ໝູ່ບ້ານອາຊີບປັກລູກໄມ້ວັນເລິມ, ນິງບິ່ງ

(VOVWORLD) -ໃນບັນດາໝູ່ບ້ານປັກແສ່ວທີ່ເປັນມູນເຊື້ອຢູ່ ຫວຽດນາມ, ໝູ່ບ້ານ ວັນເລິມ ຂຶ້ນກັບຕາແສງ ນິງຫາຍ, ແຂວງ ນິງບິ່ງ ແມ່ນໜຶ່ງໃນບັນດາແຫ່ງທີ່ເຕົ້າໂຮມບັນດາຈຸດທີ່ຍອດຍິ່ງຂອງອາຊີບປັກລູກໄມ້ຢູ່ ຫວຽດນາມ. 

ດ້ວຍຫົວຄິດປະດິດສ້າງ ແລະ ໄດ້ຮັບການສືບທອດອາຊີບທີ່ເປັນມໍລະດົກຂອງບັນພະບຸລຸດ, ບັນດານາຍຊ່າງ ວັນເລິມ ໄດ້ສ້າງເປັນບັນດາຜະລິດຕະພັນປັກລູກໄມ້ທີ່ມີຄວາມງາມພິເສດສະເພາະ, ໄດ້ຮັບຄວາມນິຍົມຈາກລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ.

ໝູ່ບ້ານອາຊີບປັກລູກໄມ້ວັນເລິມ, ນິງບິ່ງ - ảnh 1 ອາຊີບປັກແສ່ວ (ພາບອິນເຕີແນັດ)

       ໂດຍນອນຢູ່ໃກ້ກັບເຂດທັດສະນີຍະພາບ, ມໍລະດົກວັດທະນະທຳ ທຳມະຊາດໂລກ ຈ່າງອານ, ໝູ່ບ້ານ ວັນເລິມ ມີອາຊີບປັກແສ່ວ ມູນເຊື້ອທີ່ມີມານັບແຕ່ດົນນານ ແລະ ມີຊື່ສຽງໃນທົ່ວປະເທດ. ບັນດາປູຊະນີຍະສະຖານປະຫວັດສາດທີ່ຍັງຮັກສາໄວ້ໃນໝູ່ບ້ານໄດ້ສະແດງໃຫ້ເຫັນວ່າ: ອາຊີບປັກແສ່ວໄດ້ມີມາກ່ອນນີ້ 700 ກວ່າປີ, ກ່ອນນີ້ຊາວບ້ານ ວັນເລິມເຄີຍປັກແສ່ວສະເພາະບັນດາໂສ້ງເສື້ອທີ່ຮັບໃຊ້ພິທີການໃນຊີວິດທາງດ້ານວັດທະນະທຳ ຈິດວີນຍານຂອງບັນດາສະໄໝສັກດີນາ. ຮອດປີ 1910, ພາຍໃຕ້ສະໄໝລ່າເມືອງຂຶ້ນ ຝລັ່ງ, ມີຊາວບ້ານ ວັນເລິມ 2 ຄົນ ແມ່ນພໍ່ເຖົ້າ ດິງງອກເຮັງ ແລະ ດິງງອກຊວານ ໄດ້ຮຽນອາຊີບປັກລູກໄມ້ຂອງຊາວ ຝລັ່ງ. ເມື່ອຮຽນອາຊີບນີ້ໄດ້ແລ້ວ, ພໍ່ເຖົ້າທັງສອງໄດ້ສອນໃຫ້ປະຊາຊົນໃນໝູ່ບ້ານ. ນັບແຕ່ນັ້ນ, ໝູ່ບ້ານ ວັນເລິມ ໄດ້ມີອາຊີບປັກລູກໄມ້ຕື່ມອີກ, ຍ້ອນເຫດນັ້ນໄດ້ສ້າງບາດກ້າວຫັນປ່ຽນໃຫ້ໝູ່ບ້ານອາຊີບນີ້. ດ້ວຍສີມືແຮງງານທີ່ຄ່ອງແຄ້ວ, ອາຊີບປັກລູກໄມ້ ວັນເລິມ ຈຶ່ງພັດທະນາຢ່າງໄວ ແລະ ກາຍເປັນໜຶ່ງໃນບັນດາໝູ່ບ້ານອາຊີບປັກລູກໄມ້ງາມທີ່ສຸດຂອງ ຫວຽດນາມ. ທ່ານ ຫວູແທງເລິມ, ນັກສິນລະປະກຳປັກແສ່ວໝູ່ບ້ານ ວັນເລິມ, ເລົ່າສູ່ຟັງວ່າ:         

       “ອາຊີບປັກແສ່ວຂອງໝູ່ບ້ານ ວັນເລິມ ໄດ້ຮັບການສືບທອດມາຫຼາຍລຸ້ນຄົນແລ້ວ. ແຕ່ເຖິງວ່າໄດ້ຜ່ານການຜັນແປມາເປັນເວລາຫຼາຍປີກໍ່ຕາມ, ແຕ່ອາຊີບປັກແສ່ວຍັງຄົງໄດ້ຮັບການຮັກສາໄວ້ ແລະ ສ້າງເປັນຜະລິດຕະພັນສົ່ງອອກຕ່າງປະເທດ. ມາຮອດປັດຈຸບັນ, ອາຊີບປັກແສ່ວໄດ້ຮັບຖືເປັນສຳຄັນ ແລະ ພັດທະນາຢ່າງແຮງ. ຜະລິດຕະພັນປັກແສ່ວຂອງໝູ່ບ້ານ ວັນເລິມ ຖືກສົ່ງອອກໄປຫຼາຍປະເທດຢູ່ໃນໂລກ, ພິເສດແມ່ນເຂດເອີລົບ ແລະ ອາຊີຕາເວັນອອກສ່ຽງເໜືອ“.

          ດ້ວຍເສັ້ນໄໝບາງ, ແຜ່ນແພກວ້າງ, ແຄບທີ່ມີສີຫຼາກຫຼາຍ, ພ້ອມກັບສີໄມ້ລາຍມືທີ່ຄ່ອງແຄ້ວຂອງຕົນ, ຜູ້ປັກລູກໄມ້ໃນໝູ່ບ້ານ ວັນເລິມ ໄດ້ສ້າງເປັນແພລູກໄມ້ສິລະປະທີ່ສວຍງາມ. ປ້າ ດິງທິລວນ, ແມ່ນໜຶ່ງໃນບັນດານາຍຊ່າງທີ່ມີສີມືດີ, ເຊິ່ງປະຈຸບັນຍັງຄົງຮັກສາໄດ້ເຕັກນິກ, ເຄັດລັບປັກແສ່ວຈາກລຸ້ນກ່ອນ ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:

ຄອບຄົວຂ້າພະເຈົ້າເຮັດອາຊີບປັກແສ່ວມາໄດ້ 3 ລຸ້ນຄົນແລ້ວ. ທັງລູກ, ຫຼານ ຂ້າພະເຈົ້າກໍ່ລ້ວນແຕ່ເຮັດອາຊີບນີ້. ແຕ່ເຕັກນິກ ກໍ່ຄື ເຄັດລັບປັກແສ່ວທີ່ລຸ້ນກ່ອນປະໄວ້ພຽງແຕ່ມີຢູ່ ວັນເລິມເທົ່ານັ້ນ. ຕ້ອງປັກແສ່ວສັບສີຄືແນວໃດໃຫ້ແພລູກໄມ້ມີສີກົມກຽວກັນແຕ່ກໍ່ຕ້ອງກ້ຽງສະເໝີກັນອີກ“.

          ຖ້າຫາກວ່າປ້າ ລວານ ມີຊື່ສຽງດ້ວຍເຕັກນິກປັກແສ່ວສີນັ້ນ, ນັກສິລະປະການ ຮົ່ງອ໋ຽນ ພັດມີຊື່ສຽງກ່ຽວກັບເຕັກນິກປັກລູກໄມ້ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ປ້າກໍ່ແມ່ນຜູ້ທີ່ນຳໜ້າໃນການປະສົມປະສານລະຫວ່າງປັກລູກໄມ້ກັບປັກແສ່ວສີ ເພື່ອນຳເຂົ້າບັນດາຜະລິດຕະພັນແຟຊັນຄື: ສິ້ນ, ເສື້ອ, ກະເປົ່າ, ເກີບ… ຍ້ອນເຫດນັ້ນ, ຜະລິດຕະພັນປັກແສ່ວຂອງໝູ່ບ້ານຈຶ່ງພັດທະນາອຸດົມສົມບູນທີ່ສຸດ. ປັດຈຸບັນຜະລິດຕະພັນປັກແສ່ວຍັງມີຫຼາຍຊະນິດອີກຄື:  ຜ້າປູບ່ອນ, ສົບໝອນ, ຜ້າເຊັດ, ຜ້າກັ້ງ, ເສື້ອກິໂມໂນ, ເສື້ອຮຳບົກ, ແພມົນ, ພາບແສ່ວ… ດ້ວຍຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ, ມີຄຸນນະພາບ ແລະ ມີອິດທິພົນຊື່ສຽງນັ້ນ, ຜະລິດຕະພັນປັກແສ່ວຂອງ ວັນເລິມ ນັບມື້ນັບໄດ້ຮັບການພັດທະນາຍິ່ງຂຶ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ລູກຄ້າ ຍີ່ປຸ່ນ, ສ ເກົາຫຼີ, ຝລັ່ງ, ເຢຍລະມັນ, ອີຕາລີ, ອັງກິດ, ອາເມລິກາ… ບັນດາຜະລິດຕະພັນປັກລູກໄມ້ຂອງ ວັນເລິມ ຍັງມີໜ້າຢູ່ງານຕະຫຼາດນັດ, ສະຖານທີ່ທ່ອງທ່ຽວຕ່າງໆໃນທົ່ວປະເທດ, ແລະ ຍາມໃດກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ. ເອື້ອຍ ດິ້ງທິມາຍ ຢູ່ບ້ານວັນເລິມ, ປະຈຸບັນມີຮ້ານແນະນຳຜະລິດຕະພັນປັກລູກໄມ້ໃນຖະໜົນ ຮ່າງກາຍ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ຊາວ ຫວຽດນາມ ຮຽນປັກລູກໄມ້ຈາກຊາວ ຝລັ່ງ, ແຕ່ປະຈຸບັນເຕັກນິກປັກແສ່ວຂອງຊາວ ຫວຽດນາມ ໄດ້ຮັບການພັດທະນາກະໂດດຂັ້ນດ້ວຍຫຼາຍຮູບຫຼາຍແບບ. ມີແຂກຈາກຝ່າຍຕາເວັນຕົກຫຼາຍຄົນມາຈ່ອງຊື້ຜະລິດຕະພັນຢູ່ທີ່ນີ້, ເມື່ອໄດ້ຮັບຜະລິດຕະພັນເຂົາເຈົ້າພັດຕົກສະເງີ້ ເມື່ອເຫັນຜະລິດຕະພັນປັກແສ່ວຢູ່ທີ່ນີ້ງາມກວ່າແບບທີ່ເຂົາເຈົ້າໄດ້ນຳມາໃຫ້. ເມື່ອໄດ້ຮັບການຍ້ອງຍໍຈາກລູກຄ້າ, ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈຕໍ່ປະຊາຊົນ ແລະ ບ້ານເກີດເມືອງນອນຂອງຕົນຫຼາຍ“.

          ປະຈຸບັນ, ໝູ່ບ້ານອາຊີບປັກແສ່ວ ວັນເລິມ ມີວິສາຫະກິດ 9 ແຫ່ງ, ສະຫະກອນຜະລິດນັບສິບແຫ່ງ ແລະ ກວ່າ 700 ຄອບຄົວເຮັດອາຊີບປັກແສ່ວ, ແຕ່ລະປີຫາລາຍຮັບໄດ້ 80 – 90 ຕື້ດົ່ງຈາກອາຊີບນີ້. ວັນເລິມ ພວມມີການສົມທົບກັນຢ່າງກົມກຽວລະຫວ່າງການພັດທະນາໝູ່ບ້ານອາຊີບກັບການທ່ອງທ່ຽວເພື່ອຊຸກຍູ້ໝູ່ບ້ານອາຊີບໃຫ້ພັດທະນາຢ່າງໝັ້ນຄົງ. ປັດຈຸບັນ, ຢູ່ລຽບຕາມສອງຟາກທາງເຂົ້າເຂດທ່ອງທ່ຽວ ຕາມກົກ - ບິກດົ້ງ ມີບັນດາຮ້ານວາງຂາຍຜະລິດຕະພັນປັກແສ່ວຄື: ແພມົນ, ເສື້ອ, ຮູບພາບ… ບັນດາແມ່ຍິງ ວັນເລິມ ຍັງຄົງເມົາມົວກັບອາຊີບປັກແສ່ວ ເພື່ອບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວເທົ່ານັ້ນ, ຫາກຍັງນຳເອົາອາລົມຈິດ, ວີນຍານຂອງຕົນເຂົ້າບັນດາຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະ, ໃນນັ້ນມີທັງຮູບພາບມະນຸດ ແລະ ພູຜາປ່າໄມ້, ແມ່ນ້ຳລຳເຊທີ່ເປັນມໍລະດົກຂອງໂລກອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ