
Beigi ກາຍເປັນສະໜາມຮົບທີ່ດຸເດືອດ
(ພາບ: Reuters)
|
(vovworld) – ວັນທີ 7/6, ກອງທັບ ອີຣັກ ໃຫ້ຮູ້ຍາດໄດ້ສິດຄວບຄຸມນະຄອນ Beigi ແລະ ສະຖານທີ່ຍຸດທະສາດຫຼາຍແຫ່ງໃກ້ກັບ Farluja ຄືນໃໝ່, ຈາກກຳມືຂອງອົງການ “ລັດອິດສະລາມ” ອ້າງຊື່ເອງ (IS). ທີ່ການປະຊຸມຂ່າວ, ພົນຈັດຕະວາ Sadd Maan, ໂຄສົກຂອງກຳລັງລວມຕ້ານ IS, ຖະແຫຼງວ່າກອງທັບ ອີຣັກ ດັບສູນມືປືນຂອງທະຫານກະບົດນັບສິບໆຄົນ ແລະ ຍູ້ IS ໃຫ້ຖອຍອອກຈາກຫຼາຍສະຖານທີ່ຢູ່ໃຈກາງນະຄອນ. ເລື່ອງຍາດໄດ້ Beigi ຈະຊ່ວຍໃຫ້ບັນດານາຍທະຫານ ອີຣັກ ບຸກຕີ IS ໃຫ້ຖອຍອອກຈາກບັນດາຮາກຖານກັ່ນນ້ຳມັນຢູ່ຊານນະຄອນ Beigi. ນະຄອນ Beigi ແມ່ນບ່ອນມີຮາກຖານກັ່ນນ້ຳມັນຫຼາຍແຫ່ງໃຫຍ່ສຸດຂອງ ອີຣັກ. ເລື່ອງຍາດໄດ້ສິດຄວບຄຸມນະຄອນ Beigi ຍັງມີຄວາມໝາຍສຳຄັນທີ່ສຸດສຳລັບກອງທັບ ອີຣັກ ຍ້ອນມັນນອນໃນເສັ້ນທາງເຊິ່ງ IS ພວມບຸກໂຈມຕີ Mosul, ນະຄອນໃຫຍ່ທີ 2 ຂອງ ອີຣັກ.