ເສດຖະກິດ ນະຄອນໂຮ່ຈີມິນ ຟື້ນຟູຢ່າງແຮງ

(VOVWORLD) -ວັນທີ 1 ຕຸລາ, ກ່ອນນີ້ 1 ປີ, ນະຄອນໂຮ່ຈີມິນ ເປີດປະຕູຄືນໃຫມ່ ພາຍຫລັງໄລຍະປິດເມືອງຍ້ອນໂລກລະບາດໂຄວິດ 19. ໂດຍຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ແຕ່ດ້ວຍລັດຖະນະໂຍບາຍອັນຖືກຕ້ອງ ເພື່ອແນໃສ່ຟື້ນຟູພາຍຫລັງໂລກລະບາດ, ເສີມຂະຫຍາຍມູນເຊື້ອຂະຫຍັນຂັນເຄື່ອນປະດິດຄິດສ້າງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະ ວິສາຫະກິດ, ນະຄອນໂຮ່ຈີມິນ ພວມຟື້ນຟູຢ່າງແຮງ.

ເສດຖະກິດ ນະຄອນໂຮ່ຈີມິນ ຟື້ນຟູຢ່າງແຮງ - ảnh 1ທ່ານ ຫງວຽນວັນເນນ ເລຂາຄະນະພັກ ນະຄອນໂຮ່ຈີມິນ. ພາບ: baotuoitre

ການເປີດປະຕູຄືນໃຫມ່ໃນສະພາບທີ່ໂລກລະບາດຍັງຜັນແປສັບສົນ, ນະຄອນ ໂຮ່ຈີມິນ ໄດ້ປະເຊີນຫນ້າກັບຄວາມຫຍຸ້ງຍາກ, ເສດຖະກິດ, ສັງຄົມຖືກຜົນສະທ້ອນຢ່າງຫນັກຫນ່ວງ. ໃນ 2 ປີທີ່ຖືກຜົນສະທ້ອນຍ້ອນໂລກລະບາດ, ນະຄອນ ໂຮ່ຈີມິນ ເສຍຫາຍກວ່າ 273.000  ຕື້ດົ່ງ. ແລະ ກໍ່ເປັນຄັ້ງທຳອິດໃນປະຫວັດສາດ ນັບແຕ່ເມື່ອປ່ຽນແປງໃຫມ່, ລະດັບເຕີບໂຕຂອງສູນເສດຖະກິດໃຫຍ່ສຸດຂອງປະເທດແມ່ນຕົກຢູ່ໃນລະດັບ - 6,78%. ແຕ່ດ້ວຍຄວາມຂະຫຍັນຂັນເຄື່ອນ ປະດິດຄິດສ້າງ ນະຄອນໄດ້ສ້າງຍຸດທະສາດຟື້ນຟູ, ທົດລອງເປີດປະຕູຢູ່ບັນດາເມືອງທີ່ເຂດສີຂຽວ, ສ້າງແຜນການຟື້ນຟູເສດຖະກິດ ດ້ວຍ 11 ຍຸດທະສາດ. ເມື່ອນະຄອນ ແລະ ບັນດາແຂວງທາງພາກໃຕ້ເປີດປະຕູຄືນໃຫມ່, ລັດຖະບານໄດ້ປະກາດໃຊ້ ມະຕິ ເລກ 128 ຫັນປ່ຽນຍຸດທະສາດຈາກ “Zero COVID” ມາເປັນ “ຮັບມືຢ່າງປອດໄພ, ຂະຫຍັນຂັນເຄື່ອນ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ” ຊ່ວຍຍຸດທະສາດຟື້ນຟູຂອງນະຄອນໃຫ້ມີຄວາມສະດວກຕື່ມອີກ.

ບໍ່ພຽງແຕ່ຄວບຄຸມໂລກລະບາດເປັນຢ່າງດີເທົ່ານັ້ນ ນະຄອນ ກໍ່ມານະພະຍາຍາມຟື້ນຕົວເສດຖະກິດພາຍຫລັງໂລກລະບາດ ດ້ວຍບັນດານະໂຍບາຍໂຄສະນາສົ່ງເສີມການຄ້າ, ຍູ້ແຮງການພົວພັນຮ່ວມມື, ເປັນເຈົ້າການໃນການພົບປະເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ເພາະສະນັ້ນ ຈາກຍອດຜະລິດຕະພັນພາຍໃນນະຄອນ (GRDP) ໃນປີ 2021 ບັນລຸລະດັບ -5,06%, ແຕ່ໃນໄຕມາດ 1 ປີ 2022 ໄດ້ບັນລຸລະດັບ +1,88%. ທີ່ການຖະແຫລງຂ່າວແຈ້ງຂໍ້ມູນເສດຖະກິດສັງຄົມ 7 ເດືອນຕົ້ນປີ 2022, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຟານວັນໝາຍ ຢັ້ງຢືນວ່າ:

 “ມາຮອດຈຸດເວລານີ້ ເສດຖະກິດ ສັງຄົມ ຂອງນະຄອນ ໂຮ່ຈີມິນ ອາດເວົ້າໄດ້ວ່າ ແມ່ນຟື້ນຟູຢ່າງວ່ອງໄວ, ຄົບຊຸດ, ຮອບດ້ານ. ລະດັບເຕີບໂຕ GRDP 6 ເດືອນຕົ້ນປີບັນລຸ 3,82% ຖ້າປຽບທຽບກັບລະດັບສະເລ່ຍຂອງທົ່ວປະເທດ ແມ່ນຍັງຕ່ຳຢູ່ ແຕ່ສຳລັບນະຄອນນີ້ກໍ່ແມ່ນການຟື້ນຟູດ້ວຍຄວາມພະຍາຍາມຢ່າງຫລວງຫລາຍແລ້ວ

ເກືອບ 1 ປີພາຍຫລັງໂລກລະບາດໂຄວິດ 19, ເສດຖະກິດຂອງນະຄອນ ມີບັນດາບາດກ້າວຟື້ນຟູຢ່າງຄົບຊຸດ, ຄາດວ່າ 9 ເດືອນປີ 2022 ຈະບັນລຸ 9,71%. ສະພາບການນຳເຂົ້າສົ່ງອອກສິນຄ້າຂອງວິສາຫະກິດເຕີບໂຕດີພໍສົມຄວນ, ການຄ້າ ການບໍລິການ ທ່ອງທ່ຽວຟື້ນຕົວຢ່າງແຮງ, ດຶງດູດ FDI ບັນລຸ 2,91 ຕື້ USD. ທ່ານ ຫງວຽນວັນເນນ ເລຂາພັກນະຄອນໂຮ່ຈີມິນ ຖືວ່າ: ຕົວເລກທີ່ເປັນໜ້າປະທັບໃຈໃນໄລຍະຜ່ານມາ ແມ່ນພື້ນຖານເພື່ອໃຫ້ນະຄອນພັດທະນາເສດຖະກິດ, ສັງຄົມມີສະຖຽນລະພາບ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ແມ່ນທ່າດີເພື່ອພະຍາຍາມສຳເລັດບັນດາຄາດໝາຍ ຫນ້າທີ່ທີ່ວາງອອກຂອງປີ 2022 ແລະ ໄລຍະ 2020  -2025.

ເສດຖະກິດ ນະຄອນໂຮ່ຈີມິນ ຟື້ນຟູຢ່າງແຮງ - ảnh 2ໃຈກາງນະຄອນ ໂຮ່ຈີມິນ. ພາບ: baoxaydung.com.vn

ຫວ່າງແລ້ວນີ້, ໃນການເຮັດວຽກຢູ່ ນະຄອນ ໂຮ່ຈີມິນ, ທ່ານ ຫງວຽຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນ, ຜົນສຳເລັດຊື່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ ບັນລຸໄດ້.

ໃນສະພາບຄວາມຫຍຸ້ງຍາກນັ້ນ, ພາຍໃຕ້ການຊີ້ນຳຢ່າງຂ້ຽວຂາດ ແລະ ທັນການຂອງສູນກາງພັກ ແລະ ລັດ ພ້ອມກັບທົ່ວປະເທດ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ ໄດ້ມານະພະຍາຍາມສູ້ຊົນບັນລຸຫລາຍໝາກຜົນສຳຄັນ. ໃນຈຸດເວລາທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍນັ້ນ, ລັກສະນະດີເລີດຂອງລະບົບການເມືອງຫວຽດນາມ, ເຈດຈຳນົງ, ກຳລັງແຮງຫວຽດນາມ, ມູນເຊື້ອຮັກຊາດ, ສາມັກຄີ ອຸ້ມຊູຊ່ວຍເຫລືອເຊິ່ງກັນແລະກັນຂອງປະຊາຊົນນະຄອນ ແລະ ບັນດາແຂວງພາກໃຕ້ ໄດ້ຢັ້ງຢືນອີກຄັ້ງຫນຶ່ງ ແລະ ເສີມຂະຫຍາຍຢູ່ລະດັບສູງໃຫມ່, ທັນການ ຖືກກັບເວລາ.

ບັນດາໝາກຜົນທີ່ດີພໍສົມຄວນຂອງນະຄອນໂຮ່ຈີມິນ ໄລຍະຜ່ານມາ ຊີ້ໃຫ້ເຫັນວ່າ ບັນດາມາດຕະການຊື່ງລັດຖະບານ ແລະ ນະຄອນ ຜັນຂະຫຍາຍໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ເຖິງຢ່າງໃດກໍຕາມ ນະຄອນ ກໍ່ຄວນມີກົນໄກພິເສດສະເພາະ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນທັງໝົດທີ່ມີ. ທ່ານ ປອ ຫວໍຈີຫາວ ຖືວ່າ:

ນະຄອນ ໂຮ່ຈີມິນ ຄວນກຳນົດການສ້າງເປັນສູນການເງິນ, ວິທະຍາສາດເຕັກໂນໂລຊີສູງ ຫາກບໍ່ແມ່ນເຮັດທຸກສິ່ງທຸກຢ່າງ. ຂົງເຂດເກີບນັງ, ຕ່ຳແຜ່ນຕັດຍິບ, ອຸດສາຫະກຳສິ່ງທີ່ເອີ້ນວ່າ low-tech (ເຕັກໂນໂລຊີຕ່ຳ) ແມ່ນຄວນປະໃຫ້ຕົວເມືອງທີ່ຂຶ້ນກັບ ເປັນຜູ້ຮັບຜິດຊອບ.

ດ້ວຍມູນເຊື້ອ “ພາກໃຕ້ໄປກ່ອນແຕ່ກັບຫລັງ”, “ນະຄອນໂຮ່ຈີມິນ ເພື່ອທົ່ວປະເທດ, ພ້ອມກັບທົ່ວປະະເທດ” ແນ່ນອນວ່າ ນະຄອນໂຮ່ຈີມິນ ຈະພັດທະນາກະໂດດຂັ້ນກວ່າໃນໄລຍະຈະມາເຖິງ ເພື່ອສືບຕໍ່ຮັກສາບົດບາດນຳຫນ້າຂອງທົ່ວປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ