ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີເຊັນ
(ພາບ: TTXVN)

ເອກະສານສະບັບຕ່າງໆທີ່ສອງຝ່າຍໄດ້ແລກປ່ຽນ ແລະ ເຊັນນັ້ນ ລວມມີຂໍ້ຕົກລົງສຳຄັນຫຼາຍສະບັບໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ການບິນ ແລະ ສາທາລະນະສຸກ.

ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ (ພາບ: TTXVN)

ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ. ບໍລິສັດການບິນ Sun ຝຸກວັກ Airways ແລະ ກຸ່ມບໍລິສັດ Boeing ກໍໄດ້ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 787-9 Dreamliner ຈຳນວນ 40 ລຳ. ໄປຄຽງຄູ່າກັນນັ້ນ, Vietjet ແລະ Pratt & Whitney ກໍໄດ້ເຊັນສັນຍາຮ່ວມມືເຊັ່ນດຽວກັນ.

ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ (ພາບ: TTXVN)

ຢູ່ໃນຂົງເຂດສາທາລະນະສຸກ, ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ.