ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຢ່າງ​ຈົບ​ງາມ

(VOVWORLD) -   ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມ ຫວຽດນາມ-ລາວ”.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຢ່າງ​ຈົບ​ງາມ - ảnh 1

(ພາບ: TTXVN)

   ຕອນເຊົ້າວັນທີ 13 ກັນຍາ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (10 – 13/09).

   ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມ ຫວຽດນາມ-ລາວ”

    ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ໝູ່ຄະນະ, ອົງການຈັດຕັ້ງ ປຊຊ ແລະ ບັນດາທ້ອງຖິ່ນຂອງສອງປະເທດ, ໂດຍສະເພາະແມ່ນບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມກັນ.

  ສອງຝ່າຍເຫັນດີເປັນເອກະພາບ ແລະ ຕີລາຄາສູງໝາກຜົນອັນດີງາມຂອງການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ  ແລະ ການຢ້ຽມຢາມທາງລັດຖະກິດ ລາວ ຂອງທ່ານປະທານປະເທດ ໂຕເລີມ ເມື່ອເດືອນກໍລະກົດປີ 2024, ແມ່ນຂີດໝາຍໃນປະຫວັດສາດການພົວພັນ ຫວຽດນາມ-ລາວ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພັດມະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມວັດທະນາຖາວອນຂອງ ປຊຊ ສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

   ໃນວັນດຽວກັນ, ເມື່ອກັບຄືນເມືອປະເທດ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໂຕເລີມ.

  ໃນຈົດໝາຍ, ທ່ານເລຂາທິການໃຫ່ຍ, ປະທານປະເທດ  ທອງລຸນ ສີສຸລິດ ໄດ້ຂອບອົກຂອບໃຈການຕ້ອນຮັບອັນອົບອຸ່ນ, ສົມກຽດ, ສະໜິດສະໜົມຂອງການນຳພັກ, ລັດ ແລະ ປຊຊ ຫວຽດນາມ ສະຫງວນໃຫ້ແກ່ຄະນະໃນຕະຫຼອດການຢ້ຽມຢາມ. ການນຳ ລາວ ຕີລາຄາສູງໝາກຜົນການຢ້ຽມຢາມທາງລັດຖະກິດ ແລະ ການພົບປະລະຫວ່າງສອງກົມການເມືອງ ລາວ-ຫວຽດນາມ. ທ່ານເລຂາທິການໃຫ່ຍ, ປະທານປະເທດ  ທອງລຸນ ສີສຸລິດ ກໍ່ໄດ້ຕີລາຄາສູງບັນດາຄຳຄິດເຫັນແລກປ່ຽນ ແລະ ຄວາມເປັນເອກະພາບສູງລະຫວ່າງການນຳຂັນສູງສອງພັກ, ສອງລັດ ໃນການຕີລາຄາໝາກຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ