ໝູ່ບ້ານກາວຟອງກັບເຄື່ອງໝາຍຕົ້ນໝາກກ້ຽງ

ໝູ່ບ້ານກາວຟອງກັບເຄື່ອງໝາຍຕົ້ນໝາກກ້ຽງ - ảnh 1
ຕົ້ນໝາກກ້ຽງກາວຟອງ (ພາບ: google.com.vn)

(vovworld) - ຮ່ວາ​ບິ່ງ, ​​ແມ່ນ​ແຂວງ​ໜຶ່ງ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ ທີ່ຕິດ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ  ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ທິວ ທັດທຳ​ມະ​ຊາດ​ທີ່​ສວຍ​ງາມຂອງ​ເຂດ​ພູຜາ​ປ່າ​ໄມ້, ພ້ອມ​ກັບ​ບັນດາໝູ່​ບ້ານ​ຂອງ​ຊົນ​ເຜົ່າ​ເມື່ອ​ງ, ​​ໄທ ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊື່​ສຽງ​ແມ່ນ​ທ້ອງ​ຖີ່​ນທີ່​ມີ​ຜະລິດ​ຕະພັນ​ຫຼາຍ​ປະ​ເພດ​ອີກ​ດ້ວຍ, ​ໃນ​ນັ້ນ​ມີ​ຕົ້ນ​ໝາກກ້ຽງ​ຢູ່​ໝູ່​ບ້ານ​ກາວ​ຟອງ, ປະຈຸ​ບັນ​ແມ່ນ​ເທດສະບານ​ກາວ​ຟອງ. ດ້ວຍ​ທ່າ​ແຮງ​ແມ່ນ​ເຂດ​ໂນນ​ພູ​ແຄມ​ໜອງ​ຮ່ວາ​ບິ່ງ, ​ເມືອງ​ກາວ​ຟອງ​ ພວມ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ຕົ້ນ​ໝາກກ້ຽງ​, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາ​ຍຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທ້ອງ​ຖີ່​ນ, ພ້ອມ​ທັງ​ສົມ​ທົບ​ກັບ​ການ​ພັດທະນາ​ບັນດາ​ຮູບ​ແບບ​ທ່ອງ​ທ່ຽວ​ວັດທະນະທຳ, ຊີວະ​ພາບ.

        ຈາກ​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ, ​ໄປ​ຕາມ​ທາງ​ຫຼວງ​ເລກ 6 ​ປະມານ 60-70 ກມ, ​​ແມ່ນ​ຈະ​ຮອດເທດສະບານ​ເມືອງກາວ​ຟອງ, ​ແຂວງ ຮ່ວາ​ບິ່ງ, ສິ່ງທີ່​ສ້າງ​ຄວາມ​ປະ​ທຳ​ໃຈ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ນັ້ນ​ແມ່ນຕົ້ນ​ໝາກກ້ຽງ. ໝາກກ້ຽງ​ຖືກວາງ​ຂາຍຢ່າງ​ຫຼວງ​ຫຼາຍຢູ່​ລຽບ​ຕາມ​ສອງ​ຟາກ​ທາງ. ປະຊາຊົນ​ຢູ່​ທີ່​ນີ້​ໃຫ້​ຮູ້​ວ່າ, ຕົ້ນ​ໝາກກ້ຽງ​ຢູ່​ກາວ​ຟອງ ​ແມ່ນ​​ເອົາແນວພັນມາ​ຈາກ​ຕາ​ແສງ​ດ່ວາຍ​, ​ເຊິ່ງ​ແມ່ນ​ຕາ​ແສງ​ປູກ​ຕົ້ນ​ໝາກກ້ຽງທີ່​ມີ​ຊື່​ສຽງ​ຂອງ​ແຂວງເງ້ອານ. ກ່ອນ​ນີ້​ຫຼາຍ​ທົດ​ສະ​ວັດ, ​ເມື່ອ​ນ​ຳ​ເອົາ​ໝາກ​ກ້ຽງ​ມາ​ປູກ​ຢູ່​ກາວ​ຟອງ, ຍ້ອນ​ເງື່ອນ​​ໄຂດິນ​ຟ້າ​ອາກາດ​ເໝາະ​ສົມ​ແລະ​ເອື້ອອຳນວຍ, ຕົ້ນໝາກກ້ຽງ​ໄດ້ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ​ກາຍ​ເປັນ​ຕົ້ນ​ໝາກ​ໄມ້​ທີ່​ມີ​ຊື່​ສຽງ​ຂອງ​ກາວ​ຟອງ. ຍ້ອນ​ສາຍ​ເຫດ​ຕ່າງໆ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ, ຕົ້ນ​ໝາກກ້ຽງ​ຢູ່​ກາວ​ຟອງ ຈຶ່ງ​ບໍ່ສາມາດ​ຂະຫຍາຍຕາມ​ຄວາມ​ຕ້ອງການ​ຂອງ​ການ​ຜະລິດ​ເປັນ​ສິນຄ້າ. ອາຊີບ​ປູກ​ຕົ້ນ​ໝາກກ້ຽງ​ຢູ່​ກາວ​ຟອງ ​ເຄີຍ​ພັດທະນາ​ຢ່າງ​ແຮງ​ໃນ​ຊຸມ​ປີ 70-80 ຂອງ​ສະຕະວັດ​ກ່ອນ ​ແລະ ​ພຽງ​ແຕ່​​ໄດ້​ຮັບການປ່ຽນ​ແປງ​ຢ່າງ​ເປັນ​ທາງ​ການ, ​ເມື່ອ​ອຳນາດ​ການ​ປົກຄອງ​ປະຕິບັດ​ແຜນການ​ຫັນປ່ຽນ​ຜົນລະປູກ, ພັດທະນາ​ຕົ້ນ​ໄມ້​ກິນ​ໝາກ​ໄລຍະ 2006-2010 ຢ່າງ​ໝັ້ນຄົງ. ​ໃນ​ນັ້ນ, ​ເຮັດ​ໃຫ້​ຕົ້ນ​ໝາກກ້ຽງ​ກາວ​ຟອງ​ ກາຍ​ເປັນຕົ້ນ​ໄມ້​ພິ​ເສດ​ທີ່​ເປັນ​ເສດຖະກິດປາຍ​ແຫຼມ​ຂອງ​ແຂວງ. ​ເພື່ອ​ຮັກສາ​ຄຸນ​ນະພາ​ບ, ອິດ​ທິພົນ​ຊື່​ສຽງ​ຕົ້ນ​ໝາກກ້ຽງ​ນີ້​ໄວ້, ​ເມືອງ​ກາວ​ຟອງ ​ໄດ້​ປະຕິບັດ​ແຜນ​ຮ່າງ​ກໍ່ສ້າງ​ເຄື່ອງໝາຍ​ຕົ້ນ​ໝາກກ້ຽງ​ກາວ​ຟອງ, ແນ​ໃສ່​ຊ່ວຍ​ປະຊາຊົນ​ສ້າງ​ຄວາມ​ຮັ່ງມີ​ຈາກ​ສວນ​ໝາກ​ກ້ຽງ. ທ່ານ ຫງວຽນ​ຮົ່ງຖູ​ຍ, ປະທານ​ເທດສະບານ​ເມືອງກາວ​ຟອງ, ​ໃຫ້​ຮູ້​ວ່າ:

        ”ອຳນາດ​ການ​ປົກຄອງ​ໄດ້​ເປັນ​ເຈົ້າ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ຫົວໜ່ວຍ, ອົງການ​ວິຊາ​ການ, ພິ​ເສດ​ແມ່ນ​ສູນ​ພັດທະນາ​ຕົ້ນ​ໝາກ​ໄມ້ທີ່ມີ​ງີມ ​ເພື່ອ​ສ້າງ​ບັນດາ​ໂຄງການ​ພັດທະນາ​ຕົ້ນ​ໝາກ​ໄມ້​ປະ​ເພດ​ນີ້. ​ເຖິງ​ວ່າ​ບັນດາ​ໂຄງການ​ລົງທຶນຍັງ​ມີ​ຂະໜາດ​ນ້ອຍ​ກໍ່ຕາມ, ​ແຕ່​ພັດ​ແມ່ນ​ຮູບ​ແບບ​​ເພື່ອ​ໃຫ້​ປະຊາຊົນ​ທ້ອງ​ຖີ່​ນຖ່າຍທອດວິທະຍາສາດ ​ເຕັກ​ໂນ​ໂລ​ຢີເທື່ອ​ລະ​ກ້າວ”


ໝູ່ບ້ານກາວຟອງກັບເຄື່ອງໝາຍຕົ້ນໝາກກ້ຽງ - ảnh 2
ຕົ້ນໝາກກ້ຽງກາວຟອງ (ພາບ: google.com.vn)

ດ້ວຍ​ທິດ​ທາງ​ປະຕິບັດ​ຢ່າງ​ຖືກຕ້ອງ, ຕົ້ນ​ໝາກກ້ຽງ​ຢູ່​ກາວ​ຟອງ ນັບ​ມື້​ນັບ​ມີ​ທ່າ​ໄດ້​ປຽບ​ເມື່ອ​ທຽບ​ໃສ່​ຕົ້ນ​ໝາກກ້ຽງ​ຊະນິດ​ຕ່າງໆ​ໃນ​ທ້ອງ​ຕະຫຼາດ. ໝາກກ້ຽງ​ຂອງ​ໝູ່​ບ້ານ​ກາວ​ຟອງ ທັງ​ງາມ, ທັງຫອມຫວານ ​ແລະ ມີ​ນ້ຳ​ຫຼາຍ. ການປູກໝາກກ້ຽງ ບໍ່​ພຽງ​ແຕ່​ຊ່ວຍໃຫ້​ປະຊາຊົນຢູ່​ທີ່​ນີ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ອາຊີບ​ຊ່ວຍ​ໃຫ້​ຫຼາຍ​ຄອບຄົວ ສ້າງ​ຄວາມ​ຮັ່ງມີ​​ອີກ​ດ້ວຍ. ຄອບຄົວ​ເອື້ອຍ ​ເຈິ່ນທິນູ້ຍ, ຢູ່​ເທດສະບານ​ເມືອງກາງ​ຟອງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ທີ່​ເປັນ​ແບບຢ່າງ​ໃນ​ການ​ປູກ​ຕົ້ນ​ໝາກກ້ຽງ. ດ້ວຍ​ເນື້ອ​ທີ່​ 1 ​ເຮັກຕາ, ລະດູ​ການ​ເກັບ​ກູ້​ຜ່ານ​ມາ, ຄອບຄົວ​ເອື້ອຍ ນູ້ຍ ​ເກັບ​ກູ້ໝາກກ້ຽງ​ໄດ້ 30 ​ໂຕນ, ສ້າງ​ລາຍ​ຮັບ​ກວ່າ 400 ລ້ານ​ດົ່ງ. ກໍ່​ເຊັ່ນ​ດຽວ​ກັບ​ຫຼາຍ​ຄອບຄົວ​ທີ່ປູກ​ຕົ້ນ​ໝາກກ້ຽງ​ຢູ່​ທີ່​ນີ້, ​ເລື່ອງ​ສ້າງ​ເຄື່ອງໝາຍ​​ໃຫ້​ຕົ້ນໝາກກ້ຽງ ​ເພື່ອຮັກສາ​ລາຄາ​ໝາກກ້ຽງ​ໃຫ້​ເປັນ​ປົກກະຕິ, ຍາມ​ໃດ​ກໍ່​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຂົາ​ເຈົ້າ. ​ເອື້ອຍ ​ເຈິ່ນທິນູ້ຍ, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        ”​ເຖິງ​ວ່າ​ຄຸນ​ນະພາ​ບໝາກ​ກ້ຽງ​ຢູ່​ທີ່​ນີ້​​​ແມ່ນ​ທຽບເທົ່າ​ກັບຢູ່​ບ່ອນ​ອື່ນ, ​ແຕ່​ລາຄາ​ພັດ​ຕຳ່​ກວ່າ, ​ເພາະວ່າ​​ບໍ່​ທັນ​ມີ​ເຄື່ອງໝາຍ​ການ​ຄ້າ​ໃນ​ຕະຫຼາດ. ດັ່ງ​ນັ້ນກາວ​ຟອງ​ ຄວນ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ຈຶ່ງ​ສາມາດ​ເຮັດ​ໃຫ້​ໝາກກ້ຽງ​ຂອງ​ຕົນມີລາຄາ​ສູງ​ກວ່າ​ຢູ່​ຕະຫຼາດ​ໄດ້”.


ໝູ່ບ້ານກາວຟອງກັບເຄື່ອງໝາຍຕົ້ນໝາກກ້ຽງ - ảnh 3
ຕົ້ນໝາກກ້ຽງກາວຟອງ (ພາບ: google.com.vn)

​ເລື່ອງ​ກໍ່ສ້າງເຄື່ອງໝາຍ​ການ​ຄ້າ ​ແລະ ພັດທະນາ​ຕະຫຼາດ​ໃຫ້​ແກ່​ຕົ້ນ​ໝາກ​ກ້ຽງ​ກາວ​ຟອງ ກໍ່​ແມ່ນ​ໜ້າ​ທີ່​ຈຸດ​ສຸມ ​ເຊິ່ງອຳນາດ​ການ​ປົກຄອງ​ເມືອງ​ກາວ​ຟອງ ​ໄດ້ວາງ​ອອກ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຫວູດິ່ງ​ຫວຽດ, ຮອງ​ປະທານ​ເມືອງ​ກາວ​ຟອງ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ຕົ້ນ​ໝາກກ້ຽງ​ກາວ​ຟອງ​, ທີ​ໜຶ່ງ​ແມ່ນ​ຕ້ອງ​ຮັບປະກັນ​ຮູບ​ແບບ​ຜະລິດ​ຕະພັນ, ທີ​ສອງ​ແມ່ນ​ບໍ່​ຄວນນຳ​ໃຊ້​ທາດ​ເຄມີ, ພິ​ເສດ​ເມື່ອ​ສົ່ງ​ໝາກກ້ຽງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ​ແມ່ນ​ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ດ້ານ​ອື່ນ​ອີກ​​ແມ່ນ​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບແນວ​ພັນ ​ແລະ ຂັ້ນ​ຕອນ​ດ້ານ​ເຕັກນິກ​ກໍ່​ຕ້ອງ​ບັນລຸ​ມາດຕະຖານ. “

        ພາຍຫຼັງ​ຫັນປ່ຽນ​ຜົນລະປູກ​ມາເປັນ​ເວລາ​ຫຼາຍ​ປີ, ມາ​ຮອດ​ປະຈຸ​ບັນ​ກາວ​ຟອງ​​ ໄດ້ມີ​ເນື້ອ​ທີ່​ປູກ​ຕົ້ນ​ໝາກກ້ຽງ​ກວ່າ 700 ​ເຮັກຕາ, ດ້ວຍ​ປະລິມານ​ການ​ຜະລິດ​ໃນ​ປີ 2011 ບັນລຸ​ເກືອບ 10.000 ​ໂຕນ, ລາຍ​ຮັບ​ບັນລຸ​ເກືອບ 90 ຕຶ້ດົ່ງ. ​ໃນ​ຫຼາຍ​ປີ​ມາ​ນີ້, ປະຊາຊົນ​ກາວ​ຟອງ​ ໄດ້​ສ້າງ​ຄວາມ​ຮັ່ງມີ​ຈາກ​ການ​ປູກ​ຕົ້ນ​ໝາກກ້ຽງ. ຕົ້ນ​ໝາກກ້ຽງ​ໄດ້​ປະກອບສ່ວນ​ຍົກ​ລາຍ​ຮັບ​ສະ​ເລ່ຍຂອງ​ປະຊາຊົນ​ໃນ​ເທດສະບານ​ເມືອງ​ຂຶ້ນ 22 ລ້ານ​ດົ່ງ/ຄົນ/ປີ.

        ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ​ແມ່ນ, ​ເມື່ອ​ມາ​ແຫ່ງ​ນີ້​ນັກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດ​ຢ້ຽມ​ຊົມ​ສວນ​ຕົ້ນ​ໝາກກ້ຽງ​ທີ່​ສຸກ​ເຫຼືອງ, ​​ແລະ ຖ່າຍຮູບ​​ເປັນ​ທີ່​ລະນຶກ, ພິ​ເສດ​ແມ່ນ​ໄດ້​ກິນ​ໝາກກ້ຽງ​ທີ່​​ແຊບຫວານຢູ່​ທີ່​ນີ້. ຫວ່າງ​ແລ້ວ​ນີ້, ​ເມືອງ​ກາວ​ຟອງ​ ໄດ້​ຄົ້ນ​ພົບ​ບັນດາ​ຖ້ຳ​ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ ​ແລະ ມະຫັດສະຈັນ​ຄື: ​ແທ້ງ​ດົ້ງ, ຮວາ​ເຊີນ, ຟອງ​ເຊີນ​ດົ້ງ, ດົ້ງ​ຖູ​ຍຟອງ, ລື​ວຖູ​ຍຟອງ… ການ​ຄົ້ນ​ພົບ​ດັ່ງກ່າວ​ຈະປະກອບສ່ວນ​ເປີດ​ທິດ​ທາງ​ໃໝ່​​ໃຫ້​ແກ່​ເມືອງ​ກາວ​ຟອງ ໃນ​ການ​ພັດທະນາ​ການບໍລິການທ່ອງທ່ຽວ. ​ໃນ​ອະນາຄົດ, ກາວ​ຟອງ​ບໍ່​ພຽງ​ແຕ່​ແມ່ນ​ເຂດ​ບ້ານ​ນາ​ທີ່​ມີ​ຊື່​ສຽງ​ດ້ວຍ​ຕົ້ນ​ໝາກກ້ຽງ​ທີ່​ແຊບ​ຫວານເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ຊີວະ​ພາບ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວຂອງ​ແຂວງ​ຮ່ວາບິ່ງ ອີກ​ດ້ວຍ


ຕອບກັບ

ຂ່າວ/ບົດ​ອື່ນ