ໝູ່​ບ້ານ​ຫີນ ຂວຍກ​ິ ເຮັດ​ການ​ທ່ອງ​ທ່ຽວ homestay

(VOVWORLD) - ຄວາມງາມຂອງໝູ່ບ້ານເຮືອນຮ້ານຫີນ ຂວຍກິ-ຕາແສງດ່າມຖູຍ-ເມືອງຈຸ່ງແຄັງ ແຂວງກາວບັ່ງ ໄດ້ເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນນິຍົມຊົມຊອບທີ່ສຸດ. ສະຖາປັດຕະຍາກຳໝູ່ບ້ານເກົ່າແກ່ທີ່ມີເຮືອນຮ້ານຫີນເປັນເອກະລັກສະເພາະບໍ່ພຽງແຕ່ໄດ້ດຶງດູດໃຈແຂກທ່ອງທ່ຽວເທົ່ານັ້ນ, ຫາກວັດທະນະທຳ, ແບບແຜນການດຳລົງຊີວິດຂອງຊາວເຜົ່າໄຕຢູ່ທີ່ນີ້ ກໍ່ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈ ແລະ ຢາກຊອກຮູ້ອີກດ້ວຍ. ປະຈຸບັນ, ເຂດໝູ່ບ້ານຊາວເຜົ່າໄຕແຫ່ງນີ້ ພວມມີໂສມໜ້າໃໝ່ ແລະ ໄດ້ປ່ຽນແປງໄປໃນແຕ່ລະມື້ດ້ວຍຮູບແບບການທ່ອງທ່ຽວ homestay.
ໝູ່​ບ້ານ​ຫີນ ຂວຍກ​ິ ເຮັດ​ການ​ທ່ອງ​ທ່ຽວ homestay - ảnh 1

ບ້ານ ຂວຍກິ ເມືອງ ຈຸ່ງແຄັງ ແຂວງກາວບັ່ງ

     ເຂດໝູ່ບ້ານແຫ່ງນີ້ມີເນື້ອທີ່ປະມານ 1 ແຮັກຕາດ້ວຍເຮືອນ 14 ຫຼັງຊື່ງໄດ້ອີງຫຼັງໃສ່ພູ, ຢູ່ຕໍ່ໜ້າແມ່ນຫ້ວຍ ຂວຍກິ. ເຮືອຮ້ານຫີນມີຫຼັງຄາ 2 ອັນມຸ້ງດ້ວຍດິນຂໍ. ເມື່ອແຂກທ່ອງທ່ຽວໄປຜ່ານປະຕູໂຂງກໍ່ດ້ວຍຫີນທີ່ໄດ້ຮັບປະດັບປະດາດ້ວຍໂຖດອກໄມ້ປ່າ, ເມື່ອຂຶ້ນຂັ້ນໄດໄປແຕ່ລະຊັ້ນເຂົ້າໄປໃນເຮືອນ ແຂກທ່ອງທ່ຽວຈະມີຄວາມປະທັບໃຈທີ່ສຸດ ເພາະວ່າເຄື່ອງເຟີນີເຈີ  ບັນດາເສົາເຮືອນລຽນກັນເປັນແຖວ, ເພດານ ແລະ ພື້ນເຮືອນລ້ວນແຕ່ເຮັດດ້ວຍໄມ້.

   ໂດຍກຳໄດ້ທ່າແຮງຂອງຕົນ, ຊາວບ້ານ ຂວຍກິ ພວມລົງທຶນໃຫ້ແກ່ການທ່ອງທ່ຽວເຂດຊຸມຊົນ (homestay). ປະຈຸບັນ, ຊາວບ້ານ ຂວຍກິ ພັດທະນາຮູບແບບການທ່ອງທ່ຽວໃຫ້ມີຄວາມຄົງຕົວໄປພ້ອມກັບການດຳເນີນຊີວິດຕາມວັດທະນະທຳຊາວເຜົ່າໄຕ ໃນເຮືອນຮ້ານຫີນ. ອ້າຍ ຈ້ຽວອິກຊີ ບ້ານ ຂວຍກິ ຕາແສງດ່າມຖູຍ ເມືອງຈຸ່ງແຄັງ ແຂວງກາວບັ່ງ ແມ່ນຄອບຄົວນຳໜ້າໃນຮູບແບບເສດຖະກິດ homestay ຢູ່ທ້ອງຖິ່ນໄດ້ແບ່ງປັນວ່າ: ຮູບແບບ homestay ໄດ້ສ້າງຂຶ້ນດ້ວຍພື້ນເຮືອນຂອງເຮືອນຮ້ານຫີນທີ່ມີຢູ່ແລ້ວ ເພື່ອຕອບສະໜອງຕາມຄວາມຕ້ອງການເປີດ homestay, ແລະ ຄອບຄົວອ້າຍໄດ້ສ້ອມແປງຄືນໃໝ່:

   ເມື່ອຂ້າພະເຈົາເກີດມາກໍ່ເຫັນເຮືອນຮ້ານຫີນແລ້ວ. ໃນລະດູແລ້ງ, ເຮືອນຫີນເຢັນສະບາຍທີ່ສຸດ, ສ່ວນໃນລະດູໜາວກໍ່ອົບອຸ່ນຫຼາຍ. ຂ້າພະເຈົ້າໄດ້ສ້ອມແປງເຮືອນຄືນໃໝ່ເພື່ອເຮັດການທ່ອງທ່ຽວ, ໄດ້ເຮັດອະນາໄມໃຫ້ມີຄວາມສະອາດງາມຕາ ແລະ ຊື້ຜ້າເສື່ອ, ຜ້າຫົ່ມ, ມຸ້ງໃໝ່.

ໝູ່​ບ້ານ​ຫີນ ຂວຍກ​ິ ເຮັດ​ການ​ທ່ອງ​ທ່ຽວ homestay - ảnh 2

ຫ້ອງນອນເຂດຊຸມຊົນຢູ່ເຮືອນຮ້ານ homestay ຂວຍກິ.

(ພາບ: kkhomestay.com.vn)

    ຄວາມງາມທີ່ມີລັກສະນະເກົ່າແກ່ຢູ່ໝູ່ບ້ານຫີນ ຂວຍກິ ແລະ ນ້ຳໃຈຮັກແພງແຂກຄົນຂອງປະຊາຊົນຢູ່ທີ່ນີ້ ໄດ້ຮັບການເລົ່າຂານປາກຕໍ່ປາກ ແລະ ເຮັດໃຫ້ແຂກທ່ອງທ່ຽວພາກັນໄປທ່ອງທ່ຽວຢູ່ ຂວຍກິ. ຈາກນີ້, ແຫຼ່ງລາຍຮັບຈາກການບໍລິການທ່ອງທ່ຽວ ໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບມີຄວາມອີ່ມໜຳສຳລານ. ອ້າຍ ຈ້ຽວອິກຊີ ບ້ານ ຂວຍກິ ຕາແສງດ່າມຖູຍ ເມືອງຈຸ່ງແຄັງ ແຂວງກາວບັ່ງ ແມ່ນຄອບຄົວນຳໜ້າໃນຮູບແບບເສດຖະກິດ homestay ຢູ່ທ້ອງຖິ່ນໄດ້ແບ່ງປັນວ່າ:

   ປະຈຸບັນ, ພວກຂ້າພະເຈົ້າຍັງປູກສາລີ ແລະ ເຂົ້າຢູ່. ສະເລັ່ຍໃນມື້ 1 ແຂກທ່ອງທ່ຽວກໍ່ມີປະມານ 1-2 ຄົນ ສະນັ້ນລາຍຮັບກໍ່ດີກ່ວາ. ແຕ່ກ່ອນປູກເຂົ້າ ແລະ ສາລີກໍ່ພໍແຕ່ໄດ້ກິນເທົ່ານັ້ນ. ຖ້າຢາກໃຫ້ລູກໄປໂຮງຮຽນກໍ່ຕ້ອງຂາຍສາລີ, ຂາຍເຂົ້າ ແຕ່ເມື່ອເຮັດບໍລິການທ່ອງທ່ຽວເສດຖະກິດຄອບຄົວກໍ່ດີຂຶ້ນ, ຊື້ຕູ້ເຢັນ, ລົດຈັກ, ໂທລະທັດ… ແຕ່ກ່ອນແມ່ນບໍ່ມີ.

ໝູ່​ບ້ານ​ຫີນ ຂວຍກ​ິ ເຮັດ​ການ​ທ່ອງ​ທ່ຽວ homestay - ảnh 3

ຄອບຄົວແຂກທ່ຽວທ່ອງຕ່າງປະເທດຮັບປະທານ

ເຍື່ອງອາຫານພື້ນເມືອງຢູ່ homestay  (ພາບ: tuoitre.com.vn)

   ໃນໄລຍະມໍ່ໆມານີ້, ໝູ່ບ້ານໄຕເກົ່າແກ່ ຂວຍກິ ຕາແສງດ່າມຖູຍ ໄດ້ລົງທຶນພັດທະນາການບໍລິການທ່ອງທ່ຽວເຂດຊຸມຊົນ (homestay) ທີ່ມີຄຸນນະພາບ. ບັນດາຮູບແບບນີ້ ໄດ້ດຶງດູດແຂກທ່ອງທ່ຽວໄດ້ຫຼາຍພໍສົມຄວນ ລວມທັງແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ປະຈຸບັນ, ຢູ່ ຂວຍກິ ມີ 10 ຄອບຄົວສະໜອງການບໍລິການ ຊື່ງມີເງື່ອນໄຂດ້ານວັດຖຸຮັບໃຊ້ຢ່າງພຽງພໍຄື: ຫ້ອງນ້ຳຄົບວົງຈອນ, ມີໝໍ້ນ້ຳອຸ່ນ, ຜ້າຫົ່ມ, ເສື່ອ, ໝອນ…ບັນລຸມາດຕະຖານ. ປະຈຸບັນ, ແຂກທ່ອງທ່ຽວຫວຽດນາມ ກວມເອົາປະມານ 60% ສ່ວນຍັງເຫຼືອ 40% ແມ່ນແຂກທ່ອງທ່ຽວສາກົນ. ອ້າຍ ຈ້ຽວອິກຊີ ໃຫ້ຮູ້ວ່າ:

   ແຂກທ່ອງທ່ຽວສາມາດໄປກິນຂົ້າຢູ່ຮ້ານອາຫານ ຫລືກິນນຳຄອບຄົວເຈົ້າຂອງ homestay ກໍ່ໄດ້. ແຂກທ່ອງທ່ຽວຈະໄດ້ຮັບປະທານບັນດາເຍື່ອງອາຫານພື້ນເມືອງ, ລາຄາຕຽງນອນຈະແມ່ນ 1 ແສນດົ່ງຕໍ່ຄົນ.

   ຕໍ່ໜ້າໝູ່ບ້ານ ຂວຍກິ ມີຫ້ວຍແຫ່ງ 1 ຊື່ງແຂກທ່ອງທ່ຽວສາມາດໄປລອຍຫຼີ້ນ, ອາບນ້ຳໃນລະດູຮ້ອນ. ສ່ວນໃນລະດູໜາວ, ບັນດາ homestay ລ້ວນແຕ່ມີໝໍ້ນ້ຳອຸ່ນ ແລະ ບ່ອນແຕ່ງກິນເພື່ອໃຫ້ແຂກສາມາດແຕ່ງກິນເອງໄດ້. ແຂກທ່ອງທ່ຽວກໍ່ສາມາດເຂົ້າຮ່ວມການຜະລິດ ແລະ ອອກແຮງງານພ້ອມກັບຊາວເຜົ່າໄຕຢູ່ທີ່ນີ້ຄື: ໄປເກັບຜັກ, ຫໜໍ່ໄມ້, ຂຸດມັນດ້າງ, ມັນຕົ້ນ ຫລືໄປເຮັດນາ, ຫາປາ, ປຸງແຕ່ງອາຫານພິເສດສະເພາະຂອງຊາວເຜົ່າໄຕ….

   ໝູ່ບ້ານ ຂວຍກິ ມີ 100% ຄອບຄົວແມ່ນຊາວເຜົ່າໄຕ ດ້ວຍບັນດາຮີດຄອງປະເພນີ, ແບບແຜນການດຳລົງຊີວິດ, ຊຸດອາພອນຂອງຊາວເຜົ່າພື້ນເມືອງໃນທ້ອງຖິ່ນ. ຍ້ອນເຫດນັ້ນເອງ, ເມື່ອມາທ່ອງທ່ຽວຢູ່ໝູ່ບ້ານຂວຍກິ, ແຂກທ່ອງທ່ຽວຈະໄດ້ເຫັນປະຈັກຕາສີສັນວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງຊາວເຜົ່າໄຕ ເຂດຕາເວັນອອກແຂວງກາວບັ່ງ. ນີ້ກໍ່ແມ່ນແຜນນະໂຍບາຍໃຫ່ຍຂອງເມືອງ ຈຸ່ງແຄັງ ໃນໄລຍະຈະມາເຖິງ. ທ່ານ ດ່າມວັນຫວູ້, ຮອງປະທານຄະນະກຳມະການປະຊາຊົນເມືອງ ຈຸ່ງແຄັງ ແຂວງກາວບັ່ງ ໃຫ້ຮູ້ວ່າ:

   ປະຈຸບັນ,  ນອກຈາກ 10 ຄອບຄົວເຮັດ homestay ຢູ່ໝູ່ບ້ານເຮືອນຮ້ານຫີນ ຂວຍກິ ແລ້ວ, ຍັງມີບາງຕາແສງກໍ່ເລີ່ມພັດທະນາຮູບແບບການທ່ອງທ່ຽວນີ້ຕື່ມອີກ. ມີສະຫະກອນຊາວໜຸ່ມພວມລົງທຶນເພື່ອພັດທະນາການທ່ອງທ່ຽວເຂດຊຸມຊົນ.

   ປີ 2008, ໝູ່ບ້ານ ຂວຍກິ ໄດ້ຮັບການຮອບຮອງວ່າ ແມ່ນ “ບ້ານວັດທະນະທຳມູນເຊື້ອທີ່ດີເດັ່ນຂອງຊາວຊົນເຜົ່າສ່ວນໜ້ອຍ” ຈາກກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ. ນັບແຕ່ນັ້ນມາ, ໝູ່ບ້ານແຫ່ງນີ້ນັບມື້ນັບໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍຄະນະ. ຍ້ອນໄດ້ໜູນໃຊ້ທ່າແຮງໂດຍທຳມະຊາດໂດນບັນດານໃຫ້ນັ້ນ, ພ້ອມກັບສີສັນວັດທະນະທຳເພື່ອພັດທະນາຮູບແບບການທ່ອງທ່ຽວເຂດຊຸມຊົນ, ປະຊາຊົນຢູ່ທີ່ນີ້ ມີລາຍຮັບເປັນປົກປະຕິ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຕົນຂຶ້ນຕື່ມ.

 

 


 


ຕອບກັບ

ຂ່າວ/ບົດ​ອື່ນ