ກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງຮ່ວາບີງຄັ້ງທີ 2
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:baotintuc.vn
|
(vovworld)- ຕອນເຊົ້າວັນທີ 14/11, ທ່ານ ຫງວຽນຊວນຟຸກ, ຫົວຫນ້າຄະນະຊີ້ນຳເຂດໄຕບັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງ ຮວາບີງ ຄັ້ງທີ 2 ປີ 2014. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີອົງຄະນະພັກ, ອຳນາດການປົກຄອງ, ພະນັກງານ, ສະມາຊິກພັກ ຕ້ອງກຳແຫນ້ນແນວທາງ, ນະໂຍບາຍຊົນເຜົ່າຂອງພັກ ແລະ ລັດ, ຮັບຮູ້ຢ່າງຈະແຈ້ງຄວາມສຳຄັນຂອງວຽກງານຊົນເຜົ່າ, ປະຕິບັດວຽກງານໂຄສະນາເປັນຢ່າງດີ, ຂົນຂວາຍເພື່ອໃຫ້ຊາວຊົນເຜົ່າສ່ວນຫນ້ອຍເຂົ້າໃຈແຈ້ງກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ. ຄຽງຄູ່ກັນນັ້ນ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຊົນເຜົ່າເປັນຢ່າງດີ. ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີໃສ່ໃຈ: ແຂວງ ຮວາບີງ ປະຕິບັດໂຄງການສອນວິຊາຊີບຕິດພັນກັບການແກ້ໄຂວຽກເຮັດງານທຳ, ຮັບປະກັນຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.