ກຳ​ລັງ​ແຮງ​ພາຍ​ໃນ - ປະ​ຖົມ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງ​ຕະ​ຫລາດ​ຫລັກ​ຊັບ ຫວຽດ​ນາມ

(VOVWORLD) -ໃນປີ 2020 ຕະຫລາດຫລັກຊັບ ຫວຽດນາມ ແມ່ນຕະຫລາດທີ່ຟື້ນຟູແຮງກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ນອນໃນ Top ຕະຫລາດຫລັກຊັບ ຟື້ນຟູດີສຸດຢູ່ໃນໂລກ. ໄລ່ຮອດເດືອນ ເມສາ ປີ 2021, ຕະຫລາດຫລັກຊັບ ຫວຽດນາມ ສືບຕໍ່ບັນລຸການເຕີບໂຕຢ່າງແຮງ ແລະ ມີຜູ້ຊ່ຽວຊານຫລາຍທ່ານ ຕັ້ງຄວາມຫວັງວ່າ ຕະຫລາດຫລັກຊັບຫວຽດນາມ ຈະດຶງດູດກະແສເງິນລົງທຶນຈາກຕ່າງປະເທດຕື່ມອີກ.

ກຳ​ລັງ​ແຮງ​ພາຍ​ໃນ - ປະ​ຖົມ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງ​ຕະ​ຫລາດ​ຫລັກ​ຊັບ ຫວຽດ​ນາມ - ảnh 1ພາບປະກອບ: Vietnam+

ຕະຫລາດຫລັກຊັບ ຫວຽດນາມ ປິດການທຸລະກໍາຊື້-ຂາຍຮຸ້ນໃນທ້າຍເດືອນເມສາ ດ້ວຍການເພີ່ມຂຶ້ນຂອງດັດຊະນີເປັນຄັ້ງທີ 3 ຢ່າງລຽນຕິດ. ຄວາມສາມາດການຊຳລະຂອງຕະຫລາດໄດ້ເພີ່ມຂຶ້ນຄືນໃຫມ່ ດ້ວຍມູນຄ່າການຈັບຄູ່ບັນລຸກວ່າ 18.200 ຕື້ດົ່ງ. ຕາມບັນດາຜູ້ຊ່ຽວຊານແລ້ວ, ຜົນການຂາຍຮຸ້ນໃນເດືອນພຶດສະພາຂອງປີນີ້ ຄາດວ່າຈະ ບໍ່ເກີດຂຶ້ນ/ປະກົດມີໜ້ອຍ ແລະ ກະແສເງິນຈະກັບຕ່າວຄືນພາຍຫລັງເວລາພັກວັນບຸນ. ທ່ານ ຟານຢູ໋ງແຄງ, ຜູ້ອຳນວຍການໃຫ້ຄຳປຶກສາການລົງທຶນ ບໍລິສັດຫຸ້ນສ່ວນຫລັກຊັບ Maybank KimEng ຖືວ່າ:  ການພົວພັນຄ້າຂາຍຮຸ້ນໃນໄລຍະຜ່ານມາ ແມ່ນສັນຍານດີໃຫ້ແກ່ບັນດານັກລົງທຶນ, ຊ່ວຍໃຫ້ເຂົາເຈົ້າເຊື່ອໝັ້ນຕະຫລາດຫລັກຊັບໃນໄລຍະຍາວວ່າຈະເຕີບໂຕດີ ແລະ ເຂົາເຈົ້າຈະສືບຕໍ່ລົງທຶນ.

 “ຖ້າຫາກ VN-Index  ຜ່ານລະດັບມີດັດຊະນີເກີນ 1.200 ດັດຊະນີ ແລະ ຮັກສາລະດັບນີ້ ໃນ 1-2 ອາທິດ ແມ່ນຈະມີທ່າອ່ຽງທີ່ຕັ້ງຫນ້າກວ່າ, VN-Index  ອາດຈະຂຶ້ນເຖິງ 1.250 -1.300 ດັດຊະນີ. ກົງກັນຂ້າມ VN-Index ຈະກັບຄືນສູ່ທ່າອ່ຽງດັດປັບການຫລຸດລາຄາລົງໃນໄລຍະສັ້ນ”

ຕະຫລາດຫລັກຊັບ ຫວຽດນາມ ປີ 2021 ໂດຍ ບັນດານັກລົງທຶນ ນັກຊ່ຽວຊານ ຕັ້ງຄວາມຫວັງວ່າ ຈະສືບຕໍ່ເຕີບໂຕຢ່າງແຮງ ຍ້ອນມີຫລາຍປັດໄຈຫນູນຊ່ວຍຈາກພື້ນຖານເສດຖະກິດຊື່ງໄດ້ຮັບການຕີລາຄາວ່າ ມີກາລະໂອກາດຟື້ນຕົວສູງກວ່າຫລາຍເມື່ອທຽບໃສ່ຫລາຍປະເທດອື່ນໆ. ນອກນັ້ນ ຫວຽດນາມ ກໍເຂົ້າຮ່ວມບັນດາສັນຍາການຄ້າສອງຝ່າຍ, ຫລາຍຝ່າຍ ເຊິ່ງຈະຊ່ວຍພື້ນຖານເສດຖະກິດຂອງປະເທດຊາດຟື້ນຟູວ່ອງໄວ, ຄຽງຄູ່ກັນນັ້ນ ຕະຫລາດຫລັກຊັບພາຍໃນປະເທດປີ 2021 ຈະມີການປ່ຽນແປງຫລາຍຢ່າງທີ່ຕັ້ງຫນ້າ ກ່ຽວກັບຄຸນນະພາບ; ປັດໄຈພາຍໃນຂອງວິສາຫະກິດຕິດປະກາດລາຄາຂາຍກໍ່ດີພໍສົມຄວນ. ໝາກຜົນການດຳເນີນທຸລະກິດຂອງວິສາຫະກິດຕິດປະກາດລາຄາຂາຍຕາມບົດລາຍງານການເງິນໄຕມາດ IV-2020 ເມື່ອຮັບຮູ້ 82% ວິສາຫະກິດຈະມີກຳໄລ. ຄວາມສາມາດການຊຳລະຢູ່ໃນລະດັບກວ່າ 18.000 ຕື້ດົ່ງ. ອ້າຍ ຕວນ ນັກລົງທຶນຢູ່ເມືອງ 1 ນະຄອນ ໂຮ່ຈີມິນ ຖືວ່າ:ນີ້ແມ່ນຈຸດເວລາເພື່ອໃຫ້ບັນດານັກລົງທຶນຕົກລົງລົງທຶນໃນໄລຍະຍາວ ແລະ ເຂົ້າໃນຕະຫລາດຫລັກຊັບ.

“ຕາມຂ້າພະເຈົ້າແລ້ວ, ນີ້ແມ່ນກາລະໂອກາດອັນໃຫຍ່ຫລວງໃຫ້ແກ່ນັກລົງທຶນນ້ອຍໃນປີ 2021. ຂ້າພະເຈົ້າຄິດວ່າ ຕະຫລາດຫລັກຊັບ VN-Index ຈະບັນລຸບາດກ້າວບຸກທະລຸຜ່ານລະດັບສະຖິຕິ 1.200 ດັດຊະນີ ໃນເດືອນມີນາ. ພວກເຮົາພວມຮັບຂ່າວດີຈາກຕະຫລາດຫລັກຊັບໂລກ ຕົວຢ່າງຄື: ຕະຫລາດຫລັກຊັບ Fed ສືບຕໍ່ໃຫ້ຄຳໝັ້ນສັນຍາຜ່ອນຜັນເງິນຕາ, ຫລັງຈາກນັ້ນ ແມ່ນຍີ່ປຸ່ນ, ໄທ.. ແລະ ຫວຽດນາມ ດອກເບ້ຍອາດຈະຫລຸດລົງຢູ່ໃນລະດັບຕ່ຳສຸດ”

ກຳ​ລັງ​ແຮງ​ພາຍ​ໃນ - ປະ​ຖົມ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງ​ຕະ​ຫລາດ​ຫລັກ​ຊັບ ຫວຽດ​ນາມ - ảnh 2ທ່ານ ເຈືອງຮ່ຽນເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຕະຫລາດຫລັກຊັບ KIS VietNam ສາຂາ ນະຄອນ ໂຮ່ຈີມິນ

ແງ່ຫວັງການເຕີບໂຕດ້ານເສດຖະກິດໃນໄລຍະກາງ ແມ່ນສັນຍານຕັ້ງຫນ້າສຳລັບຕະຫລາດຫລັກຊັບຫວຽດນາມ ກໍ່ຄືວົງການນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ພິເສດ ໃນທຸລະກໍາການຊື້ ຂາຍຮຸ້ນເມື່ອວັນທີ 18 ມີນາ ດັດຊະນີ VN-Index ລື່ນກາຍລະດັບສະຖິຕິ 1.200 ດັດຊະນີ ຊື່ງແມ່ນລະດັບສູງສຸດໃນປະຫວັດສາດຂອງຕະຫລາດຫລັກຊັບຫວຽດນາມ ບໍ່ພຽງແຕ່ສ້າງຄວາມປະເອີບໃຈໃຫ້ແກ່ນັກລົງທຶນເທົ່ານັ້ນ ຫາກຜ່ານນັ້ນ ກໍໄດ້ສ່ອງແສງໃຫ້ເຫັນ ນັກລົງທຶນໄດ້ຕັ້ງຄວາມຫວັງ ເຂົ້າໃນທ່າອ່ຽງກ້າວຂຶ້ນຂອງຕະຫລາດຫລັກຊັບ ຫວຽດນາມ. ທ່ານ ເຈືອງຮ່ຽນເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຕະຫລາດຫລັກຊັບ KIS VietNam ສາຂາ ນະຄອນ ໂຮ່ຈີມິນ ຖືວ່າ:

 “ພວກເຮົາພວມກ້າວເຂົ້າສູ່ກະແສການເພີ່ມຂຶ້ນຂອງປີ. ກະແສນີ້ຈະແກ່ຍາວ ແລະ ເພີ່ມຂຶ້ນຢ່າງແຮງໃນປີ. ພ້ອມກັບການວິເຄາະໂດຍພື້ນຖານ ແລະ ເຕັກນິກ ລ້ວນແຕ່ສະແດງໃຫ້ເຫັນວ່າ ຕະຫລາດຫລັກຊັບໄດ້ ແລະ ຈະສືບຕໍ່ເຕີບໂຕໃນໄລຍະຈະມາເຖິງ”

ຕະຫລາດຫລັກຊັບຫວຽດນາມ ພວມກ້າວເຂົ້າສູ່ຮອບໝູນວຽນເຕີບໂຕໃຫມ່ ຍ້ອນສະພາບການໂລກ ແລະ ພາຍໃນປະເທດ ມີຫລາຍປັດໄຈຕັ້ງຫນ້າ, ຫນູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດ ແລະ ຕະຫລາດຫລັກຊັບ. ບັນດາລະຫັດໃບຮຸ້ນມີການເຕີບໂຕດີ ພວມໄດ້ຮັບຄວາມສົນໃຈຈາກນັກລົງທຶນເປັນຈຳນວນຫລາຍ ນັ້ນແມ່ນໃບຮຸ້ນຂຶ້ນກັບຂົງເຂດການເງິນ, ທະນາຄານ, ກໍ່ສ້າງ, ອະສັງຫາລິມະຊັບອຸດສາຫະກຳ. ນີ້ກໍ່ແມ່ນຊ່ອງທາງລະດົມທຶນດີທີ່ສຸດໃຫ້ແກ່ວິສາຫະກິດໃນປີ 2021, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດເມື່ອສະພາບການໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ