( vovworld ) – ກອງປະຊຸມການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ ຈະຖືກໄຂຂຶ້ນແຕ່ວັນທີ 22 – 26/4 ຢູ່ແຂວງ Son La. ທີ່ການປະຊຸມຂ່າວເມື່ອຕອນບ່າຍວັນທີ 20/4 ຢູ່ຮ່າໂນ້ຍ, ຜູ້ຕາງໜ້າຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດໄດ້ຢືນຢັນວ່າ: ນີ້ແມ່ນກອງປະຊຸມທີ່ສຳຄັນ ແລະ ມີຄວາມໝາຍ, ແມ່ນຈຸດພົ້ນເດັ່ນຂອງປີແຫ່ງສາມັກຄີມິດຕະພາບຫວຽດນາມ - ລາວ 2012, ສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງສາຍພົວພັນດ້ານການທູດລະຫວ່າງສອງປະເທດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍານມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອຊຸກຍູ້ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ,ອີກດ້ວຍ, ເຊິ່ງລວມມີການຮ່ວມມືລະຫວ່າງບັນດາອົງການ, ຂະແໜງການລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ. ໃນການປະຊຸມຂ່າວເມື່ອຕອນບ່າຍວັທີ 20/4 ນີ້, ທ່ານ Tran Van Hang, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ, ຫົວໜ້າຄະນະຈັດຕັ້ງກອງປະຊຸມໃຫ້ຮູ້ວ່າ, ສາຍພົວພັນຮ່ວມມືຫວຽດນາມ - ລາວ ແມ່ນສາຍພົວພັນແບບພິເສດ, ຍາກທີ່ຈະຫາໄດ້ໃນໂລກນີ້. ທ່ານ Tran Van Hang ກ່າວວ່າ.
“ ນີ້ແມ່ນກອງປະຊຸມທີ່ສຳຄັນ ແລະ ມີຄວາມໝາຍພິເສດ, ແມ່ນຈຸດພົ້ນເດັ່ນໃຫ້ປີແຫ່ງມິດຕະພາບລະຫວ່າງຫວຽດນາມ - ລາວ. ກອງປະຊຸມໄດ້ຮັບການຊີ້ນຳໂດຍກົງຈາກຜູ້ປະຈຳການຄະນະເລຂາສູນກາງ, ກົມການເມືອງ ເພື່ອໃຫ້ສອງຝ່າຍຈັດຕັ້ງໃຫ້ສຳເລັດ. ກອງປະຊຸມຖືກຈັດຂຶ້ນຢູ່ແຂວງ Son La, ແມ່ນທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບລາວ ແຕ່ພ້ອມກັນນັ້ນກໍ່ແມ່ນແຫ່ງເຊິ່ງທ່ານ ໄກສອນ ພົມວິຫານ ແລະ ບັນດາສະຫາຍການນຳຂອງພັກ, ລັດລາວ ເຄື່ອນໄຫວ ແລະ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ”