ໝູ່ບ້ານລ້ຽງປາໃນຄຳເພື່ອບູຊາເທວະດາຜູ້ດູແລເຕົາໄຟ

ຕາມ​ປະ​ເພນີ​ຂອງ​ຊາວ​ ຫວຽດນາມ ​ແລ້ວ, ວັນ​ທີ 23 ​ເດືອນ​ສິບ​ສອງ ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​ທຸກໆ​ປີ, ​ແມ່ນ​ວັນ​ສົ່ງ​ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຂຶ້ນ​ສະຫວັນ​ຊັ້ນ​ຟ້າ ​ເພື່ອ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ທຳ​ມາ​ຫາ​ກິນ, ການ​ປະພຶດ​ຕໍ່ຂອງ​ຄອບຄົວ​ໃນ​ປີ​ທີ່​ຜ່ານ​ມາ. ​ໃນ​ມື້​ນີ້, ບັນດາ​ແມ່​ເຮືອນ​ເຄີຍ​ຊື້​ເຄື່ອງ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ. ​ໃນ​ນັ້ນ​ມີ​ປາ​ໃນຄຳ 3 ​ໂຕ. ຕາມ​ແນວ​ຄວາມ​ຄິດ​ຂອງ​ບັນພະບຸລຸດ​ແລ້ວ, ປາ 3 ​ໂຕ​ນີ້ ​ແມ່ນ​ພາຫະນະ​ເພື່ອ​ສົ່ງເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຂຶ້ນ​ສະຫວັນ​ຊັ້ນ​ຟ້າ. ຫວ່າງ​ແລ້ວ​ນີ້, ຢູ່ຫຼາຍໝູ່​ບ້ານ​​ໄດ້​ປະກົດ​ມີ​ອາຊີບລ້ຽງ​ປາ​ໃນຄຳ​ເພື່ອ​ສະໜອງ​ໃຫ້​ໃຫ້​ວັນ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ, ​ໃນ​ນັ້ນ​ມີ​ໝູ່​ບ້ານ ຖູ​ຍ​ເຈິ່ມ ຢູ່​ຕາ​ແສງ ຕູຍ​ໂລກ.
ໝູ່ບ້ານລ້ຽງປາໃນຄຳເພື່ອບູຊາເທວະດາຜູ້ດູແລເຕົາໄຟ - ảnh 1
( ພາບ : http://vietbao.vn )

ຕູຍ​ໂລກ ​ແມ່ນ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ທີ່​ຂຶ້ນ​ກັບ​ເມືອງ ​ເກິ​ມ​ເຄ, ​ແຂວງ ຟູ໋ທໍ້. ​ຊາວ​ໃນ​ໝູ່​ບ້ານ​ໄດ້​ເລົ່າເລື່ອງ​ລາວ​ກ່ຽວ​ກັບການ​ລ້ຽງ​ປາ​ໃນຄຳ​ສີ​ແດງສູ່​ຟັງ​ວ່າ, ທ່ານ ​ເຈິ່ນວັນ​ເຊົ໋າ, ​​ເຊິ່ງແມ່ນ​ພໍ່​ຄ້າ​ປາ​ພັນ​ຜູ້ໜຶ່ງໃນ​ໝູ່ບ້ານ, ​ເມື່ອ​ເຫັນ​ປາ​ໃນຄຳ​ສີ​ແດງ​ໂຕແປກໆ ​ກໍ່​​ເລີຍຊື້​ເອົາ 4 ​ໂຕ​ນ້ອຍໆ​ມາ​ລ້ຽງ. ​ເມື່ອ​ເຫັນ​ປາ​ແປກໆ​ຄື​ແນວ​ນັ້ນ, ທຸກ​ຄົນ​ກໍ່​ພາກັນ​ມາ​ເບິ່ງ ​ແລະ​ ຜູ້​ໃດ​ກໍ່​ນິຍົມ. ​ແຕ່​ມີ​ບາງ​ຄົນທີ່​ມີ​ຄວາມ​ເຊື່ອ​ຖື​ແບບ​ງົມງວາຍ​ພັດ​ເວົ້າ​ວ່າ, ທ່ານ ​ເຊົ໋າ ນຳ​ເອົາ ​ປາ​ຜີ ​ເມືອ​ບ້ານ, ​ແລະ ​ກໍ່​ບອກ​​ໃຫ້ທ່ານ​ປ່ອຍ​ປາ​ນີ້ລົງ​ແມ່​ນ້ຳ. ​ແລະ​ກໍ່​ໃນ​ປີ​ນັ້ນ, ກົງ​ກັບ​ມື້ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຂຶ້ນ​ສະຫວັນ​ຊັ້ນ​ຟ້າ, ​ເມື່ອ​ເຫັນ​ປາ​ງາມ​ບາງ​ຄົນກໍ່​ມາ​ຊື້​ເພື່ອ​ບູຊາ. ​ໃນ​ເບື້ອງ​ຕົ້ນ​ທ່າ​ພຽງ​ແຕ່ມອບ​ໃຫ້​ລ້າໆ​​ໂດຍ​ບໍ່​ເກັບ​ເງິນ, ​ແຕ່​ຕໍ່​ມາ​ກໍ່​ມີ​ຫຼາຍ​ຄົນມາຊື້ ທ່ານ​ຈຶ່ງ​ຂາຍ. ​ເມື່ອ​ເຫັນ​ວ່າການ​ລ້ຽງ​ປາ​ໃນ​ຄຳ​ສີ​ແດງ​ຫາ​ກຳ​ໄລ​ໄດ້, ມີ​ຫຼາຍ​ຄົນ​ໄດ້​ຊື້​​ເອົາເພື່ອ​ຂາຍ​ສົ່ງ, ນັບ​ແຕ່​ນັ້ນ​ຫຼາຍ​ຄອບຄົວ​ກໍ່​ພາກັນ​ລ້ຽງ, ສຸດ​ທ້າຍ​ການ​ລ້ຽງ​ປາ​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ​ຕາ​ແສງ ຕູຍ​ໂລກ. ທ່ານ ກວນ, ພະນັກງານ​ຕາ​ແສງ ຕູຍ​​ໂລກ, ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ທັງ​ໝູ່​ບ້ານ ຖູ​ຍ​ເຈິ່ມ ​ມີ 564 ຄອບຄົວ, ​ໃນ​ນັ້ນ​ມີ 500 ຄອບຄົວ​ລ້ຽງ​ປາ​ໃນຄຳ​ສີ​ແດງ. ທ່ານ ກວນ ​ໃຫ້​ຮູ້​ວ່າ:

”​ການ​ລ້ຽງ​ປາ​​ໄດ້​ຮັປະສິດທິ​ຜົນຫຼາຍທົບ 3 ​ເທົ່າ ​ເມື່ອ​ທຽບ​ກັບ​ການ​ປູກ​ເຂົ້າ, ​ໃນ​ໂອກາດ​ບຸນປີ​ໃໝ່, ບັນດາ​ຄອບຄົວ​ລ້ຽງ​ປາ ສາມາດ​ຫາ​ລາຍ​ຮັບໄດ້​ແຕ່ 3-5 ລ້ານ​ດົ່ງ”

ໂດຍ​ແຕກ​ຕ່າງ​ກັບ​ປາປະ​ເພດ​ຕ່າງໆ, ປາ​ໃນ​ຄຳສີຢູ່​ທີ່​ນີ້​​ແມ່ນ​ປາ​ໂຕ​ຍາວ, ມີ​ສີ​ແດງ​ເຂັ້ມ, ຫາງ​ຍາວ, ​ແຂງ​ແຮງ ​ແລະ​ລ້ຽງ​ງາຍ. ​ແຕ່​ລະ​ຄອບຄົວ​ຢູ່​ໝູ່​ບ້ານ ຖູ​ຍ​ເຈິ່ມ ມີ​ສະ​ລ້ຽງ​ປາມ ສອງ, ສາມ ​ແຫ່ງ ທີ່​ມີ​ເນື້ອ​ທີ່ ​ແຕ່ 7-8 ຕາ​ແມັດ. ຕາມ​ທຳ​ມະ​ດາ​ແລ້ວ, ​ແຕ່​ລະ​ຕາ​ແມັດສາມາດ​ລ້ຽງ​ປາ​ໄດ້​ແຕ່ 500 – 700 ​ໂຕ. ດັ່ງ​ນັ້ນແຕ່ລະສະ​ນ້ຳ​ຈະມີ​ປາ​ນັບ​ໝື່ນ​ໂຕ. ອ້າຍ​ ດຶກ, ​ເຈົ້າ​ຂອງ​ຄອບຄົວ​ລ້ຽງ​ປາ​ໃນ​ຄຳ​ສີ​ແດງ, ອະທິບາຍ​ວ່າ:

”ປາ​ນີ້​ຕ້ອງ​ລ້ຽງ​ໃນ​ເນື້ອ​ທີ່​ບໍ່​ກວ້າງ​ປານ​ໃດ, ​ເພື່ອ​ໃຫ້​​ໂຕ​ມັນ​ນ້ອຍ​​ເທົ່າ​ກັບນີ້​ວມື້​ເທົ່າ​ນັ້ນ, ​ເພາະວ່າ​ນີ້​ແມ່ນ​ປາ​ເພື່ອ​ບູຊາ, ​ເຂົາ​ເຈົ້າ​ຈຶ່ງບໍ່​ມັກ​ໂຕ​ໃຫຍ່”

ຕາມ​ທ່ານ ກວນ, ພະນັກງານ​ຕາ​ແສງ ຕູຍ​ໂລກ​ ​ແລ້ວ, ​ໃນ​ໝູ່​ບ້ານ​ຍັງ​ມີ​ບັນດາ​ຄອບຄົວ​ລ້ຽງ​ປາ​ເກັ່ງ​ຄື​ຄອບຄົວ​ອ້າຍ ກີ່, ອ້າຍ​ວຸ. ​ສະ​ນ້ຳ​ແຕ່ລະ​ແຫ່ງ, ລ້ຽງ​ປາ​​ໃນຄຳ​ສີແດງໄດ້​ປະມານ 150 ກິ​ໂກຼລາມ. ລາຄາ​ຂາຍ​ປາ​​ແມ່ນ 150.000 ດົ່ງ​/ກິ​ໂກຼລາມ. ​ເປັນ​ອັນວ່າ​, ພາຍຫຼັງ​ລ້ຽງ​ປາ​​ເປັນເວລາ 6 ​ເດືອນ, ສະ​ນ້ຳ​ແຕ່ລະ​ແຫ່ງ​ທີ່​ມີ​ເນື້ອ​ທີ່ 10 ຕາ​ແມັດ, ສາມາດສ້າງ​ລາຍ​ຮັບ​ໄດ້ກວ່າ 20 ລ້ານ ດົ່ງ. ດ້ວຍ​ສະ​ລ້ຽງ​ປາ​ສອງ​, ສາມ​ແຫ່​ງຄື​ແນວ​ນັ້ນ, ​ແຕ່​ລະ​ປີ ອ້າຍ ດຶກ ກໍ່ສາມາດສ້າງ​ລາຍ​ຮັບ​ໄດ້​ນັບ​ຮ້ອຍ​ລ້ານ​ດົ່ງ. ​ເຖິງ​ວ່າວຽກ​ງານ​ລ້ຽງ​ປາ​ໄດ້​ມີ​ມາ​ກ່ອນ​ນີ້​ຫຼາຍປີ​ແລ້ວກໍ່ຕາມ, ​ແຕ່​ປະຊາຊົນ​ໃນ​ໝູ່​ບ້ານ ຖູ​ຍ​ເຈິ່ມ ຍັງ​ຄົງ​ມີ​ສະຕິ​ພັດທະນາ​ອາຊີບ​ຢູ່. ​ເພາະວ່າ​ປາ​ໃນ​ຄຳ​ສີ​ແດງ​ໂຕ​ນ້ອຍ​ນີ້​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ດິນ​ທີ່​ທຸກ​ຍາກ​ໃນ​ເມື່ອ​ກ່ອນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.

”ຂ້າພະ​ເຈົ້າ​ເຫັນ​ວ່າ, ປາ​ໃນ​ຄຳ​ສີ​ແດງ​ນີ້​ໄດ້​ນຳ​ມາ​ເຊິ່ງ​ແຫຼ່ງ​​ລາຍ​ຮັບດີ​ພໍ​ສົມຄວນ​ໃຫ້​ແກ່​ບັນດາ​ຄອບຄົວລ້ຽງ​ປາ, ດັ່ງ​ນັ້ນ, ​ໃນ​ຊຸມ​ປີຜ່ານມາ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ດຳ​ເນີນ​ການ​ລ້ຽງ​ປາ​ເປັນ​ປະຈຳ”

ໝູ່ບ້ານລ້ຽງປາໃນຄຳເພື່ອບູຊາເທວະດາຜູ້ດູແລເຕົາໄຟ - ảnh 2
( ພາບ : http://vietbao.vn )

ໃນ​ແຕ່ລະ​ປີ, ນັບ​ແຕ່​ວັນ​ທີ 15, 16 ​ເດືອນ​ສິບ​ສອງ ​ໄລ່​ຕາມ​ຈັນທະ​ປະຕິທິນ, ທັງ​ໝູ່​ບ້ານ​ມີ​ຄວາມຄຶກຄື້ນ​ມ່ວນ​ຊື່ນດ້ວຍ​ສຽງ​ລົດ​ລາງ​ໄປມາຊື້​ຂາຍ​ປາ​ໃນ​ຄຳ. ​​ແຕ່ລະ​ເທື່ອ, ​ເມື່ອບຸນບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ວຽນມາ, ສະ​ເພາະ​ໝູ່​ບ້ານ ຖູ​ຍ​ເຈິ່ມ ​ກໍ່​ສະໜອງ​ປາ​ໃນ​ຄຳ​ສີ​ແດງ​ເຖິງ 40 ​ໂຕນ​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ປີ​ນີ້ ​ເຖິງ​ວ່າ​ອາກາດ​ໜາວ​ເຢັນ​ກໍ່ຕາມ, ​ແຕ່​ໂດຍ​ມີ​ປະສົບ​ການ​ໃນ​ການ​ລ້ຽງ​ປາ​, ໝູ່​ບ້ານ ຖູ​ຍ​ເຈິ່ມ ກໍ່​ສາມາດ​ສະໜອງ​ປາ​ໃນ​ຄຳ​ສີ​ແດງ​ໃຫ້​ປະຊາຊົນ​ຢ່າງ​ຄົບ​ຖ້ວນ​ໄດ້… ອາຊີບ​ລ້ຽງ​ປາ​ໃນ​ຄຳ​ສີ​ແດງ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃນ​ແກ່​ປະຊາຊົນ​ຕາ​ແສງ ຕູຍ​ໂລກ ຢ່າງ​ແທ້​ຈິງ. ບໍ່​ມີ​ໃຜ​ຄິດ​ໄດ້​ວ່າ, ​ໂຕ​ປາ​ເຊິ່ງປະຊາຊົນ​ກ່ອນ​ນີ້​ເອີ້ນ​ວ່າ ”ປາ​ຜີ” ນັ້ນ​, ໄດ້​ປະກອບສ່ວນ​ລົບ​ລ້າງ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ແຫ່ງ​ນີ້​ໄດ້. ພາຍຫຼັງ​ພິທີ​ບູຊາ​ສົ່ງເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຂຶ້ນ​ສະຫວັນ​ຊັ້ນ​ຟ້າ​ແລ້ວ, ​ເຂົາ​ເຈົ້າ​ຈະ​ປ່ອຍ​ປາ​ໃນ​ຄຳ​ສີ​ແດງ​ເຫຼົ່າ​ນັ້ນ​ລົງ​ແມ່​ນ້ຳ ພ້ອມ​ກັບ​ຄວາມ​​ໄຝ່ຝັນ​ທີ່​ດີ​ຕໍ່​ປີ​ໃໝ່. ນີ້​ກໍ່​ແມ່ນ​ຈຸດ​ເວລາ ທີ່​ປະຊາຊົນ​ໃນ​ໝູ່​ບ້ານ ຖູ​ຍ​ເຈິ່ມ​ ສິ້ນ​ສຸດໜຶ່ງ  ປີ ​ແຫ່ງ​ການ​ລ້ຽງ​ປາ ​ແລະ​ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ໃນ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ, ອິ່ມໜຳສຳ ລານ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມສຸກ.

​                                                                                                                       ໂຕ​ຕ໋ວນ

ຕອບກັບ

ຂ່າວ/ບົດ​ອື່ນ