ກອງປະຊຸມຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19

(VOVWORLD) - ວັນທີ 31 ກໍລະກົດ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 
ກອງປະຊຸມຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 - ảnh 1 ກອງປະຊຸມຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 (ພາບ: VGP)

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ ໄດ້ຢັ້ງຢືນວ່າ: ບັນດາກົມກອງກອງທັບຕ້ອງປະຕິບັດໜ້າທີ່ຂອງຄະນະພັກການທະຫານສູນກາງ ແລະ ລັດຖະບານມອບໝາຍໃຫ້ໃຫ້ເປັນຢ່າງດີທີ່ສຸດ, ຍາມໃດກໍ່ຢູ່ແນວໜ້າ ເພື່ອຕັດສິນໃຈຕ້ານໂລກລະບາດ. ທ່ານພົນໂທ ເຈິ່ນເດີນ ກ່າວວ່າ:

        “ທະຫານປ້ອງກັນຊາຍແດນ ຕ້ອງມີບັນດາມາດຕະການຢູ່ຊາຍແດນຢ່າງເຂັ້ມງວດກ່ວາ, ຊ້ຳບໍ່ໜຳ ຕ້ອງນຳໃຊ້ບັນດາມາດຕະການຢ່າງແຮງກ່ວາອີກ, ລົງໂທດບັນດາເປົ້າໝາຍທີ່ສົມຮູ້ຮ່ວມຄິດ, ນຳກັນແລ້ວພາຄົນເຂົ້າເມືອງຜິດກົດໝາຍ. ກຳລັງທະຫານປ້ອງກັນຊາຍແດນຂອງພວກເຮົາ ຕ້ອງປອດໃສ, ຕ້ອງປະຕິບັດໜ້າທີ່ເພື່ອປະເທດຊາດ, ເພື່ອພັກ ແລະ ເພື່ອປະຊາຊົນ. ເຮັດແນວໃດ ເພື່ອໃຫ້ພວກເຮົາທັງຕ້ານໂລກລະບາດໄດ້, ທັງກຽມພ້ອມສູ້ຮົບໄດ້ເປັນຢ່າງສູງ.

        ນັບແຕ່ຕົ້ນປີມາຮອດປະຈຸບັນ, ກຳລັງທະຫານປ້ອງກັນຊາຍແດນບັນດາທ້ອງຖິ່ນ ໄດ້ເພີ່ມທະວີບັນດາມາດຕະການສະກັດກັ້ນ, ກັກຕົວ, ກຳນົດເຂດເຂົ້າ-ອອກເມືອງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ