ກອງປະຊຸມສາກົນ ກ່ຽວກັບຄວາມປອດ ໄພທາງຄົມມະນາຄົມ ຢູ່ຫວຽດນາມ
(ພາບ: vovgiaothong.vn)
(VOV)- ກ່າວຄຳເຫັນໄຂກອງປະຊຸມສາກົນກ່ຽວກັບຄວາມປອດໄພທາງຄົມມະນາຄົມຢູ່ຫວຽດນາມ ປີ 2012 ຊື່ງດຳເນີນໄປໃນຕອນເຊົ້າວັນທີ 22/11, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ໃນຊຸມປີຜ່ານມາ, ລັດຖະບານຫວຽດນາມ ໄດ້ຊີ້ນຳຢ່າງຂ້ຽວຂາດໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງປະຕິບັດຫຼາຍມາດຕະການກ່ຽວກັບຄວາມປອດໄພທາງຄົມມະນາຄົມ. ປີ 2012, ວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມໄດ້ມີການຫັນປ່ຽນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ຕອບສະໜອງທົດສະວັດເຄື່ອນໄຫວເພື່ອຄວາມປອດໄພຄົມມະນາຄົມທາງບົກໄລຍະ 2011-2020 ໂດຍ ສປຊ ປຸກລະດົມ, ລັດຖະບານຫວຽດນາມ ໝັ້ນໝາຍຮອດປີ 2020 ຈະຫລຸດຜ່ອນ 50 % ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຍ້ອນອຸບັດຕິເຫດທາງຄົມມະນາຄົມເມື່ອທຽບກັບປີ 2011. ເພື່ອບັນລຸໄດ້ຈຸດໝາຍນີ້, ນອກຈາກຄວາມມານະພະຍາຍາມຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ວົງຄະນາຍາດ, ພວກຂ້າພະເຈົ້າຕ້ອງຮ່ຳຮຽນເອົາບົດຮຽນ, ໝາກຜົນຄົ້ນຄ້ວາຂອງບັນດານັກວິທະຍາສາດ, ນັກວັດທະນະທຳພາຍໃນ ແລະ ຕ່າງປະເທດ. ແນ່ນອນວ່າ, ໝາກຜົນຂອງກອງປະຊຸມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງບັນດາແຜນຮ່າງ, ນະໂຍບາຍ, ຍຸດທະສາດ, ແຜນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມນັບທັງໃນສະເພາະໜ້າ ແລະ ຍາວນານຢູ່ຫວຽດນາມ“