ໝູ່ບ້ານຫຼໍ່ທອງ ດ້າຍບ໋າຍ ຟື້ນຕົວ

ໝູ່ບ້ານຫຼໍ່ທອງ ດ້າຍບ໋າຍ ຟື້ນຕົວ - ảnh 1

(ພາບ : Baodatmui)

ໝູ່​ບ້ານ​ ດ້າຍ​ບ໋າ​ຍ ຂຶ້ນ​ກັບ​ເມືອງ ຢາ​ບິ່ງ, ​ແຂວງ ບັກ​ນິງ ມີ​ອາຊີບ ຫຼໍ່​ທອງ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ​ເຊິ່ງມີ​ມາ​ກ່ອນ​ນີ້​ນັບ​ຮ້ອຍ​ປີ. ບັນດາ​ຜະລິດ​ຕະພັນທີ່​ລະອຽດ​ລະ​ອໍ​ຂອງ​ໝູ່​ບ້ານ, ​ໂດຍ​ສະ​ເພາະ​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ທອງ​​ໄດ້​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ. ​ແຕ່ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຍ້ອນ​ຜົນກະ ທົບ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານເສດຖະກິດຂອງ​ໂລກ, ລາຄາ​ວັດຖຸ​ອຸປະ ກອນສົ້ນ​ເຂົ້າ​ເພີ່ມ​ຂຶ້ນ​ສູງ, ການຈຳໜ່າຍ​ຖືກຫຼຸດ​ລົງຢ່າງ​ແຮງ​ນັ້ນ. ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ໝູ່​ບ້ານ​ອາຊີບ, ​ເຮັດ​ໃຫ້​ຮາກ​ຖານ​ຫຼໍ່​ທອງ​ຫຼາຍ​ແຫ່ງ​ຖືກ ຢຸດ​ສະ​ງັກ. ​ໃນ​ຂະນະ​ທີ່​ເສດຖະກິດ​ໝູ່​ບ້ານ​ພວມ​ຕົກ​ຢູ່​ໃນ​ສະພາບ​​ຖືກສູນ ຫາຍໄປນັ້ນ, ​ມີ​ນັກສິລະ​ປະກຳອາຍຸ​ສູງ, ​ແລະ​ນາຍຊ່າງ​ໜຸ່ມ​​ແໜ້ນຈຳນວນ​ໜຶ່ງ​ທີ່​ມີ​ຄວາມສຸດ​ຈິດ​ສຸດ​ໃຈ​ໃນ​ໝູ່​ບ້ານ ​ໄດ້​ມານະ​ພະຍາຍາມ​ໄປ​ຊອກ​ຫາ​ວິທີທາງ​ໃໝ່​ໃຫ້​ແກ່​ໝູ່​ບ້ານ, ນັ້ນ​ແມ່ນ​ຫຼໍ່​ຮູບ​ເຄິ່ງ​ຕົວ, ປະກອບສ່ວນ​ຟື້ນຕົວ ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອຄືນ​ໃໝ່.

    ໝູ່​ບ້ານ ດ້າຍ​ບ໋າ​ຍ ກ່ອນ​ນີ້​ມີ​ຊື່ວ່າໝູ່ບ້ານ ວັງ​ລ້າງ, ຕັ້ງ​ຢູ່​ເຂດ​ພື້ນ​ທີ່​ສູງ​ແຄມ​ຝັ່ງ​ແມ່​ນ້ຳ ບ້າຍຢາງ ຫ່າງ​ຈາກ​ໃຈກາງນະຄອນ ຮ່າ​ໂນ້ຍ ​ໄປ​ທາງ​ທິດ​ເໜືອ 30 ກ.ມ. ​ໃນ​ປະຫວັດສາດ, ໝູ່​ບ້ານ ດ້ານ​ບ໋າ​ຍ ມີ​ຊື່​ສຽງ​ດ້ວຍ​ອາຊີບຫຼໍ່​ທອງ​ທີ່​ເປັນ​ມູນ​ເຊື້ອ, ​ເຊິ່ງເຄີຍຜະລິດ​ເຄື່ອງ​ໃຊ້​ໄມ້​ສອຍ​ດ້ວຍ​ທອງ ​ແລະ ຮອດ​ຕົ້ນ​ສະຕະວັດ​ທີ 11 ຈຶ່ງ​ໄດ້​ຮັບ​ການ​ພັດ​ທະນາ​ຢ່າງ​ແຮງ. ຜ່ານ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ ໝູ່​ບ້ານ​ອາຊີບ​ໄດ້​ສ້າງ​ເປັນ​ບັນດາ​ຮາກ​ຖານ​ຜະລິດ​ສິນຄ້າ​ແຕ່ລະ​ປະ​ເພດ. ມີ​ບາງຮາກ​ຖານ​ຜະລິດ​ໝໍ້​ທອງ, ບາງຮາກ​ຖານ​ຜະລິດ​ພາ​​ເຂົ້າ, ​ຜະລິດການ້ຳ, ຜະລິດຊາມດ້ວຍ​ທອງ… ​ແລະກໍ່​ມີ​ບາງ​ຮາກ​ຖານສະໜອງ​ວັດຖຸ​ອຸປະກອນ ​ແລະ ຈຳໜ່າຍ​ສິນຄ້າ. ​ໃນ​ຫຼາຍ​ປີຜ່ານມາ, ໝູ່​ບ້ານ​ຫຼໍ່​ທອງ ດ້ານ​ບ໋າ​ຍ ​ໄດ້ມີ​ຊື່​ສຽງ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ບູຊາ​ຄື: ຮູບ​ຫຼໍ່​, ​ໂຖ​ດອກ​ໄມ້, ​ແຜ່ນ​ຄຳ​ກອນ​ດ້ວຍ​ທອງ…ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ເຄີຍ​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງ ຖືກ​ນຳ​ມາ​ປະດັບ​ປະດາ​ໃນ​ສາລາ, ວັດວາອາ​ຮາມ, ບັນດາ​ກິດຈະກຳ​ປູຊະນີ ຍະສະຖານ​ທີ່​ເປັນ​ສັນຍາ​ລັກ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໝູ່​ບ້ານ ດ້າຍ​ບ໋າ​ຍ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ ​ແລະ​ຮັກສາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ໄວ້ ດ້ວຍ​ບັນດາ​ສະຫະກອນ, ວິ​ສາ​ຫະກິດ​ເອກະ​ຊົນ​ທີ່​ເຕີບ​ໃຫຍ່​ເຂັ້ມ​ແຂງ… ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮອດ​ໄລຍະ​ທ້າຍ​ປີ 2008 ​ເຖິງ​ຕົ້ນ​ປີ 2010 ໝູ່​ບ້ານ​ອາຊີບ​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ, ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດ ຖະກິດ​ໂລກ. ລາຄາ​ທອງ​ສົ້ນ​ເຂົ້າ​ເພີ່ມ​ຂຶ້ນ​ສູງ, ຕະຫຼາດ​ຈຳໜ່າຍຖືກ​ຫຼຸດ​ລົງ​ຢ່າງ​ແຮງ, ມີ​ຫຼາຍ​ຮາກ​ຖານ​ຫຼໍ່​ທອງ​ຖືກ​ຢຸດ​ສະ​ຫງັກ, ​ເຮັດ​ໃຫ້​ຫຼາຍ​ຄົນ​ຕ້ອງ​ປະ​ອາຊີບ​ຫຼໍ່​ທອງ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ສະພາບ​ການ​ດັ່ງກ່າວ, ​ບາງ​ຄອບຄົວ ທີ່​ມີ​ລູກ​ຫຼານ​ໄປ​ຮຽນ​ຢູ່​ໂຮງຮຽນ​ວິຈິດ​ສິນ​ຕ່າງໆ​ໄດ້​ຊອກ​ຫາ​ວິທີ​ທາງ​ໃໝ່ ດ້ວຍ​ການ​ຫຼໍ່​ຮູບ​ເຄິ່ງຄີງ​ດ້ວຍ​ທອງ, ອັນໄດ້​ສ້າງ​ໂອກາດ​ຟື້ນ​ຊີບ​ໃຫ້​​ແກ່ໝູ່​ບ້ານ. ທ່ານ ດິງວັນ​ເຕີ໋ຍ, ​ເຈົ້າ​ຂອງ​ຮາກ​ຖານ​ຫຼໍ່​ທອງ ຫາຍ​ດັງ, ​ໃຫ້​ຮູ້​ວ່າ:

    ”ປະຈຸ​ບັນ​ມີ​ຫຼາຍ​ຄົນ​ຢາກຄວັດສະຫຼັກ​ຮູບ​ພໍ່, ​ແມ່, ພໍ່​ເຖົ້າ, ​ແມ່​ເຖົ້າ​ດ້ວຍ​ທອງ​ເພື່ອ​ບູຊາ, ຫຼື​ຄວັດ​ສະຫຼັກ​ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ, ​ແລະ​ນຳ​ໃຊ້​ຮູບ​ທອງ​ເພື່ອ​ປະດັບ​ປະດາ…”

ໝູ່ບ້ານຫຼໍ່ທອງ ດ້າຍບ໋າຍ ຟື້ນຕົວ - ảnh 2

(ພາບ : Baodatmui)

    ຕາມ​ບັນດາ​ເຈົ້າ​ຂອງ​ຮາກ​ຖານ​ຫຼໍ່​ທອງ​ໃນ​ໝູ່​ບ້ານ​ແລ້ວ, ​ໃນ​ໄລຍະ​ຫວ່າງ​ມໍ່ໆ​ມາ​ນີ້, ມີ​ຫຼາຍ​ຄົນ​ຈ່ອງ​ຊື້​ພະພຸດທະ​ຮູບ, ຮູບ​ຫຼໍ່​ບັນດາ​ວິລະ​ຊົນ​​ຂອງ​ຊາດ​ຫຼາຍ​ທີ່​ສຸດ. ຄຽງ​ຂ້າງ​ນັ້ນ, ​ໂດຍ​ເລີ່​ມມາ​ຈາກ​ມູນ​ເຊື້ອ​ຂອງ​ຊາວ​ຫວຽ​ດນາມ, ມີ​ຫຼາຍ​ຄົນ​​ໄດ້ຄິດ​ເຖິງ​ເລື່ອງ​ຫຼໍ່​ຮູບ​ເຄິ່ງຕົວຂອງ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ​ເພື່ອ​ບູຊາ, ອາ​ໄລ​ຫາ​​ເຂົາ​ເຈົ້າ, ຜ່ານ​ນັ້ນ​ເພື່ອ​ສຶກສາ​ລູກ​ຫຼານ​ກ່ຽວ​ກັບ​ມູນ​ເຊື້ອ​ຂອງ​ຄອບຄົວ, ວົງ​ຕະກຸນ. ອ້າຍ ຫງວຽນ​ວັນ​ຈູງ, ຜູ້​ທີ່​ຈ່ອງ​ເຮັດ ຮູບ​ຫຼໍ່​ເຄິ່ງຕົວ ​ດ້ວຍ​ທອງ​ຢູ່​ບ້ານ ດ້າຍ​ບ໋າ​ຍ, ​ໃຫ້​ຮູ້​ວ່າ:

    ”ຮູບ​ຫຼໍ່​ເຄິ່ງຄີງ​ດ້ວຍ​ທອງ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ສາມາດ​ນຶກ​ເຫັນ​ຮູບຊົງ​ຂອງ​ຜູ້​ທີ່ໄດ້​ລ່ວງ​ລັບ​ໄປ​ແລ້ວ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ກໍ່​ມາ​ແຫ່ງ​ນີ້​ເພື່ອ​ຈ່ອງ​ເຮັດ​ຮູບ​ຫຼໍ່​ພໍ່​ແມ່​ຂອງຕົນ​ດ້ວຍ​ທອງ​ເພື່ອບູຊາ”.

    ປະຈຸ​ບັນ, ​ເພື່ອມີ​ຮູບ​ຫຼໍ່​ດ້ວຍ​ທອງ​ກໍ່​ບໍ່ແມ່ນ​ເລື່ອງ​ຍາກ. ຖ້າ​ຫາກ​ວ່າ​ຢາກ​ມີຮູບ​ເຄິ່ງຕົວ, ລູກ​ຄ້າ​ພຽງ​ແຕ່​ສົ່ງ​ຮູບ​ຖ່າຍ​ແຜ່ນ​ໜຶ່ງ​ໃຫ້​ແກ່​ນາຍຊ່າງ​ຫຼໍ່​ທອງ​ເທົ່າ​ນັ້ນ. ສຳ​ຫຼັບ​ຮູບ​ເຄິ່ງຕົວ​ທີ່​ສູງ 70 cm. ພາຍຫຼັງ​ຈ່ອງ​ເຮັດຮູບ​ຫຼໍ່​ແຕ່ 25 - 30 ວັນ ລູກ​ຄ້າ​ກໍ່​ໄດ້​ຮັບ​ຮູບ​ຫຼໍ່​ດ້ວຍ​ທອງ​ດ້ວຍລາຄາ​ແຕ່ 12  - 15 ລ້ານ​ດົ່ງ, ​ໂດຍ​ອີງ​ໃສ່​ຂະໜາດ ​ແລະ​ນ້ຳໜັກ​ຂອງ​ຮູບ​ຫຼໍ່. ສ່ວນ​ພະ ພຸດທະ​ຮູບ​ແມ່ນ​ມີ​ລາຄາ​ສູງ​ກວ່າ, ​ເພາະ​ມັນ​ຕ້ອງ​ເຮັດ​ຢ່າງ​ລະອຽດ​ລະ​ອໍ​ກວ່າ. ກ່ຽວ​ກັບ​ທ່າ​ອ່ຽງພັດທະນາ​ຂອງ​ໝູ່​ບ້ານ​ອາຊີບ ດ້າຍ​ບ໋າ​ຍ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ທ່ານ ດິງຊວນ​ຈ໋ຽນ, ຮອງ​ອຳນວຍ​ການ​ບໍລິສັດ​ມໍລະດົກ​ວັດ ທະນະທຳ, ​ໃຫ້​ຮູ້​ວ່າ:

    ”ການ​ຫຼໍ່ຮູບ​ເຄິ່ງຕົວແມ່ນ​ພັດທະນາ​ໄວ​ທີ່​ສຸດ. ການ​ຫຼໍ່ພະພຸດທະ​ຮູບກໍ່​ພັດທະນາ​​ເຊັ່ນ​ກັນ, ​ແຕ່​ຂ້າພະ​ເຈົ້າ​​ຄິດວ່າການ​ຫຼໍ່ຮູບ​ເຄິ່ງຕົວຈະ​ພັດທະນາ​ກວ່າ ​ເພາະ​ວ່າຄວາມ​ຕ້ອງການ​ນັບ​ມື້​ນັບ​ຫຼາຍ”

    ​ໃນ​ຊຸມ​ມື້​ນີ້, ມີ​ຫຼາຍ​ຮາກ​ຖານ​ຫຼໍ່​ທອງ​ຢູ່​ໝູ່​ບ້ານ ດ້າຍ​ບ໋າ​ຍ ​ໄດ້​ຟື້ນ​ຕົວ​ທຳ​ການຜະລິດຄືນ​ໃໝ່, ​ແລະ​ນັບ​ມື້​ນັບ​ມີ​ຫຼາຍ​ຄົນ​ສັ່ງຈອງ​​ເຮັດຮູບ​ຫຼໍ່. ຮາກ​ຖານ​ຫຼໍ່​ທອງ​ເກືອບ​ທັງ​ໝົດ​ໃນ​ໝູ່​ບ້ານ​ໄດ້ຜະລິດ​ຄືນ​ໃໝ່. ຮູບ​ຫຼໍ່​ ບັນດາ​ນັກ​ວັດທະນະທຳ​, ນັກ​ປະຫວັດສາດທີ່​ມີ​ຊື່​ສຽງ, ​ແລະ​ພະພຸດທະ​ຮູບທີ່​​ໄດ້​ຮັບ​ການຜະລິດ​ໃນໝູ່​ບ້ານ​ອາຊີບ ດ້າຍ​ບ໋າ​ຍ ນັ້ນ ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ຜະ ລິດ​ຕະພັນ​ທີ່​ມີ​ຄູນ​ຄ່າ​ດ້ານ​ວັດທະນະທຳ​ຂອງ​ຊາວ​ຫວຽດນາມ​, ​ເພື່ອ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ມັນ​ຍັງ​ປະກອບສ່ວນ​ຟື້ນ​ຟູ​ບັນດາ​ໝູ່​ບ້ານ​ທີ່​ເປັນ​ມູນ​ເຊື້ອ​ຄືໝູ່​ບ້ານ ດ້ານ​ບ໋າ​ຍ ອີກ​ດ້ວຍ.      

                                                                                                   ​ໂຕ​ຕ໋ວນ

ຕອບກັບ

ຂ່າວ/ບົດ​ອື່ນ