ພິທີຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 20 ລ້ານ (ພາບ: VOV5) |
ທ່ານນາງ Karolina Agnieszka Muskus, ຖືສັນຊາດ ໂປໂລຍ, ໄດ້ເດີນທາງມາຍັງ ຝຸກວັກ ຂອງ ຫວຽດນາມ ໃນຕອນບ່າຍວັນທີ 15 ທັນວາ ເປັນແຂກທ່ອງທ່ຽວຜູ້ທີ 20 ລ້ານ. ນີ້ແມ່ນຄັ້ງທຳອິດໃນຮອບເວລາ 65 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຂະແໜງທ່ອງທ່ຽວ ຫວຽດນາມ ບັນລຸໄດ້ຂີດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 20 ລ້ານເທື່ອຄົນໃນປີໜຶ່ງ, ເຊິ່ງເປັນຂີດໝາຍບາດກ້າວພັດທະນາໃໝ່ໃນວິວັດທະນາການຟື້ນຟູ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນຕະຫຼາດທ່ອງທ່ຽວສາກົນ, ຢັ້ງຢືນທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງ, ທ່າໄດ້ປຽບແກ້ງແຍ້ງຂອງການທ່ອງທ່ຽວ ຫວຽດນາມ ໃນທົ່ວໂລກ.
ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

