ກອງປະຊຸມສຳມະນາ ກຽວກັບກົດໝາຍວ່າດ້ວຍການ ກວດກາທາງຍຸດຕິທຳ
![ກອງປະຊຸມສຳມະນາ ກຽວກັບກົດໝາຍວ່າດ້ວຍການ ກວດກາທາງຍຸດຕິທຳ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_02_20/tu%20phap.jpg)
ພາບປະກອບ
( vovworld ) – ຕອນເຊົ້າວັນທີ 20/2, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການກວດກາທາງຍຸດຕິທຳ ໂດຍຄະນະກຳມະທິການຍຸດຕິທຳຂອງສະພາແຫ່ງຊາດ ສົມທົບກັບອົງການ SIDA ຂອງການາດາ ຈັດຕັ້ງຂຶ້ນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນ, ແບ່ງປັນຄວາມຮູ້, ພ້ອມທັງເຮັດໃຫ້ບັນດາແງ່ມູມດ້ານກົດໝາຍແຈ້ງ ແລະ ເລິກເຊີ່ງກ່ວາ ໃນວຽກງານເພີ່ມທະວີຄວາມສາມາດຂອງບັນດາອົງການກວດກາ, ບັນດາຂໍ້ກຳນົດກ່ຽວກັບອັນດັບ, ລະບຽບການ, ເວລາປະຕິບັດການກວດກາ… ທ່ານພົນຕີ ຟ້າມກູຍງໍ້ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໃຫ້ຮູ້ວ່າ:
“ທາງກະຊວງຕຳຫຼວດເຫັນວ່າ ຕ້ອງຮັກສາ, ປັບປຸງລະບົບການຈັດຕັ້ງກວດກາຊັນລະສູດໃນຂະແໜງຕຳຫຼວດປະຊາຊົນ. ເພື່ອຮັບໃຊ້ໃຫ້ແກ່ວຽກງານສືບສວນ ແລະ ແກ້ໄຂ, ບັນດານັກກວດກາຊັນລະສູດ ຕ້ອງມີຄວາມຮູ້ທັງດ້ານກົດໝາຍ, ເຕັກນິກອາຍາ, ວິຊາການ. ວຽກງານກວດກາຊັນລະສູດແມ່ນຂໍ້ກູນແຈຂອງວຽກງານສືບສວນ, ມີຄຸນຄ່າໃນການພິພາກສາອາດຊະຍາກຳ“.