ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ
(ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ
ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ)
(vovworld) – ຕອນເຊົ້າວັນທີ 07/09, ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (07/09/1945 – 07/09/2015) ຢ່າງສົມກຽດ. ເຂົ້າຮ່ວມພິທີມີທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານອະດີດປະທານປະເທດ ເຈີນດຶກເລືອງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫງວຽດນາມ ຫງວຽນທ້ຽນເຍີນ… ພ້ອມກັບການນຳບັນດາກະຊວງຂະແໜງການສູນກາງ ແລະ ທ້ອງຖິ່ນ. ກ່າວຄຳເຫັນຢູ່ທີນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ.
“ຕ້ອງກຳແໜ້ນສະພາບການ, ໄຈ້ແຍກ, ຄາດຄະເນບັນດາສະພາບການຍຸດທະສາດທີ່ອາດຈະເກີດຂຶ້ນ, ສະພາບການສັບສົນຍ້ອນບັນດາອິດທິກຳລັງທີ່ເປັນປໍລະປັກກໍໃຫ້ເກີດຢ່າງທັນການ ແລະ ເປັນປະຈຳ, ເພື່ອສະເໜີຕໍ່ພັກ ແລະ ລັດ ວາງອອກບັນດາແຜນນະໂຍບາຍ, ແນວທາງອັນຖືກຕ້ອງ. ປັບປຸງ, ເພີ່ມເຕີມບັນດາມາດຕະການກ່ຽມພ້ອມສູ້ຮົບ, ຮັບມືກັບທຸກກົນອຸບາຍ, ການເຄື່ອນໄຫວຕ້ານທຳລາຍ, ລະເມີດເອກະລາດ, ອະທິປະໄຕ, ເອກະພາບ, ຜື້ນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ນາບຂູ່ຕໍ່ລະບອບສັງຄົມນິຍົມຂອງບັນດາອິດທິກໍລັງທີ່ເປັນປໍລະປັກ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ບັງເອີນ ໃນທຸກສະພາບການ”.