ໝູ່​ບ້ານ​ອາ​ຊີບ​ເຮັດ​ເສັ້ນ​ເຝີ​ແຫ້ງ ໂລະເກືອງ ແຂວງ​ຫາຍ​ເຢືອງ

(VOVWORLD) -ໝູ່ບ້ານອາຊີບເຮັດເສັ້ນເຝີແຫ້ງ ໂລະເກືອງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບທີ່ມີມາແຕ່ດົນນານຢູ່ນະຄອນ ຫາຍເຢືອງ ແຂວງຫາຍເຢືອງ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດຕາເວັນອອກ ປະມານ 50 ກມ ແມ່ນໝູ່ບ້ານອາຊີບທີ່ເຕັມໄປດ້ວຍຈຸດວັດທະນະທຳພິເສດສະເພາະຂອງໝູ່ບ້ານອາຊີບຫວຽດນາມ. ໃນຊຸມປີມໍ່ໆມານີ້, ພ້ອມກັບການພັດທະນາ ແລະ ເປີດກ້ວາງນະຄອນ ຫາຍເຢືອງ ຢ່າງແຮງນັ້ນ,   ໝູ່ບ້ານອາຊີບ ເຮັດເສັ້ນເຝີແຫ້ງ ໂລະເກືອງ ກໍ່ມີການປ່ຽນແປງຫຼາຍຢ່າງດ້ວຍບັນດາທິດເດີນ, ວິທີເຮັດທີ່ເໝາະສົມເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອນີ້ໄວ້.
ໝູ່​ບ້ານ​ອາ​ຊີບ​ເຮັດ​ເສັ້ນ​ເຝີ​ແຫ້ງ ໂລະເກືອງ ແຂວງ​ຫາຍ​ເຢືອງ - ảnh 1

ຜະລິດເສັ້ນເຝີແຫ້ງຕາມລະບົບຄົບວົງຈອນຫລືເຄິ່ງຫັດຖະກຳ

     ໝູ່ບ້ານອາຊີບ ເຮັດເສັ້ນເຝີແຫ້ງ ໂລະເກືອງ ໄດ້ເລີ່ມ ເຮັດວຽກມື້ໃຫ່ມແມ່ນແຕ່ 4 ໂມງເຊົ້າດ້ວຍບັນຍາກາດທີ່ຟົດຟື້ນ. ສຽງຈັກໂມ້ແປ້ງ, ຈັກລາດແປ້ງ, ຈັກອົບແຫ້ງ, ຈັກຕັດເສັ້ນເຝີ…..ປະສົມກັບສຽງເວົ້າ, ສຽງຫົວ ແລະ ສຽງຍ່າງຂອງບັນດານາຍຊ່າງຢ່າງອຶກກະຫຶກ. ເຂົ້າທີ່ມ່າກ່ອນນັ້ນປະມານ 2 ຊົ່ວໂມງໄດ້ເອົາມາໂມ້ເປັນແປ້ງ, ຜ່ານເຄື່ອງລາດແປ້ງໃຫ້ເປັນແຜ່ນແລ້ວ ຖືກເອົາໄປຕາມລະບົບຕອງໂສ້ເພື່ອອົບແຫ້ງ. ໃບເຝີແຫ້ງແຕ່ລະແຜ່ນທີ່ເອົາອອກຈາກເຄື່ອງອົບແຫ້ງນັ້ນຈະຖືກຕັດເປັນເສັ້ນເຝີນ້ອຍ.

   ຄອບຄົວເອື້ອຍ ຟ້າມທິຈຽນ ແມ່ນໜຶ່ງໃນບັນດາຄອບຄົວຢູ່ບ້ານ ໂລະເກືອງ ເອ ໄດ້ຜະລິດເສັ້ນເຝີແຫ້ງຄົບວົງຈອນ. ດ້ວຍລະບົບບັນດາຈັກໂມ້ແປ້ງ, ຈັກຕັດເສັ້ນເຝີ, ພິເສດແມ່ນຈັກອົບແຫ້ງນັ້ນ, ແຕ່ລະມື້, ຮາກຖານຜະລິດຂອງຄອບຄົວເອື້ອຍໄດ້ຜະລິດເສັ້ນເຝີແຫ້ງໄດ້ແຕ່ 2-3 ໂຕນ. ເອື້ອຍຈຽນເວົ້າວ່າ:

   ເມື່ອກ່ອນໄດ້ເຮັດແບບຫັດຖະກຳ, ລາດແປ້ງດ້ວຍໝໍ້, ດຽວນີ້ເຮັດດ້ວຍເຄື່ອງຈັກແລ້ວ, ກ່ອນນີ້ 2 ປີຈຶ່ງມີເຄື່ອງເຮັດຄົບວົງຈອນ. ພວກຂ້າພະເຈົ້າເອົາໄປສົ່ງໃຫ້ລູກຄ້າຢູ່ເຮືອນເລີຍ ແລ້ວເຂົາເຈົ້າກໍ່ເອົາໄປແຈກຢາຍໃຫ້ຮ້ານຕ່າງໆ, ແຕ່ກ່ອນແມ່ນຂາຍພາຍໃນທ້ອງຖິ່ນນີ້ ແລະ ອ້ອມຂ້າງເທົ່ານັ້ນ ແຕ່ດຽວນີ້ເຂົາເຈົ້າກໍ່ໄປຂາຍຢູ່ພາກໃຕ້ອີກ.

ໝູ່​ບ້ານ​ອາ​ຊີບ​ເຮັດ​ເສັ້ນ​ເຝີ​ແຫ້ງ ໂລະເກືອງ ແຂວງ​ຫາຍ​ເຢືອງ - ảnh 2

ໃບເຝີໄດ້ເອົາໄປຕາກແດດ

     ຕາແສງ ຕືມິນ ມີ 140 ຄອບຄົວຢູ່ 2 ບ້ານ ໂລ້ເກືອງ ເອ ແລະ ໂລະເກືອງ ບີ ຍັງໄດ້ຮັກສາອາຊີບເຮັດເສັ້ນເຝີແຫ້ງທີ່ເປັນມູນເຊື້ອໄວ້ນີ້ໄວ້ຢູ່. ນອກຈາກຮາກຖານປະມານ 10 ແຫ່ງທີ່ໄດ້ລົງທຶນຊື້ເຄື່ອງຈັກຄົບວົງຈອນແລ້ວ, ບັນດາຄອບຄົວທີ່ຍັງເຫຼືອກໍ່ຍັງຮັກສາຮູບແບບເຄິ່ງຫັດຖະກຳຢູ່: ພາຍຫຼັງໂມ້ແປ້ງ ແລະ ລາດແປ້ງໃຫ້ເປັນແຜ່ນດ້ວຍເຄື່ອງຈັກແລ້ວ ກໍ່ເອົາໄປຕາກແດດ ແລະ ຕັດເປັນເສັ້ນດ້ວຍມື. ແຕ່ເຖິງວ່າຜະລິດດ້ວຍວິທີໃດກໍ່ຕາມ, ເສັ້ນເຝີແຫ້ງ ໂລ້ເກືອງ ຍັງຂຶ້ນຊື່ວ່າແມ່ນສຽງດ້ວຍເສັ້ນເຝີທີ່ມີກິ່ນຫອມ ແລະ ແຊບ, ເສັ້ນບາງ, ອ່ອນ, ນຸ້ມ ແລະ ໃສ. ເອື້ອຍ ຫວູ້ທິຊູຍ ຢູ່ບ້ານ ໂລະເກືອງ ເອ ໃຫ້ຮູ້ວ່າ:

   ແປ້ງເຂົ້າຕ້ອງຜົງ, ຈັບຍາມໃດກໍ່ຕິດມືນັ້ນ, ເຮັດເສັ້ນເຝີຈຶ່ງແຊບດີ. ນັບແຕ່ກ່ອນມາຮອດປະຈຸບັນ, ຖ້າເຮົາປຸງແຕ່ງແປ້ງໄດ້ດີນັ້ນ, ເສັ້ນມັນຈະບໍ່ເລະ, ເມື່ອລາດແປ້ງຕ້ອງເຮັດໄຟໃຫ້ພໍດີ, ໃບເຟີຈຶ່ງສຸກສະເໝີກັນ, ໂພງ ແລະ ນຸ້ມ.

   ເສັ້ນເຝີແຫ້ງ ໂລ້ເກືອງ ມີຊື່ສຽງບໍ່ພຽງແຕ່ຢູ່ແຂວງ ຫາຍເຢືອງ ເທົ່ານັ້ນ ຫາກຫຼາຍທ້ອງຖິ່ນໃນທົ່ວປະເທດກໍ່ຮູ້ຈັກເຖິງອີກດ້ວຍ. ປີ 2006, ໂລ້ເກືອງ ໄດ້ຮັບການຮັບຮອງວ່າແມ່ນໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ຮອດປີ 2018, ນະຄອນ ຫາຍເຢືອງ ໄດ້ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫາຍເຢືອງ ສ້າງເຄື່ອງໝາຍການຄ້າລວມໝູ່ດ້ວຍ ໂລໂກເສັ້ນເຟີແຫ້ງ ໂລ້ເກືອງ. ແຕ່ເຖິງຢ່າງໃດກໍ່ຕາມ, ພ້ອມກັບການພັດທະນາ, ເປີດກ້ວາງຕະຫຼາດນັ້ນ,     ໝູ່ບ້ານອາຊີບ ເຮັດເສັ້ນເຝີແຫ້ງ ໂລະເກືອງ ກໍ່ຄືກັນກັບຫຼາຍໝູ່ບ້ານອາຊີບທີ່ເປັນມູນເຊື້ອອື່ນໆ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຂອງການຫັນເປັນຕົວເມືອງ. ທ່ານ ຟານກູຍແທັງ ຮອງຫົວໜ້າຫ້ອງການເສດຖະກິດ ນະຄອນ ຫາຍເຢືອງ ໃຫ້ຮູ້ວ່າ:

   ໃນໄລຍະທີ່ຈະມາເຖິງ, ທາງນະຄອນຈະສຸມໃສ່ການຜະລິດເປັນການຄ້າ, ສະໜອງການບໍລິການເພື່ອພັດທະນາ. ແຕ່ລະປີ, ທາງນະຄອນຈະສົມທົບກັບທະນາຄານນະໂຍບາຍ ຫັກເງິນຈຳນວນແຕ່ 300-500 ລ້ານດົ່ງໃຫ້ບັນດາຄອບຄົວຜະລິດເສັ້ນເຝີແຫ້ງ ແລະ ອາຊີບຊ່າງໄມ້ກູ້ຢືມ ເພື່ອຊ່ວຍໃຫ້ເຂົາເຈົ້າພັດທະນາການຜະລິດ.

   ບໍ່ພຽງແຕ່ໄດ້ເອົາໃຈໃສ່, ໜູນຊ່ວຍປະຊາຊົນທຳການຜະລິດເທົ່ານັ້ນ, ໃນໄລຍະທີ່ຈະມາເຖິງ, ທາງແຂວງຫາຍເຢືອງ ຍັງຍູ້ແຮງການພັດທະນາໝູ່ບ້ານອາຊີບ ເຮັດເສັ້ນເຝີແຫ້ງ ໂລະເກືອງ ຕິດພັນກັບການພັດທະນາການທ່ອງທ່ຽວ, ເຊື້ອເຊີນແຂກທ່ອງທ່ຽວເຂົ້າຮ່ວມການເຮັດເສັ້ນເຝີແຫ້ງ… ທ່ານນາງ ຫງວຽນທິຫວຽດງາ ຫົວໜ້າພະແນກວັດທະນະທຳ-ກິລາ-ການທ່ອງທ່ຽວແຂວງຫາຍເຢືອງ ຢືນຢັນວ່າ:

   ແຂວງ ຫາຍເຢືອງ ມີໝູ່ບ້ານອາຊີບທີ່ເປັນມູນເຊື້ອຫຼາຍແຫ່ງແລ້ວ ແລະ ກໍ່ຢາກນຳເຂົ້າຂຸດຄົ້ນການທ່ອງທ່ຽວ, ຖ້າຫາກວ່າເປີດລາຍການທ່ອງທ່ຽວໝູ່ບ້ານອາຊີບນັ້ນ ຈະດຶງດູດແຂກທ່ອງທ່ຽວໄດ້ຫຼາຍກ່ວາ ເພື່ອໃຫ້ແຂກທ່ອງທ່ຽວມີໂອກາດຢ້ຽມຊົມການເຄື່ອນໄຫວຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອນີ້ ແລະ ປະກອບສ່ວນໂຄສະນາເຄື່ອງໝາຍການຄ້າຫມູ່ບ້ານອາຊີບຜ່ານການທ່ອງທ່ຽວ.

   ໂດຍໄດ້ປະກົດຕົວມານັບແຕ່ຊຸມປີ 60 ຂອງສັດຕະວັດກ່ອນ, ມາຮອດປະຈຸບັນ,     ໝູ່ບ້ານອາຊີບ ເຮັດເສັ້ນເຝີແຫ້ງ ໂລະເກືອງ ພວມຫັນປ່ຽນ, ບືນຕົວຂຶ້ນຢ່າງແຮງ ໄປຄຽງຄູ່ກັບການພັດທະນາຂອງຕົວເມືອງ ຫາຍເຢືອງ (ແຂວງຫາຍເຢືອງ).

 

 

ຕອບກັບ

ຂ່າວ/ບົດ​ອື່ນ