(vovworld) - ວັນທີ 21/9, ຢູ່ນະຄອນ Da Lat, ແຂວງ Lam Dong, ຂອງຫວຽດນາມ, ກຳມາທິການວັດນະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການ “ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ຢ່າງຮອບດ້ານ” ເພື່ອແນໃສ່ປຶກສາຫາລື, ປະກອບຄຳເຫັນກ່ຽວກັບມາດຕະການປ່ຽນໃໝ່ພື້ນຖານການສຶກສາ ແລະ ບຳລຸງສ້າງຢ່າງຮອບດ້ານ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໃນບົດປະກອບຄວາມເຫັນ 14 ບົດ ທີ່ສະເໜີຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາສະພາບຕົວຈິງຂອງພື້ນຖານການສຶກສາຫວຽດນາມ ໃນປະຈຸບັນ ກັບບັນດາຜົນງານທີ່ບັນລຸໄດ້, ແຕ່ພ້ອມກັນນັ້ນກໍເຫັນໄດ້ເງຄວາມຫຍຸ້ງຍາກ, ຂໍ້ຈຳກັດ, ຂໍ້ຂາດຕົກປົກຜ່ອງທີ່ຍັງຄົງຄ້າງ, ເຫດຜົນຂອງບັນດາຜົນງານ ແລະ ຂໍ້ຈຳກັດ, ອ່ອນດ້ອຍ, ຍົກອອກທິດທາງ, ມາດຕະການແກ້ໄຂປ່ຽນໃໝ່ການສຶກສາຢ່າງຮອບດ້ານ. ບັນດາຄຳເຫັນລ້ວນແຕ່ຖືວ່າ ເພື່ອປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ຢ່າງຮອບດ້ານ ແມ່ນຕ້ອງເອົາໃຈໃສ່ເຖິງຄຸນນະພາບການສຶກສາ ແລະ ບຳລຸງສ້າງ; ສະຕິຄວາມຮັບຮູ້ກ່ຽວກັບການປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ.