ບັນດາການເຄື່ອນໄຫວຟົດຟື້ນ, ມີຄວາມໝາຍ ເພື່ອຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຈໍ 2018 |
ດ້ວຍການເຂົ້າຮ່ວມຂອງຜູ້ແທນເປັນແມ່ ຫວຽດນາມ ວິລະຊົນ, ບັນດາຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ບັນດາຜູ້ມີຍົດຖາບັນດາສັກ, ພະນັກງານ ແລະ ນັກຮົບກຳລັງປະກອບອາວຸດໃນແຂວງຈຳນວນກ່ວາ 900 ຄົນ. ເນື່ອງໃນໂອກາດນີ້, ຄະນະພັກແຂວງ ຈາວິງ ໄດ້ປະດັບຫຼຽນກາຢັ້ງຢືນການເຂົ້າເປັນສະມາຊິກພັກ 50ປີ, 55ປີ, 60ປີ ແລະ 70ປີ ໃຫ້ແກ່ສະມາຊິກພັກ 56 ຄົນ.
ວັນທີ 10 ກຸມພາ, ສະມາຄົມນັກຂ່າວແຂວງ ລ້າງເຊີນ ສົມທົບກັບຄະນະໂຄສະນາສຶກສາແຂວງ ລ້າງເຊີນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ, ພະແນກຖະແຫຼງຂ່າວ ແລະ ສື່ສານຈັດຕັ້ງພິທີໄຂງານບຸນໜັງສືພິມລະດູບານໃໝ່ ລ້າງເຊີນ ປີ 2018 ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ່ວຍສື່ມວນຊົນພວມເຄື່ອນໄຫວໃນບໍລິເວນແຂວງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ