ໝູ່​ບ້ານ​ຖື​ສາ​ສະ​ໜາ​ໂປ​ແຕ​ສະ​ຕັງ ນ່າ​ກາ ແຂວງ ກາວ​ບັ່ງ ທີ່​ສະ​ຫງົບ​ສຸກ

(VOVWORLD) -   ໝູ່ບ້ານ ນ່າກາ, ຂຶ້ນກັບເທດສະບານເມືອງປາກມີເອົາ, ເມືອງບາວເລິມ, ແຂວງກາວບັ່ງ. ໝູ່ບ້ານນ່າກາ ມີກ່ວາ 150 ຄອບຄົວດ້ວຍປະຊາກອນກ່ວາ 830 ຄົນ, ສ່ວນຫຼາຍແມ່ນຊາວເຜົ່າຢ້າວ ແລະ ມົ້ງ. ປະຊາກອນຢູ່ນີ້ສ່ວນຫຼາຍແມ່ນຖືສາສະໜາໂປແຕສະຕັງ, ໄດ້ພ້ອມກັນສ້າງໝູ່ບ້ານແຫ່ງຄວາມສະຫງົບສຸກ.
ໝູ່​ບ້ານ​ຖື​ສາ​ສະ​ໜາ​ໂປ​ແຕ​ສະ​ຕັງ ນ່າ​ກາ ແຂວງ ກາວ​ບັ່ງ ທີ່​ສະ​ຫງົບ​ສຸກ - ảnh 1

ມອບກິດຈະກຳ “ໄຟສະຫວ່າງແຫ່ງຄວາມໝັ້ນຄົງ” (ພາບ: ງອກແອງ)

      ໝູ່ບ້ານ ນ່າກາ ມີ 2 ກຸ່ມຖືສາສະໜາໂປແຕສະຕັງ ຄື: ກຸ່ມຖືສາສະໜາໂປແຕສະຕັງ ຊາວເຜົ່າມົ້ງ ແລະ ກຸ່ມຖືສາສະໜາໂປແຕສະຕັງ ຊາວເຜົ່າຢ້າວ. ການດຳເນີນຊີວິດສາສະໜາຢູ່ບັນດາກຸ່ມ ລ້ວນແຕ່ໄດ້ປະຕິບັດຕາມກົດໝາຍ. ຍາມໃດ ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃນການດຳເນີນຊີວິດທາງສາສະໜາໃຫ້ແກ່ພໍ່ແມ່ ປຊຊ. ທ່ານ ມາເທຊີ ປະທານຄະນະກຳມະການ ປຊຊ ເທດສະບານເມືອງປາກມີເອົາ  ໃຫ້ຮູ້ວ່າ:

   ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ປຊຊ, ອຳນາດການປົກຄອງໄດ້ແນະນຳບັນດາລະບຽບການຈົດທະບຽນ ການດຳເນີນຊີວິດທາງສາສະໜາລວມສູນ. ພາຍຫຼັງໄດ້ຮັບການແນະນຳ, ຫົວໜ້າກຸ່ມຈະປະຕິບັດບັນດາຂັ້ນຕອນລະບຽບການ ເພື່ອຈົດທະບຽນກັບອຳນາດການປົກຄອງ. ແຕ່ລະປີ, ກຸ່ມຈະຈົດທະບຽນເນື້ອໃນດຳເນີນຊີວິດລະອຽດ ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນອະນຸມັດ, ຈັດຕັ້ງປະຕິບັດ. ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ໜູນຊ່ວຍ ປຊຊ ໝູ່ບ້ານ ນ່າກາ ຈຳນວນເງິນ 120.000 USD ເພື່ອສຸມໃສ່ເຮັດເສັ້ນທາງຄົມມະນາຄົມ ແລະ ຊື້ແນວພັສັດລ້ຽງ, ປູກຝັງ.

ໝູ່​ບ້ານ​ຖື​ສາ​ສະ​ໜາ​ໂປ​ແຕ​ສະ​ຕັງ ນ່າ​ກາ ແຂວງ ກາວ​ບັ່ງ ທີ່​ສະ​ຫງົບ​ສຸກ - ảnh 2

ດຳເນີນຊີວິດທາງສາສະໜາຢຸ່ກຸ່ມຖືສາສະໜາ ໂປແຕສຕັງ ຊາວເຜົ່າມົ້ງ ຢູ່ໝູ່ບ້ານ ນ່າກາ (ພາບ: ງອກແອງ)

    ໃນເດືອນມິຖຸນາຜ່ານມາ, ຄະນະກຳມະການ ປຊຊ ເທດສະບານເມືອງປາກມີເອົາ (Pác Miầu) ໄດ້ສະເໜີຮູບແບບ “ກຸ່ມສາສະໜາຄຸ້ມຄອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ” ຊື່ງໄດ້ຊ່ວຍ ປຊຊ ຖືສາສະໜາໂປແຕສະຕັງ ສາມັກຄີກັນກ່ວາ, ກຳແໜ້ນບັນດາຂໍ້ມູນຂ່າວກ່ຽວກັບການເຫຼື້ອມໃສສາສະໜາ ກໍ່ຄືບັນດາຂໍ້ກຳນົດອື່ນໆ. ຢູ່ໝູ່ບ້ານ ນ່າກາ, ຮູບແບບກຸ່ມສາສະໜາຄຸ້ມຄອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ ຂອງກຸ່ມຖືສາສະໜາໂປແຕສະຕັງ ຊາວເຜົ່າມົ້ງ ລວມມີ 6 ຄົນ ໂດຍທ່ານ ຮ່ວາງວັນຊຸ່ງ ເປັນຫົວໜ້າກຸ່ມ. ທ່ານ ຮ່ວາງວັນຊຸ່ງ ໃຫ້ຮູ້ວ່າ:

   ຮູບແບບກຸ່ມສາສະໜາຄຸ້ມຄອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ ແມ່ນເພື່ອແນໃສ່ເພີ່ມທະວີບົດບາດຄຸ້ມຄອງຂອງຜູ້ມີຍົກຖາບັນດາສັກໃນກຸ່ມ ເສີມຂະຫຍາຍກຳລັງແຮງສັງລວມຂອງ ປຊຊ ທຸກຊັ້ນຄົນ ເຂົ້າຮ່ວມການປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ. ໂຄສະນາເຖິງບັນດາພະສົງສາມະເນນກ່ຽວກັບນະໂຍບາຍ, ກົດໝາຍຂອງລັດ, ຂໍ້ກຳນົດດ້ານການເຫຼື້ອມໃສສາສະໜາ, ການກໍ່ສ້າງຊົນນະບົດໃໝ່.

ໝູ່​ບ້ານ​ຖື​ສາ​ສະ​ໜາ​ໂປ​ແຕ​ສະ​ຕັງ ນ່າ​ກາ ແຂວງ ກາວ​ບັ່ງ ທີ່​ສະ​ຫງົບ​ສຸກ - ảnh 3

ພິທີສະເໜີຕົວ ຮູບແບບ “ກຸ່ມສາສະໜາຄຸ້ມຄອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ” (ພາບ: ງອກແອງ)

  ໂດຍນອນໃນເຂດຫ່າງໄກສອກຫຼີກ, ການໄປມາຫຍຸ້ງຍາກ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ປຊຊ ໃນການດຳເນີນຊີວິດທາງສາສະໜານັ້ນ, ຕຳຫຼວດເມືອງ ບາວເລິມ ໄດ້ເປັນເຈົ້າການສະເໜີ ແລະ ຄະນະການນຳຕຳຫຼວດແຂວງ ກາວບັ່ງ ໄດ້ຕົກລົງສະໜອງຄ່າໃຊ້ຈ່າຍໃຫ້ແກ່ກິດຈະກຳຕິດຕັ້ງ “ໄຟສະຫວ່າງແຫ່ງຄວາມໝັ້ນຄົງ” ມອບໃຫ້ 3 ກຸ່ມຖືສາສະໜາໂປແຕສະຕັງໃນບໍລະເວນເມືອງ, ລວມມີ: ກຸ່ມຖືສາສະໜາໂປແຕສະຕັງ ຊາວເຜົ່າມົ້ງ ໝູ່ບ້າ ນ່າກາ, ເທດສະບານເມືອງປາກມີເອົາ; ກຸ່ມຖືສາສະໜາໂປແຕສຕັງ ຊາວເຜົ່າຢ້າວ ໝູ່ບ້ານ ນ່າແຮງ, ຕາແສງ ນາມກວາງ; ກຸ່ມຖືສາສະໜາໂປແຕສະຕັງ ຂວຍເຢືອງ ໝູ່ບ້ານ ນ່າແຮງ, ຕາແສງ ນາມກວາງ ດ້ວຍດອກໄຟໃຊ້ພະລັງງານແສງຕາເວັນທັງໝົດ 40 ດອກ. ເມື່ອກ່ອນທີ່ບໍ່ທັນມີດອກໄຟ, ປຊຊ ໄປມາປະສົບກັບຄວາມຫຍຸ້ງຍາກຫຼາຍທີ່ສຸດ, ເມື່ອມີດອກໄຟແລ້ວ, ປຊຊ ໄປມາຢ່າງສະດວກກ່ວາ, ມີເງື່ອນໄຂອຳນວຍຄວາມສະດວກໃນການອອກແຮງງານ, ທຳການຜະລິດ. ກິດຈະກຳ “ໄຟສະຫວ່າງແຫ່ງຄວາມໝັ້ນຄົງ” ໄດ້ເລີ່ມຜັນຂະຫຍາຍແມ່ນຢູ່ໝູ່ບ້ານ ນ່າກາ.

   ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງອຳນາດການປົກຄອງທ້ອງຖິ່ນໄດ້ຊ່ວຍໃຫ້ພໍ່ແມ່ ປຊຊ ອຸ່ນອ່ຽນໃຈອອກແຮງງານທຳການຜະລິດ, ພ້ອມກັນພັດທະນາເສດຖະກິດ. ຊີວິດການເປັນຢູ່ຂອງ ປຊຊ ໄດ້ຮັບການປົວແປງທັງດ້ານວັດຖຸ ແລະ ຈິດໃຈ. ທ່ານ ຮ່ວາງດຶກແລງ ຊາວໝູ່ບ້ານ ນ່າກາ ໃຫ້ຮູ້ວ່າ:

   ການດຳເນີນຊີວິດທາງສາສະໜາໄດ້ດຳເນີນໃນທຸກວັນອາທິດ. ພໍ່ແມ່ ປຊຊ ມາຮ້ອງເພງສັນລະເສີນພະເຈົ້າ, ອ່ານຄຳພີ, ຮັບຟັງການສອນຫຼັກສິນທຳ… ຕາມສາສະໜາໂປແຕສະຕັງ, ຕ້ອງປະລະບັນດາສິ່ງທີ່ຊົ່ວຮ້າຍ. ໃນວັນບຸນຄຼິດສະມາດ, ການນຳເທດສະບານເມືອງ, ເມືອງກໍ່ໄດ້ພ້ອມກັນເຂົ້າຮ່ວມ. ຄອບຄົວຂ້າພະເຈົ້າໄດ້ລ້ຽງງົວ, ໝູ, ເຮັດນາ…ກໍ່ພໍຢູ່ພໍກິນ. ອຳນາດການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ຕໍ່ກຸ່ມຖືສາສະໜາໂປແຕສະຕັງ, ໜູນຊ່ວຍຄອບຄົວທຸກຍາກ ກູ້ຢືມທຶນທຳການຜະລິດດຳເນີນທຸລະກິດ, ເຮັດເສັ້ນທາງນ້ອຍເພື່ອໃຫ້ ປຊຊ ໄປມາຢ່າງສະດວກ.

     ດ້ວຍຄວາມເອົາໃຈໃສ່, ແນະນຳຂອງອຳນາດການປົກຄອງທ້ອງຖິ່ນ, ປຊຊ ແລະ ບັນດາຜູ້ຖືສາສະໜາໂປແຕສະຕັງ ໝູ່ບ້ານ ນ່າກາ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການສ້າງຊີວິດສັງຄົມ ໂດຍທ້ອງຖິ່ນປຸກລະດົມ, ໃຫ້ຢູ່ໃນສິນ ກິນໃນທຳ, ປະກອບສ່ວນກໍ່ສ້າງໝູ່ບ້ານຖືສາສະໜາໂປແຕສະຕັງ ທີ່ອີ່ມໜຳສຳລານ, ສົມບູນພູນສຸກ./.




ຕອບກັບ

ຂ່າວ/ບົດ​ອື່ນ