້າງຊົນນະບົດໃໝ່

(vovworld) - ​ໂດຍ​ປະຕິບັ​ດບັ້ນ​ຂົນຂວາຍ “​ໄວ​ໜຸ່ມ​ຮ່ວມ​ແຮງ​ກໍ່ສ້າງ​ຊົນນະບົດ​ໃໝ່“ ຂອງ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມີນ, ​ໄລຍະ​ຜ່ານ​ມາ, ບັນດາ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ແຂວງ​ບັກ​ນິງ ​ໄດ້​ປຸກລະດົມ​ຂະ​ບວນການ, ​ເສີມ​ຂະຫຍາຍ​ບົດ​ບາດ​ປະຈັນບານ, ອາສາ​ສະໝັກ, ປຸກລຸກ​ໄວ​ໜຸ່ມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ, ປະກອບສ່ວນ​ ​ກໍ່ສ້າງ​ຊົນນະບົດ​ໃໝ່.

ໄວໜຸ່ມບັກນິງ ຮ່ວມແຮງກໍ່ສ້າງຊົນນະບົດໃໝ່ - ảnh 1


ໄວໜຸ່ມບັກນິງ ຊ່ວຍປະຊາຊົນກໍ່ສ້າງຊົນລະປະທານ

        ພາຍຫຼັງ​ກວ່າ​ໜຶ່ງ​ປີ​ແຫ່ງ​ການ​ປະຕິບັດດບັ້ນ​ຂົນຂວາຍ “​ໄວ​ໜຸ່ມ​ຮ່ວມ​ແຮງ​ກໍ່ສ້າງ​ຊົນນະບົດ​ໃໝ່“ ​ໂດຍສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມີນ ປຸກລະດົມ, ຄະນະ​ປະຈຳ ​ຄະນະ​ຊາວ​ໜຸ່ມ​ແຂວງ​ບັກ​ນິງ ​ໄດ້​ກຳນົດ​ຄາດໝາຍ​ສູ້​ຊົນ​ໃນ​ແຕ່ລະ​ປີ, ​ແຕ່ລະ​ໄລຍະ ​ເພື່ອ​ໃຫ້​ບັນດາ​ອົງການ​ຊາວ​ໜຸ່ມ​ປະຕິບັດ, ​ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​​ບັນດາ​ຈຸດໝາຍ: ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ, ບຸລະນະ​ສ້ອງ​ແປງ​ທາງ​ຄົມມະນາຄົມ, ຊົນລະປະທານ, ​ໂຮງຮຽນ, ຫໍ​ວັດທະນະທຳ, ສ້າງ​ບັນດາ​ຮູບ​ແບບ​ຮ່ວມ​ສຳພັນ, ຮ່ວມ​ມື​ພັດທະນາ​ເສດຖະກິດ​ໃນ​ໝູ່​ຊາວ​ໜຸ່ມ; ໜູນ​ຊ່ວຍ​ຊາວ​ໜຸ່ມ​ຊົນນະບົດ​ຮຽນ​ວິຊາ​ຊີບ, ​ແນະນຳ​ວຽກ​ເຮັດ​ງານ​ທຳ, ກູ້​ຢືມ​ທຶນ​ພັດທະນາ​ການ​ຜະລິດ; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ໃໝ່, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ສ້າງ​ຮູບ​ແບບ​ຊາວ​ໜຸ່ມ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ກໍ່ສ້າງ​ອົງການ​ຊາວ​ໜຸ່ມ​ໝັ້ນຄົງ​ເຂັ້ມ​ແຂງ... ທ່ານ​ຮອງ​ເລຂາປະຈຳ​ຄະນະ​ຊາວ​ໜຸ່ມ​​ແຂວງ​ບັກ​ນິງ ​ໂດ​ດິ່ງ​ຫື​້ວ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ ຊາວ​ໜຸ່ມ​ແມ່ນ​ກຳລັງ​ປະຈັນບານ​ ນຳ​ໜ້າ​ໃນ​ວຽກ​ງານ​ໂຄສະນາ, ຂົນຂວາຍ​​​ເຮັດໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຈ້ງ​ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ວຽກ​ງານກໍ່ສ້າງ​ຊົນນະບົດ​ໃໝ່ ​​ຈາກ​ນັ້ນ​ການປະຕິບັດ​ວຽກ​ງານກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ບັນລຸປະສິດທິ​ຜົນ. ສຳລັບ​ໄວ​ໜຸ່ມ, ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ​, ນີ້​ແມ່ນ​ໜ້າ​ທີ່​ບຸກທະລຸ​ຂອງ​ໄວ​ໜຸ່ມ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່... ​ໃນ​ຈຳນວນ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ​ນັ້ນ, ຊາວ​ໜຸ່ມ​ຕ້ອງ​ເລືອກ​ເຟັ້ນ 1 – 2 ມາດຖານ​ເພື່ອ​ປະຕິບັດ “.

        ມາ​ຮອດ​ປະຈຸ​ບັນ, ບັນດາ​ຮາກ​ຖານ​ຊາວ​ໜຸ່ມ​ຢູ່​ແຂວງ​ບັກ​ນິງ ພວມ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື:​ “ວັນ​ເສົາ​ອາສາ​ສະໝັກ“; “ວັນ​ອາທິດ​ຂຽວ“ ດ້ວຍ​ເລື່ອງ​ປູກ​ຕົ້ນ​ໄມ້ຊະນິດ​ຕ່າງໆ​ກວ່າ 82.000 ຕົ້ນ; ​ເປີດ​ສະຫຼອງ ​ແລະ ຕິດ​ປ້າຍ​ກິດຈະກຳ​ຊາວ​ໜຸ່ມ “​​ຕິດ​ຕັ້ງ​ໄຟຟ້າ​ເຍືອງ​ທາງ​​ຢູ່ເຂດ​ບ້ານນາ“ ດ້ວຍຄວາມ​ຍາວ 50 ກມ, ລວມມູນ​ຄ່າ 1,5 ຕຶ້ດົ່ງ. ພິ​ເສດ, ​ໃນ​ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ​ລະດູ​ຮ້ອນປີ 2013, ​ໄວ​ໜຸ່ມ​ບັກ​ນິງ ​ໄດ້​ປະຕິບັດ 2 ກິດຈະກຳ​ຊາວ​ໜຸ່ມ​ຂັ້ນ​ແຂວງ, ນັ້ນ​ແມ່ນຂຸດ​ຄອງ​ເໝືອງລະບາຍ​ ​ແລະ ຫົດນ້ຳ​ຢູ່​ຕາ​ແສງ​ມິ​ງ​ເຕິນ, ​ເມືອງ​ເລືອ​ງຕ່າ​ຍ ​ແລະ ຮ່ຽນ​ເລືອ​ງ 4, ຕາ​ແສງ​ຫວຽດຮຸ່ງ, ​ເມືອງ​ເກ​ວ໋ຫວໍ, ​ໃຫ້​ຄຳ​ປຶກສາ, ​ຊ່ວຍ​ນັກຮຽນ​ກວ່າ 9 ພັນ​ຄົນ​ໃນ​ການ​ສອບ​ເສ​ງ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ປີ 2013, ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນທີ່​ມີ​ມູນ​ຄ່າ​ກວ່າ 1 ຕື້​ດົ່ງ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ທະຫານ​ເຈັບ​ປ່ວຍ, ທະຫານ​ເສຍ​ອົງຄະ. ຜ່ານ​ຂະ​ບວນການ​ຕ່າງໆ, ສະມາຊິກ​ຊາວ​ໜຸ່ມ​ມີ​ໂອກາດ​ເພື່ອ​ຫໍ່ຼ​ຫຼອມ, ​ເຕີບ​ໃຫຍ່​ກວ່າ, ປະກອບສ່ວນ​ປຸກລຸກ​ກຳລັງ​ໜຸ່ມ, ຄວາມ​ມຸ້ງ​ຫວັງ, ຄວາມ​ໄຝ່ຝັ່ນຂອງ​ຊາວ​ໜຸ່ມ​​ໃນ​ການ​ສ້າງຄວາມ​ສິວິ​ໄລ ​ແລະ ວັດທະນະທຳ​ໃນ​ເຂດ​ຊົນນະບົດ. ທ່ານ ​ເຢືອງງອກ​ຢ໋ຽນ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ຕາ​ແສງ​ຄັກ​ນ້ຽມ, ນະຄອນ​ບັກ​ນິງ, ​ແບ່ງປັນ​ວ່າ:

        “​ເມື່ອ​ຜັນ​ຂະຫຍາຍ​​ເນື້ອ​ໃນ​ເຄື່ອນ​ໄຫວ ກໍ່​ຄື​ປະຕິບັດ​ບັນດາ​ກິດຈະກຳ, ​ຊາວ​ໜຸ່ມ, ​ພະນັກງານ​ສະມາຊິກ​ຊາວ​ໜຸ່ມ​ເວົ້າ​ລວມລ້ວນ​ແຕ່​ສູ້​ຊົນ, ຕັ້ງໜ້າ, ຫ້າວຫັນ​ເຂົ້າຮ່ວມດ້ວຍ​ຄວາມ​ຮັບ​ພິດ​ຊອບ ​ເພື່ອປະກອບສ່ວນ​​ເຂົ້າ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​“.

ໄວໜຸ່ມບັກນິງ ຮ່ວມແຮງກໍ່ສ້າງຊົນນະບົດໃໝ່ - ảnh 2

ໄວໜຸ່ມບັກນິງ ຮ່ວມແຮງກໍ່ສ້າງຊົນນະບົດໃໝ່

        ການ​ປະກອບສ່ວນ​​ຂອງ​ໄວ​ໜຸ່ມ​ບັກ​ນິງ ​ໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ຊີວິດ​ຂອງ​ປະຊາຊົນ​ທ້ອງ​ຖີ່​ນ, ຊ່ວຍ​ໃຫ້​ທ້ອງ​ຖີ່​ນປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ໄວ. ລຸງ ​ເຢືອງດຶກ​ຢຸງ, ບ້ານ​ດ່ວາຍ, ຕາ​ແສງ​ຄັກ​ນ້ຽມ, ນະຄອນ​ບັກ​ນິງ ​ໃຫ້​ຮູ້​ວ່າ:

​ໄວ​ໜຸ່ມ​ບັກ​ນິງ ​ໄດ້​ມີ​​ລາຍການ​​ເຄື່ອນ​ໄຫວ​ແທດ​ຈິງຫຼາຍ​ຢ່າງ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ລັດ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນກໍ່ສ້າງ​ຊົນນະບົດ​ໃໝ່. ​​ໃນ​ນັ້ນນຳ​ໜ້າ​​ແມ່ນ​ຂະ​ບວນການ​ປູກ​ຕົ້ນ​ໄມ້ ​ແລະ ຕິດ​ຕັ້ງ​ໄຟຟ້າ​ເຍືອງ​ທາງ​ເຖິງ​ເຂດ​ຫ່າງ​ໄກ​ສອກຫຼີກ. ​ເຊິ່ງກ່ອນ​ນັ້ນ​ຍ້ອນ​ເງື່ອນ​ໄຂ​ດ້ານ​ການ​ເງິນ​ຖືກ​ຈຳກັດ​ ຫຼາຍ​ບ້ານ​ບໍ່​ທັນ​ເຮັດ​ໄດ້.“

​ໂດຍ​ຜ່ານ​ບັນດາ​ຂະ​ບວນການ​ປະຈັນບານ, ອາສາ​ສະໝັກ​ຂອງ​ກຳລັງ​ຊາວ​ໜຸ່ມ​ແຂວງ​ບັກ​ນິງ, ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນກ​ວ່າ​ອີກ​ຕໍ່​ລຸ້ນໜຸ່ມ​ທີ່​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ​ເຮັດ​ວຽກ​ຢ່າງສຸດ​ຈິດ​ສຸດ​ໃຈ ​ແລະ ​ມີ​ປະສິດທິ​ຜົນ. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ໄວ​ໜຸ່ມ​ແຂວງ​ບັກ​ນິງ ດ້ວຍ​ບັນດາ​ກິດຈະກຳ, ວຽກ​ງານ​ລະອຽດ ​ໄດ້​ປະກອບສ່ວນ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນ ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິຜົນ, ​ເພື່ອ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮອດ​ປີ 2020 ມີ 50% ຈຳນວນ​ຕາ​ແສງ​ຢູ່​ບັກ​ນິງບັນລຸ​ມາດຖານ​ຊົນນະ​ບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ