ໝູ່ບ້ານທະເລຕ້ອນຮັບລະດູບານໃໝ່

ເທດສະບານ​ເມືອງ ວ່າມ​ລ໋າງ ​ຢູ່​ແຄມ​ທະ​ເລ​ທີ່ຂຶ້ນ​ກັບ​ເມືອງ ກໍ່​ກົງ​ດົງ, ​ແຂວງ ຕ່ຽນຢາງ, ​ແມ່ນ​ແຫ່ງ​ທີ່​ມີ​ຊາວ​ປະມົງ​​ດຳລົງ​ຊີວິດ​ຢູ່ເປັນ​ຈຳນວນ​ຫຼວງ​ຫຼາຍ. ປີ​ນີ້, ຍ້ອນ​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ອາຊີບ​ການ​ປະມົງ​ຈຶ່ງ​ໄດ້​ຮັບ​ຜົນ​ດີ, ດັ່ງ​ນັ້ນ​ລະດູບານ​ໃໝ່​ນີ້, ​ເທດສະບານ ວ່າມ​ລ໋າງ ຍິ່ງ​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ, ຊາວ​ປະມົງພາກພູມ​ໃຈ​ກຽມ​​ພ້ອມ​ຈະອອກສູ່​ທະ​ເລ​​ ດ້ວຍ​ຄວາມຫວັງ​ຈະ​ຫາປາ, ກຸ້ງ​ໃຫ້ໄດ້​ຫຼາຍ.

    ປະຊາຊົນ​ຢູ່​ເທດສະບານ ວ່າມ​ລ໋າງ ຍັງ​ຈື່​ຈຳ​ຮູບ​ພາບ​ຂະ​ບວນກ່ຳ​ປັ່ນ, ​ເຮືອ​ຫາ​ປາ​ຂອງ​ຊາວ​ປະມົງ 400 ກວ່າ​ຄົນ​ຢູ່​ເທດສະບານ​ເຂົ້າ​ທຽບ​ທ່າ​ໃນ​ວັນ​ທ້າຍ​ປີ. ຊາວ​ປະມົງ ຮວີ່ງວັນ​ແຊກ (Huynh Van Sach) ​ໃຫ້​ຮູ້​ວ່າ, ປີ​ນີ້, ​​​​ເມື່ອອອກ​ສູ່​ທະ​ເລ​​​​ແຕ່ລະ​ເທື່ອ ກ່ຳ​ປັ່ນ, ​ເຮືອ​ລຳ​ໃດກໍ່​​ຫາປາ, ກຸ້ງ​ໄດ້​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພິ​ເສດ​, ພາຍຫຼັງ​ອອກ​ທະ​ເລ 1 ​ເດືອນ, ກ່ຳ​ປັ່ນ​​, ​ເຮືອແຕ່​ລະ​ລຳ​ສາມາດ​ຫາ​ປາ​ມຶກ​ໄດ້​ແຕ່ 2,5 - 3 ​ໂຕນ. ຖ້າ​ລົບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ແລ້ວ, ກ່ຳ​ປັ່ນ, ​ເຮືອ​ຫາ​ປາ​ແຕ່​ລະ​ລຳ​ກໍ່ສ້າງ​ກຳ​ໄລ​ໄດ້​ກວ່າ 50 ລ້ານ​ດົ່ງ. ຍ້ອນ​ເຫດ​ນັ້ນ, ບຸນປີ​ໃໝ່​ນີ້, ຄອບຄົວ​ທ່ານ​ ຮວີ່ງວັນ​ແຊກ (Huynh Van Sach) ກໍ່​ຄື​ຄອບຄົວ​ຊາວ​ປະມົງ​ອື່ນໆ​ຢູ່​ເທດສະບານ ວ່າມ​ລ໋າງ ​ຈຶ່ງໄດ້​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຢ່າງ​ສົມບູນ​ພູນ​ສຸກ​​ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມອົບ​ອຸ່ນ.

    ”ປີ​ນີ້​ຫາ​ປາ​ໄດ້​ຫຼາຍ. ຄອບຄົວ​ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ສຸດ. ພາຍ ຫຼັງ​ໄປ​ຫາ​ປາ​ຖ້ຽວ​ສຸດ​ທ້າຍ​ກັບ​ມາ ຂ້າພະ​ເຈົ້າ​ໄດ້​ຈັດ​ງານ​ລ້ຽງ​ໝູ່​ເພືອນ ​​ແນ​ໃສ່ສ້າງ​ກຳລັງໃຈ​​ເພື່ອສືບ​ຕໍ່​ໄປ​ຫາ​ປາ​ໃນ​ຄັ້ງ​ຕໍ່​ໄປ”

ໝູ່ບ້ານທະເລຕ້ອນຮັບລະດູບານໃໝ່ - ảnh 1
ແບ່ງປະເພດສິນໃນນ້ຳຢູ່ທ່າຫາປາ ວ່າມລ໋າງ

(ພາບ: tiengiang.gov)

ສ່ວນ​ທ່ານ ​ເຈິ່ນວັນ​ທູ ຢູ່​ເທດສະບານ ວ່າ​ລ໋າງ, ​ໃຫ້​ຮູ້​ວ່າ, ບຸນປີ​ໃໝ່​ປີ​ມະ​ໂຮງ​ນີ້, ຄອບຄົວ​ທ່ານ​ມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ກວ່າ​ຊຸມ​ປີ​ກ່ອນ ຍ້ອນ​ການ​ທຳ​ມາ​ຫາ​ກິນ​​ສະດວກ​ສະບາຍ​ທີ່​ສຸດ.

    ”ປີ​ນີ້​ການ​ຫາ​ປາ​ສະດວກ​ສະບາ​ຍຫຼາຍ, ດັ່ງ​ນັ້ນ​ຊາວ​ປະມົງ​ຢູ່ເທດສະບານ ວ່າມ​ລ໋າງ ​ເວົ້າ​ລວມຈຶ່ງ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ດ້ວຍ​ຄວາມ​ພາກພູມ​ໃຈ​ທີ່​ສຸດ.”

    ວ່າມ​ລ໋າງ ​ແມ່ນ​ເທດສະບານຢູ່​ແຄມ​ທະ​ເລ​ທີ່​ມີ​ການພັດທະນາ​ເສດຖະກິດ​ແຮງ​ກວ່າ​ໝູ່​ໃນ​ແຂວງ ຕ່ຽນຢາງ. ດ້ວຍ 500 ກວ່າ​ຄອບຄົວ​ ຫາ​​ເງິນລ້ຽງ​ຊີບ​ດ້ວຍ​ອາຊີບ​ການ​ປະມົງ ​ແລະ ​ດຳ​ເນີນ​ທຸລະ​ກິດສິນ​ໃນ​ນ້ຳ. ​ແຕ່ລະ​ປີ, ຊາວ​ປະມົງ​ຢູ່​ເທດສະບານ ວ່າ​ລ໋າງ ​ໄດ້​ນຳ​ເອົາ​ສິນ​ໃນ​ນ້ຳປະ​ເພດ​ຕ່າງໆ​ຈາກ​ທະ​ເລ​ເຂົ້າ​ດິນ​ຕໍ່​ແຜ່ນກວ່າ 20.000 ​ໂຕນ.

    ອາຊີບການ​ປະມົງຈະ​ໄດ້​ຮັບ​ຜົນ​ຫຼື​ບໍ ​ແມ່ນ​ຂຶ້ນ​ກັບ​ດິນ​ຟ້າ​ອາກາດ. ​ໃນ​ຊຸມ​ປີຜ່ານມາ, ຍ້ອນດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ການ​ອອກ​ທະ​ເລ​​ແຕ່​ລະ​ຄັ້ງຂອງ​ຊາວ​ປະມົງ​ຢູ່ ວ່າມ​ລ໋າງ ຈຶ່ງ​ໄດ້​ຮັບ​ຜົນ​ດີ ດ້ວຍ​ປາ​ກຸ້ງ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ປະຈຸ​ບັນ, ຈຳນວນ​ຄອບຄົວ​ຮັ່ງມີ​​ໃນ​ເທດສະບານນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​​ໃນ​ນັ້ນ​ຄອບຄົວ​ຮັ່ງມີກວມ 30%, ຈຳນວນ​ຄອບຄົວ​ທຸກ​ຍາກ​ກວມ 8,6%, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ປີ​ບັນລຸ​ເກືອບ 20 ລ້ານ​ດົ່ງ. ປະຈຸ​ບັນ, ວ່າມ​ລ໋າງ ນັບ​ມື້​ນັບ​ພັດທະນາ ດ້ວຍ​ຖະໜົນຫົນທາງ​ລຽນ​ກັນຫຼາຍ​ສາຍ, ບັນດາ​ຮາກ​ຖານ​ດຳ​ເນີນ​ທຸລະ​ກິດ​ຊື້​ຂາຍ, ປຸງ​ແຕ່ງ​ສິນ​ທະ​ເລ, ຮ້ານ​ກິນ​ດື່ມທີ່​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່​ ​ນັບ​ມື້​ນັບ​ຫຼາຍ​. ທ່ານ ​ເລກ​ວາງ​ວິ​ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ ​ເທດສະບານ ວ່າງ​ລ໋າງ, ​ໃຫ້​ຮູ້​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

    ”ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ​ຢູ່ ວ່າມ​ລ໋າງ ​ໃນ​ປີ​ນີ້ ​ແມ່ນ​ມີ​ຄວາມ​ຈະ​ ເລີນ​ ເຕີບ​ໂຕກ​ວ່າ​ປີ​ກ່ອນ. ຊາວ​ປະມົງ​ຫາ​ປາ​ມຶກ​ໄດ້​ຫຼາຍ. ດັ່ງ​ນັ້ນ​ຊີວິດ​ການ​ເປັນ​ຢູ່​ຂອງເຂົາ​ເຈົ້າ​ຈຶ່ງ​​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີກວ່າ​ເກົ່າ. ຊາວ​ປະມົງ​ດີ​ໃຈ​ຫຼາຍ”

    ມາ​ຢ້ຽມຢາມ​ເທດສະບານ ວ່າມ​ລ໋າງ ​ໃນ​ຊຸມ​ມື້​ຕົ້ນລະດູບານ​ໃໝ່​ນີ້, ຢູ່​ບ່ອນ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ພົບ​ເຫັນ​​ໜ້າ​ຕາທີ່​ຍີ້ມ​ແຍ້ມ​ແຈ່ມ​ໃສ​ຂອງ​ປະຊາຊົນ​ທຸກຄົນ. ຢູ່​ຕາມ​ຫົນທາງ​ສາຍຕ່າງໆ​ເຕັມ​ໄປ​ດ້ວຍ​ທຸງຊາດ, ປ້າຍ​ຄຳ​ຂວັນ: ”ຊົມ​ເຊີຍ​ພັກ - ອວຍພອນ​ລະດູບານ​ໃໝ່”. ຢູ່​ເຂດ​ຕະຫຼາດ​ຍາມບຸນ​ປີ​ໃໝ່, ສຽງ​ຂັບ​ຮ້ອງ, ປະສານ​ກັບ​ສຽງ​ກອງ​ດັງ​ກ້ອງ​ກັງວານ​​​ໄປ​ທົ່ວໄດ້​ເຮັດ​ໃຫ້​ທັງເຂດ​ບ້ານ​ນາ​ຢູ່ແຄມ​ທະ​ເລ​ຟົດ​ຟື້ນ​ຍິ່ງ​ຂຶ້ນ. ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ນີ້, ຍ້ອນ​ມີ​ໂຄງການ ”ນຳ​ສິນຄ້າ​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ” ປະຊາຊົນ​ທ້ອງ​ຖີ່​ນຈຶ່ງ​ໄດ້​ຊື້​ສິນຄ້າ​ຕາມ​ລຳພັງ​ໃຈດ້ວຍ​ລາຄາ​ທີ່​ເໝາະ​ສົມ.

    ບັນຍາກາດ​ບຸນປີ​​ໃໝ່​ຍັງ​ຄົງປະກົດ​ຢູ່​ຕາມ​ຖະໜົນ​ຫົນທາງສາຍຕ່າງໆ ​ຂອງ​ເທດສະບານ ວ່າ​ມລ໋າງ. ປະຊາຊົນ​​ໄດ້​ຍາດ​ເວລາໄປ​ວັດວາອາ​ຮາມ​ໃນ​ຍາມຕົ້ນລະດູບານ​ໃໝ່, ​ເພື່ອ​ພາວະນາ​ຂໍ​ໃຫ້ການ​ປະມົງ​ໄດ້​ຮັບ​ຜົນ​ດີ. ທ່າ​ກ່ຳ​ປັ່ນ​ຢູ່​ເທດສະບານມີ​ຄວາມຄຶກ​ໂຄມ​ໜາ​ແໜ້ນ, ວຽກ​ງານ​ກະກຽມ​ກ່ຳ​ປັ່ນ, ທັນ​ຍາ​ຫານ, ຢຸກຢາ​ຂອງ​ຊາວ​ປະມົງ​ກໍ່​​ສຳ​ເລັດ​ແລ້ວ. ບັນດາ​ກ່ຳ​ປັ່ນ, ​ເຮືອຫາ​ປາ ດ້ວຍ​ຮູບ​ຮ່າງ​, ຂະໜາດ, ສີສັນທີ່​ແຕກ​ຕ່າງ​ກັນ​ໄດ້​ອອກ​ສັນຍານ​ຖອດ​ສະໝໍ​ອອກ​ທະ​ເລ​ຫາ​ປາ ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ​ ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ