ກວດສອບຫົວເລື່ອງສະເພາະກັບບົດບາດຍົກສູງຄູນນະພາບການຕິດຕາມກວດກາງົບປະມານ

ກວດສອບຫົວເລື່ອງສະເພາະກັບບົດບາດຍົກສູງຄູນນະພາບການຕິດຕາມກວດກາງົບປະມານ - ảnh 1
(ພາບປະກອບ)

(TTX) ທີ່​ການ​ສຳ​ມະ​ນາ ”ຈັດ​ຕັ້ງ​ການກວດ​ສອບ​​ຫົວ​ເລື່ອງ​ສະ​ເພາະ ດ້ວຍ​ບົດບາດ​ປ່ຽນ​ໃໝ່​ແບບ​ວິທີ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການຕັດສິນ, ຕິດຕາມ​ກວດກາ​ງົບປະມານ, ​ເງິນຕາ ​ແລະ ຊັບ​ສົມບັດ​ຂອງ​ລັດ ຂອງ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ” ​ເຊິ່ງຈັດ​ຂຶ້ນ​ຢູ່ຮ່າ​ໂນ້ຍ ​ໃນ​ວັນ​ທີ 27/8 ນັ້ນ, ທ່ານ​ຮອງ​ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຫວຽດນາມ  Doan Xuan Tien ​ໃຫ້​ຮູ້​ວ່າ​, ອົງການ​ກວດ​ສອບ​ແຫ່ງ​ລັດພວມ​ຍູ້​ແຮງ​ການກວດ​ສອບ​ຫົວ​ເລື່ອງ​ສະ​ເພາະ ​ແລະ ກວດ​ສອບ​ການ​ເຄື່ອນ​ໄຫວ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຕັດສິນ ​ແລະ ຕິດຕາມ​ກວດກາ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ​ກໍ່​ຄື​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດຖະບານ. ​ໃນ​ໄລຍະ​ຜ່ານ​ມາ, ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຈັດ​ຕັ້ງ​ການກວດ​ສອບ​ຫົວ​ເລື່ອງ​ສະ​ເພາະ, ໝາກຜົນ​ຂອງ​ການກວດ​ສອບ​ມີ​ລັກສະນະ​ກ່າວ​ເຕືອນ, ​ແລະ​ຈຳກັດ​ສະ​ພາບ​ການ​ຮົ່ວ​ໄຫຼ, ການ​ໃຊ້​ຈ່າຍງົບປະມານ​ຟູມ​ເຟືອຍ​ຢູ່​ຫົວໜ່ວຍ​ຕ່າງໆ, ນອກ​ນັ້ນ​ຍັງ​ສະ​ເໜີ​ແນະ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ກົນ​ໄກ, ນະ​ໂຍບາຍ, ​ເອກະສານ​ແນະນຳ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ງົບປະມານ, ​ເງິນຕາ, ຊັບ​ສົມບັດ​ຂອງ​ລັດ.

ຂ່າວ/ບົດ​ອື່ນ