ກອງປະຊຸມຄັ້ງທີ7ຄະນະບໍລິຫານງານສູນກາງພັກຊຸດທີ12ກ້າວເຂົ້າສູ່ມື້ເຮັດວຽກທີ4

(VOVWORLD) -ວັນທີ 10 ພຶດສະພາ, ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 4. ໃນມື້ເຮັດວຽກນີ້ ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບແຜນຮ່າງປະຕິຮູບນະໂຍບາຍປະກັນສັງຄົມ. 

ທ່ານ ເຈີນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ຕາງຫນ້າກົມການເມືອງຊີ້ນຳກອງປະຊຸມ. ບັນດາຜູ້ແທນໄດ້ຕີລາຄາສູງແຜນຮ່າງປະຕິຮູບນະໂຍບາຍປະກັນສັງຄົມຄັ້ງນີ້ ແລະ ຖືວ່າ ນີ້ແມ່ນແຜນຮ່າງໃຫຍ່ ຄວນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດດ້ວຍຫລາຍແຜນຮ່າງ, ລາຍການ ຈຶ່ງຮັບປະກັນຜົນສຳເລັດໄດ້. ເນື້ອໃນຂອງແຜນຮ່າງແມ່ນສະແດງໄດ້ລັກສະນະວັດທະນະທຳມະນຸດ, ທາດແທ້ອັນດີງາມຂອງລະບົບສັງຄົມນິຍົມຢູ່ຫວຽດນາມ. ທີ່ວາລະປຶກສາຫາລື, ບັນດາບັນຫາຫນີ້ຄ້າງປະກັນສັງຄົມໃຫ້ແກ່ຄົນງານ, ດັດປັບເກນອາຍຸພັກບຳນານ.. ກໍ່ໄດ້ຮັບຄວາມສົນໃຈຈາກຜູ້ແທນຫລາຍທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ